ລາວ ອະນຸຍາດໃຫ້ 50 ບໍຣິສັດ ທົດລອງ ຂຸດຄົ້ນແຮ່ທາຕ

ພອນ ພູມມີທອນ
2022.07.20
ລາວ ອະນຸຍາດໃຫ້ 50 ບໍຣິສັດ ທົດລອງ ຂຸດຄົ້ນແຮ່ທາຕ ກະຊວງແຜນການ ແລະ ການລົງທຶນ, ເດືອນມິຖຸນາ ປີ 2022.
ຮູບພາບ: ນັກຂ່າວພົລເມືອງ

ທ່ານ ດຣ. ດາວວົງ ພອນແກ້ວ ຣັຖມົນຕຣີກະຊວງພລັງງານ ແລະ ບໍ່ແຮ່ ໄດ້ກ່າວຕໍ່ກອງປະຊຸມສມັຍສາມັນ ເທຶ່ອທີ 3 ຂອງສະພາແຫ່ງຊາຕ ຊຸດທີ່ 9 ໃນວັນທີ 16 ມິຖຸນາ ວ່າ: ມາຮອດວັນທີ 14 ມິຖຸນາ ຫລື ໃນຮອບ 2 ປີ ທີ່ຜ່ານມານີ້ ຣັຖບານລາວ ໄດ້ອະນຸຍາດ ໃຫ້ບັນດາບໍຣິສັດ ເຊັນສັນຍາສັມປະທານ ແລະ ພັທນາບໍ່ແຮ່ ໃນຮູບແບບທົດລອງ ຕາມນະໂຍບາຍຂອງຣັຖບານ ທັງໝົດ 50 ບໍຣິສັດແລ້ວ. (ໃນນັ້ນ ປີ 2021 ມີ 24 ບໍຣິສັດ ແລະ ປີ 2022 ມີ 26 ບໍຣິສັດ).

ກ່ຽວກັບເຣຶ່ອງນີ້ ເຈົ້າໜ້າທີ່ກະຊວງພລັງງານ ແລະ ບໍ່ແຮ່ ຜູ້ບໍ່ປະສົງອອກຊື່ ແລະ ຕໍ່າແຫນ່ງ ກ່າວວ່າ ໃນຈຳນວນ 50 ບໍຣິສັດເຫລົ່ານີ້ ສ່ວນຫລາຍແລ້ວ ເປັນຂອງນັກລົງທຶນຈີນ ລອງລົງມາ ແມ່ນ ວຽດນາມ ແລະ ລາວ ມີ ຈຳນວນໜ້ອຍນຶ່ງ, ສ່ວນນັກລົງທຶນຕ່າງປະເທດ ເປັນຕົ້ນ ອອສເຕເຣັ້ຍ ກໍມີສ່ວນໜ້ອຍ ຍ້ອນ ເພີ່ນບໍ່ນິຍົມລົງທຶນ ເພື່ອຂຸດຄົ້ນ-ປຸ່ງແຕ່ງແຮ່ທາຕ ແບບທັນທີທັນໃດ ຄືນັກລົງທຶນຈີນ. ແຕ່ພວກເພີ່ນຈະນິຍົມລົງທຶນ ເພຶ່ອສຳຣວດຫາຣາຍລະອຽດ ປະຣິມານແຮ່ທາຕສະສົມ ກ່ອນ ແລ້ວຈຶ່ງຂຸດຄົ້ນ-ປຸງແຕ່ງຕາມຫລັງ.

ສ່ວນໃຫຍ່ ໂຄງການຂຸດຄົ້ນ-ປຸງແຕ່ງແຮ່ທາຕ ແບບທົດລອງ ຈະຈັດຕັ້ງໂຄງການ ຢູ່ແຂວງຄຳມ່ວນ ແລະ ແຂວງຊຽງຂວາງ ຫລາຍກວ່າໝູ່ ເນຶ່ອງຈາກເປັນແຂວງທີ່ມີແຮ່ທາຕຫລາຍ ແລະ ນັກລົງທຶນ ກໍມີຄວາມສົນໃຈ ສຳຣວດ-ຂຸດຄົ້ນ-ປຸງແຕ່ງ ແຮ່ເຫລັກ ທັງໝົດ 36 ບໍຣິສັດ ຊຶ່ງກວມເອົາເນື້ອທີ່ 11,539 ເຮັກຕ້າຣ໌. ໂຄງການເຫລົ່ານີ້ ເປັນໂຄງການແບບທົດລອງ ແມ່ນຖືກອະນຸຍາດໃຫ້ຂຸດຄົ້ນ-ປຸງແຕ່ງ ໃນໄລຍະເວລາ 3 ປີ ມີເນື້ອທີ່ສັມປະທານ ເພຶ່ອດຳເນີນການໃນຂອບເຂດ 5 ກິໂລແມັຕເທົ່ານັ້ນ.

