ຊາວກັມພູຊາ ທີ່ນຳເອົາແມ່ຍິງລາວ 4 ຄົນ ໄປຄ້າປະເວນີຢູ່ໄທຍ ຖືກຈັບ

ອຸ່ນແກ້ວ
2024.03.19
ຊາວກັມພູຊາ ທີ່ນຳເອົາແມ່ຍິງລາວ 4 ຄົນ ໄປຄ້າປະເວນີຢູ່ໄທຍ ຖືກຈັບ ຫ້ອງທີ່ແມ່ຍິງລາວຂາຍບໍຣິການພັກ ແຂວງ ຊົນບູລີ 15 ມີນາ 2024.
ຂໍຂອບໃຈຮູບພາບ ຈາກກອງບັນຊາການຕຳຣວດສອບສວນກາງ ຂອງໄທຍ

ເຈົ້າໜ້າທີ່ຕໍາຣວດ ສອບສວນກາງຂອງໄທຍ ໄດ້ຈັບກຸມ ນາງ ໂຊເຟັຽ ສັນຊາຕກັມພູຊາ ໃນຄວາມຜິດ ເປັນທຸຣະຈັດຫາ, ລໍ້ໄປ ຫຼື ນໍາພາໄປ ຊຶ່ງບຸກຄົນໃດ ເພື່ອໃຫ້ບຸກຄົນນຶ່ງ ກະທໍາການຄ້າປະເວນີ ໃນປະເທດ ເຖິງວ່າ ບຸກຄົນນັ້ນຈະຍິນຍອມກໍຕາມ.

ແລະ ເຈົ້າໜ້າທີ່ຕໍາຣວດ ໄດ້ຈັບກຸມຄົນລາວ 4 ຄົນ ຄື ນາງ ປູ, ນາງ ດາວ, ນາງ ວຽງ ແລະ ນາງ ເບນ ທັງໝົດອາຍຸກາຍ 18 ປີ ໃນຄວາມຜິດ ເຂົ້າມາມົ້ວສຸມ ໃນສະຖານການຄ້າປະເວນີ ເພື່ອປໂຍດໃນການຄ້າປະເວນີ ຂອງໂຕເອງ ແລະ ຄົນອື່ນ ແລະ ໃນຖານະຄວາມຜິດ ເຂົ້າເມືອງຜິດກົດໝາຍ.

ການຈັບກຸມບຸກຄົນດັ່ງກ່າວ ໄດ້ມີຂຶ້ນໃນວັນທີ 15 ມີນາ 2024 ທີີ່ຜ່ານມາ ຢູ່ ລີສອດ ໃນເຂດຕາແສງບ້ານບຶງ ເມືອງບ້ານບຶງ ແຂວງ ຊົນບູລີ.

ແມ່ຍິງລາວທັງ 4 ຄົນ ທີ່ຖືກຈັບນັ້ນ ໄດ້ຮັບສາລະພາບ ຕໍ່ເຈົ້າໜ້າທີ່ຕໍາຣວດວ່າ ເຂົາເຈົ້າມາເຊົ່າຫ້ອງພັກ ແລະ ຍິນຍອມຮັບງານຂາຍບໍລິການທາງເພດ ໄດ້ປະມານ 1 ເດຶືອນ.  ສ່ວນວ່າ ຕໍາຣວດ ກໍໄດ້ປັບໃໝເຂົາເຈົ້າ ຫຼັງຈາກນັ້ນ ກໍໄດ້ສົ່ງແມ່ຍິງລາວທັງ 4 ຄົນ ໄປສໍານັກງານກວດຄົນເຂົ້າເມືອງ ຂອງໄທຍ ເພື່ອກຽມສົ່ງກັບຄືນປະເທດລາວ. 

ພັນຕໍາຣວດເອກ ພັດທະນະພົງ ສີພິນເພາະ ຜູ້ບັງຄັບການປາບປາມການຄ້າມະນຸດ ກອງບັນຊາການຕໍາຣວດສອບສວນກາງ ຂອງໄທຍ ໄດ້ກ່າວຕໍ່ເອເຊັຽເສຣີ ໃນວັນທີ 19 ມີນາ ວ່າ:

