ເຣື້ອງທີ່ເກັບບັນທຶກໄວ້
2022-11-17
ຣັຖບານລາວ ວາງແຜນການ ຟື້ນຟູປ່າໄມ້ ສະບັບໃໝ່, ມີເປົ້າໝາຍ ເຮັດໃຫ້ປ່າໄມ້ ປົກຫຸ້ມພື້ນທີ່ ຂອງປະເທດ ໃຫ້ໄດ້ 70% ໃນປີ 2035 ຍ້ອນວ່າ ແຜນການເກົ່າ ທີ່ວ່າຈະເຮັດໃຫ້ໄດ້ 70% ໃນປີ 2020 ນັ້ນລົ້ມແຫລວ ຂະນະທີ່ ປະຊາຊົນເຫັນວ່າ ເປັນເຣື່ອງຍາກ ທີ່ຈະປະຕິບັດໄດ້ ເນື່ອງຈາກ ປ່າໄມ່ຖືກຕ່າງປະເທດ ສັມປະທານ ເຮັດໂຄງການຈຳນວນຫຼາຍ.
2022-11-17
ຣັຖບານອອສເຕຣເລັຽ ແຈ້ງເຕືອນພົລເມືອງ ຊາວອອສເຕຣເລັຽ ໃຫ້ລະມັດລະວັງ ໃນການເດີນທາງ ໄປແຂວງບໍ່ແກ້ວ ໂດຍສະເພາະ ເຂດເສຖກິຈພິເສດ ສາມຫຼ່ຽມຄໍາ ເພາະເປັນເຂດ ທີ່ມີອາຊຍາກັມ, ຢາເສບຕິດ ແລະການຄ້າມະນຸສຫຼາຍ.
2022-11-16
ອົງການພັທນາສາກົລ ຂອງປະເທດສະຫະຣັຖ ອາເມຣິກາ ຫຼື USAID ແລະ ອົງການອະນາມັຍໂລກ (WHO) ໄດ້ມອບອຸປະກອນ ທາງການແພດ ເພື່ອໃຊ້ໃນການ ປ້ອງກັນເຊື້ອໂຄວິດ-19 ແລະພຍາດ ຣະບາດອື່ນໆ ໃຫ້ແກ່ກະຊວງ ສາທາຣະນະສຸຂ ຂອງລາວ ໂດຍມີມູນຄ່າ ຮວມ 2,000,000 ໂດລ້າຣ໌ສະຫະຣັຖ.
2022-11-16
ປັດຈຸບັນ ມີກຸ່ມຄົນຈຳນວນນຶ່ງ ຊຶ່ງຄາດວ່າຈະເປັນຊາວບ້ານ ໃນພື້ນທີ່ໄປລັກຂຸດຄົ້ນເອົາແຮ່ຄຳ ຢູ່ຕາມຊາຍແດນ ລາວ-ວຽດນາມ ໃນເຂດເມືອງພູວົງ ແລະ ເມືອງຊານໄຊ ແຂວງອັດຕະປື ໂດຍການກະທຳດັ່ງກ່າວຖືວ່າ ບໍ່ຖືກຕ້ອງ ແລະຜິດກົດໝາຽ.
2022-11-16
ຜແນກສຶກສາທິການ ແລະກິລາ ນະຄອນຫລວງວຽງຈັນ ອອກແຈ້ງການເກັບເງິນ ຈາກຫລາຍພາກສ່ວນ ເພື່ອເປັນທຶນສນັບສນຸນ ໃຫ້ຂະບວນນັກກິລາ ໃນຂະນະທີ່ ມີທັງຜູ້ທີ່ເຫັນດີນຳ ແລະ ຜູ້ທີ່ບໍ່ເຫັນດີ ໂດຍສະເພາະ ທາງພາກສ່ວນ ທີ່ກ່ຽວຂ້ອງ ຕ້ອງຂໍງົບປະມານຣັຖ ບໍ່ສົມຄວນເກັບ ນຳຜູ້ໄດ້ເງິນເດືອນໜ້ອຍ.