ຕາມຄຳເວົ້າ ຂອງເຈົ້າໜ້າທີ່ກະຊວງພລັງງານ ແລະ ບໍ່ແຮ່ ກ່າວຕໍ່ວິທະຍຸ ເອເຊັຽເສຣີ ໃນວັນທີ 23 ມິຖຸນາ ທີ່ຜ່ານມານີ້ວ່າ:

“ສ່ວນຫລາຍແມ່ນ ຂຸດຄົ້ນທົດລອງນີ້ ແມ່ນຈີນ ກັບ ວຽດນາມ ເນິ. ຄົນລາວສ່ວນນຶ່ງ ຄົນລາວ ກໍຍັງເອົາຈີນ ມາຮ່ວມລົງທຶນນຳກັນນ່າ. ຝຣັ່ງຫັ້ນ ເຂົາບໍ່ເຮັດດອກ ເຂົາຕ້ອງເຮັດແບບປົກກະຕິ ແບບເຂົາຈະສຳຣວດກ່ອນ ໃຫ້ໄດ້ຣາຍລະອຽດ ຂອງປະຣິມານສະສົມອີຫຍັງ ເຂົາຈຶ່ງເຮັດ. ໂຕນີ້ສ່ວນຫລາຍ ແມ່ນຈີນ ກັບວຽດ ທີ່ວ່າ ເຂົາຊິທົດລອງເຮັດແບບວູບວາບນີ້ນ່າ. ທົດລອງມີແຕ່ 3 ປີ ເຈົ້າສາມາດ ເກັບກູ້ແຮ່ ຢູ່ໃນເຂດສັມປະທານເຈົ້າ ແລ້ວຕໍ່ໄດ້ອີກ.”

ໃນປີ 2021 ໜີ້ 6 ບໍໍຣິສັດ ທີ່ໄດ້ສົ່ງແຮ່ເຫລັກອອກໄປ ຕ່າງປະເທດແລ້ວ ທັງໝົດ 1,850,000 ຕັ່ນ. ໃນນີ້ມີແຕ່ 2 ບໍຣິສັດ ທີ່ສເນິ ສົ່ງອອກໄປຈຳໜ່າຍ ຢູ່ຈີນ ລວມ 600,000 ຕັ່ນ. ມາຮອດ ວັນທີ14 ມິຖຸນາ 18 ບໍຣິສັດ ທີ່ໄດ້ສົ່ງຜົລຜລິຕພັນແຮ່ເຫລັກ ປະຈຳປີ 2022 ລວມທັງໝົດ 9,914,000 ຕັ່ນ ອອກໄປຕ່າງປະເທດ. ໃນນີ້ມີ 9 ບໍຣິສັດ ທີ່ສົ່ງຜລິຕພັນແຮ່ເຫລັກ ອອກໄປວຽດນາມ ແລະ ຈີນ. ພຽງແຕ່ແຮ່ເຫລັກ ທີ່ຣັຖບານລາວ ອະນຸຍາດໃຫ້ສຳຣວດ-ຂຸດຄົ້ນ-ປຸງແຕ່ງ ແຕ່ຮ່ວມເຖິງແຮ່ຄຳເຄົ້າ ທີ່ມີ 4 ບໍຣິສັດຕ້ອງການລົງທຶນໃນເນື້ອທີ່ທັງໝົດ 8,660 ເຮັກຕ້າຣ໌. ແຮ່ຫາຍາກ ມີ ສອງບໍຣິສັດ ຕ້ອງການລົງທຶນໃນເນື້ອທີ່ທັງໝົດ 800 ເຮັກຕ້າຣ໌, ແຮ່ຫີນມາໂບລ໌ ມີ 2 ບໍຣິສັດ ຕ້ອງການລົງທຶນໃນເນື້ອທີ່ທັງໝົດ 384 ເຮັກຕ້າຣ໌, ແຮ່ຄຳຕົກຂ້ອນ ມີ 6 ບໍຣິສັດ ຕ້ອງການລົງທຶນໃນເນື້ອທີ່ທັງໝົດ 21 ເຮັກຕ້າຣ໌ ລວມເນື້ອທີ່

ທັງໝົດທີ່ຣັຖບານ ອະນຸຍາດ ໃຫ້ນັກລົງທຶນສຳຣວດ-ຂຸດຄົ້ນ-ປຸງແຕ່ງ ແຮ່ທາຕ ທັງໝົດ 21,404 ເຮັກຕ້າຣ໌.

