ເຣື້ອງທີ່ເກັບບັນທຶກໄວ້
2024-10-18
ໂຄງການທາງດ່ວນ ວຽງຈັນ-ຮາໂນ້ຍ ໄລຍະທາງ 700 ປາຍກິໂລແມັດ ແລະໂຄງການເສັ້ນທາງລົດໄຟ ວຽງຈັນ-ທ່າເຮືອ ຫວຸ໋ງອ໋າງ ໄລຍະທາງ 550 ປາຍກິໂລແມັດ ມາຮອດດຽວນີ້ ທັງ 2 ໂຄງການ ກະຍັງບໍ່ມີຄວາມຄືບໜ້າ ຍ້ອນບໍ່ມີງົບປະມານລົງທຶນ.
2024-10-18
ໂຄງການປັບປຸງແລະສ້ອມແປງ ເສັ້ນທາງຫຼວງແຫ່ງຊາດເລກທີ 13 ເໜືອແຕ່ສາມແຍກສີໄຄຫາສີ່ແຍກສີເກີດ, ມີການປັບປຸງມາຫຼາຍປີ ແລະປ່ຽນບໍລິສັດຮັບເໝົາຢູ່ຕະຫຼອດຈົນເກີດຄວາມຫຼ້າຊ້າກໍ່ຍ້ອນວ່າມີການສໍ້ລາດບັງຫຼງໃນໂຄງການຫຼາຍເທື່ອ.
2024-10-18
ການສໍາຫຼວດຕິດຕາມຄົວເຮືອນ ຮອບທີ 9 ຂອງທະນາຄານໂລກ ປະຈໍາລາວ ທີ່ໄດ້ດໍາເນີນໃນທົ່ວປະເທດ ໃນເດືອນພຶດສະພາ ຫາ ເດືອນມິຖຸນາ 2024 ລະບຸວ່າ ອັດຕາເງິນເຟີ້ໃນປັດຈຸບັນ ທີ່ຍັງສູງກວ່າ 26% ກໍາລັງເຮັດໃຫ້ ມາດຕະຖານຊີວິດການເປັນຢູ່ ຂອງປະຊາຊົນລາວ ໄດ້ຮັບຜົນກະທົບ ຕະຫຼາດແຮງງານ ມີການປັບປ່ຽນ.
2024-10-17
ຄົນຈີນ ທີ່ເລາະຕົວະຂາຍໂທລະສັບມືຖືປອມ ໃຫ້ຮ້ານຂາຍໂທລະສັບ, ຮ້ານຂາຍເຄື່ອງທົ່ວໄປ ແລະຕາມບ້ານຕ່າງໆ ຍັງບໍ່ຖືກທາງການລາວຈັບເທື່ອ.
2024-10-17
ການແຂ່ງຂັນຊ່ວງເຮືອ ທີ່ທ່າວັດຈັນ ປະຈຳປີ 2024 ນີ້ ມີເຮືອຊ່ວງພຽງແຕ່ 10 ລຳ ສາເຫດໜຶ່ງຍ້ອນ ທີມເຮືອຊ່ວງ ຫຼາຍທີມ ປະສົບບັນຫາທາງດ້ານເສດຖະກິດ ແລະບໍ່ມີຜູ້ໃຫ້ທຶນສະໜັບສະໜູນ.
2024-10-17
ພາຍໃນແຂວງໄຊສົມບູນ ມີຄົນງານຈີນ 38 ຄົນ ແລະ ຄົນງານຫວຽດນາມ 39 ຄົນ, ລັກລອບເຂົ້າມາເຮັດວຽກ (ຜິດກົດໝາຍ) ເຊິ່ງບໍ່ມີໜັງສືເອກະສານຖືກຕ້ອງ ເບື້ອງຕົ້ນເຂົ້າມາເຮັດວຽກ ດ້ານບໍ່ແຮ່ເປັນສ່ວນໃຫຍ່.
2024-10-17
ຖັງສານເຄມີ ປະເພດ Hydrogen Peroxide ຈຳນວນ 95 ຖັງ ຖືກຖິ້ມຢູ່ເຂດບ້ານດ່ານຊີ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ ຊາວບ້ານຮຽກຮ້ອງໃຫ້ທາງການລາວ ເລັ່ງຮ້ອນນຳໄປທຳລາຍ ກ່ອນຈະມີຜົນກະທົບຮຸນແຮງ.
