ເຣື້ອງທີ່ເກັບບັນທຶກໄວ້
2022-07-22
ປະເທດລາວ ຖືກສເນີ ໃຫ້ເປັນປະທານວຽນ ອາຊ້ຽນ ໃນປີ 2024 ແລະ ປັດຈຸບັນ ພາກສ່ວນກ່ຽວຂ້ອງກຳລັງຫາລືກັນ ເພື່ອຕຣຽມຄວາມພ້ອມຫຼາຍດ້ານ ໃນຂະນະທີ່ ບັນຫາຄ່າຊົດເຊີຍທີ່ດິນ, ສິ່ງແວດລ້ອມ ແລະ ສິທທິມະນຸສ ກໍຍັງບໍ່ທັນໄດ້ຮັບການແກ້ໄຂ.
2022-07-22
ຝົນຕົກໜັກ ນໍ້າປ່າໄຫລຫລາກ ຖ້ວມຫລາຍບ້ານ ຢ່າງກະທັນຫັນ ຢູ່ເມືອງປາກລາຍ ແຂວງໄຊຍະບູຣີ ໃນມື້ວັນທີ 21 ກໍຣະກະດານີ້ ມີບ້ານເຮືອນ, ເຄື່ອງຂອງ, ພື້ນທີ່ປູກຝັງ ແລະສັດລ້ຽງ ເສັຍຫາຍ ແຕ່ຍັງບໍ່ສາມາດເກັບກຳ ຈຳນວນໂຕຈິງໄດ້ເທື່ອ ຊຶ່ງຄາດວ່າ ຈະມີຈຳນວນຫຼາຍສົມຄວນ.
2022-07-22
ກົມອຸຕຸນິຍົມ ແລະ ອຸທົກກະສາຕ ໄດ້ຣາຍງານວ່າ ນັບແຕ່ວັນທີ 21-22 ກໍຣະກະດາ ເກີດແຜ່ນດິນໄຫວ ຢູ່ປະເທດພະມ້າ 50 ກວ່າຄັ້ງ ສົ່ງແຮງສັ່ນສະເທືອນມາເຖິງ ແຂວງບໍ່ແກ້ວ ແລະ ແຂວງຫລວງນ້ຳທາ ຊຶງຂະນະນີ້ ຍັງບໍ່ມີຣາຍງານ ຄວາມເສັຍຫາຍ ຈາກເຫດການໃນຄັ້ງນີ້ເທື່ອ.
2022-07-21
ທາງຣົຖໄຟລາວ-ຈີນ ໄດ້ເຊື່ອມຕໍ່ ໃສ່ທາງຣົຖໄຟ ໄທຍ-ລາວ ແລ້ວ ເພື່ອຮອງຮັບ ການຂົນສົ່ງສິນຄ້າ ລະຫວ່າງ ໄທຍ-ລາວ-ຈີນ ແຕ່ຍັງບໍ່ທັນເປີດ ບໍຣິການ ແບບເປັນທາງການເທຶ່ອ.
2022-07-21
ສລອງ ວັນປະຊາກອນໂລກ ຄົບຮອບ 33 ປີ ພາຍໃຕ້ຫົວຂໍ້ “ຫົນທາງສູ່ຄວາມໝັ້ນຄົງ ດ້ານປະຊາກອນ” ສນັບສນູນສິທທິ ແລະ ທາງເລືອກສໍາລັບທຸກຄົນ ໃນຂະນະ ບັນຫາການເຂົ້າເຖິງ ການວາງແຜນຄອບຄົວ ແລະ ທາງເລືອກ ແລະ ການຄຸມກໍາເນີດ ຂອງຊາວໜຸ່ມແມ່ຍິ່ງ ຢູ່ເຂດຊົນນະບົດ ຍັງພົບຄວາມທ້າທາຍ ທີ່ຈະບັນລຸ.