ບໍຣິສັດ “ຕົງລີເສີ້ງ ພັທນາ ອຸດສາຫະກັມ ຈຳກັດ” ຂອງນັກລົງທຶນຈີນ ໄດ້ເຊັນສັນຍາ ກັບກະຊວງແຜນການ ແລະ ການລົງທຶນ-ຂຸດຄົ້ນ-ປຸງແຕ່ງແຮ່ຫາຍາກ ແບບທົດລອງ ໃນເນື້ອທີ່ 3 ກິໂລແມັຕ ແລະ ເຊັນສັນຍາ ສຳຣວດແຮ່ຫາຍາກ (Rare Earth) ແບບທົດລອງ ໃນເນື້ອທີ່ 25 ກິໂລແມັຕ ຢູ່ເຂດບ້ານມາຍ ແລະ ບ້ານນາສາບ ເມືອງຜາໄຊ ແຂວງຊຽງຂວາງ.

ເຊິ່ງຂໍ້ມູນຫລ້າສຸດ ຊາວບ້ານຢູ່ບ້ານມາຍ ຈຳນວນນຶ່ງ ໄດ້ຮັບການປະສານງານ ຈາກບໍຣິສັດວ່າ ຕ້ອງໄດ້ຍົກດິນທີ່ເປັນດິນປູກຫຍ້າ ລ້ຽງສັດ ດິນສວນ ດິນນາ ດິນໄຮ່ ໃຫ້ບໍຣິສັດສ້າງເສັ້ນທາງ ແລະ ໄຟຟ້າ ອຳນວຍຄວາມສະດວກ ໃນການ ສຳຣວດ-ຂຸດຄົ້ນ-ປຸງແຕ່ງແຮ່ຫາຍາກ ແລະ ຊາວບ້ານອີກຈຳນວນນຶ່ງ ຍັງມີຄວາມກັງວົນ ເຖິງຜົລກະທົບ ດ້ານສິ່ງແວດລ້ອມ ໃນຕໍ່ໜ້າ ພາຍຫລັງທີ່ໄດ້ຮູ້ຂ່າວຈາກຂັ້ນເມືອງວ່າ ກະຊວງ ພລັງງານ ແລະ ບໍ່ແຮ່ ໄດ້ອະນຸຍາດໃຫ້ ບໍຣິສັດ ນຳເຂົ້າສານເຄມີ 60 ພັນຕັ່ນ ເພື່ອໃຊ້ໃນໂຄງການ ສຳຣວດ-ຂຸດຄົ້ນ-ປຸງແຕ່ງແຮ່ທາຕແລ້ວ ເນຶ່ອງຈາກສານເຄມີດັ່ງກ່າວ ທາງກົມບໍ່ແຮ່ ບໍ່ສາມາດຢັ້ງຢືນໄດ້ວ່າ ມັນຈະສ້າງຜົລກະທົບຕໍ່ ນໍ້າ ດິນ ແລະ ອາກາດ ຫລືບໍ່.

ດັ່ງປະຊາຊົນ ຢູ່ບ້ານມາຍ ເມືອງຜາໄຊ ແຂວງຊຽງຂວາງ ກ່າວໃນມື້ດຽວກັນນີ້ວ່າ:

