ການສ້ອມແປງເສັ້ນທາງ 13 ເໜືອ ສີໄຄ-ສີເກີດ ຍັງຊັກຊ້າ
2024.10.18
ໂຄງການປັບປຸງ ແລະສ້ອມແປງເສັ້ນທາງຫຼວງແຫ່ງຊາດເລກທີ 13 ເໜືອແຕ່ສາມແຍກສີໄຄຫາສີ່ແຍກສີເກີດ, ມີການປັບປຸງມາຫຼາຍປີ ແລະປ່ຽນບໍລິສັດຮັບເໝົາຢູ່ຕະຫຼອດຈົນເກີດຄວາມຫຼ້າຊ້າ ກໍ່ຍ້ອນວ່າມີການສໍ້ລາດບັງຫຼງໃນໂຄງການຫຼາຍເທື່ອ. ດັ່ງເຈົ້າໜ້າທີ່ລັດທີ່ຂໍສະຫງວນຊື່ ແລະຕໍາແໜ່ງກ່າວຕໍ່ວິທຍຸເອເຊັຽເສຣີໃນວັນທີ 18 ຕຸລາວ່າ:
“ກາຊັກຊ້າຜູ້ເຮັດນີ້ໜ້ອຍໜຶ່ງ ແລ້ວປະໄປເຮັດບ່ອນອື່ນຫັ້ນນ່າ,ໂອ້ຍມັນຄໍຣັບຊັນນ່າຢູ່ລາວເຂົາເຈົ້າແກ້ຕົວຊື່ໆ ນ່າ. ເຂົາພັດອ້າງວ່າລົດມັນຫຼາຍບໍ່ເຄີຍເຫັນເຂົາເຈົ້າກັກລົດ ເກິນຢູ່ບ່ອນສັ່ງນໍ້າໜັກຈັກເທື່ອດອກ, ມັນບໍ່ມີຈັກເທື່ອໄປວ່າຕົງຈຸດຫັ້ນນ່າ ແຕ່ລະຄົນກໍ່ມີບ່ອນກິນນ່າຜູ້ໃຫຍ່ຮູ້ວ່າຫົນທາງອັນນີ້ ເຂົາກິນກັນແບບນັ້ນແບບນີ້ແຕ່ລະບ່ອນກໍ່ຫັກກັນໄປຫັ້ນນ່າ ບໍໄດ້ວ່າໄປຕາມຄວາມຈິງ.”
ຕໍ່ກັບບັນຫາດັ່ງກ່າວກໍ່ຍັງສົ່ງຜົນກະທົບ ໄປຍັງຊາວບ້ານທີ່ອາໄສຢູ່ບໍລິເວນດັ່ງກ່າວ 500 ຄອບຄົວ. ໂດຍຜູ້ທີ່ເຮັດທຸລະກິດຫ້າງຮ້ານ, ຫ້ອງພັັກ ກໍ່ບໍ່ສາມາດເປີດໃຫ້ບໍລິການໄດ້ຫຼືທໍາມາຄ້າຂາຍໄດ້ແຕ່ບໍ່ເຕັມສ່ວນຈຶ່ງຕ້ອງປິດກິດຈະການ. ຍ້ອນວ່າການສ້ອມແປງທາງດັ່ງກ່າວກິນເວລາມາດົນ ແຕ່ຍັງບໍ່ແລ້ວ, ທັງຍັງມີຂີ້ຝຸ່ນຫຼາຍ,ການເຂົ້າອອກກໍບໍ່ສະດວກບາງຄົນຈະໄປວຽກໃກ້ໆ ລົດກໍ່ຕິດເປັນຊົ່ວໂມງ. ດັ່ງຊາວບ້ານເຂດສີໄຄກ່າວວ່າ:
“ມັນໄດ້ປິດກິດຈະການເລີຍແຫຼະຕີຈັກ 80% ເປີດຮ້ານບໍ່ໄດ້, ຝຸ່ນແດງເລີຍແຫຼະ, ຫ້ອງແຖວບ້ານພັັກອີ່ຫຍັງຢູ່ໂຊນນັ້ນດັບແນວເລີຍ. ເພາະເລື່ອງຫົນທາງເຂົາເຂົ້າອອກບໍ່ໄດ້, ບໍ່ສະດວກ, ຊິໄປວຽກເທື່ອໜຶ່ງລົດຕິດກັນເປັນຊົ່ວໂມງເຂດນັ້ນຕຳຫຼວດມາເປົ່າມາຫຍັງບໍ່ມີ. ຄືແຕ່ລະຈຸດເຮັດບໍ່ແລ້ວຈັກເທື່ອເຮັດໄວ້ແລ້ວໜ້ອຍໜຶ່ງກໍ່ໄປທາງອື່ນຫັ້ນນ່າການຈັດການເຂົານີ້ບໍ່ຢາກຜ່ານບອກໂລດ.”