(ພາສາໄທຍ) ຄົນລາວ ຖືກຈັໍບໃນເລື່ອງ ເປັນບຸກຄົນຕ່າງດ້າວ ເຂົ້າເມືອງຜິດກົດໝາຍ ເຮັດວຽກໂດຍບໍ່ໄດ້ຮັບອະນຸຍາດ, ກໍຄວາມຈິງກໍມີໂທດ ເລື່ອງຫຼົບໜີ ເຂົ້າເມືອງ ກໍມີໂທດຈໍາຄຸກ ແຕ່ສ່ວນໃຫຍ່ຖ້າເປັນບຸກຄົນ 3 ສັນຊາດ ຄື ລາວ, ພະມ້າ ແລະ ກັມພູຊາ ກໍເປັນຂໍ້ຍົກເວັ້ນ ກໍຜັກດັນໄດ້ເລີຍ, ການຄ້າປະເວນີ ຖ້າອາຍຸເກີນ ມັນຈະບໍ່ຜິດ ມັນຈະຜິດໃນຂໍ້ຫາຊັກຊວນ ຄົນມາຊື້ບໍລິການທາງເພດ ມັນກໍມີໂທດແຄ່ປັບ ບໍ່ໄດ້ຫຼາຍ ໂຕຄົນລາວ ກໍສົ່ງ ສໍານັກງານກວດຄົນເຂົ້າເມືອງ.

ສ່ວນວ່າ ນາຍໜ້າທີ່ເປັນຄົນກັມພູຊາ ກໍຈະຖືກດໍາເນີນຄະດີ ໃນຂໍ້ຫາເປັນນາຍໜ້າ ທີ່ຕິດຕໍ່ຊັກຊວນລູກຄ້າມາຊື້ບໍລິການ ໂດຍ ນາຍໜ້າຈະໄດ້ເງິນສ່ວນແບ່ງຄັ້ງລະ 200 ບາທ.

ເຈົ້າໜ້າທີີ່ຕໍາຣວດໄທຍ ທ່ານນີ້ ໄດ້ກ່າວຕື່ມອີກວ່າ:

(ພາສາໄທຍ) ຄົນກັມພູຊາ ຕ້ອງດໍາເນີນຄະດີ ເຣື່ອງເປັນທຸຣະ ຈັດຫາເປັນຄວາມຜິດຕາມ ພຣບ ປາບປາມການຄ້າປະເວນີ ໂທດຈໍາຄຸກ 1 ປີ ເຖິງ 20 ປີ ສ່ວນຄະດີ ກໍສົ່ງດໍາເນີນຄະດີ ສະຖານນີຕໍາຣວດພູທອນ ບ້ານບຶງ ແຂວງຊົນບູລີ.

ໃນຂັ້ນຕອນຕໍ່ໄປ ເຈົ້າໜ້າທີ່ໄທຍ ກໍຈະເຮັດໜັງສືແຈ້ງໄປຫາສະຖານທູດລາວປະຈໍາປະເທດໄທຍ ເພື່ອຜັກດັນ ຫຼື ສົ່ງບຸກຄົນເຫຼົ່ານັ້ນ ກັບຄືປະເທດ.

ເຈົ້າໜ້າທີ່ ສະຖານກົງສຸນໃຫຍ່ ຂອງລາວ ປະຈໍາແຂວງຂອນແກ່ນ ປະເທດໄທຍ ໄດ້ກ່າວຕໍ່ເອເຊັຽເສຣີ ວ່າ:

ແນ່ນອນແລ້ວ ເຂົາເຈົ້າກັກ ກັກແລ້ວ ຈະເຮັດໜັງສືແຈ້ງໄປຫາສະຖານທູດ ເຮົາເນາະ ແລ້ວເຂົາຈະຕັດສິນຄະດີແລ້ວ ແລ້ວເຂົາຊິສົ່ງກັບ ຜັກດັນກັບ ແລ້ວກໍ Blacklist ບາງເທື່ອ ມາຢູ່ຫຼາຍປີ ເພິ່ນກໍ Blacklist ບໍ່ໃຫ້ເຂົ້າປະເທດໄທຍ ຕາມນັ້ນແຫຼະ.

ການຂາຍບໍຣິການທາງເພດ ໃນບາງກໍລະນີ ຜູ້ຂາຍກໍຍິນຍອມສະໝັກໃຈ ແລະ ບາງກໍລະນີ ພໍ່ແມ່ ກໍບໍ່ຮູ້ວ່າ ລູກຂອງຕົນເອງມາເຮັດແບບນີ້.