“ດິນທີ່ວ່າ ບໍຣິສັດເຂົາເຈົ້າຕັດທາງບໍ່ ແມ່ນຫຍັງຫັ້ນນ່າ ກໍຈະໄປຖຶກດິນຂອງປະຊາຊົນໜ້ອຍນຶ່ງ. ແລ້ວຕໍ່ໄປເດ້ ບໍ່ແມ່ນ ຄືຊິບໍ່ກ້າກິນນໍ້າ ກິນປາໄປບໍ່ ຄືຊິບໍ່ກ້າກິນຜັກ ຫາກິນຕາມທັມມະຊາດຄືຜ່ານມາລະບໍ່. ຄື ປັຈຸບັນນີ້ນ່າ ແມ່ນເຣຶ່ອງເຄມີຫັ້ນ ມັນມີບໍ່ຜົລກະທົບຫັ້ນນ່າ ເພາະວ່າ ປັຈຸບັນນີ້ ຍັງບໍ່ທັນໄດ້ຂຸດຄົ້ນ ເດຶອນ 8 ເບາະ ເຂົາເຈົ້າຈຶ່ງຊິເລີ່ມຂຸດຄົ້ນ ລະກຽມຊິເອົາເຄມີເຂົ້າມາຢູ່ 60 ພັນຕັ່ນ. ລະຊື່ທາຕເຄມີຫັ້ນ ກະແມ່ນໄດ້ຮັບອະນຸຍາດ ຈາກ ຣັຖບານແລ້ວ ຫັ້ນນ່າ ແຕ່ວ່າ ຂັ້ນກົມບໍ່ແຮ່ ກະຍັງບໍ່ສາມາດຣະບຸໄດ້ວ່າ ສານເຄມີ ຊະນິດໆໃດຫັ້ນນ່າ ຕ້ອງໄດ້ມາສຶກສາ-ຮໍ່າຮຽນ.”

ຂະນະທີ່ ຢູ່ເຂດບ້ານນາອູມ ແລະ ບ້ານໂພນທອງ ເມືອງພຽງ ແຂວງໄຊຍະບູຣີ ທາງ ບໍຣິສັດ “ຢ້າດາ ແຮ່ທາຕ ຈຳກັດ ຜູ້ດຽວ” ຂອງນັກລົງທຶນຈີນ ກໍໄດ້ເຂົ້າມາສັມປະທານດິນຣັຖ ແລະ ດິນຊາວບ້ານ ໃນເນື້ອທີ່ 1,05 ກິໂລຕາແມ້ຕ ເພື່ອຂຸດຄົ້ນ-ປຸງແຕ່ງ ແລະ ສົ່ງອອກແຮ່ເຫລັກ ແບບທົດລອງ ເປັນເວລາ 3 ປີ ແຕ່ປີ 2022 - 2025, ເຊິ່ງຫລ້າສຸດ ກໍໄດ້ປະສານງານ ກັບ ອຳນາດການປົກຄອງບ້ານ ເພຶ່ອຊີ້ແຈງ ຄ່າສົດເຊີຍດິນທຳການຜລິຕ ໃຫ້ຊາວບ້ານ ເຮັກຕ້າຣ໌ລະ 500,000 ກີບ ຕໍ່ 3 ປີ ແຕ່ຊາວບ້ານ ຕ້ອງການຄ່າຊົດເຊີຍ ເຮັກຕ້າຣ໌ລະ 5 ລ້ານກີບ ຕໍ່ 3 ປີ ໂດຍດິນ ທີ່ບໍຣິສັດຈະສັມປະທານ ໃນເຂດດິນ ຂອງຊາວບ້ານນັ້ນ ແມ່ນ ຈະສ້າງເປັນ ແຄ້ມປ໌ ຂອງຄົນງານ.

ດັ່ງຊາວບ້ານ ຢູ່ບ້ານນາອູມ ເມືອງພຽງ ແຂວງໄຊຍະບູຣີ ກ່າວໃນມື້ດຽງກັນນີ້ວ່າ:

“ຂອງເຂົາລົງມາສຳຣວດ ທີ່ເວົ້າຢູ່ບ້ານຫັ້ນກໍ ເວົ້ານຳນາຍບ້ານນັ້ນ ຊົດເຊີຍຢູ່ຕິ ຊົດເຊີຍເຮັກຕ້າຣນຶ່ງ 5 ແສນນຶ່ງນ່າ. ສ່ວນຫລາຍ ກະເຂົາບໍ່ຢາກໃຫ້ຫັ້ນແຫລະ.”

