ລາວຍັງບໍ່ບັນລຸ ມາຕຖານ ປາບປາມ ຄ້າມະນຸສ
2022.07.19
ກະຊວງການຕ່າງປະເທດ ສະຫະຣັຖອາເມຣິກາ ໄດ້ອອກບົດຣາຍການຄ້າມະນຸສ ປະຈຳປາ ແລະ ໄດ້ຈັດໃຫ້ປະເທດລາວ ຢູ່ໃນບັນຊີປະເທດ ທີ່ມີການປາບປາມ ການຄ້າມະນຸສ ບໍ່ໄດ້ດີປານໃດ ຫຼື ຢູ່ໃນ Tier 2 ໃນປີ 2022 ຄືກັບ ປີ 2021 ທີ່ຜ່ານມາ.
ບົດຣາຍງານ ໄດ້ລະບຸວ່າ: ຣັຖບານລາວ ບໍ່ສາມາດບັນລຸມາຕຖານຂັ້ນຕົ້ນ ໃນການກຳຈັດການຄ້າມະນຸສ ແຕ່ ກໍຍັງມີຄວາມພະຍາຍາມທີ່ຈະເຮັດ. ຄວາມພະຍາຍາມດັ່ງກ່າວນັ້ນຄື ການດຳເນີນຄະດີ ກັບຜູ້ທີ່ຕ້ອງສົງໄສ ໃນການຄ້າມະນຸສ ແລະ ການຝຶກອົບຮົມໃຫ້ແກ່ ເຈົ້າໜ້າທີ່ຜູ້ບັງຄັບໃຊ້ກົດໝາຍ ວ່າດ້ວຍການຕ້ານການຄ້າມະນຸສ ຫຼາຍກວ່າ ເມື່ອທຽບໃສ່ ປີ 2020.
ການປະຕິບັດກິຈກັມ ການປູກຈິຕສຳນຶກ ໃນຂະແໜ່ງການຕ່າງໆ ມີຢ່າງແຜ່ຫຼາຍ, ການຈັດສົ່ງຜູ້ທີ່ຖືກຄ້າມະນຸສທັງລາວ ແລະ ຕ່າງປະເທດ ກັບຄືນປະເທດ, ການລິເຣີ່ມ ແລະ ການປະຕິບັດ ກວດກາຕິດຕາມໃໝ່ ແລະ ມາຕການປ້ອງກັນ ການຄ້າມະນຸສ ຢູ່ພາຍໃນເຂດເສຖກິຈພິເສດ ເຊິ່ງເປັນເຂດທີ່ມີຄວາມສ່ຽງ.
ເຖິງຢ່າງໃດກໍຕາມ, ຣັຖບານລາວ ບໍ່ບັນລຸມາຕຖານຂັ້ນຕົ້ນ ໃນຫຼາຍຂົງເຂດທີ່ ເປັນຕົ້ນ ເຈ້າໜ້າທີ່ບໍ່ໄດ້ນຳໃຊ້ ແລະ ລະບຸຂໍ້ມູນຂອງຜູ້ທີ່ຕົກເປັນເຫຍື່ອ ການຄ້າມະນຸສ ແລະ ຂບວນການອ້າງອີງ ໃນເວລາກວດກາ ສຸຂພາບຄົນງານເຄື່ອນທີ່ ຜູ້ທີ່ກັບມາຈາກຕ່າງປະເທດ ໃນໄລໂຄວິດ-19 ຣະບາດ ຫຼື ຄົນງານລາວທີ່ເຮັດວຽກຢູ່ສ່ວນຢາງພາຣາ ແລະ ສ່ວນກ້ວຍຕ່າງປະເທດ, ເຂດໂຄງການກໍ່ສ້າງ ຂອງຕ່າງປະເທດ, ໂຮງງານຕັດຫຍິບ ທີ່ລະບຸເຖິງການຄ້າມະນຸສ.
ໜ່ວຍງານໃຫ້ການປົກປ້ອງ ຜູ້ທີ່ຕົກເປັນເຫຍື່ອ ບໍ່ມີໄວ້ສະເພາະຜູ້ທີ່ຕົກເປັນເຫຍື່ອ ການຄ້າມະນຸສທີ່ເປັນຜູ້ຊາຍ ເທົ່າທີ່ຄວນ ແລະ ບໍ່ມີໄວ້ສຳລັບກຸ່ມຄົນຮັກເພດດຽວກັນ.
