ການແຕ່ງດອງກ່ອນໄວ ສ່ຽງຕໍ່ການຕົກເປັນເຫຍື່ອ ຂອງການຄ້າມະນຸດ

ພອນ ພູມມີທອນ
2024.08.15
ການແຕ່ງດອງກ່ອນໄວ ສ່ຽງຕໍ່ການຕົກເປັນເຫຍື່ອ ຂອງການຄ້າມະນຸດ ແມ່ລູກອ່ອນໄວໜຸ່ມ ທີ່ຢູ່ເຂດຫ່າງໄກ ແຂວງພາກເໜືອ.
ຮູບພາບຈາກພົນລະເມືອງ

ໃນວັນທີ 8-9 ສິງຫາ 2024 ທີ່ຜ່ານມາ ສູນກາງຊາວໜຸ່ມລາວ ໄດ້ຈັດກິດຈະກໍາ ເຜີຍແຜ່ ຄວາມຮູ້ ກ່ຽວກັບຜົນກະທົບ ຈາກການແຕ່ງດອງ ໃນໄວເດັກ ຢູ່ເມືອງຄູນ ແລະ ເມືອງແປກ ແຂວງຊຽງຂວາງ ເພື່ອປ້ອງກັນ ບໍ່ໃຫ້ເດັກຍິງ ອາຍຸຕ່ໍາກວ່າ 18 ປີ ແຕ່ງດອງກັບຄົນຈີນ ແລ້ວມີຄວາມສ່ຽງ ຕົກເປັນຜູ້ຖືກເຄາະຮ້າຍ ຈາກການຄ້າມະນຸດ ແລະ ເພື່ອປ້ອງກັນການຖືພາ ກ່ອນໄວອັນຄວນ. ຕາມຄວາມເວົ້າຂອງ ເຈົ້າໜ້າທີ່ ສູນກາງຊາວໜຸ່ມລາວ ຍານາງນຶ່ງ ກ່າວຕໍ່ ວິທຍຸ ເອເຊັຍເສຣີ ໃນວັນທີ 15 ສິງຫາ ນີ້ວ່າ:

ບາງເທື່ອແຕ່ງດອງມາ ກໍບໍ່ຖືກ ບາງເທື່ອເຂົາເອົາເງິນມາໃຫ້ 50 ລ້ານ 100 ລ້ານ ແລ້ວເຂົາໄປຈີນພຸ້ນ ແລ້ວເຂົາເອົາໄປໃຊ້ ແນວນີ້ແນວນັ້ນ ບາງເທື່ອ ກໍເອົາໄປຂາຍ ກໍມີການສົນທະນາ ກໍແລກປ່ຽນນໍາພໍ່ແມ່ຜູ້ປົກຄອງ ເພື່ອບໍ່ໃຫ້ມາ ຜົນກະທົບຕໍ່ເດັກ ຜູ້ໃດ ທີ່ຈະເອົາຄົນຕ່າງປະເທດ ມັນຕ້ອງໄດ້ປະກອບ ເອກກະສານ ຖ້າວ່າ ເຮົາບໍ່ແຕ່ງຕາມລະບຽບ ກະທົບມາ ລັດຖະບານເຮົາ ເປັນຜູ້ແກ້ເນາະ ເປັນຜູ້ໄປຕ້ອນເອົາ” 

   ເຈົ້າໜ້າທີ່ແຂວງຊຽງຂວາງ ຜູ້ທີ 1 ກ່າວວ່າ ປັດຈຸບັນ ຄົນຈີນ ວາງເງິນຄ່າດອງເດັກຍິງ ອາຍຸຕ່ໍາກວ່າ 18 ປີ ໂດຍສະເພາະ ຊົນເຜົ່າມົ້ງ ສູງຂຶ້ນຈາກແຕ່ກ່ອນ ຈຶ່ງເຮັດໃຫ້ ພາກສ່ວນທີ່ກ່ຽວຂ້ອງ ຈັດກິດຈະກໍາ ເຜີຍແຜ່ຄວາມຮູ້ ກ່ຽວກັບຜົນກະທົບ ການແຕ່ງດອງໃນໄວເດັກ ດັ່ງ ທ່ານກ່າວວ່າ:

 “ເປັນຕົ້ນແມ່ນ ການແຕ່ງກັບຄົນຈີນ ທີ່ວ່າ ເຂົາເຈົ້າໄປແລ້ວ ໄປທາລຸນບໍ່ ໄປຂາຍຕໍ່ ມີຫຍັງຫັ້ນນ່າ ຄົນຈີນຫັ້ນວາງ ຄົນລາວວ່າຄ່າດອງອີ້ຫຍັງ 100 ລ້ານ ບໍ່ ອີຫຍັງ ຍາມນີ້ ກໍມີການເພີ່ມ ໂຄສະນາຊວນເຊື່ອ ໃຫ້ພໍ່ແມ່ຂະເຈົ້າ ຖ້າວ່າການຄ້າມະນຸດ ກໍສິແມ່ນຂາຍແຫລະເນາະ ຖ້າວ່າການແຕ່ງດອງ ກໍແມ່ນ ເອົາຮີດເອົາຄອງຫັ້ນແຫລະ ເອົາເງິນໃຫ້ຫລາຍ ເຂົາເຈົ້າກໍໃຫ້ຫັ້ນນ່າ” 

