ລົງນາມຮ່ວມ ໂຄງການ ຫຼຸດຜ່ອນຄວາມສ່ຽງ ຄ້າມະນຸສ ຢູ່ອຸດົມໄຊ, ຫຼວງນ້ຳທາ
2023.01.12

ໃນວັນທີ 11 ມົກກະຣາ 2023 ທີ່ຜ່ານມາ ອົງການພັທນາສາກົລ ຂອງປະເທດ ສະຫະຣັຖ ອາເມຣິກາ ໄດ້ຈັດພິທີລົງນາມ ບົດບັນທຶກຄວາມເຂົ້າໃຈ ໂຄງການຫຼຸດຜ່ອນຄວາມສ່ຽງ ຈາກການຄ້າມະນຸສ ຢູ່ໂຮງແຮມລາວພລາຊ່າ ນະຄອນຫຼວງວຽງຈັນ ເຊິ່ງມີ ທ່ານ ວົງຄໍາ ພັນທະນຸວົງ ຫົວໜ້າກົມສັງຄົມສົງເຄາະ, ຍານາງ ດຣ. ຊູກຽດ ປັນຍານຸວົງ ຫົວໜ້າໂຄງການຫຼຸດຜ່ອນ ຄວາມສ່ຽງຈາກການຄ້າມະນຸສ ອົງການ WinRock International, ທ່ານ ລີປາວ ຢ່າງ ຮອງຣັຖມົນຕຣີ ກະຊວງແຮງງານ ແລະສວັດດີການສັງຄົມ ແລະຍານາງ ແຊເນິນ ແຟໂຣ ຮອງເອກອັກຄະຣັຖທູຕ ສະຫະຣັຖອາເມຣິກາ ປະຈໍາ ສປປ ລາວ ແລະເຈົ້າໜ້າທີ່ ທີ່ກ່ຽວຂ້ອງເຂົ້າຮ່ວມ ໃນພິທີລົງນາມດັ່ງກ່າວ.
ເຊິ່ງໂຄງການຫຼຸດຜ່ອນ ຄວາມສ່ຽງຈາກການຄ້າມະນຸສ ນີ້ ມີໄລຍະເວລາ 2 ປີ ຄື ປີ 2023-2024 ແລະຈຸດປະສົງ ຂອງໂຄງການດັ່ງກ່າວນີ້ ກໍເພື່ອຄວາມສ້າງເຂັ້ມແຂງ ໃຫ້ພາກສ່ວນທີ່ກ່ຽວຂ້ອງ ຂອງພາກຣັຖ ແລະ ສນັບສນູນໃຫ້ຜູ້ທີ່ມີຄວາມສ່ຽງ, ຜູ້ດ້ອຍໂອກາດ ແລະຜູ້ຖືກເຄາະຮ້າຍ ຈາກການຄ້າມະນຸສ ໃຫ້ມີຊີວິດທີ່ດີຂຶ້ນ ໂດຍຈະມີການຝຶກວິຊາຊີບ ສົ່ງເສີມໃຫ້ມີວຽກເຮັດງານທໍາ ແລະມີໂອກາດ ທາງດ້ານເສຖກິຈ. ພື້ນທີ່ ໃນການຈັດຕັ້ງປະຕິບັດ ໂຄງການດັ່ງກ່າວ ປະກອບມີ ແຂວງຫຼວງນ້ຳທາ ແລະ ແຂວງອຸດົມໄຊ, ສໍາລັບໂຄງການດັ່ງກ່າວ ມີມູນຄ່າທັງໝົດ 800,000 ໂດລ້າຣ໌ສະຫະຣັຖ ຫຼື (ປະມານ 13.65 ຕື້ກີບ) ເຊິ່ງໄດ້ຮັບການສນັບສນູນໂດຍ ອົງການພັທນາສາກົລ ຂອງປະເທດສະຫະລັຖ ອາເມຣິກາ ເນື່ອງຈາກທີ່ຜ່ານມາ ຍັງບໍ່ມີການສົ່ງເສີມ ຝຶກວິຊາຊີບໃຫ້ເຂົາເຈົ້າ ຍ້ອນບໍ່ມີງົປມານ ເພາະທີ່ຜ່ານມາ ໃນເວລາທີ່ເຈົ້າໜ້າທີ່ ຊ່ອຍເຫຼືອຜູ້ຖືກເຄາະຮ້າຍ ກັບມາຈາກຈີນໄດ້ ກໍມີພຽງແຕ່ສືບສວນ, ສອບສວນ ເພື່ອຮິບໂຮມຂໍ້ມູນ ແລະກໍໃຫ້ຄວາມຮູ້້ເພີ່ມຕື່ມ ເພື່ອບໍ່ໃຫ້ຕົກເປັນເຫຍື່ອ ໃນການຖືກຄ້າມະນຸສອີກ ຫຼັງຈາກນັ້ນກໍສົ່ງຜູ້ຖືກເຄາະຮ້າຍ ກັບພູມລໍາເນົາ.
