ສສ ໄທ ຮຽກຮ້ອງໃຫ້ຊ່ອຍເຫຼືອ ເຫຍື່ອຄ້າມະນຸດ ໃນມຽນມາ, ລວມທັງຄົນລາວ
2024.12.23

ທ່ານ ກັນນະວີ ສືບແສງ, ສະມາຊິກສະພາຜູ້ແທນ ລາດສະດອນ ບັນຊີລາຍຊື່ ພັກເປັນທໍາ ປະຈໍາປະເທດໄທ ຮຽກຮ້ອງໃຫ້ ລັດຖະບານໄທ ຊ່ອຍເຫຼືອຊາວຕ່າງຊາດ ທັງໝົດ 361 ຄົນ ຈາກ 14 ປະເທດ ລວມຄົນລາວ ນໍາດ້ວຍ, ຫຼັງຈາກພວກເຂົາເຈົ້າ ຖືກຂະບວນການ ຄ້າມະນຸດຂ້າມຊາດ ກຸ່ມອາດຊະຍາກໍາ ທາງໄຊເບີ້ ຂອງນັກທຸລະກິດ ຈີນເທົາ ທີ່ໃຊ້ປະເທດໄທ ເປັນທາງຜ່ານ ສົ່ງໂຕພວກເຂົາເຈົ້າ ໄປເຮັດວຽກ ເປັນສະແກມເມີ້ ຢູ່ແຄມແມ່ນໍ້າເມີຍ ກົງກັນຂ້າມ ເມືອງແມ່ສອດ ແຂວງຕາກ ປະເທດໄທ ໃນເຂດທີ່ຍັງມີການສູ້ຮົບ ໃນຝັ່ງປະເທດມຽນມາ.
ຕາມຄວາມເວົ້າ ຂອງທ່ານ ກັນນະວີ ສືບແສງ ຖະແຫຼງຂ່າວ ຕໍ່ສື່ມວນຊົນໄທ ຫຼັງຈາກສໍາເລັດ ການຫາລື ຢູ່ກອງປະຊຸມ ສະພາຜູ້ແທນ ລາດສະດອນ ຄັ້ງທີ 3 ສະໄມສາມັນ ປະຈໍາປີ ເທື່ອທີ 2 ກ່ຽວກັບປະເດັນ ຂະບວນການ ຄ້າມະນຸດ ໃຊ້ປະເທດໄທ ເປັນຂໍ້ອ້າງ ໃນການຫຼອກລວງເຫຍື່ອ ຊາວຕ່າງຊາດ ແລ້ວນໍາໂຕຂ້າມຝັ່ງ ໄປແຫຼ່ງອາດຊະຍາກໍາ ທາງໄຊເບີ້ ຢູ່ປະເທດມຽນມາ ໃນວັນທີ 18 ທັນວາ 2024 ທີ່ຜ່ານມາ.
“ການເຂົ້າໄປຊ່ອຍເຫຼືອເຫຍື່ອ ຍາກຫຼາຍ. ມັນຕ້ອງມີການປະສານງານ, ຕ້ອງເຂົ້າໃຈ, ຕ້ອງຕິດຕໍ່ກັບ ກອງກໍາລັງ ຊົນເຜົ່າຕ່າງໆ ເປັນຕົ້ນ ກຸ່ມ DKBA ກຸ່ມ KNA ວ່າ ຈະສາມາດ ຊ່ອຍເຫຍື່ອໄດ້ແນວໃດ ຍ້ອນທຸກຄົນ ຖືກທໍລະມານ, ທາຮຸນນະກໍາ, ຂ້ອຍຈຶ່ງຢາກໃຫ້ ລັດຖະບານໄທ ຊ່ອຍເວົ້າເລື່ອງນໍາດ້ວຍ ຍ້ອນບໍ່ສາມາດ ລົມກັບທະຫານມຽນມາ ໄດ້ຢ່າງດຽວ. ຕ້ອງດຶງກອງກໍາລັງ ຊົນເຜົ່າ ຫຼືກຸ່ມຕໍ່ຕ້ານ ນໍາດ້ວຍ ຍ້ອນວ່າ ມີ 361 ຊີວິດ ທີ່ຍັງຢູ່ໃນພື້ນທີ່ ຂອງກໍາລັງ ຊົນເຜົ່າຕ່າງໆ.”