ຊາວບ້ານທີ່ໃຊ້ເສັ້ນທາງໃນເຂດດັ່ງກ່າວກ່າວວ່າ, ກໍ່ຍັງຫຍຸ້ງຍາກເພາະເຂົາເຈົ້າຍັງສ້ອມແປງປັບປຸງບໍ່ທັນແລ້ວ, ເຊິ່ງບ່ອນທີ່ມີຄວາມຫຍຸ້ງຍາກຫຼາຍຄືເຂດໜອງໜ້ຽວແລະເຂດໜອງແຕ່ງ. ເສັ້ນທາງຍັງເປັນດິນແດງເປັນຂຸມເປັນບໍ່ແລະຂີ້ຝຸ່ນ.
“ຄວາມໝາຍກໍ່ຄືຫ້າສິບຫ້າສິບເນາະ ຄັນຍາກແດ່ກໍ່ຄືເຂດໜອງໜ້ຽວກັບສີໄຄ ມັນກໍ່ເປັນດິນແດງມັນກໍ່ເປັນຂຸມເປັນບໍ່ເນາະເພາະເຂົາຈະເວັ້ນ ໃຫ້ລົດທຽວຫັ້ນນ່າ ໝ້ອງເຂົາເຮັດແລ້ວມັນກໍ່ງ່າຍ.”
ພ້ອມດຽວກັນນີ້ຊາວບ້ານອີກທ່ານ ກໍ່ເຫັນວ່າສຳລັບການສ້ອມແປງຖະໜົນຂອງພາກລັດ ໃນເຂດສີໄຄຫາສີເກີດບໍ່ແລ້ວເທື່ອຍ້ອນວ່າສ່ວນໜຶ່ງ ແມ່ນໂຄງການຂາດແຄນແຮງງານເນື່ອງຈາກແຮງງານລາວ ເຂົ້າໄປເຮັດວຽກຢູ່ໄທ.
“ແຮງງານທີ່ມາສ້ອມແປງຖະໜົນນີ້ ຂາດຍ້ອນວ່າເຂົາເຈົ້າໄປເຮັດວຽກຢູ່ໄທເດ້ກາຊິ ແມ່ນທ້າຍໆ ປີນີ້ກໍ່ໜ້າຈະເສັດແລ້ວຊິມັງຊ່ວງນີ້ມັນກາໄດ້ 50-60% ແລ້ວບາງຮ້ານແຫຼະ ເພິ່ນກໍ່ປິດບາງຮ້ານເພິ່ນກໍ່ລໍຖ້າຖະໜົນຈະເລີນ.”