ດັ່ງເຈົ້າໜ້າທີ່ ທີ່ກ່ຽວຂ້ອງທ່ານນຶ່ງ ໃນແຂວງຫຼວງນໍ້າທາ ຜູ້ຂໍສງວນຊື່ ແລະ ຕໍາແໜ່ງ ໄດ້ກ່າວໃນວັນທີ 12 ມົກກະຣາ ນີ້ວ່າ:
“ເຣື່ອງທຶນຮອນ ເຮົາຈະມາພັທນາ ມາຝຶກອົບຮົມໃຫ້ເຂົາເຈົ້າບໍອັນນີ້ ເຮົາບໍ່ມີເທື່ອເນາະ ເພາະວ່າ ເຮົາບໍ່ມີທຶນ ເຮົາມີແຕ່ວ່າ ເອົາເຂົາມາແລ້ວ ມີເຈົ້າໜ້າທີ່ເຮົາ ຈະເກັບກໍາຂໍ້ມູນຫຍັງລະອຽດໝົດ ແລ້ວເຮົາກໍໄດ້ສຶກສາອົບຮົມເຂົາເຈົ້າ ເວົ້າຜົລຮ້າຍຫຍັງໃຫ້ເຂົາຟັງ ແລ້ວກໍສົ່ງກັບຄືນ ຫາບ້ານຫາເມືອງເຂົາເຈົ້າ.”
ເຈົ້າໜ້າທີ່ທີ່ກ່ຽວຂ້ອງທ່ານນີ້ ຍັງກ່າວຕື່ມວ່າ ທີ່ຜ່ານມາ ແຂວງຫຼວງນໍ້າທາ ກໍວ່າເປັນແຂວງທີ່ມີຄວາມສ່ຽງຫຼາຍ ເພາະວ່າ ເປັນແຂວງທີ່ຕິດກັບຊາຍແດນຈີນ ແລະແມ່ຍິງໃນວັຍທີ່ເປັນສາວ ກໍມັກຈະຖືກຕົວະໃຫ້ແຕ່ງດອງກັບຄົນຈີນ ຫຼືມີນາຍໜ້າຕົວະຍົວະ ແລ້ວກໍພາໄປຍັງປະເທດຈີນ ເຊິ່ງແມ່ຍິງທີ່ເປັນຜູ້ເຄາະຮ້າຍ ຫຼືມິີຄວາມສ່ຽງເຫຼົ່ານັ້ນ ຢາກທີ່ຈະມີຊີວິດທີ່ດີຂຶ້ນ ຫຼຸດພົ້ນອອກຈາກຄວາມທຸກຍາກ ກໍຫຼົງເຊື່ອ.