2022-07-21
ແພດ-ໝໍ ຈໍານວນນຶ່ງ ເລືອກປິ່ນປົວສະເພາະ ຄົນທີ່ເອົາເງິນໃສ່ຊອງໃຫ້ ຫຼື ເປັນການຮັບສິນບົນ ໃນຮູບແບບນຶ່ງ ເພື່ອແລກກັບການບໍຣິການ ປິ່ນປົວທີ່ດີ ແຕ່ສໍາລັບຄົນບໍ່ມີເງິນໃສ່ຊອງໃຫ້ ກໍຈະຖືກປະຕິບັດບໍ່ດີ ເຊັ່ນເວົ້າຈາບໍ່ມ່ວນ ແລະ ລໍຖ້າປິ່ນປົວເປັນເວລາດົນ.
2022-07-21
ນັກທົງທຶນ ເຂົ້າມາລົງທຶ້ນ ຢູ່ໃນ ສປປ ລາວ ເພີ່ມຫລາຍຂຶ້ນ ຊຶ່ງມາເຖິງປັດຈຸບັນນີ້ ຈຳນວນໂຄງການ ຂອງນັກລົງທຶນຈີນ ໃນລາວ ມີເຖິງ 933 ໂຄງການ ສ້າງຄວາມກັງວົນໃຈ ບໍ່ໜ້ອຍໃຫ້ກັບຄົນລາວ ຈຳນວນນຶ່ງ ໂດຍສະເພາະເຣື່ອງທີ່ດິນ ແລະການເອົາລັດ ເອົາປຽບຂອງຄົນຈີນ ທີ່ບໍ່ເຄົາຣົບ ລະບຽບກົດໝາຍ.
2022-07-21
ລາຍງານ ຂອງທະນາຄານໂລກ ກ່ຽວກັບຜົລການວິເຄາະ ບັນຫາຂອງປະເທດ ຢ່າງເປັນລະລົບ ສໍາລັບລາວ ຄັ້ງທີ 2 ເວົ້າວ່າ ຊ່ອງວ່າງລາຍໄດ້ ລະຫວ່າງຄົນຮັ່ງມີ ແລະຜູ້ທຸກຍາກ ຢູ່ລາວເພີ່ມຂຶ້ນ ຊຶ່ງກໍລ້ວນແລ້ວ ແຕ່ເປັນບັນຫາ ທີ່ຍັງລໍຖ້າໃຫ້ ຣັຖບານແກ້ໄຂ ຂະນະທີ່ ປະຊາຊົນເຂດຊົນນະບົດ ມີໂອກາດໜ້ອຍກວ່າ ຄົນຢູ່ເມືອງໃຫຍ່ ເປັນຕົ້ນ ການສຶກສາ ແລະ ການຊອກວຽກເຮັດງານທຳ.
2022-07-20
ຊາວບ້ານ ຢູ່ເມືອງໄຊສະຖານ ແຂວງໄຊຍະບູຣີ ໄດ້ຮັບຜົລກະທົບ ຈາກພັຍນໍ້າຖ້ວມ 2 ບ້ານ ຄືບ້ານສາມັກຄີໄຊ ແລະແລະບ້ານມີໄຊ, ເສັຍຫາຍຫລາຍສົມຄວນ ຍ້ອນຝົນຕົກໜັກ ເມື່ອອາທິດຜ່ານມາ ສ່ວນຊາວບ້ານ ໄດ້ຮັບການຊ່ອຍເຫລືອ ໃນເບື້ອງຕົ້ນ ເປັນເຂົ້າສານ ອາຫານແຫ້ງເທົ່ານັ້ນ.
2022-07-20
ໃນຮອບ 2 ປີມານີ້ ຣັຖບານລາວ ໄດ້ອະນຸຍາດໃຫ້ 50 ບໍຣິສັດ ສຳຫລວດ-ຂຸດຄົ້ນ-ປຸງແຕ່ງແຮ່ທາຕ ແບບທົດລອງ ເຊິ່ງ ສ່ວນໃຫຍ່ ເປັນບໍຣິສັດຈີນ ແລະ ວຽດນາມ, ໃນຂະນະທີ່ ປະຊາຊົນຈຳນວນນຶ່ງກໍກັງວົນວ່າ ໂຄງການ ເຫລົ່ານັ້ນ ຈະສົ່ງຜົລກະທົບ ຕໍ່ດິນ ແລະ ຊີວິຕການເປັນຢູ່ ຂອງເຂົາເຈົ້າ.