     ເຈົ້າໜ້າທີ່ແຂວງຊຽງຂວາງ ຜູ້ດຽວກັນນີ້ ກ່າວວ່າ ບໍ່ແມ່ນແຕ່ຄົນຈີນ ທີ່ເດັກຍິງອາຍຸຕ່ໍາກວ່າ 18 ປີ ແຕ່ງດອງນໍາ ແຕ່ລວມເຖິງ ການແຕ່ງດອງ ກັບຄົນລາວນໍາອີກ ,ແລ້ວ ຫລັງແຕ່ງດອງແລ້ວ ພວກເຂົາເຈົ້າ ຈະມີລູກທັນທີ ຈຶ່ງເປັນຫ່ວງ ດ້ານສຸກຂະພາບ ໄວຈະເລີນພັນ, ໂອກາດການພັດທະນາຕົນເອງ ທາງດ້ານຄວາມຮູ້ ຄວາມສາມາດ ແລະ ຄວາມທຸກຍາກ ທີ່ພວກເຂົາເຈົ້າ ຈະຕ້ອງປະເຊີນ. ດັ່ງ ທ່ານກ່າວວ່າ: 

 “ເປັນຫ່ວງທີ່ສຸດ ກໍແມ່ນ ສຸກຂະພາບໄວຈະເລີນພັນ ສຸກຂະພາບຂອງແມ່ ເນາະ ແລ້ວກໍໂອກາດທີ່ຈະມີຄວາມກ້າວໜ້າ ຫລື ການພັດທະນາຕົວເອງ ເພື່ອໃຫ້ມັນມີຢູ່ມີກິນຫັ້ນນ່າ ຄັນຖ້າແຕ່ງງານແລ້ວ ມັນບໍ່ມີວຽກເຮັດງານທໍາ ຮ່າງກາຍບໍ່ພ້ອມ ອີຫຍັງຫັ້ນ ມັນກໍຈະພາ ໃຫ້ຊາວໜຸ່ມ ເຍົາວະຊົນເຮົາທຸກ ສ່ວນຫລາຍຫັ້ນນ່າ ຄົນຊົນເຜົ່າ ອີຫຍັງຫັ້ນນ່າ ມັນກໍແຕ່ງງານກ່ອນໄວ ກິນຈຽງ ຫລື ບໍ່ ມີການລັກເອົາກັນ ທີ່ວ່າ ບໍ່ທັນຮອດອາຍຸ” 

     ເຈົ້າໜ້າທີ່ ແຂວງຊຽງຂວາງ ຜູ້ທີ 2 ກ່າວວ່າ ການແຕ່ງດອງໃນໄວເດັກ ຍັງເຮັດໃຫ້ ໂອກາດ ການປະຮ່າງກັນມີຫລາຍ ຍ້ອນ ຄູ່ຜົວເມັຽຍັງເດັກ ບໍ່ສາມາດຊວ່ຍກັນຫາເງິນ ສ້າງເສດຖະກິດ ຄອບຄົວໄດ້ ຈຶ່ງເຮັດໃຫ້ ເດັກຍິງຈຳນວນນຶ່ງ ຫັນໄປເປັນເມັຍຈີນ ສ່ວນເດັກຊາຍ ແລະ ເດັກຍິງ ອີກຈໍານວນນຶ່ງ ຫັນໄປເຮັດວຽກ ໃນສະຖານທີ່ບັນເທິງ ຖ່າຍທອດສົດ ເຕັ້ນຜ່ານແອພພິເຄຊັ່ນ ບໍຣິການຄົນຈີນ - ດັ່ງ ທ່ານກ່າວວ່າ: 

 “ບໍ່ມີອາຊີພເນາະ ທໍາມາຫາກິນ ອີຫຍັງຕ່າງໆ ນ່າ ແລ້ວມີການຜິດຖຽງກັນຢູ່ໃນຄອບຄົວ ມີການປະຮ້າງກັນຫລາຍ ໄດ້ສໍາພາດນໍາຄົນມົ້ງຫັ້ນແຫລະ ຫລັງຈາກປະຮ້າງ ເຂົາເຈົ້າພັດໄປຫາເງິນບໍ່ ຫລື ເອົາຜົວຈີນບໍ່ ຫລືວ່າ ໄປເຕັ້ນໄປຫຍັງ ພວກຈີນເຂົາເຈົ້າ ສົ່ງຄລິບ ສົ່ງຫຍັງເດ້ ຄື ໜອງແຮດນີ້ ຕິດອັນດັບນຶ່ງເນາະ ໃນການປະລະຫັ້ນນ່າ ຊົນເຜົ່າມົ້ງ ຕໍ່ມາ ກໍເມືອງໝອກ ຫລາຍ ທີ່ມັກປະລະຫລາຍ ອອກໄປເອົາຜົວເອົາເມັຍນ່າ” 