2022-11-16
ການຫລຸດລົງ ແລະ ຕາຍໄປຂອງປາຂ່ານ້ໍາຈືດ ໃນເຂດວັງສງວນແມ່ນ້ໍາຂອງ ຢູ່ເມືອງໂຂງ ແຂວງຈໍາປາສັກ ເຮັດໃຫ້ຊາວບ້ານ ທີ່ມີວິຖີຊີວິຕ ຕິດພັນກັບການທ່ອງທ່ຽວ ຕ້ອງປັບໂຕໃໝ່ ເພາະວ່າ ຂາດຣາຍໄດ້ຈາກການນຳພາ ນັກທ່ອງທ່ຽວ ໄປເບິ່ງປາຂ່ານ້ຳຈືດ.
2022-11-16
ຕຳຣວດ ສູນປາບປາມ ການລັກລອບ ຕັດໄມ້ ທຳລາຍປ່າ ຊັພຍາກອນ ທັມມະຊາຕ ແລະ ສິ່ງແວດລ້ອມ ຂອງໄທຍ ໄດ້ຈັບ ຊາຍໄທຍ ທີ່ຕ້ອງສົງສັຍ ລັກລອບ ນ້ຳເສືອໂຄ່ງ ສາຍພັນເບັງກໍລ໌ ຈາກ ປະເທດລາວ ເຂົ້າໄປຂາຍ ໃນປະເທດໄທຍ.
2022-11-15
ເຈົ້າຂອງໂຮງແຮມ ແລະເຮືອນພັກ ຈຳເປັນຕ້ອງໄດ້ຂຶ້ນລາຄາ ຄ່າຫ້ອງ ເພາະເປັນຣະດູ ນັກທ້ອງທ່ຽວ ມາທ່ຽວຫຼາຍ ຫຼື ໄຮຊີຊັນ (High Season), ສິ່ງສຳຄັນ ສິ້ນຄ້າແພງຂຶ້ນ, ເງິນກີບເຟີ້ ແລະອ່ອນຄ່າລົງຫຼາຍ ກາຍເປັນຕົ້ນທຶນທີ່ສູງ ຊຶ່ງເປັນສາຍເຫດຕົ້ນໆ ໃນການຂຶ້ນລາຄາ.
2022-11-15
ສະຫະຣັຖ ອາເມຣິກາ ຊ່ອຍສ້າງໂຮງຮຽນ ມັທຍົມສົມບູນ ສີວິໄລ ຢູ່ເມືອງໄຊບົວທອງ ແຂວງຄໍາມ່ວນ, ເປັນອາຄານ 2 ຊັ້ນ, 8 ຫ້ອງຮຽນ, ມີຄວາມສະດວກ ສໍາລັບນັກຮຽນ ແລະຄຣູ-ອາຈານ ຊຶ່ງມູນຄ່າ ການກໍ່ສ້າງ ທັງໝົດ 646,000 ໂດລ້າຣ໌ສະຫະຣັຖ.
2022-11-15
ເກີດເຫຕຄົນງານຈີນຫຼາຍຄົນ ລຸມຕີຄົນລາວ ຢູ່ໂຮງງານຈີນແຫ່ງນຶ່ງ ເຂດເມືອງເຊໂປນ ແຂວງສວັນນະເຂດ ແຕ່ພາກສ່ວນທີ່ກ່ຽວຂ້ອງ ຍັງບໍ່ສາມາດລະບຸໄດ້ວ່າ ເປັນຍ້ອນຫຍັງ ແຕ່ບໍ່ວ່າສາເຫຕ ຈະມາຈາກຫຍັງກໍຕາມ ນີ້ບໍ່ແມ່ນເທື່ອທຳອິດ ທີ່ຄົນລາວຖືກກະທຳ ແລ້ວກໍມິດງຽບໄປ ໂດຍອຳນາດ ການປົກຄອງ ບໍສາມາດປົກປ້ອງ ປະຊາຊົນຂອງຕົນໄດ້.