ສ່ວນຊາວບ້ານວັງພະໝອນ ເມືອງປາກລາຍ ແຂວງໄຊຍະບູຣີ ໄດ້ມີໂຄງການ ຂຸດຄົ້ນແຮ່ຄຳຕົກຂ້ອນ ຂອງບໍຣິສັດ “ເອສຊີ ບໍ່ແຮ່ 2022 ຈຳກັດຜູ້ດຽວ” ຂອງນັກລົງທຶນ ສັມປະທານດິນ ຂອງຊາວບ້ານ ແລະ ຣັຖ 3 ປີ ແຕ່ປີ (2022-2025) ຈຳນວນ ທັງໝົດ 4 ເຮັກຕ້າຣ໌, ເຊິ່ງມີດິນນາ ປູກເຂົ້າ ແລະ ດິນສວນ ປູກມັນຕົ້ນ ແລະ ປູກສາລີ ຂອງຊາວບ້ານ 16 ຄອບຄົວ ຈະຕ້ອງໄດ້ຮັບຜົລກະທົບຈາກໂຄງການ. ຂະນະ ທີ່ປັຈຸບັນ ພາກສ່ວນທີ່ກ່ຽວຂ້ອງ ຍັງບໍ່ໄດ້ໄລ່ຫົວໜ່ວຍ ຄ່າຊົດເຊີຍໃຫ້ແກ່ຊາວບ້ານເທຶ່ອ ແຕ່ເຣີ່ມຂຸດຄົ້ນ ແຮ່ຄຳຕົກຂ້ອນ ໄປໜ້ອຍນຶ່ງແລ້ວ ພ້ອມສັ່ງໃຫ້ຊາວບ້ານ ທີ່ຈະຖືກຜົລກະທົບ ສືບຕໍ່ປູກເຂົ້າ ປູກມັນຕົ້ນ ແລະ ປູກສາລີ. ຫາກໂຄງການ ດຳເນີນກິຈການ ຖືກດິນນາ ແລະ ດິນສວນ ຂອງຊາວບ້ານ , ບໍຣິສັດ ກໍຈະຊົດເຊີຍຄ່າເສັຽຫາຍໃຫ້ ໃນດ້ານຜົລຜລິຕໃຫ້ນຳ.

ນອກຈາກນີ້ ຊາວບ້ານ ບ້ານວັງພະໝອນ ກໍຍັງມີຄວາມກັງວົນໃຈ ດ້ານຜົລກະທົບດ້ານນໍ້າ ວ່າ ຈະບໍ່ມີນໍ້າໃຊ້ຄືແຕ່ເກົ່າ ຍ້ອນການຂຸດຄົ້ນ ແຮ່ຄຳຕົກຂ້ອນ ຈະຕ້ອງໃຊ້ສານເຄມີ ແລະ ນໍ້າ ໃນການລ້າງ ເພື່ອໃຫ້ເຫັນແຮ່ຄຳຕົກຂ້ອນ. ຂະນະທີ່ ບົດປະເມີນຜົລກະທົບ ຕໍ່ສິ່ງແວດລ້ອມ (Environmental Impact Assessment ຫລື EIA) ບໍຣິສັດ ກໍຍັງບໍ່ໄດ້ສເນີ ຫາຂັ້ນເມືອງເທຶ່ອ.

ດັ່ງເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ເມືອງປາກລາຍ ທີ່ເປັນຕົວແທນຊາວບ້ານ ກ່າວເຖິງເຣຶ່ອງນີ້ ໃນມື້ດຽວກັນນີ້ວ່າ:

“ປະຊາຊົນເຫັນດີ ແຕ່ວ່າ ຂໍໃຫ້ການຊົດເຊີຍເນິວ່າ ໃຫ້ມັນມີຄວາມຍຸຕິທັມ ເພາະວ່າ ທາງຄະນະກັມການຂັ້ນເມືອງ ໄດ້ລົງໄປ ແລ້ວກະໄດ້ຊີ້ນຳປະຊາຊົນວ່າ ໃຫ້ເຮັດໄປ ກ່ຽວກັບນາບໍ່ ເຮັດສວນຕ່າງໆ ເພາະບາງເທຶ່ອ ອາດຈະບໍ່ຂຸດຄົ້ນຮອດ ກະມີ. ຖ້າວ່າບໍຣິສັດ ຫາກຂຸດຄົ້ນໄປ ຫາກກວມເອົາ ກໍແມ່ນຈະໄດ້ຊົດເຊີຍໄປຕາມນັ້ນ, ມັນຕິດນໍ້າເລີຍເດ້ ນໍ້າຫ້ວຍ ທີ່ປະຊາຊົນນຳໃຊ້ ກໍຫລາຍບ້ານຢູ່ຫັ້ນນ່າ. ຖ້າວ່າມີການອິຫຍັງຕ່າງໆ ສານເຄມີລົງຫ້ວຍ ເຂົາກໍກັງວົນຢູ່.”