“ເຂົາຖືກຕົວະໄປຫັ້ນແຫຼະ ຕົວະໄປໃນແບບແອບແຝງ ນຶ່ງ ແອບແຝງໄປແບບວ່າ ໄປແຕ່ງງານກັບຄົນຕ່າງປະເທດຈັ່ງຊີ້ຈັ່ງຊັ້ນ ແລ້ວກໍແມ່ນໄປຫັ້ນນ່າ ຫຼືວ່າຖືກນາຍໜ້າຕົວະໄປກໍມີ ມັນມີ ສອງ ເງື່ອນໄຂແບບນີ້ຫັ້ນແຫຼະ ຢາກມີຊີວິດທີ່ດີຫັ້ນນ່າ ເພາະວ່າ ເຂົາຢູ່ບ້ານນອກບ້ານນາ.”
ຂະນະທີ່ ເຈົ້າໜ້າທີ່ທີ່ກ່ຽວຂ້ອງ ໃນແຂວງອຸດົມໄຊ ທ່ານນຶ່ງກ່າວວ່າ ພາຍໃນແຂວງອຸດົມໄຊ ກໍຍັງບໍ່ທັນມີການຝຶກວິຊາຊີບ ໃຫ້ຜູ້ຖືກເຄາະຮ້າຍ ຈາກການຕົກເປັນເຫຍື່ອຂອງການຄ້າມະນຸສເທື່ອ ແລະທີ່ຜ່ານມາ ເຈົ້າໜ້າທີ່ ຊ່ອຍເຫຼືອຜູ້ຕົກເປັນເຫຍື່ອ ການຄ້າມະນຸສ ມາໄດ້ ກໍມີແຕ່ສຶກສາອົບຮົມ ແລະສົ່ງເຂົາເຈົ້າກັບບ້ານເກີດ ໄປຢູ່ກັບຄອບຄົວ.
“ຄືຜ່ານມາ ແຂວງເຮົານີ້ບໍ່ມີ ຄືຂແນງໃຫ້ຄໍາປຶກສາ ແລະຕໍາຣວດເນາະ ເຂົາເຈົ້າແຈ້ງມາ ກໍໄປຮັບມາຮອດອຸດົມໄຊ ແລ້ວກໍໄດ້ເອົາເຂົາເຈົ້າມາແລ້ວ ກໍມາສືບສວນກ່ອນ ແລ້ວກໍສົ່ງເຂົາເຈົ້າ ກັບໄປຫາຄອບຄົວ.”
ຂະນະດຽວກັນ ຊາວລາວໃນເຂດພາກເໜືອທ່ານນຶ່ງ ກໍກ່າວວ່າ ກ່ຽວກັບເຣື່ອງຄ້າມະນຸສນີ້ ກໍຖືວ່າ ຍັງເປັນເຣື່ອງທີ່ໜ້າເປັນຫ່ວງຫຼາຍ ເພາະເຈົ້າໜ້າທີ່ລາວ ບໍ່ໄດ້ເອົາໃຈໃສ່ເທົ່າທີ່ຄວນ ເພາະແມ່ຍິງຊົນເຜົ່າທີ່ຮູ້ເທົ່າບໍ່ເຖິງການສ່ວນໃຫຍ່ ຫຼືຕ້ອງການມີຊິວິຕທີ່ດີ ກໍມັກຈະຖືກຕົວະຍົວະໄປຈີນກັນຫຼາຍ ອາຈຂໍແຕ່ງດອງຖືກຕ້ອງຕາມກົດໝາຍ ແລະກໍພາໄປຈີນ ພໍໄປຮອດຈີນແລ້ວ ກໍບໍ່ເປັນແບບທີ່ຄິດວ່າຊີວິດຈະດີກໍມີ.
“ໜ້າເປັນຫ່ວງຢູ່ໂຕນີ້ຫັ້ນນ່າ ເຈົ້າໜ້າທີ່ ບໍ່ເອົາໃຈໃສ່ປານໃດນ່າ ແມ່ຍິງຫັ້ນຄວາມຮູ້ເຂົາເຈົ້າບໍ່ເທົ່າເຖິງການ ບາງຄັ້ງຄົນຈີນເຂົາເອົາເງິນເຫຍື່ອແດ່ ເຂົາມີເງິນມີຄໍາ ແລ້ວມາຖືກຕົວະ ຖືກຍົວະໄປຫັ້ນແຫຼະ ເຂົາກໍຕົວະໄປວ່າ ເຮັດລູກເຮັດເມັຽຫັ້ນນ່າ ໄປແລ້ວຄວາມຈິງ ໄປຮອດປະເທດເຂົາ ນ່າບໍ່ແມ່ນ.”