2022-11-15
ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ກາຍເປັນປະຕູ ການຄ້າຢາເສບຕິດ ທີ່ສ່ວນໃຫຍ່ ມາຈາກປະເທດພະມ້າ, ແຕ່ ປີ 2021 ມາຮອດປັດຈຸບັນ, ຕໍາຣວດເມືອງນີ້ ຍຶດຢາບ້າໄດ້ 49 ລ້ານປາຍເມັດ, ຢາໄອ້ຊ໌ 501 ກິໂລ, ຢາເຄຕາມິນ 67 ກິໂລ ລວມສິ່ງຂອງ ທີ່ໃຊ້ອຳນວຍຄວາມສະດວກ ໃນການຂົນຢາເສບຕິດ ອີກຫຼາຍຣາຍການ.
2022-11-15
ອົງການຈັດຕັ້ງ ພາກປະຊາສັງຄົມຂອງໄທຍ ຈັດງານລຳລຶກ ເຖິງຄຸນງາມຄວາມດີ ຂອງທ່ານ ສົມບັດ ສົມພອນ ໃນໂອກາດ ໃກ້ຈະຄົບຮອບ 10 ປີ ທີ່ທ່ານ ຖືກລັກພາໂຕ ຊຶ່ງທີ່ຜ່ານມາ ຫຼາຍພາກສ່ວນ ໄດ້ຮຽກຮ້ອງໃຫ້ ທາງການລາວ ຕິດຕາມແລະຣາຍງານ ຄວາມຄືບໜ້າ ແຕ່ທາງການລາວ ໃຊ້ວິທີມິດງຽບ.
2022-11-14
ປະກອບການ ໃນປະເທດລາວ ກໍຍັງລໍຖ້າມາຕການ ແກ້ໄຂຂອງ ພາກຣັຖບານ ກ່ຽວກັບການຄວບຄຸມ ເງິນເຟີ້ເພີ່ມສູງຂຶ້ນ ຢ່າງຕໍ່ເນື່ອງ ແລະຕອນນີ້ ຍັງປະຄອງທຸຣະກິຈ ໄປໄດ້ຢູ່ ແຕ່ໃນອະນາຄົຕ ອັນໃກ້ນີ້ອາຈມີຫລາຍກິຈການ ຕ້ອງໄດ້ປິດການດຳເນີນ ທຸຣະກິຈໄປ.
2022-11-14
ປັຈຸບັນ ຄົນວຽດນາມ ແລະ ຈີນ ເປີດຮ້ານຮັບ ຊື້-ຂາຍ ເຫລັກເສດ ຫລາຍຂຶ້ນ ເຊິ່ງເປັນການຍາດອາຊີພຄົນລາວ ຂະນະທີ່ຊາວລາວ ຢາກໃຫ້ທາງການຄວບຄຸມ ແລະ ແກ້ໄຂ ເນື່ອງຈາກ ມີຜົລກະທົບຕໍ່ ຮ້ານຄ້າ-ຂາຍ ເຫລັກເສດ ຂອງຄົນລາວ ແລະ ເກີດບັນຫາ ຄົນລັກເຫລັກໄປຂາຍ ກາຍເປັນບັນຫາສັງຄົມ.
2022-11-14
ທາງການລາວ ສາມາດຊ່ອຍເຫລືອ ຜູ້ຕົກເປັນເຫຍື່ອ ການຄ້າມະນຸສ ຢູ່ແຂວງບໍ່ແກ້ວໄດ້ 1,225 ຄົນ, ຢ່າງໜ້ອຍ 13 ສັນຊາຕ ຂະນະທີ່ຄົນລາວ ຢາກໃຫ້ພາກສ່ວນທີ່ກ່ຽວຂ້ອງ ດໍາເນີນການ ປາບປາມຂະບວນການ ຄ້າມະນຸສ ຢ່າງເຂັ້ມງວດຕື່ມ.