ການປູກຈິຕສຳນຶກ ດ້ານການຄ້າມະນຸສ ແລະ ຄວາມອາດສາມາດ ຂອງເຈົ້າໜ້າທີ່ເຮັດວຽກຢູ່ຊາຍແດນ ຢູ່ຫຼາຍພື້ນທີ່ ຍັງຕ່ຳ ເຖິງວ່າຣັຖບານ ຈະໃຫ້ການຝຶກອົບຮົມ ກໍຕາມ.
ເຖິງຢ່າງໃດກໍຕາມ, ຣາຍງານດັ່ງກ່າວ ຍັງມີຂໍ້ສເນີ ທີ່ເປັນບູລິມະສິທ ໃຫ້ທາງການລາວໄດ້ປະຕິບັດ ເຊັ່ນ:
- ການສືບຕໍ່ເພີ່ມຄວາມພະຍາຍາມ ເພື່ອກຳຈັດ, ປະຕິບັດ, ແລະ ຝຶກອົບຮົມເຈົ້າໜ້າທີ່ຕຳຣວດ ແລະ ເຈົ້າໜ້າທີ່ຊາຍແດນ ກ່ຽວກັບຂໍ້ປະຕິບັດທີ່ສາມາດອ້າງອີງໄດ້ ແລະ ການປົກປ້ອງຜູ້ທີ່ຕົກເປັນເຫຍື່ອ ການຄ້າມະນຸສໃນລະດັບແຫ່ງຊາຕ.
- ຕິດຕາກວດກາ ໂຕຊີ້ວັດການຄ້າມະນຸສ ຢູ່ໃນກຸ່ມສ່ຽງ ລວມທັງຄົນງານລາວ ແລະ ຕ່າງປະເທດ ຢູ່ໃນເຂດໂຄງການກໍ່ສ້າງ, ບໍ່ແຮ່, ໂຄງການກະສິກັມ, ລວມທັງໂຄງການທາງຣົຖໄຟລາວ-ຈີນ ແລະ ຊຸມຊົນຄົນລາວ ທີ່ຖືກຍົກຍ້າຍຈາກໂຄງການດັ່ງກ່າວ, ກັມມະກອນລາວ ແລະ ຕ່າງປະເທດ ທີ່ເຮັດວຽກຢູ່ເຂດເສຖກິຈພິເສດ.
- ຄົນງານລາວ ກັບມາຈາກເຮັດວຽກຢູ່ຕ່າງປະເທດ, ແມ່ຍິງ ແລະ ເດັກນ້ອຍທີ່ເປັນຄົນຕ່າງປະເທດ ແລະ ຄົນລາວ ຖືກພົບເຫັນ ໃນເວລາທີ່ຕຳຣວດ ບຸກທະລາຍສະຖານທີ່ບັນເທິງ, ໄນທ໌ຄລັບ, ຮ້ານຄາຣາໂອເກະ, ແລະ ສຖານທີ່ຄ້າປະເວນີ.
ໃນເດືອນ ເມສາ 2021, ເຈົ້າໜ້າທີ່ທາງການລາວ ໄດ້ຈັບ ແລະ ເນີນຄະດີ ເຈົ້າຂອງໂຮງງານຊິມັງ ຍ້ອນເຈົ້າຂອງໂຮງງານ ບໍ່ຈ່າຍເງິນໃຫ້ກັມມະກອນຫຼາຍ 100 ຄົນ ເຊິ່ງເປັນການບັງຄັບໃຊ້ແຮງງານ.
ເຖິງວ່າ ຣັຖບານລາວ ຈະເພີ່ມການກວດກາ ຢູ່ເຂດເສຖກິຈພິເສດ ໃນການຫຼຸດຄວາມສ່ຽງ ໃນການຄ້າມະນຸສ ແຕ່ຢູ່ບາງເຂດ ກໍຍັງບໍ່ທັນມີການດຳເນີນການ.
