ແມ່ຍິງ ຖານະຍາກຈົນ ເຂດຫ່າງໄກ ສ່ຽງຖືກຄ້າມະນຸສ

ໄຊຍາ
2022.08.01
ແມ່ຍິງ ຖານະຍາກຈົນ ເຂດຫ່າງໄກ ສ່ຽງຖືກຄ້າມະນຸສ ຍາມຣາຕຣີ ຢູ່ກາສິໂນ ຄິງສ໌ໂຣມັນສ໌ ມີບໍຣິການຄົບວົງຈອນ ໃນເຂດເສຖກິຈພິເສດ ສາມຫຼ່ຽມຄໍາ ແຂວງບໍ່ແກ້ວ
ນັກຂ່າວ ພົລເມືອງ

ການຄ້າມະນຸສ ຍັງເປັນພັຍຂົ່ມຂູ່ ຕໍ່ກັບແມ່ຍິງລາວທີ່ຢູ່ເຂດຫ່າງໄກ ສອກຫຼີກ ແມ່ຍິງກຸ່ມ ແມ່ນມີຄວາມສ່ຽງຫຼາຍ ຕໍ່ການຕົກເປັນເຫຍື່ອ ຂອງຂະບວນການຄ້າມະນຸສ ນັບມື້ນັບເພີ່ມຂຶ້ນ. ອີງຕາມການຣາຍງານ ຂອງທາງການລາວ ລະບຸວ່າ ໃນຈຳນວນຜູ້ຕົກເປັນເຫຍື່ອ ຂອງການຄ້າມະນຸສ ຜູ້ຍິງມີອັດຕຣາສ່ວນ ກວມເອົາຫຼາຍກ່ວາຜູ້ຊາຍ.

ປັດຈຸບັນ ແຂວງສາຣະວັນ ກໍແມ່ນແຂວງນຶ່ງ ທີ່ແມ່ຍິງຍັງມີຄວາມສ່ຽງ ຕົກກເປັນເຫຍື່ອ ຂອງການຄ້າມະນຸສ. ດັ່ງກໍຣະນີ ຂອງແມ່ຍິງຄົນນຶ່ງອາຍຸ 24 ປີ ຖານະທຸກຍາກ ຮຽນບໍ່ຈົບຊັ້ນ ມ.7 ຈາກເມືອງສາຣະວັນ ທີ່ກໍາລັງລໍຖ້າທາງການໄທຍ ສົ່ງກັບມາຍັງຫ້ອງການ ສະຫະພັນແມ່ຍິງ ແຂວງສາຣະວັນ ພາຍຫຼັງທີ່ໄປເຮັດວຽກ ເປັນພນັກງານຂາຍອາໄຫຼ່ຣົຖ ຢູ່ໄທຍແລ້ວບໍ່ໄດ້ເງິນເດືອນ ຖືກກັກຂັງ ຢູ່ແຕ່ບ່ອນເຮັດວຽກແລ້ວ ທາງການໄທຍສາມາດເຂົ້າຊ່ອຍເຫຼືອໄດ້.

ດັ່ງເຈົ້າໜ້າທີ່ ສະຫະພັນແມ່ຍິງ ແຂວງສາຣະວັນ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 01 ສິງຫານີ້ວ່າ:

ກັກຂັງໜ່ວງໜ່ຽວ ແລະກໍໃຫ້ທຳງານ ກໍໃຫ້ກິນແຕ່ເຂົ້າ ກໍຍັງມີບັນຫາຢູ່ ບໍ່ທັນໄດ້ສົ່ງກັບມາຮອດບ້ານເຮົາ ກໍມີຂາຍເຄື່ອງອາໄຫຼ່ຣົຖຍົນ ອີ່ຫຍັງນີ້ແຫຼະ ແລ້ວກໍບໍ່ໄດ້ໃຫ້ເງິນເດືອນ ຖືກກັກຂັງຢູ່. ອັນນ່າສູນຂອງໄທຍແລ້ວດຽວນີ້ ລໍຖ້າແຕ່ສົ່ງກັບມາຄວາມຮູ້ເທົ່າບໍ່ເຖິງ ການນີ້ແຫຼະມັນຄວາມທຸກຍາກກໍມີສ່ວນໄປ ຫາທຳງານເພື່ອແກ້ໄຂຊີວິຕ ຄວາມເປັນຢູ່ແຕ່ວ່າບໍ່ຮູ້ວ່າເຮົາໄປນີ້ ມັນຈະມີຄວາມສ່ຽງຫຼາຍ.

