ສະຫະຣັຖ ຊ່ອຍສ້າງໂຮງຮຽນ ມັທຍົມ ສົມບູນ ສີວິໄລ ແຂວງຄຳມ່ວນ

ຈຳປາທອງ
2022.11.15
ສະຫະຣັຖ ຊ່ອຍສ້າງໂຮງຮຽນ ມັທຍົມ ສົມບູນ ສີວິໄລ ແຂວງຄຳມ່ວນ ໂຮງຮຽນ ມັທຍົມ ສົມບູນ ສີວິໄລ ແຫ່ງໃໝ່ ມູນຄ່າການກໍ່ສ້າງ 646,000 ໂດລ້າຣ໌ ສະຫະຣັຖ ຊຶ່ງເປັນນຶ່ງ ໃນ 6 ໂຄງການ ທີ່ສະຫະຣັຖ ອາເມຣິກາ ໄດ້ສນອງໃຫ້ແກ່ ແຂວງຄຳມ່ວນ, ວັນທີ 27 ຕຸລາ ປີ 2022.
ຮູບພາບ: U.S. Embassy in Vientiane

ກອງບັນຊາການ ກອງທັບສະຫະຣັຖອາເມຣິກາ ປະຈໍາພາກພື້ນອິນໂດ-ປາຊີຟິກ ສ້າງໂຮງຮຽນມັທຍົມສົມບູນ ສີວິໄລ ແຫ່ງໃໝ່ ຢູ່ເມືອງໄຊບົວທອງ ແຂວງຄໍາມ່ວນ ໃຫ້ເດັກນ້ອຍນັກຮຽນ ຊຶ່ງມີທັງເດັກນ້ອຍ ຊົນເຜົ່າຜູ່ໄທ, ຊົນເຜົ່າມັງກອງ ທີ່ມີອາຍຸແຕ່ 12-18 ປີ ຫລື ນັກຮຽນຊັ້ນ ມ.1-ມ.7 ຢູ່ໃນ 15 ບ້ານ ພາຍຫລັງພວກເດັກນ້ອຍ ຈໍານວນນຶ່ງ ບໍ່ມີຫ້ອງຮຽນ ຫລື ມີຫ້ອງຮຽນ ແບບປະຖົມປະຖານ, ພື້ນເປັນດິນ, ຝາເປັນໄມ້ເຮັ້ຽ, ຫລັງຄາມຸງສັງກະສີ, ເຮັດໃຫ້ຮ້ອນເອົ້າ ໃນຍາມຮ້ອນ ແລະຍາມໜາວ ກໍໜາວຫລາຍ ແລະເປື້ອນເປິະ ຍ້ອນເປັນຂີ້ຕົມໃນຣະດູຝົນ. ພວກນັກຮຽນ ພາກັນປະລະການຮຽນ ໄປອອກແຮງງານ ຫາເງິນ, ອີງຕາມ ຄໍາເວົ້າ ຂອງເຈົ້າໜ້າທີ່ ປະສານງານໂຄງການ ພັທນາຊັພຍາກອນມະນຸສ ລະຫວ່າງສະຖານທູຕ ອາເມຣິກາ ແລະແຂວງຄໍາມ່ວນ ຕໍ່ວິທຍຸ ເອເຊັຽ ເສຣີ ໃນມື້ວັນທີ 15 ພຶສຈິການີ້.

ໂຮງຮຽນກໍແບບຄົນເຮັດເອົາ ແລ້ວກໍພື້ນດິນທັມມະດານີ້ ເປັນຕົ້ນ ຣະດູຮ້ອນກໍຮ້ອນເກີນໄປ ກໍນັກຮຽນກໍບໍ່ມີສະມາທິຫັ້ນແຫລະ ຣະດູຝົນກໍຝົນຊະໃສ່ອີ່ຫຍັງ ພື້ນກໍປຽກແຫລະ ນໍ້າໄຫລເຂົ້າ ຣະດູໜາວກໍໜາວແຮງ ມີລົມມີອັນນັ້ນພັດ ນັກຮຽນຊຸດເກົ່າ ສົກຮຽນ 2021-2022 ປະລະການຮຽນ ໄປເຮັດວຽກເຮັດງານໝົດ ຢູ່ນະຄອນຫລວງວຽງຈັນ ຢູ່ສວັນນະເຂດ ຢູ່ໄທຍກໍມີ ຜູ້ທີ່ບໍ່ໄດ້ຮຽນໃນໄລຍະຜ່ານມາຫັ້ນ ອອກໂຮງຮຽນ.