ໃນປີ 2022 ຢູ່ ເຂດເສຖກິຈພິເສດສາມຫລ່ຽມຄຳ, ເຈົ້າໜ້າທີ່ທາງການລາວ ບໍ່ໄດ້ມີການລາຍງານວ່າ ການບັງຄັບໃຊ້ແຮງງານ ຢູ່ໃນຂ່າຍອາສຍາກັມ ຫຼືບໍ່. ຣັຖບານລາວບໍ່ໄດ້ຣາຍງານ ຂບວນການສືບສວນສອບສວນ, ການດຳເນີນຄະດີ, ການຕັດສິນເຈົ້າໜ້າທີ່ ທີ່ໄປພົວພັນເຣື່ອງການຄ້າມະນຸສ ຫຼື ອາສຍາກັມເຣື່ອງການຄ້າມະນຸສ ໃນໄລຍະປີນີ້.
ລາຍງານຍັງໄດ້ລະບຸເຖິງ ສິ່ງທີ່ທາງການລາວ ໄດ້ດຳເນີນການໄປ, ເຈົ້າໜ້າທີ່ທາງການລາວ ໄດ້ໃຫ້ການຝຶກອົບຮົມກົດໝາຍ ວ່າດ້ວຍການຕ້ານການຄ້າມະນຸສ ໃຫ້ເຈົ້າໜ້າທີ່ຕຳຣວດ 300 ຄົນ ໃນປີ 2021 ພ້ອມດ້ວຍມີການປະຊຸມເຣື່ອງ ອາສຍາກັມຂ້າມຊາດ ແລະ ການຄ້າມະນຸສ ຢູ່ຫຼາຍແຂວງ ໃນທົ່ວປະເທດ.
ຣັຖບານລາວ ຍັງສືບຕໍ່ຮ່ວມມືກັບ ຣັຖບານຈີນ, ໄທຍ, ວຽດນາມ ແລະ ອົງການຈັດຕັ້ງສາກົນ ຕາມຂໍ້ຕົກລົງທີ່ໄດ້ເຊັນຮ່ວມກັນ, ບົດບັນທຶກຄວາມເຂົ້າໃຈ ກ່ຽວກັບການແລກປ່ຽນຂໍ້ມູນ, ການສຶບສ່ວນຄະດີ ແລະ ການດໍາເນີນຄະດີ, ການສົ່ງຜູ້ຖືກຕົກເປັນເຫຍື່ອກັບຄືນປະເທດ. ມີຫຼາຍແຂວງ ແລະ ຫຼາຍເມືອງ ຍັງຄົງໃຫ້ການຮ່ວມມື ແລະ ອັບເດດຂໍ້ຕົກລົງການຮ່ວມມືກັນ ດ້ານການຕ້ານການຄ້າມະນຸສ ກັບທາງການໄທຍ.
ເຖິງຢ່າງໃດກໍຕາມ, ທີ່ຜ່ານມາ ມີການປິດດ່ານຊາຍແດນ ຍ້ອນການຣະບາດ ຂອງໂຄວິດ-19 ເຮັດໃຫ້ການຮ່ວມມືລະຫວ່າງລາວ ກັບປະເທດເພື່ອນບ້ານ ຕ້ອງຢຸດສະງັກໄປ. ເຈົ້າໜ້າທີໄທຍ ໄດ້ຍົກເລີກ ການພິຈາລະຄະດີ ການຄ້າມະນຸສຢູ່ຊັ້ນສານ ທີ່ພົວພັນກັບເຫຍື່ອການຄ້າມະນຸສຄົນລາວ.
ກໍຣະນີ ພົບເຫັນຜູ້ທີ່ຖຶກຄ້າມະນຸສ, ໃນປີ 2020, ເຈົ້າໜ້າທີ່ລາວ ໄດ້ພົບ ຜູ້ທີ່ຕົກເປັນເຫຍື່ອ 142 ຄົນ ຄົນ ເຊິ່ງສ່ວນຫຼາຍພົບເຫັນຢູ່ປະເທດຈີນ ແລະ ໄທຍ ໃນນັ້ນມີ 21 ຄົນ ຕົກເປັນເຫຍື່ອ ການຄ້າມະນຸສ, 39 ຄົນ ຖືກບັງຄັບໃຊ້ແຮງງານ, 66 ຄົນ ຖືກຕົວະແຕ່ງງານ, 16 ຄົນ ຖືກລໍ້ລວງໃນຮູບແບບອື່ນໆ.
