ແມ່ຍິງລາວ ຈໍານວນນຶ່ງ ຖືກຄ້າມະນຸດ ພາຍຫຼັງເດີນທາງໄປຈີນ

ອຸ່ນແກ້ວ
2024.02.22
ແມ່ຍິງລາວ ຈໍານວນນຶ່ງ ຖືກຄ້າມະນຸດ ພາຍຫຼັງເດີນທາງໄປຈີນ ປ້າຍເຕືອນເຖິງອັນຕຣາຍ ຂອງການຄ້າມະນຸສ ເປັນພາສາຕ່າງປະເທດ ຕິດໄວ້ທີ່ຈຸດຜ່ານແດນ ຂ້າມໄປເຂດເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ. ວັນທີ 11 ກໍຣະກະດາ 2023
RFA

ປັດຈຸບັນ, ປະເທດລາວ ກໍາລັງມີບັນຫາ ທາງດ້ານເສຖກິຈ ເປັນໂຕຍູ້ດັນ ໃຫ້ເດັກນ້ອຍ ແລະ ແມ່ຍິງລາວ ຢູ່ເຂດຊົນນະບົດ ຕ້ອງໄປເຮັດວຽກ ຢູ່ປະເທດເພື່ອນບ້ານ ແລະ ບາງຄົນ ກໍຍອມແຕ່ງງານ ກັບຜູ້ຊາຍຄົນຈີນ. ໃນຈໍານວນແມ່ຍິງລາວ ທີ່ແຕ່ງງານ ກັບຄົນຈີນ ແລະ ໄປເຮັດວຽກ ຈໍານວນນຶ່ງ ກໍຕົກເປັນເຫຍື່ອການຄ້າມະນຸດ.

ເຈົ້າໜ້າທີ່ພາກປະຊາສັງຄົມ ຜູ້ທີ່ເຮັດວຽກເລື່ອງການສຶກສາ ແລະ ເຮັດເລື່ອງແຮງງານເຄື່ອນທີ່ ທ່ານນຶ່ງ ໄດ້ກ່າວໃຫ້ສໍາພາດ ຕໍ່ເອເຊັຽເສຣີ ວ່າ:

"ຄວາມຈິງແລ້ວ ບັນຫາເລື່ອງການຄ້າມະນຸດນີ້ ມັນມີມາດົນແລ້ວ ແຕ່ບັນຫາທີ່ເວົ້າເຖິງນີ້ ແມ່ນກໍລະນີທີ່ມັນຖືກພົບຊື່ໆ ວ່າມີການຄ້າມະນຸດຊື່ືໆ ເຈົ້າໜ້າທີ່ໄດ້ຮັບການຮ້ອງຂໍໃຫ້ຊ່ວຍ ມັນກະເກີດຂຶ້ນຫຼາຍ ຢູ່ທາງແຂວງພາກເໜືອກະມີເນາະ, ແຕ່ວ່າ ມັນກະມີຈໍານວນຫຼາຍທີ່ວ່າ ມັນບໍ່ຖືກເປັນຂ່າວເນາະ."

ເຈົ້າໜ້າທີ່ທ່ານນີ້​ ກ່າວຕື່ມອີກວ່າ:

"ແນ່ນອນແລ້ວ ເລື່ອງເສຖກິຈ ເປັນປັດໃຈສໍາຄັນ ຄັນຖ້າຈະເວົ້າລະກະບໍ່ມີໃຜດອກ ທີ່ຕ້ອງການຢາກໜີຈາກຄອບຄົວເນາະ ຄັນຖ້າວ່າ ບໍ່ມີແຮງກົດດັນທາງດ້ານເສຖກິຈ ມີຄວາມຕ້ອງການຢາກມີລາຍຮັບລາຍໄດ້ ເພື່ອໃຫ້ໂຕເອງແລະຄອບຄົວມີຖານະເສຖກິຈທີ່ດີຂຶ້ນກວ່າເກົ່າ."

ນອກຈາກນີ້ ບັນຫາທາງດ້ານການສຶກສາ, ການບັງຄັບໃຊ້ກົດໝາຍຕໍ່ຜູ້ລະເມີດ ທີ່ຍັງບໍ່ຮັດກຸມ, ການຫຼັ່ງໄຫຼຂອງຄົນຈີນ ເຂົ້າມາປະເທດລາວ ກໍເປັນປັດໃຈທີ່ນໍາໄປສູ່ການຄ້າມະນຸດ.

ເຈົ້າໜ້າທີ່ອົງການຈັດຕັ້ງພາກປະຊາສັງຄົມອີກທ່ານນຶ່ງ ໄດ້ໃຫ້ສໍາພາດຕໍ່ເອເຊັຽເສຣີ ວ່າ:

"ມັນມີຫຼາຍສາເຫດ ອັນທີນຶ່ງ ເຮົາຊິເວົ້າເລື່ອງລະບົບເສຖກິຈ ຢູ່ລາວເນາະຫຼັກໆ ບັນຫາເສຖກິຈການເງິນນີ້ແຫຼະ ເປັນແຮງຈູງໃຈອັນນຶ່ງທີ່ເຮັດບັນດາ ຍິງສາວທັງຫຼາຍເຫຼົ່ານັ້ນອ່ອນໄຫວຕໍ່ ຄວາມຕ້ອງການໃນການໃຊ້ເງິນ ແລະ ບວກກັບ."