2024-10-17
ພາຍຫຼັງທີ່ສານເຄມີ ຈາກໂຄງການຂຸດຄົ້ນແຮ່ຫາຍາກ ຂອງບໍລິສັດລາວ-ຈີນ ພັດທະນາແຮ່ຫາຍາກ ພາກເໜືອ 2 ຈຳກັດ ໄຫຼລົງສູ່ຫ້ວຍນ້ຳທຳມະຊາດ ເຮັດໃຫ້ຊາວບ້ານ ຢູ່ເມືອງຊໍາເໜືອ ແຂວງຫົວພັນ ຍັງກັງວົນໃຈ ທີ່ຈະໃຊ້ນໍ້າຈາກແມ່ນໍ້າແວ່ນ ເພື່ອອຸປະໂພກ-ບໍລິໂພກ ເຖິງວ່າພາກສ່ວນກ່ຽວຂ້ອງ ຈະລົງແກ້ໄຂແລ້ວກໍ່ຕາມ.
2024-10-16
ຄະນະກຳມາທິການແມ່ນ້ຳຂອງສາກົນ ຫຼື MRC ມີແຜນການໃຊ້ Application “One Mekong”ລະຫວ່າງເດືອນກໍລະກົດ ຫາເດືອນສິງຫາ ຜ່ານມາ ແຕ່ມາຮອດປັດຈຸບັນ ແອັບພລິເຄຊັນ ດັ່ງກ່າວ ຖືກເລືອນເວລາການໃຊ້ອອກໄປ ຢ່າງບໍມີກຳໜົດ.
2024-10-16
ໃນງານບຸນຊ່ວງເຮືອອອກພັນສາ ຊຶ່ງເປັນບຸນປະເພນີ ປະຈໍາປີ ຈັດຂຶ້ນ ຢູ່ທ່າວັດຈັນ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ແຕ່ວັນທີ 15 ຫາວັນທີ 18 ຕຸລານີ້ ປາກົດວ່າ ຄ່າຝາກລົດແພງກວ່າທີ່ຄະນະກໍາມະການງານບຸນກໍານົດໄວ້.
2024-10-16
ສະໜາມບິນແຂວງຫຼວງນ້ຳທາ ຍັງສືບຕໍ່ປິດໃຫ້ບໍລິການ ແບບບໍ່ມີກຳນົດ ແລະໃຫ້ຖ້ຽວບິນ ໄປເປີດຢູ່ສະໜາມບິນສາກົນບໍ່ແກ້ວ ແທນ.
2024-10-16
ສປປ ລາວ ມີບັນຫາໃນການຄວບຄຸມ ອາວຸດປືນເສິກທີ່ມີການຄອບຄອງແລະນຳໃຊ້ແບບບໍ່ຖືກຕ້ອງ ເຮັດໃຫ້ກະຊວງປ້ອງກັນຄວາມສະຫງົບ ອອກຂໍ້ຕົກລົງ ວ່າດ້ວຍການລົບລ້າງ ໃບອະນຸຍາດນໍາໃຊ້.
2024-10-16
ແມ່ຍິງຊົນເຜົ່າ ໃນເຂດພາກເໜືອຂອງລາວ ຍັງເປັນກຸ່ມສ່ຽງສູງ ທີ່ຈະຕົກເປັນເຫຍື່ອ ການຄ້າມະນຸດ ໃນລັກສະນະການແຕ່ງດອງກັບຄົນຈີນ ເນື່ອງຈາກແມ່ຍິງເຫຼົ່າມາຈາກຄອບຄົວທຸກຍາກ ພ້ອມກັບຖືກສະເໜີເງິນເປັນຄ່າແຕ່ງດອງ.
2024-10-10
ຕະຫລາດໃໝ່ປາກເຊ ຢູ່ແຂວງຈໍາປາສັກ ເກັບຄ່າເຊົ່າບ່ອນຂາຍເຄື່ອງຈາກ ຊາວຄ້້າຂາຍ ໃນລາຄາແພງ ຈົນເຮັດໃຫ້ເກີດຫາງສຽງເຖິງຄວາມບໍ່ພໍໃຈ ເພື່ອຕ້ອງການ ໃຫ້ພາກລັດທີ່ກ່ຽວຂ້ອງ ລົງແກ້ໄຂ.
2024-10-10
ຊາວບ້ານ ຈຳນວນ 3 ບ້ານ ໃນເມືອງຜົ້ງສາລີ ລວມເນື້ອທີ່ທັງໝົດ 188 ເຮັກຕ້າ ເຊິ່ງຈະຖືກ ໂຄງການຂຸດຄົ້ນ ແລະ ປຸງແຕ່ງຖ່ານຫີນ ຂອງບໍລິສັດ ແອວບີຈີ ດີວີລົບເມັ້ນ ຈໍາກັດຜູ້ດຽວ ຂອງເອກະຊົນລາວເປັນກັງວົນເລື່ອງຜົນກະທົບດັ່ງກ່າວນີ້.