ກ່ອນໜ້ານີ້, ຊາວລາວ 19 ຄົນ ໃນຈໍານວນຄົນຕ່າງປະເທດ ລວມທັງໝົດ 110 ຄົນ ທີ່ເປັນເຫຍື່ອ ການຄ້າມະນຸດ ຢູ່ປະເທດມຽນມາ ໄດ້ປະສານງານ ກັບເຄື່ອຂ່າຍ ພາກປະຊາສັງຄົມ ເພື່ອຊ່ອຍເຫຼືອ ເຫຍື່ອຄ້າມະນຸດ ຂອງປະເທດໄທ ຫຼື (Civil Society Network for Victim Assistance in Human Trafficking) ເພື່ອຂໍໃຫ້ ລັດຖະບານໄທ ຊ່ອຍເຫຼືອ ອອກຈາກສູນສະແກມເມີ້ ແຫ່ງໜຶ່ງ ໃນເຂດເມືອງເມຍວະດີ ປະເທດມຽນມາ ຍ້ອນຍັງຖືກກັກຂັງ ແລະ ຖືກທໍລະມານຮ່າງກາຍ, ເຊິ່ງທັງໝົດ ຍັງລໍຖ້າການຊ່ອຍເຫຼືອຢູ່.
ຂະນະທີ່ ເຈົ້າໜ້າທີ່ ສະຖານທູດລາວ ປະຈໍາປະເທດມຽນມາ ທ່ານໜຶ່ງ ກ່າວວ່າ ປັດຈຸບັນ ສະຖານທູດລາວ ປະຈໍາມຽນມາ ມີຂໍ້ມູນວ່າ ຍັງມີຄົນລາວ ຈໍານວນ 22 ຄົນ ຍັງລໍຖ້າການຊ່ອຍເຫຼືອຢູ່. ໃນນັ້ນ, ກວມເອົາ 19 ຄົນ ທີ່ສົ່ງໜັງສື ຂໍໃຫ້ ລັດຖະບານໄທ ຊ່ອຍເຫຼືອນໍາດ້ວຍ ແລະ ສ່ວນຫຼາຍ ພວກເຂົາເຈົ້າ ຖືກກຸ່ມອາດຊະຍາກໍາ ທາງໄຊເບີ້ ໃຊ້ປະເທດໄທ ເປັນທາງຜ່ານ ແລ້ວສົ່ງໂຕພວກເຂົາເຈົ້າ ໄປເຮັດວຽກ ເປັນສະແກມເມີ້ ຢູ່ປະເທດມຽນມາ. ດັ່ງທ່ານກ່າວວ່າ:
“ມີບັນຊີລາວ, ມີແຕ່ 22 (ຄົນ), ບໍ່ຮູ້ ເຫຼືອນັ້ນ ເປັນແບບໃດ, ຫັ້ນນ່າ. ບາງເທື່ອ ເຂົາເຈົ້າວ່າ ໂອ້ຍ ໄດ້ເງິນດີ, ມາແລ້ວ ບາງເທື່ອຖືກຫຼອກຫັ້ນແຫຼະ. ເທື່ອທໍາອິດ ວ່າໄດ້ເງິນດີ, ມາແລ້ວ ບໍ່ແມ່ນແນວນັ້ນ ບໍ່ໄດ້ເປັນຕາມຕັ້ງໃຈ ບໍ່ໄດ້ຕາມຈຸດປະສົງນ່າ, ມັນເປັນຈັ່ງຊີ້ນ່າ. ເຂດນັ້ນ ບໍ່ແມ່ນຂອງລັດຖະບານ ທະຫານມຽນມາ ປົກຄອງເນາະ ມັນເປັນເຂດ ຂອງຄົນຊົນເຜົ່າ.”
ນອກນີ້, ຍັງມີພົນລະເມືອງ ຕ່າງປະເທດ ທີ່ລວມຄົນລາວ ນໍາດ້ວຍ ທັງໝົດ ອີກປະມານ 1,500 ຄົນ ທີ່ອາດຕົກເປັນເຫຍື່ອ ຈາກຂະບວນການ ຄ້າມະນຸດຂ້າມຊາດ ໂດຍກຸ່ມອາດຊະຍາກໍາ ທາງໄຊເບີ້, ເຊິ່ງຢູ່ລະຫວ່າງ ການກວດສອບຂໍ້ມູນ, ອີງຕາມຂໍ້ມູນ ຈາກທ່ານ ກັນນະວີ ສືບແສງ.