ມາຮອດປັດຈຸບັນ ທ່ານ ດາລາວຽງ ຈັນທະລັງສີ ຜູ້ຈັດການບໍລິຫານໂຄງການປັບປຸງ ແລະສ້ອມແປງເສັ້ນທາງເລກທີ 13 ເໜືອໄລຍະທາງສີໄຄຫາສີເກີດໄດ້ລາຍງານ ເມື່ອວັນທີ 16 ຕຸລາ 2024 ວ່າ. ເສັ້ນທາງດັ່ງກ່າວສຳເລັດແລ້ວ 65% ຄາດວ່າຈະສຳເລັດ 100% ພາຍໃນເດືອນມີນາ 2025. ເຊິ່ງທາງໂຄງການໄດ້ເລັ່ງມືຢ່າງເຕັມທີ່ ເພື່ອໃຫ້ໂຄງການສຳເລັດໂດຍໄວ. ແຕ່ທີ່ຫຼ້າຊ້າຍ້ອນວ່າເສັ້ນທາງດັ່ງກ່າວເປັນສາຍຫຼັກມີລົດບັນທຸກໜັກ ແລະລົດແລ່ນຫຼາຍຊະນິດສັນຈອນຢ່າງຫຼວງຫຼາຍ ໃນແຕ່ລະວັນຈົນເສັ້ນທາງແອອັດ.
ທ່ານ ບຸນຍະວັດ ນິລະໄຊ ຫົວໜ້າພະແນກໂຍທາທິການ ແລະຂົນສົ່ງນະຄອນຫຼວງວຽງຈັນ ກໍ່ເຄີຍໄດ້ຊີ້ແຈງໃນກອງປະຊຸມສະພາສະໄໝສາມັນ ເທື່ອທີ 7 ຂອງສະພານະຄອນຫຼວງວຽງຈັນ ຊຸດທີ 2 ວັນທີ 9 ກໍລະກົດ 2024 ວ່າ. ທາງບໍລິສັດຮັບເໝົາກຳລັງເລັ່ງແກ້ໄຂ ແຜນງານແລະເລັ່ງວຽກໂດຍເພີ່ມທີມງານກໍ່ສ້າງເທໜ້າທາງ 2 ທີມ, ຕ້ອງໄດ້ເຮັດວຽກ 2 ກະ ທັງກາງເວັນ ແລະກາງຄືນ, ໂດຍໄດ້ປະສານຕຳຫຼວດຈາລະຈອນ ເພື່ອຊ່ອຍລະບາຍລົດອອກ ໃຫ້ປະຊາຊົນມີຄວາມສະດວກຫຼາຍຂຶ້ນ.
ສຳລັບໂຄງການປັບປງ ແລະສ້ອມແປງເສັ້ນທາງຫຼວງແຫ່ງຊາດ ເລກທີ 13 ເໜືອ ແຕ່ສາມແຍກສີໄຄຫາສີເກີດເຈົ້າຂອງ ໂຄງການແມ່ນກະຊວງໂຍທາທິການ ແລະຂົນສົ່ງ, ມີຄວາມຍາວ 6 ກິໂລແມັດ, ກໍ່ສ້າງເປັນເສັ້ນທາງເບຕົງ, ມີ 4 ຊ່ອງຈາລະຈອນ, ມູນຄ່າສັນຍາ 10,29 ລ້ານໂດລາສະຫະລັດ. ຜູ້ຮັບເໝົາກໍ່ສ້າງຄື ບໍລິສັດຕັງຈະເລີນ ຈໍາກັດ, ບໍລິສັດທີ່ປຶກສາ, ບໍລິສັດດົງຊຸງແລະບໍລິສັດລ້ານຊ້າງຈາກ ເກົາຫຼີໃຕ້ ແລະ ລາວ. ໂດຍໄລຍະການກໍ່ສ້າງແມ່ນ 1 ປີເຄີ່ງ, ໄລຍະບູລະນະຮັກສາສ້ອມແປງ 3 ປີ, ເຊິ່ງຊາວບ້ານໄດ້ຮັບຜົນກະທົບ 587 ຄອບຄົວ ເຂົາເຈົ້າເຫັນດີເອົາເງິນຊົດເຊີຍ, ຈ່າຍຊົດເຊີຍໄປແລ້ວ 570 ຄອບຄົວມູນຄ່າຈຳນວນກ່ວາ 24 ຕື້ກີບ, ຍັງຄ້າງຈ່າຍ 9 ຄອບເຊິ່ງຢູ່ລະຫວ່າງການກຽມຈ່າຍໃຫ້ຊາວບ້ານ.