2022-07-20
ເນື່ອງໃນວັນຄົບຮອບ 67 ປີ ຂອງວັນສ້າງຕັ້ງ ສະຫະພັນແມ່ຍິງລາວ ຊຶ່ງມີຈຸດປະສົງ ເພື່ອຊຸກຍູ້ ສົ່ງເສີມຖານະບົດບາດ ຂອງແມ່ຍິງລາວ, ແຕ່ໃນປັດຈຸບັນ ແມ່ຍິງລາວຫຼາຍຄົນ ຍັງມີຖານະບົດບາດ ຕົກຕໍ່າຢູ່ ຍັງບໍ່ມີຄວາມຮູ້ ຄວາມສາມາດ ເທົ່າທີ່ຄວນ.
2022-07-20
ຣັຖບານລາວ ອອກແຈ້ງການ ໃຫ້ເຈົ້າຂອງເຂື່ອນ ກວດກາຄວາມປອດພັຍ ຂອງເຂື່ອນໃນຣະດູຝົນ ປີນີ້ ໃນຂະນະທີ່ ປະຊາຊົນເວົ້າວ່າ ຢູ່ລາວມີເຂື່ອນໄຟຟ້າເປັນຈຳນວນຫຼາຍ ແລະ ບໍ່ຢາກໃຫ້ເກີດ ປວັດສາຕຊໍ້າຮອຍ ຍ້ອນເຫດການເຂື່ອນແຕກທີ່ຜ່ານມາ ສົ່ງຜົລກະທົບ ຕໍ່ຊີວິຕແລະຊັພສິນ ຢ່າງຫລວງຫລາຍແລ້ວ.
2022-07-20
ຜູ້ປະສົບພັຍເຂື່ອນແຕກ ໃນເມືອງສນາມໄຊ ແຂວງອັດຕະປື ຍັງມີຊິິວິຕການເປັນຢູ່ ບໍ່ດີຂຶ້ນເທົ່າທີ່ຄວນ, ຫຼາຍຄົນຍັງຢູ່ເຮືອນພັກຊົວຄາວ ຍ້ອນເຮືອນຖາວອນຍັງສ້າງ ບໍ່ທັນແລ້ວໝົດເທື່ອ ສໍາລັບການກໍ່ສ້າງເຮືອນຖາວອນ ໃຫ້ຜູ້ປະສົບພັຍເຂື່ອນແຕກ ໃນເມືອງສນາມໄຊນັ້ນ ປັດຈຸບັນ ສ້າງສໍາເຣັດພຽງແຕ່ 322 ຫຼັງ ບໍ່ຮອດເຄິ່ງນຶ່ງ ຂອງຈໍານວນທັງໝົດ 700 ຫຼັງ.
2022-07-19
ກະຊວງ ການຕ່າງປະເທດ ສະຫະຣັຖອາເມຣິກາ ໄດ້ຈັດປະເທດລາວ ໃຫ້ຢູ່ໃນອັນດັບ ທີ່ບໍ່ໄດ້ມາຕຖານ ຫຼື Tier 2 ໃນການປາບປາມ ການຄ້າມະນຸສ.
2022-07-19
ຕໍາຣວດເມືອງຮ້ຽມ ແຂວງຫົວພັນ ໄດ້ເຮັດບົດບັນທຶກຢັ້ງຢືນ ກັບແມ່ຍິງລາວທີ່ມີຜົວຈີນ ຢູ່ມາເລເຊັຽ ມາຊັກຊວນຄົນລາວ ທັງຊາຍແລະຍິງ ອາຍຸກາຍ 18 ປີ ຢູ່ບ້ານສາກົກ ເມືອງຮ້ຽມ ໄປເປັນຄົນເສີຣ໌ບເບັຍແລະຂົນສົ່ງເບັຍ ຢູ່ມາເລເຊັຽ ຍ້ອນທາງພໍ່ແມ່ ຜູ້ປົກຄອງ ຢ້ານວ່າລູກຫລານ ຂອງພວກຕົນ ຈະຕົກເປັນເຫຍື່ອ ຂອງການຄ້າມະນຸສ.