ຂະນະທີ່ ເຈົ້າໜ້າທີ່ ສະຖານທູດລາວ ປະຈໍາປະເທດມຽນມາ ຜູ້ດຽວກັບຂ້າງເທິງ ກ່າວວ່າ ຍັງມີພົນລະເມືອງລາວ ທີ່ອາດຕົກເປັນ ຜູ້ຖືກເຄາະຮ້າຍ ຈາກການຄ້າມະນຸດ ໃນຮູບແບບຕ່າງໆ ຢູ່ລັດສານ ທາງເໜືອ ຂອງປະເທດມຽນມາ, ແຕ່ບໍ່ມີຂໍ້ມູນລະອຽດ. ບາງກໍລະນີ ຜູ້ຖືກເຄາະຮ້າຍ ຖືກປ່ອຍໂຕ ໂດຍກຸ່ມຂະບວນການ ຄ້າມະນຸດ ແລ້ວຂ້າມໄປ ຂໍຄວາມຊ່ອຍເຫຼືອ ຈາກທາງການໄທ, ໂດຍບໍ່ຂໍຄວາມຊ່ອຍເຫຼືອ ຈາກທາງການລາວ. ດັ່ງທ່ານກ່າວວ່າ:
“ກໍ່ມີຢູ່ ທາງເໜືອພຸ້ນ ທາງລັດສານ, ແຕ່ບໍ່ມີ ບໍ່ຮູ້ຂໍ້ມູນ ແຕ່ວ່າ ມັນບໍ່ລະອຽດ ຢູ່ບ້ານໃດ ເມືອງໃດ ມີແຕ່ຄົນສອງຄົນ, ສາມຄົນ. ບາງເທື່ອ ກໍຂ້າມມາ, ອັນນີ້ ເຮົາບໍ່ໄດ້ຊ່ວຍ ບາງເທື່ອ ເຂົາປ່ອຍໄປເນາະ ເຂົາປ່ອຍໄປ, ອອກໄປທາງໄທ ພຸ້ນ.”
ເຖິງຢ່າງໃດກໍຕາມ ທ່ານ ວັນມູຫະໝັດ ນໍມະທາ, ປະທານສະພາຜູ້ແທນ ລາດສະດອນ ປະເທດໄທ ຊີ້ແຈງເພີ່ມເຕີມ ກ່ຽວກັບເລື່ອງທັງໝົດ ນີ້ວ່າ ຕົນເອງເຫັນດີນໍາ ທີ່ຈະແກ້ໄຂບັນຫານີ້. ດັ່ງທ່ານ ກ່າວວ່າ:
“ທໍາອິດ, ເຮົາຄິດວ່າ ບັນຫານີ້ ມັນເປັນບັນຫາ ສະເພາະໃນປະເທດໄທ ຖືກຫຼອກລວງ, ແຕ່ມັນເປັນຂະບວນການ ລະດັບໂລກແລ້ວ, ໂດຍອາໄສພື້ນທີ່ ຂອງປະເທດນີ້, ເຊິ່ງຂ້ອຍເຫັນນໍາ ກັບທ່ານ ກັນນະວີ ທີ່ວ່າ ລັດຖະບານ ຈະຕ້ອງແກ້ໄຂເລື່ອງນີ້.”
ໃນເບື້ອງຕົ້ນ, ພົນລະເມືອງຊາວຕ່າງຊາດ 361 ຄົນ ໃນ 14 ປະເທດ ທີ່ຍັງລໍຖ້າ ການຊ່ອຍເຫຼືອ ຈາກປະເທດມຽນມາ ປະກອບດ້ວຍ: ລາວ, ອຸສເບກິດສະຖານ, ຄາຊັກສະຖານ, ເອທິໂອເປຍ, ບັງກະລາເທດ, ໂມຣ໊ອກໂກ, ຟິລິບປິນ, ປາກິດສະຖານ, ໄຕ້ຫວັນ, ເນປານ, ຍີ່ປຸ່ນ, ບຣາຊິນ, ອິນໂດເນເຊຍ ແລະ ເຄນຢ້າ.