ໃນປີ 2021, ເຈົ້າໜ້າທີ່ທາງການລາວ ໄດ້ຣາຍງານການເຮັດວຽກກັບຄູ່ຮ່ວມງານສາກົນ ເພື່ອສົ່ງຄົນໄທຍ 37 ຄົນ, ຄົນວຽດນາມ 12 ຄົນ, ແລະ ຄົນຣັດເຊັຽ 6 ຄົນ ກັບຄືນປະເທດ ເຊິ່ງເຂົາເຈົ້າທັງໝົດ ຖືກບັງຄັບໃຫ້ເຮັດວຽກ ແລະ ຄ້າປະເວນີ ຢູ່ເຂດ ສາມຫລ່ຽມຄຳ.
ນັ້ນແມ່ນຣາຍງານ ການຄ້າມະນຸສປະຈຳປີ ຂອງກະຊວງການຕ່າງປະເທດ ສະຫະຣັຖອາເມຣິກາ ແລະ ຈະອອກບົດຣາຍງານ ແບບນີ້ໄປທຸກໆປີ.
ສ່ວນວ່າ ບັນຫາການມະນຸສ ທີ່ວິທະຍຸເອເຊັຽເສຣີ ໄດ້ມີການຣາຍງານ ແລະ ເປັນທີ່ສົນໃຈຂອງສັງຄົມ ກໍຄື ການທີ່ຄົນລາວຫຼາຍຄົນ ຖືກຕົວະໄປເຮັດວຽກຢູ່ໃນເຂດ ເສຖກິຈພິເສດສາມຫລ່ຽມຄຳ.
ຕໍ່ບັນຫາດັ່ງກ່າວ ເຈົ້າໜ້າທີ່ຜູ້ທີ່ເຮັດວຽກດ້ານການຄ້າມະນຸສ ໄດ້ກ່າວວ່າ “ຄົນລາວຖືກບັງຄັບໃຊ້ແຮງງານ ຢູ່ເຂດເສຖກິຈພິເສດ ສາມຫລ່ຽມຄຳ ຕົກຢູ່ໃນກໍລະນີການຄ້າມະນຸສ.”
ໃນເດືອນມິຖຸນາ ທີ່ຜ່ານມານີ້ ທ່ານ ຄໍາຜະຫຍາ ພົມປັນຍາ ຮອງເຈົ້າແຂວງ ແຂວງບໍ່ແກ້ວ ໄດ້ຣາຍງານຕໍ່ກອງປະຊຸມ ຄະນະກັມມະການ ຕ້ານການຄ້າມະນຸສ ລະດັບຊາຕວ່າ “ກອງບັນຊາການ ປກສ ແຂວງບໍ່ແກ້ວ ແລະພາກສ່ວນທີ່ກ່ຽວຂ້ອງ ສາມາດໃຫ້ການຊ່ອຍເຫຼືອ ຜູ້ຖືກເຄາະຮ້າຍ ຈາກການຄ້າມະນຸສ ຢູ່ໃນເຂດເສຖກິຈພິເສດ ສາມຫຼ່ຽມຄໍາ ໄດ້ທັງໝົດ 477 ຄົນ ທັງຄົນລາວ ແລະຕ່າງປະເທດ ໂດຍໃນນັ້ນ ມີແມ່ຍິງ 199 ຄົນ.”
ນອກຈາກນີ້ ໃນວັນທີ່ 14 ກໍຣະກະດາ ທີ່ຜ່ານມານີ້ ທ້າວ ຈົ່ວ ຊາວບ້ານ ຈາກແຂວງຫຼວງນໍ້າທາ ທີ່ເຮັດວຽກ ກັບບໍຣິສັດຂອງຈີນແຫ່ງນຶ່ງ ພາຍໃນເຂດເສຖກິຈພິເສດ ສາມຫຼ່ຽມຄໍາ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ໄດ້ຖືກກຸ່ມພະນັກງານ ຮັກສາຄວາມປອດພັຍ ຂອງບໍຣິສັດດັ່ງກ່າວ ທີ່ເປັນຄົນພະມ້າ ໃຊ້ທ່ອນເຫຼັກຕີຕາມລໍາໂຕ ຈົນໄດ້ຮັບບາດເຈັບສາຫັດ ແລະຖືກນໍາສົ່ງໂຮງໝໍ ໃນເວລາຕໍ່ມາ ແລະ ກ່ອນໜ້ານັ້ນ ລາວເອງກໍຖືກນາຍຈ້າງ ກັກຂັງເປັນເວລາຫຼາຍມື້ ຍ້ອນເຮັດວຽກບໍ່ໄດ້ ໂດຍໃນປັດຈຸບັນ ເຈົ້າໜ້າທີ່ ປກສ ປະຈໍາເຂດເສຖກິຈ ພິເສດສາມຫຼ່ຽມຄໍາ ກໍາລັງສືບສວນ-ສອບສວນຢູ່, ແຕ່ກໍຍັງບໍ່ສາມາດຈັບໂຕນາຍຈ້າງ ແລະ ກຸ່ມພະນັກງານຮັກສາຄວາມປອດພັຍ ດັ່ງກ່າວໄດ້ເທື່ອ.