ທ່າວກ່າວຕື່ມອີກວ່າ:

"ປັດໃຈອື່ນໆ ກໍຄື ເວົ້າເລື່ອງການຄຸ້ມຄອງຄົນຕ່າງປະເທດ ປັດໃຈຮອງລົງມາກໍຄື ການນໍາໃຊ້ລະບຽບກົດໝາຍໃນ ສປປລາວ ເຮົາຊິປະກົດເຫັນວ່າ ຊິມີແຕ່ຄົນຈີນເທົ່ານັ້ນທີ່ເຮັດແບບນີ້ ຄົນຕ່າງປະເທດອື່ນເຂົາເຈົ້າມີຈັນຍາບັນ." 

ເອເຊັຽເສຣີ ໄດ້ຕິດຕໍ່ໄປຫາສະຖານທູດຈີນປະຈໍາລາວ ເພື່ອຖາມກ່ຽວກັບຂອດການຮ່ວມມື ລະຫວ່າງ ຣັຖບານຈີນ ແລະ ລາວ ເພື່ອຕ້ານ-ສະກັດກັ້ນການຄ້າມະນຸດຈາກລາວໄປຈີນ, ແຕ່ ເຈົ້າໜ້າທີ່ສະທູດບໍ່ສາມາດຕອບຄໍາຖາມນີ້ໄດ້ ແຕ່ບອກພຽງແຕ່ວ່າ ຈະລາຍງານເຖິງທ່ານທູດຈີນ ໄດ້ຮັບຮູ້.

ເຖິງຢ່າງໃດກໍຕາມ, ຢູ່ບັນດາແຂວງພາກເໜືອ ເຈົ້າໜ້າທີ່ທາງການລາວ ກໍໄດ້ມີການຕິດຕາມ ແລະ ປ້ອງກັນການຄ້າມະນຸດ.

ເຈົ້າໜ້າທີ່ກ່ຽວຂ້ອງ ຢູ່ແຂວງພາກເໜືອ ທ່ານນຶ່ງ ໄດ້ກ່າວຕໍ່ເອເຊັຽເສຣີ ວ່າ:

"ເປັນລັກສະນະແບບວ່າ ມີການຕົວະຍົວະຫຼອກລວງກັນໄປ ເອົາຜົວ ເອົາເມັຽ ປັດຈຸບັນ ກໍກໍາລັງດໍາເນີນຢູ່ຫັ້ນແຫຼະ ໂຕນີ້ກະຕາມຂັ້ນຕອນ ກໍມີຄະນະກໍາມະການ ທາງຜແນກຂຶ້ນກັບຄະນະກໍາມະການກໍໄດ້ ຊ່ວຍເຫຼືອເອົາຜູ້ເຄາະຮ້າຍຢູ່ ສປ ຈີນ ກໍໄດ້ຣາຍງານເຖິງຜແນກການຕ່າງປະເທດ ແລະ ກໍຜແນກການຕ່າງປະເທດ ກໍໄດ້ລາຍງານເຖິງກົງສູນ."

ທາງການລາວ ບໍ່ມີການເຜີິຍແຜ່ ຢ່າງເປັນທາງການ ກ່ຽວກັບກໍລະນີ ແລະ ຈໍານວນ ຜູ້ທີ່ຕົກເປັນເຫຍື່ອການຄ້າມະນຸດ.

ແຕ່ທີ່ຜ່ານມາ ກໍມີເຫດການເກີດຂຶ້ນທີ່ຕົກເປັນຂ່າວ ເຊັ່ນ:

ໃນປີ 2023, ກໍລະນີ ນາງ ໄກ່ ນາມສົມມຸດ ອາຍຸ 19 ປີ ຢູ່ແຂວງວຽງຈັນ ທີ່ແຕ່ງງານກັບຜູ້ຊາຍຈີນ ແລະ ຍ້າຍໄປຢູ່ປະເທດຈີນກັບຜົວ. ຫຼັງຈາກຢູ່ກິນກັນໄດ້ໄລຍະນຶ່ງ ນາງ ໄກ່ ກໍຖືກຜົວຈີນຈັບຮຽກຄ່າໄຖ່ ຈາກຍາດພີ່ນ້ອງ.

ໃນເດືອນມົກກະຣາ 2024, ນາງ ເກດແກ້ວ ໄຊຍະວົງ ອາຍຸ 28 ປີ ຊາວ ແຂວງໄຊຍະບູລີ ໄດ້ຮັບການຊ່ວຍເຫຼືອຈາກເຈົ້າໜ້າທີ່ທາງການລາວ ຫຼັງຈາກທີ່ຍາດພີ່ນ້ອງຕິດຕໍ່ຫາບໍ່ໄດ້ ໃນປີ 2022 ແລະ ຕໍ່ມາ ຍາດພີ່ນ້ອງ ຈຶ່ງຮູ້ວ່າ ລາວຖືກຂາຍໄປຈີນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.