ຊາວລາວອີກທ່ານນຶ່ງ ໃນເຂດພາກເໜືອ ກໍກ່າວວ່າ ການຄ້າມະນຸສໃນປັດຈຸບັນນີ້ ທ່ານເຊື່ອວ່າກໍຍັງມີຢູ່ ເຊິ່ງມີຫຼາຍຮູບແບບກວ່າແຕ່ກ່ອນແລ້ວ ເຊິ່ງກໍໄດ້ຕິດຕາມຂ່າວຢູ່ ເຊັ່ນວ່າ ໃນແຂວງບໍ່ແກ້ວ ຄົນລາວດ້ວຍກັນເອງ ກໍຕົວະກັນໄປເຮັດວຽກໃນເຂດເສຖກິຈພິເສດ ສາມຫຼ່ຽມຄໍາ ແຕ່ໄປແລ້ວກໍບໍ່ແມ່ນວຽກທີ່ຢາກຈະເຮັດ ພໍຢາກຈະເມືອບ້ານ ກໍບໍ່ໄດ້ເມືອ ບາງຄົນຖືກທໍາຮ້າຍຮ່າງກາຍກໍມີ ບາງຄົນຕ້ອງຫາເງິນມາໃຊ້ຄືນກ່ອນ ເຖິງຈະກັບເມືອບ້ານໄດ້.
“ໄລຍະຜ່ານມາກໍມີ ລັກສະນະວ່າ ຕົວະວ່າຈະເອົາເຂົ້າໄປວຽກຢູ່ໃນ ມີວຽກໃຫ້ເຮັດແນວນີ້ແນວນັ້ນຫັ້ນແຫຼະ ຕົວະກັນໄປແນວນັ້ນແຫຼະ ບາງຄົນໃຈງ່າຍກໍໄປນໍາເຂົາເຮັດວຽກ ໃຫ້ມັນບໍ່ໄດ້ ຄັນຊິອອກ ກໍຕ້ອງໄດ້ທົນແທນຄ່່າເສັຽຫາຍ.”
ຢ່າງໃດກໍຕາມ ການຊ່ອຍເຫຼືອ ຂອງສະຫະຣັຖ ອາເມຣິກາເທື່ອນີ້ ເພື່ອຢາກຫຼຸດຜ່ອນ ບັນຫາການຄ້າມະນຸສໃນລາວ ແລະຊ່ອຍເຫຼືອໃຫ້ຜູ້ຖືກເຄາະຮ້າຍ ໄດ້ມີວິຊາຊີບ ເພື່ອຫາລ້ຽງຕົນເອງໄດ້.
ກ່ອນໜ້ານີ້ ໃນໄລຍະເດືອນມິນາ ປີ 2022 ຄະນະກັມມະການ ຕ້ານການຄ້າມະນຸສ ແຂວງຫຼວງນໍ້າທາ ແລະບໍຣິສັດທະວີໄຊກໍ່ສ້າງ ຈໍາກັດ ກໍໄດ້ລົງນາມກໍ່ສ້າງ ສູນພັກຊົ່ວຄາວເພີ່ມຕື່ມ ສໍາລັບຜູ້ຖືກເຄາະຮ້າຍຈາກການຄ້າມະນຸສ ພາຍຫຼັງທີ່ກະຊວງປ້ອງກັນຄວາມສງົບ ໃຊ້ງົປມານຂອງຕົນ ຮ່ວມກັບນັກທຸຣະກິຈ ເພື່ອກໍ່ສ້າງສູນພັກຊົ່ວຄາວແຫ່ງນີ້ ຮວມມູນຄ່າກໍ່ສ້າງທັງໝົດ 11,525,000,000 (ສິບເອັດຕື້ ຫ້າຮ້ອຍຊາວຫ້າລ້ານກີບ).