ຍານາງກ່າວຕື່ມວ່າ ອາຍຸທີ່ເຂົາເຈົ້າໄປເຮັດວຽກຢູ່ໄທຍຄັ້ງທຳອິດ 14 ປີ ແລ້ວຫຼັງຈາກນັ້ນໄປເຮັດແນວໃດບໍ່ຮູ້ຈຶ່ງໄດ້ຢູ່ຮ້ານຂາຍ ອາໄຫຼ່ຣົຖແລ້ວຖືກຂູດຮີດແຮງງານ ຮູ້ພຽງແຕ່ວ່າ ເຂົາເຈົ້າໄປໄທຍແບບຜິດກົດໝາຽຄືໃຊ້ວິຊ້າ ສຳລັບທ່ອງທ່ຽວ ເຂົ້າໄທຍບໍ່ໄດ້ຜ່ານຜແນກ ແຮງງານ ແລະສັວັດດີການສັງຄົມ. ຄະນະທີ່ປັດຈຸບັນ ທາງກອງເລຂາ ຄະນະກັມການ ຕ້ານການຄ້າມະນຸສ ແຂວງສາຣະວັນ ກໍໄດ້ຂຶ້ນແຜນ ຂໍຄວາມຊ່ອຍເຫຼືອ ຈາກອົງກອນສາກົລ ແລະພາກສ່ວນທີ່ກ່ຽວຂ້ອງ ເພື່ອສນັບສນູນ ວຽກງານໂຄສະນາ ເຄື່ອນທີ່ໃນເຂດຫ່າງໄກ ສອກຫຼີກ ໃຫ້ຮູ້ເຖິງພັຍອັນຕຣາຍ ຂອງການຄ້າມະນຸສແລ້ວ ເນື່ອງຈາກພາຍໃນແຂວງມີແຮງງານ ເຄື່ອນຍ້າຍໄປເຮັດວຽກ ຢູ່ຕ່າງປະເທດຫຼາຍ.

ຢູ່ແຂວງບໍ່ແກ້ວ ບໍ່ພຽງແຕ່ແມ່ຍິງ ໃນແຂວງເທົ່ານັ້ນ ແຕ່ຍັງມີແມ່ຍິງຕ່າງປະເທດ ເປັນຕົ້ນແມ່ຍິງວຽດນາມແລະ ຜູ້ຊາຍລາວ ຍັງສ່ຽງຕົກເປັນເຫຍື່ອ ຂອງການຄ້າມະນຸສນຳດ້ວຍ. ເນື່ອງຈາກໄລຍະປີ 2021-2022 ມີແມ່ຍິງ ແລະຜູ້ຊາຍທັງໝົດ 447 ຄົນໃນນັ້ນເປັນຍິງ 199 ຄົນທັງຄົນລາວ ແລະຄົນວຽດນາມເປັນຜູ້ຖືກເຄາະຮ້າຍ ຈາກການຄ້າມະນຸສ ຢູ່ຄາສິໂນ ຄິງສ໌ໂຣມັນສ໌.

ຜູ້ຖືກເຄາະຮ້າຍ ຈາກການຄ້າມະນຸສ ໃນແຂວງບໍ່ແກ້ວ ສ່ວນຫຼາຍເປັນແມ່ຍິງ ຢູ່ເຂດຫ່າງໄກສອກຫຼີກ ຖານະທຸກຍາກ ຊຶ່ງມີນາຍໜ້າໄປຕົວະຍົວະ ເອົາໂດຍການໂຄສະນາ ຜ່ານເຟສບຸກເພື່ອຮັບສມັກ ຄົນຕອບແຊັດ ລາຍໄດ້ດີ ບໍ່ເສັຽຄ່າອີ່ຫຍັງ ໃຫ້ໄປເຮັດວຽກນັ້ນ ຢູ່ຄາສິໂນ ຄິງສ໌ໂຣມັນສ໌ ແຕ່ສະພາບໂຕຈິງ ແມ່ນພາຍຫຼັງ ຮອດຄາສິໂນ ຄິງສ໌ໂຣມັນສ໌ ເປັນໜີ້ຖືກໄລ່ຄ່າເດີນທາງ, ຄ່າຢູ່ຄ່າກິນ ຈົນເປັນໜີ້ບວກກັບວຽກຕອບແຊັດ ບໍ່ໄດ້ຈຶ່ງຖືກສົ່ງໄປຂາຍໃຫ້ບໍຣິສັດ ຕອບແຊັດອື່ນ ແລະບາງຄົນຖືກສົ່ງໄປຂາຍ ບໍຣິການທາງເພດ ເພື່ອໃຊ້ໜີ້.