    ໃນປີ 2023 ທີ່ຜ່ານມາ ຄະນະຮັບຜິດຊອບວຽກງານ ຕ້ານການຄ້າມະນຸດ ແຂວງຊຽງຂວາງ ໄດ້ຊ່ອຍເຫລືອເດັກຍິງ ມົ້ງລາວ ອາຍຸຕ່ໍາກວ່າ 18 ປີ ທີ່ມີຖານະທຸກຍາກ ຈໍານວນ 1 ຄົນ ພາຍຫລັງ ໄປເຮັດວຽກເປັນກໍາມະກອນ ຢູ່ສວນກ້ວຍຈີນ ທີ່ແຂວງຫລວງນ້ໍາທາ ແລ້ວຖືກຜູ້ຊາຍຈີນຕົວະແຕ່ງດອງ ທັ້ງໆທີ່ອາຍຸເຂົາເຈົ້າ ຍັງບໍ່ທັນກະສຽນເທື່ອ, ເມື່ອນາງໄປຮອດຈີນແລ້ວ ກໍມີລູກນໍາຜົວຈີນ 2 ຄົນ ແລ້ວມາຮອດປີນີ້ ເດັກຍິງມົ້ງ ຜູ້ລາວຄົນນີ້ ທົນສະພາບການຢູ່ກັບຜົວ ໃນປະເທດຈີນບໍ່ໄຫວ ຈຶ່ງໄດ້ຫລັກໜີ ອອກມາຂໍຄວາມຊ່ວຍເຫລືອ ນໍາເຈົ້າໜ້າທີ່ຫວຽດນາມ ທີ່ດ່ານສາກົນປາກຫົກ ເມືອງໃໝ່ ແຂວງຜົ້ງສາລີ ທາງຄະນະຮັບຜິດຊອບວຽກງານ ຕ້ານການຄ້າມະນຸດ ໃນເຂດດັ່ງກ່າວ ຈຶ່ງໄດ້ຊ່ອຍນາງກັບບ້ານຢູ່ລາວ.

ເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ແຂວງຊຽງຂວາງ ຜູ້ທີ 3 ກ່າວຕໍ່ວິທຍຸ ເອເຊັຍເສຣີ ໃນວັນທີ 19 ທັນວາ 2023 ທີ່ຜ່ານມາ ນີ້ວ່າ: 

 “ຢາກກັບ ຄືຊິແມ່ນ ໄປຢູ່ພຸ້ນ ເຫັນສະພາບເຂົາບໍ່ດີແລ້ວ ກັບ, ຕອນທີ່ຈະໄປທໍາອິດ ຜູ້ກ່ຽວຫັ້ນ ຍັງອາຍຸ ຍັງນ້ອຍເດ້ເນາະ ແລະ ໄປເປັນກໍາມະກອນ ເຮັດຢູ່ສວນກ້ວຍຂອງຈີນບໍ່ ຢູ່ອັນນ່າ ຫລວງນ້ໍາທາເຮົານີ້ແຫລະ ແລ້ວບາດນີ້ ຈີນ ແລ້ວແມ່ນ ຕົວະເອົາເຂົ້າໄປຈີນເລີຍຫັ້ນນ່າ ແບບວ່າ ເອົາເປັນເມັຍບໍ່ ນີ້ນ່າ ຜູ້ກ່ຽວກໍຕົກລົງ ຮັບເປັນເມັຍແລ້ວ ຜູ້ກ່ຽວກໍເອົາໄປເລີຍ” 

   ກອງທຶນປະຊາກອນ ແຫ່ງສະຫະປະຊາຊາດ ໄດ້ເປີດເຜີຍ ການສໍາລວດ ດັດຊະນີສັງຄົມລາວຄັ້ງທີ 3 ລະບຸວ່າ ລາວເປັນປະເທດທີ່ມີອັດຕາ ການຖືພາ ແລະ ແຕ່ງດອງໃນໄວໜຸ່ມ ສູງທີ່ສຸດ ໃນອາຊ່ຽນ ໂດຍ 30.5% ຂອງແມ່ຍິງ ໄດ້ແຕ່ງງານກ່ອນອາຍຸ 18 ປີ ແລະ 17.4% ມີລູກຄົນທໍາອິດ ກ່ອນອາຍຸ 18 ປີ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.