ຄົນງານລາວ ຢູ່ໄທຍ ທ່ານນຶ່ງ ໄດ້ກ່າວຕໍ່ເອເຊັຽເສຣີ ວ່າ:

ເຣື່ອງການຂາຍບໍຣິການທາງເພດ ນາງຄົນ ເຂົາກໍຍິນຍອມ ກໍມີ ເປັນເດັກຮ້ານຄາຣາໂອກອກ ຄາຣາໂອເກະ ກໍມີ. ຖ້າເຮົາບໍ່ຢາກເຮັດ ເຮົາກໍບໍ່ເຂົ້າໄປສະໝັກ ບາງຄົນ ກໍມີການຍິນຍອມ ບາງຄົນ ກໍພໍ່ແມ່ ບໍ່ຮັບຮູ້ມີເດ້ ການຂາຍບໍລິການທາງເພດ ຖ້າພໍ່ແມ່ຮັບຮູ້ ພໍ່ແມ່ກໍບໍ່ໄດ້ວ່າຫຍັງ ພໍ່ແມ່ກໍໄດ້ເງິນຫັ້ນນ່າ.

ການໄປເຮັດວຽກວຽກ ຢູ່ປະເທດໄທຍ ມັນກໍເປັນທາງເລືອກໜຶ່ງ ໃນເວລາທີ່ເສຖກິຈຢູ່ປະເທດລາວຝືດເຄືອງ, ເງິນເດືອນພື້ນຖານຢູ່ເທດລາວ ຢູ່ທີ່ 3,000-4,000 ບາທ ສ່ວນວ່າ ເງິນເດືອນຢູ່ປະເທດ ທີ່ຄົນລາວໄດ້ 15,000​ ບາທ.

ຄົນງານລາວຢູ່ປະເທດໄທຍ ທ່ານດຽວກັນນີ້ ໄດ້ກ່າວວ່າ:

ເປັນຫຍັງຄົນລາວ ຄື ມາເຮັດວຽກຢູ່ໄທຍ ມັນມີຫຼາຍປັດໃຈ ນ່າ. ບາງຄົນກໍເຣື່ອງເຮົາທຸກ ເຮົາຍາກຫັ້ນນ່າ ບາງຄົນເດ້ ບາງຄົນມາໂດຍທີ່ວ່າ ກໍພໍຢູ່ ພໍກິນຢູ່ ກໍມາຫາດ້ວຍໃຈຂອງຕົນເອງ ເພາະວ່າ ໜຶ່ງມາ ຢູ່ບ້ານເຮົາ ຮຽນຈົບບໍ່ຈົບ ຈົບ ມໍ.7 ຫາວຽກການ ງານທໍາ ກໍເງິນເດືອນ ກໍລ້ານ ສອງລ້ານ ຫັ້ນນ່າ. ມັນກໍແທບຈະບໍ່ກຸ້ມກິນຫັ້ນນ່າ ມັນກໍຖາມວ່າ ມາຢູ່ໄທຍນີ້ ກໍດີບໍ່ ລວຍບໍ່ ມັນກໍບໍ່ເຖິງຂັ້ນວ່າລວຍ ກໍພໍຢູ່ ພໍກິນ ສະຖານະທາງຄອບຄົວ. ມັນກໍດີຂຶ້ນ ໜ້ອຍໜຶ່ງ ຫັ້ນະນ່າ ກໍບໍ່ໄດ້ຂາດເຂີນ ອິຫຍັງຂະໜາດນັ້ນ ແຕ່ຢູ່ບ້ານເຮົາ ມັນຊິບໍ່ມີກິນບໍ ມັນກໍເປັນແຕ່ບາງຄົນ ບາງຄົນກໍມັກ ໂດຍທີ່ວ່າ ບາງຄົນ ຄັນໄປເຮັດງານ ຢູ່ບ້ານເຮົາ ຜູ້ໃດກໍມີ ຜູ້ບໍ່ໄດ້ ກໍມີຫັ້ນນ່າ.

ສໍາລັບການຈັບນາຍໜ້າຊາວກັມພູຊາ ໃນຂໍ້ຫາຄ້າປະເວນີ ແມ່ຍິງລາວ ຄັ້ງນີ້ ຍ້ອນວ່າ ເຈົ້າໜ້າທີ່ຕໍາຣວດໄທຍ ໄດ້ຂໍ້ມູນວ່າ ຢູ່ໃນຣີສອດ ມີກຸ່ມແມ່ຍິງລາວ ມາລອກລອບຄ້າປະເວນີ ແລະ ເຈົ້າໜ້າທີ່ຕໍາຣວດຈຶ່ງວາງແຜນຈັບກຸມ ອີງຕາມຂໍ້ມູນຈາກ ກອງບັນຊາການຕໍາຣວດ ສອບສວນກາງຂອງໄທຍ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.