ດັ່ງກອງເລຂາ ຄະນະກັມການ ຕ້ານການຄ້າມະນຸສ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ກ່າວໃນມື້ດຽວກັນວ່າ:

ເຂົ້າໃຈວ່າ ທາງບໍຣິສັດອອກໃຫ້ໝົດ ແຕ່ວ່າເຂົ້າມາໃນປຸບ ເຈົ້າເຊັນສັນຍາປັບ ເຈົ້າຈະມີໜີ້ເລີຍ. ທາງບໍຣິສັດ ຈະໄລ່ໝົດທຸກຢ່າງ ຕັ້ງແຕ່ຣົຖ, ຕັ້ງແຕ່ ຂອງກິນ, ເຂົ້ານໍ້າມາ. ເຈົ້າຕອບແຊັດບໍ່ໄດ້ ຕ້ອງຂາຍບໍຣິສັດອື່ນ ໄປເລີຍ ຄັນວ່າບໍຣິສັດໃດ ຮັບບໍ່ໄດ້ ກໍມີແຕ່ຂາຍໃຫ້ຮ້ານ ຂາຍບໍຣິການທາງເພດ. ແລ້ວສ່ວນຫຼາຍເຂົາຕົວະ. ເຂດນອກເດ້ ສາວເຂດນອກນີ້ຈະມີຣາຍຮັບ ບໍ່ໄດ້ຫຼາຍ ມາເຮັດວຽກພີ້ ເອົາເດືອນນຶ່ງຕໍ່າ ສຸດ 5 ລ້ານກີີບ 10 ລ້ານກີບ ເຂົາເຈົ້າຢູ່ໃນບ້ານຫັ້ນ ປີນຶ່ງຊິບໍ່ຮອດ 10 ລ້ານກີບຊໍ້າ. ເຂົາມາເຈິແນວນນີ້ປຸບ ເຂົາກໍຖືກຕົວະເລີຍແຫຼະ.

ທ່ານໄດ້ກ່າວຕື່ມວ່າ ກອງເລຂາ ຄະນະກັມການຕ້ານການຄ້າມະນຸສ ເມືອງຕົ້ນເຜິ້ງ ສາມາດຊ່ອຍເຫຼືອຜູ້ຖືກເຄາະຮ້າຍ ທີ່ຖືກຕົວະຍົວະ ອອກມາໄດ້ພຽງແຕ່ຕິດຕໍ່ຫາ ເບີ 20-2288-2068 ຫຼື 20-2912-2234 ພ້ອມສົ່ງຂໍ້ມູນ ໃຫ້ຄົບເປັນຕົ້ນ ຊື່ ແລະ ນາມສະກຸນ, ໃບສັກວັກຊິນ, ທີ່ຢູ່ປັດຈຸບັນ, ເລຂບັດປະຈຳໂຕ, ຊື່ບໍຣິສັດ, ບ່ອນພັກປະຈຸບັນ ເບີຫ້ອງນອນ ຖ່າຍຮູບຕຶກ ເບີຕິດຕໍ່ໂຕເອງ ແລະຮູບໂຕເອງ ເພື່ອໃຫ້ເຈົ້າໜ້າທີ່ ທີ່ຢູ່ຂ້າງນອກ ຄາສິໂນ ໄປຊ່ອຍໄດ້.

ແຂວງສວັນນະເຂດ ທັງໃນໂຕເມືອງ ແລະ ເຂດຫ່າງໄກ ກໍມີຄວາມສ່ຽງ ຕໍ່ການເປັນເຫຍື່ອ ຂອງການຄ້າມະນຸສເຊັ່ນກັນ. ໃນປີ 2021 ຜ່ານມາ ທາງການເມືອງສອງຄອນ ໄດ້ຊ່ອຍແມ່ຍິງລາວ ຈາກນະຄອນຫຼວງວຽງຈັນ 3 ຄົນ ອາຍຸແຕ່ 19-20 ປີ ທີ່ຈະໄປເຮັດວຽກ ເປັນກັມມະກອນຢູ່ໄທຍ ແລະ ໃນປີ 2015 ມີຜູ້ຊາຍເປັນຄົນ ແຂວງສວັນນະເຂດ ຈຳນວນນຶ່ງ ກໍໄດ້ໄປເຮັດວຽກ ເປັນຊາວປະມົງ ຢູ່ໄທຍບໍ່ໄດ້ຮັບຄ່າຈ້າງ ຖືກຊ່ອຍເຫຼືອກັບມາແລ້ວ.

ດັ່ງເຈົ້າໜ້າທີ່ ສະຫະພັນແມ່ຍິງ ແຂວງສວັນນະເຂດ ກ່າວໃນມື້ດຽວກັນນນີ້ວ່າ:

ປັດຈັຍສ່ວນຫຼາຍ ຍ້ອນຄອບຄົວທຸກຍາກແດ່ ແລະກໍອີກຫຼາຍຢ່າງກໍບໍ່ໄດ້ເຂົ້າໂຮງຮຽນ ແລະກໍເຂດຫ່າງໄກສອກຫຼີກ ອີກທີ່ວ່າຢູ່ເຂດນອກພຸ້ນ ຊິໄດ້ຖືກການຄ້າມະນຸສ ຍັງມີ ຄວາມສ່ຽງສູງຢູ່ວິທີການແກ້ໄຂ ກໍປັດຈຸບັນນີ້ ທາງພວກເຮົາກໍໄດ້ເອົາໃຈໃສ່ ໄດ້ມອບຄວາມຮັບຜິດຊອບ ໃຫ້ແຕ່ລະເມືອງໄດ້ສ້າງຕັ້ງຫັ້ນໜ່ວຍໂຄສະນາ ໄປເຮັດວຽກເຄື່ອນທີ່ຢູ່ໃນເຂດທີ່ ຫ່າງໄກສອກຫຼີກ ໃຫ້ເຂົາເຈົ້າໄດ້ເຂົ້າໃຈກ່ຽວກັບຄວາມຮູ້ ການໄປການອອກແຮງງານ ໃຫ້ຖືກຕ້ອງຕາມກົດໝາຽຫັ້ນນ່າ.

ແມ່ຍິງລາວ ຢູ່ບ້ານ ບຶງຊ້າງ ເມືອງຊົນນະບູຣີ ແຂວງສວັນນະເຂດ ກ່າວວ່າຢູ່ບ້ານບຶງຊ້າງ ເຈົ້າໜ້າທີ່ເອົາສື່ສິ່ງພີມເປັນຕົ້ນ ກາຕຸນ, ໂປສເຕີຣ໌, ລະຄອນສັ້ນ, ບົດເພັງ ແລະ ປື້ມຄູ່ມືການໂຄສະນາ ເຜີຍແຜ່ສະກັດກັ້ນ ຕ້ານການຄ້າມະນຸສ ມາໂຄສະນາໃຫ້ນັກຮຽນ ລະດັບຊັ້ນມັທຍົມສຶກສາ ພາຍໃນບ້ານໄດ້ເຂົ້າໃຈ ເຖິງພິດພັຍ ການຄ້າມະນຸສ.

ຄະນະທີ່ ຂັ້ນປະຊາຊົນ ກໍໄດ້ເປັນເຈົ້າການ ຖ້າພົບເຫັນການແຕ່ງດອງ ແອບແຝງ, ການຂູດຮີດແຮງງານ, ການຂູດຮີດທາງເພດ, ການບັງຄັບໃຫ້ເປັນໂສເພນີ, ການໃຫ້ຖືພາ, ການເອົາເດັກໄປລ້ຽງ ແບບແອບແຝງ, ການເອົາອາໄວຍະວະຕ່າງໆ ຂອງຮ່າງກາຍ ໄປຂາຍ ກໍໃຫ້ແຈ້ງເຈົ້າໜ້າທີ່ ທີ່ກ່ຽວຂ້ອງທັນທີ ເພື່ອປົກປ້ອງການຄ້າມະນຸສ ໃນທົ່ວສັງຄົມ.

ດັ່ງແມ່ຍິງລາວ ຢູ່ບ້ານ ບຶງຊ້າງ ເມືອງຊົນນະບູຣີ ແຂວງສວັນນະເຂດ ກ່າວໃສມື້ດຽວກັນວ່າ:

ເຮົາອັນນ່າ ເຮົາເບິ່ງຂ່າວຫັ້ນ ບໍ່ຢາກໃຫ້ມີການຄ້າມະນຸສ ບໍ່ຢາກໃຫ້ມັນເກີດ ເຮົາກໍແບບວ່າ ຢາກໃຫ້ເພິ່ນອັນໂຄສະນາເນາະ ແລະກໍແບບລົງມື ເພິ່ນວ່າຫັ້ນແຫຼະ ລົງອັນໂຄສະນາ ປາບປາມນີ້ແຫຼະ ບໍ່ໃຫ້ມີເກີດຂຶ້ນ ຫາກວ່າເຮົາພົບເຫັນ ກໍໃຫ້ແຈ້ງເຈົ້າໜ້າທີ່ວ່າຊັ້ນສະ.

ຕາມການຣາຍງານ ຂອງທາງການລາວ ໃນວັນສລອງວັນສາກົນ ຕ້ານການຄ້າມະນຸສ ວັນທີ 30 ກໍຣະກະດາ 2022 ບາງຕອນຣະບຸວ່າ ສະເພາະຢູ່ປະເທດລາວ ນັບແຕ່ເກັບກຳສະຖິຕິ ມາແຕ່ປີ 2014 ມາຮອດປັດຈຸບັນ ມີຜູ້ຖືກເຄາະຮ້າຍ ຈາກການຄ້າມະນຸສ 540 ຄົນ, ເປັນຍິງ 448 ຄົນ. ອາຍຸຕໍ່າກ່ວາ 18 ປີ ມີ 111 ຄົນ, ຍິງ 101 ຄົນ ແລະເປັນຄົນຕ່າງປະເທດ 18 ຄົນ, ຍິງ 8 ຄົນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.