ໂຮງຮຽນ ມັທຍົມສົມບູນ ສີວິໄລ ທີ່ສະຫະຣັຖອາເມຣິກາ ໃຫ້ການຊ່ອຍເຫລືອ ສ້າງ, ອີງຕາມຄໍາເວົ້າຂອງເຈົ້າໜ້າທີ່ ປະສານງານ ໂຄງການການພັທນາ ຊັພຍາກອນມະນຸສ ລະຫວ່າງ ສະຖານທູຕ ສະຫະຣັຖອາເມຣິກາ ແລະແຂວງຄໍາມ່ວນ ຜູ້ດຽວກັນນີ້ ແລ້ວແມ່ນວ່າ ເປັນອາຄານ 2 ຊັ້ນ, 8 ຫ້ອງຮຽນ, ມີຫ້ອງ ນໍ້າແຍກກັນຕ່າງຫາກ ສໍາລັບນັກຮຽນ ແລະ ຄຣູ-ອາຈານ, ມີຫ້ອງຄົວ ແລະຫ້ອງສ່ວນຕົວ ຂອງຄຣູ-ອາຈານ, ມີໂຕະ-ຕັ່ງພຽບພ້ອມ, ມີໄຟຟ້າ ແລະພັດລົມ ທີ່ໄດ້ມາຕຖານ.

ຖາວອນແຂງແຮງເນາະ ແລ້ວວິຊາການ ເຂົາເຈົ້າເວົ້າ ກະໂຕຫລັງນີ້ ເປັນທີ່ວ່າໂຮງຮຽນ ແຂງແຮງກວ່າໝູ່ໝົດໃນທີ່ວ່າ ເພິ່ນໃຫ້ທຶນຫັ້ນ ມີແຕ່ສ້າງໂຮງຮຽນໃຫ້ ແລ້ວກໍ ມີແຕ່ໂຕະ-ຕັ່ງ ກະດານນໍາ ດອກຟືນດອກໄຟ ພັດລົມຢູ່ໃນຫ້ອງ ເພິ່ນມາເອົາຂໍ້ມູນຫລາຍຄັ້ງ ເພິ່ນກໍມາເຫັນຄວາມຈໍາເປັນ ບ່ອນໂຮງຮຽນຫລັງເກົ່າກໍເປ່ເພຫລາຍເນາະ ເພິ່ນກໍໃຫ້ທຶນສ້າງ.