ວິທຍຸເອເຊັຽເສຣີ ໄດ້ພຍາຍາມຕິດຕໍ່ຫາ ຄົນງານລາວ ຄົນດັ່ງກ່າວ ແລະຜູ້ທີ່ອາສັຍຢູ່ ໃກ້ຊິດກັບລາວ ເພື່ອຖາມຄວາມຄືບໜ້າ ແລະທີ່ມາທີ່ໄປຂອງເຫດການດັ່ງກ່າວ ແຕ່ຍັງບໍ່ສາມາດຕິດຕໍ່ຫາຜູ້ໃດໄດ້.
ເຖິງຢ່າງໃດກໍຕາມ ກ່ອນໜ້ານີ້ ຄົນງານລາວຄົນນີ້ ໄດ້ກ່າວໃນສື່ສັງຄົມອອນລາຍນ໌ ຫຼັງຈາກທີ່ຖືກທໍາຮ້າຍຮ່າງກາຍ ນັ້ນວ່າ:
“ເຂົາຕີ! ຂ້ອຍນັ່ງບໍ່ໄດ້ຫັ້ນນ່າ. ຂ້ອຍຈົນວ່າບໍ່ຮູ້ສຶກຫຍັງ ຄືນອນນີ້ງຢູ່ຫັ້ນແຫຼະ ແຕ່ເຂົາເວົ້າຫຍັງ ຂ້ອຍບໍ່ຮູ້ ຈຸຕໍາຣວດຫັ້ນ ເຂົາຖາມຊື່ຂ້ອຍ ຊື່ອິຫຍັງ ຕໍາຣວດຖາມວ່າ ແມ່ນໃຜຕີ ເຮົາວ່າ ຈຸ ຣປພ ນຸ່ງຊຸດດໍາ ມັນແລ່ນໄປໝົດ ຕໍາຣວດບໍ່ເຫັນເລີຍ.”
ວິທຍຸເອເຊັຽເສຣີ ໄດ້ສອບຖາມໄປຍັງຫ້ອງການຄຸ້ມຄອງ ເຂດເສຖກິຈພິເສດ ແຂວງບໍ່ແກ້ວ ເພື່ອຖາມຣາຍລະອຽດເພີ່ມເຕີມ ແຕ່ເຈົ້າໜ້າທີ່ ທີ່ກ່ຽວຂ້ອງທ່ານນຶ່ງ ໄດ້ກ່າວໃນເບື້ອງຕົ້ນວ່າ ທ່ານເອງ ກໍຍັງບໍ່ທັນຮູ້ເຫດການດັ່ງກ່າວເທື່ອ ແລະກໍຍັງບໍ່ມີພາກສ່ວນໃດ ຣາຍງານເຣື່ອງນີ້ໃຫ້ແກ່ທາງການໄປກວດກາ.
ຄົນງານລາວ ນາງນຶ່ງ ທີ່ເຄີຍຖືກຕົວະໄປເຮັດວຽກ ຢູ່ເຂດເສຖກິຈພິເສດ ສາມຫຼ່ຽມຄໍາ ແລ້ວຫຼົບໜີອອກມາໄດ້ ໄດ້ກ່າວວ່າ:
“ລາວເອງກໍໄດ້ຍິນຂ່າວວ່າ ຢູ່ພາຍໃນເຂດເສຖກິຈດັ່ງກ່າວ ມີນາຍຈ້າງທໍາຮ້າຍຮ່າງກາຍ ຄົນງານລາວຢູ່ເລື້ອຍໆ ສາເຫດຍ້ອນບໍ່ພໍໃຈ ເຣື່ອງການເຮັດວຽກ ແລະລົງໂທດຄົນງານ ທີ່ພະຍາຍາມຫຼົບໜີ ອອກຈາກເຂດດັ່ງກ່າວ.”