ເຈົ້າໜ້າທີ່ ພາກປະຊາສັງຄົມ ຫລື ອົງການຈັດຕັ້ງ ທີ່ບໍ່ຂຶ້ນກັບຣັຖບານ ທີ່ເຮັດວຽກກ່ຽວກັບການສຶກສາ ໃນປະເທດລາວ ເວົ້າໃນມື້ດຽວກັນນີ້ວ່າ ເຖິງແມ່ນ ໂຮງຮຽນມັທຍົມສົມບູນ ສີວິໄລ ຫລັງໃໝ່ນີ້ ຈະຖືກສ້າງຂຶ້ນ ໂດຍໄດ້ຮັບການສນັບສນຸນ ຈາກສະຫະຣັຖ ອາເມຣິກາ ແລະທາງການແຂວງຄໍາມ່ວນ ກໍດີ, ແຕ່ເມື່ອເບິ່ງສະພາບຕົວຈິງແລ້ວ ເດັກນ້ອຍນັກຮຽນຊົນເຜົ່າໃນ 15 ບ້ານ ທີ່ຢູ່ໃນເປົ້າໝາຍ ຂອງໂຮງຮຽນ ມັທຍົມ ສົມບູນແຫ່ງໃໝ່ນີ້ ມີເຮືອນຢູ່ໄກ ຈາກໂຮງຮຽນ ເຖິງ 7-8 ຫລັກ ແລະໃກ້ສຸດກໍແມ່ນ 3-4 ຫລັກ ຊຶ່ງອາດເຮັດໃຫ້ ພວກເດັກນ້ອຍ ບໍ່ຢາກໄປຮຽນຕໍ່ ຊັ້ນມັທຍົມ ຕອນປາຍ ຄືແຕ່ ມ.5-ມ.7 ເນື່ອງຈາກ ບໍ່ມີຣົຖຖີບ ຫລື ຣົຖຈັກ ຂີ່ໄປໂຮງຮຽນ, ແລະອີກຢ່າງນຶ່ງ ພວກເຂົາເຈົ້າສ່ວນຫລາຍ ກໍທຸກຍາກ, ພາກັນອອກໂຮງຮຽນຫລາຍ ຫລັງຈາກ ຈົບຊັ້ນມັທຍົມ ຕອນຕົ້ນ ຄື ມ.1-ມ.4, ດັ່ງນັ້ນ ຈຶ່ງຄວນມີຫໍພັກ ໃຫ້ເດັກນ້ອຍນັກຮຽນ ຊົນເຜົ່າ ເພື່ອເປີດໂອກາດ ໃຫ້ພວກເຂົາເຈົ້າ ໄດ້ເຂົ້າໂຮງຮຽນຕໍ່.

ດັ່ງທີ່ ທ່ານກ່າວວ່າ:

ຫລາຍບ້ານ ມາຢູ່ກິນ ນອນຢູ່ຫັ້ນ ເວລາເຂົາເຈົ້າຢາກເມືອ ກໍຄືວັນເສົາໃຫ້ເຂົາເຈົ້າເມືອ ບ້ານມັນກໍໄກເນາະເປັນ 6-7 ຫລັກ ມາໂຮງຮຽນທຽວມາຫັ້ນນ່າ ເວລາກິນເຂົ້າທ່ຽງ ກໍບໍ່ມີບ່ອນຢູ່ ຕົວຢ່າງຫັ້ນນ່າ.

ຊາວບ້ານ ບ້ານນາຂາມ ເມືອງໄຊບົວທອງ ຜູ້ນຶ່ງເວົ້າຕໍ່ວິທຍຸ ເອເຊັຽ ເສຣີ ໃນມື້ວັນທີ 15 ພຶສຈິການີ້ວ່າ ທີ່ຜ່ານມາ ຢູ່ບ້ານນາຂາມນີ້ ບໍ່ມີໂຮງຮຽນ ມັທຍົມ ແຕ່ ມ.1-ມ.7 ເຮັດໃຫ້ເດັກນ້ອຍ ນັກຮຽນ ຕ້ອງໄດ້ພາກັນໄປເຂົ້າຮຽນ ຢູ່ປາກຊ່ອງ ທີ່ໄກຈາກບ້ານ 3-4 ຫລັກ, ແຕ່ດຽວນີ້ ເມື່ອມີໂຮງຮຽນ ມັທຍົມສົມບູນ ສີວິໄລ ແລ້ວ, ພວກເດັກນ້ອຍນັກຮຽນຊັ້ນ ມ.1-ມ.7 ກໍພາກັນເລືອກໄປຮຽນ ລະຫວ່າງ 2 ໂຮງຮຽນນີ້, ໂຮງຮຽນໃດໄປສະດວກກວ່າ ກໍໄປຮຽນໂຮງຮຽນນັ້ນ.

ເອີ! ກໍໄດ້ຮັບຜົນດີແຫລະ ຍ້ອນເຂົາເຮັດ ມັນກໍສະດວກສະບາຍ ໂຮງຮຽນມັນທັງຮ້ອນເດ້ລະ ມັນມີໂຕະມີຕັ່ງຄົບຊຸດແລ້ວ ໂຮງຮຽນ 2 ຊັ້ນ ຄັກພຸ້ນນ່າ ຈູງໃຈໃຫ້ພໍ່ແມ່ນັກຮຽນ ຜູ້ປົກຄອງນໍາໃຊ້ໄດ້ໂຮງຮຽນຖາວອນ.

ຜູ້ປົກຄອງນັກຮຽນ ຢູ່ບ້ານນາຫລວງ ເມືອງໄຊບົວທອງ ເວົ້າວ່າ ນັບຕັ້ງແຕ່ສົກ ຮຽນ 2022-2023 ໄດ້ເປີດຮຽນ 2 ເດືອນປາຍມານີ້ ໃນບ້ານນາຫລວງ ມີເດັກນ້ອຍນັກຮຽນ ທີ່ຮຽນຈົບຊັ້ນ ມ.4, ມ.5 ແລະ ມ.6 ໄປຮຽນຕໍ່ ຢູ່ໂຮງຮຽນ ມັທຍົມສົມບູນ ສີວິໄລ ຜູ້ນຶ່ງ ຫລື ສອງຄົນເທົ່ານັ້ນ ຍ້ອນຄອບຄົວມີຖານະດີ,  ບໍ່ໄດ້ອອກໂຮງຮຽນ ໄປເຮັດວຽກ ຄືກັນກັບໝູ່ ຈໍານວນຫລາຍ ທີ່ທຸກຍາກ ແລະເຖິງແມ່ນວ່າ ບ້ານນາຫລວງ ຈະຢູ່ຫ່າງໄກ ຈາກໂຮງຮຽນ ມັທຍົມສົມບູນ ສີວິໄລ 7-8 ຫລັກ ແຕ່ເດັກນ້ອຍນັກຮຽນ ທີ່ມີຖານະດີ ກໍຂີ່ຣົຖຈັກໄປຮຽນໄດ້.

ໂອ໋ ເຮົາມີນັກຮຽນ ຜູ້ຕໍ່ປີນີ້ ກໍມີ 1 ຫລື 2 ຄົນ ໄປຕໍ່ ມ.5, ມ.6, ມ.7 ນ່າ. ສ່ວນຫລາຍແລ້ວ ເຂົາຮຽນຈົບມັທຍົມຕອນຕົ້ນ ແລ້ວເຂົາຢ່າ. ຜູ້ມີເງິນແລ້ວໄປຕໍ່.

ໂຮງຮຽນ ມັທຍົມສົມບູນ ແຫ່ງໃໝ່ນີ້ ມີມູນຄ່າການກໍ່ສ້າງ ທັງໝົດ 646,000 ໂດລ້າຣ໌ ສະຫະຣັຖ, ໄດ້ເຣີ່ມກໍ່ສ້າງມາ ຕັ້ງແຕ່ ເດືອນຕຸລາ 2021 ແລະ ສ້າງສໍາເຣັດໃນເດືອນກັນຍາ 2022 ນີ້ ແລະມາເຖິງວັນທີ 27 ຕຸລາທີ່ຜ່ານມາ ຢູ່ໂຮງຮຽນ ມັທຍົມສົມບູນ ສີວິໄລ ກໍໄດ້ມີພິທີມອບ-ຮັບ ໂຮງຮຽນ ລະຫວ່າງ ທ່ານ ປີເຕີຣ໌ ເຮມ໋ອນດ໌ ເອກອັກຄະຣັຖທູຕ ສະຫະຣັຖ ອາເມຣິກາ ປະຈໍາລາວ ແລະ ດຣ. ແກ້ວອຸດອນ ບຸດສິງຂອນ ຮອງເຈົ້າແຂວງແຂວງຄໍາມ່ວນ ແລະມີຜູ້ນໍາຂັ້ນສູນກາງ, ຂັ້ນແຂວງ ແລະຂັ້ນທ້ອງຖິ່ນເຂົ້າຮ່ວມ, ອີງຕາມຂໍ້ມູນ ຈາກເພຈເຟສບຸກຄ໌ ຂອງສະຖານທູຕ ສະຫະຣັຖ ອາເມຣິກາ ປະຈໍາ ສປປ ລາວ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.