ຜົລກະທົບດ້ານສິ່ງແວດລ້ອມ ບໍ່ວ່າ ຈະທາງດິນ ອາກາດ ແລະ ນໍ້າ ແມ່ນ ທຸກບໍຣິສັດ ທີ່ ຣັຖບານອະນຸຍາດໃຫ້ ສຳຣວດ-ຂຸດຄົ້ນ-ປຸງແຕ່ງແຮ່ທາຕ ແບບທົດລອງ ຕ້ອງໄດ້ຜ່ານບົດປະເມີນ ຜົລກະທົບຕໍ່ສິ່ງແວດລ້ອມ ເພື່ອປ້ອງກັນຜົລກະທົບຕໍ່ຊາວບ້ານ. ສ່ວນດິນ ທີ່ຊາວບ້ານຈະຕ້ອງເສັຽໃຫ້ ໂຄງການສັປະທານ ເພຶ່ອດຳເນີນການສຳຣວດ-ຂຸດຄົ້ນ-ປຸງແຕ່ງແຮ່ທາຕ ແບບທົດລອງ ແມ່ນນັກລົງທຶນ ຈະຕ້ອງເສັຽຄ່າຊົດເຊີຍ. ຫາກຊາວບ້ານບໍ່ຍິນຍອມ ຍົກດິນໃຫ້ໂຄງການ ກໍຕ້ອງໄປຊອກດິນບ່ອນອື່ນໃໝ່.

ດັ່ງເຈົ້າໜ້າທີ່ ກະຊວງພະລັງງານ ແລະ ບໍ່ແຮ່ ຜູ້ດຽວກັນກັບຂ້າງຕົ້ນ ກ່າວວ່າ:

“ຕ້ອງໄດ້ຜ່ານບົດຂອງ EIA ບົດປະເມີນ ສິ່ງແວດລ້ອມນີ້ເນິ ຕ້ອງໄດ້ຜ່ານຂອງກົມສິ່ງແວດລ້ອມ ຕ້ອງໄດ້ເຊັນຮັບຮອງບົດ ໄປພ້ອມກັນ. ເຈົ້າສາມາດຂຸດໄປນຳກັນກະໄດ້ ຫລື ເຈົ້າໄປຜ່ານໂຕນີ້ພ້ອມກະໄດ້. ຂັ້ນຕອນໂຕນີ້ ແບບວ່າເປັນຂັ້ນຕອນເລັ່ງລັດ ແຕ່ງວ່າ ເຮົາຊິເຮັດເຈົ້າໄວ. ໄດ້ຊົດເຊີຍເຂົາ ຄັນຊາວບ້ານບໍ່ຍອມ ບໍ່ໃຫ້ເຮັດສັມປະທານ ຕ້ອງໄດ້ໄປຊອກຈຸດໃໝ່.”

ເຖິງຢ່າງໃດກໍຕາມ, ທ່ານ ດຣ. ດາວວົງ ພອນແກ້ວ, ຣັຖມົນຕຣີກະຊວງພະລັງງານ ແລະ ບໍ່ແຮ່ ກໍໄດ້ຊີ້ແຈງ ຕໍ່ຂໍ້ຊັກຖາມ ຂອງ ສສຊ ຕໍ່ກໍຣະນີ ຜົລກະທົບ ຕໍ່ປະຊາຊົນ ທີ່ກ່ຽວພັນກັບການໃຫ້ສັມປະທານ ໂຄງການບໍ່ແຮ່ຕ່າງໆ ຂອງຣັຖບານ ໃນກອງປະຊຸມສະພາແຫ່ງຊາຕ ໃນມື້ດຽວກັນນັ້ນວ່າ ພາກສ່ວນທີ່ກ່ຽວຂ້ອງ ກໍບໍ່ໄດ້ນິ້ງນອນໃຈ ແລະ ຈະມີການຊົດເຊີຍ ໃຫ້ແກ່ປະຊາຊົນ ຢ່າງແນ່ນອນ.

“ເວົ້າເຣື້ອງການຊົດເຊີຍນີ້ ຂຸດຄົ້ນໄປພ້ອມ ຊົດເຊີຍແນ່ນອນ, ໃນສັນຍາ ທີ່ວ່າໄດ້ເຮັດກັບຣັຖບານນັ້ນ, ພວກເຮົາກະບໍ່ໄດ້ວ່າ ປະລະໂຕນີ້, ເນາະ. ກະໝາຍຄວາມວ່າ ຕ້ອງໄດ້ມີການຊົດເຊີຍ ຖ້າວ່າຖືກຊັພສິນ ຫຼືວ່າຖືກເຂດການຜລິຕ ຂອງປະຊາຊົນຫັ້ນ. ອັນນີ້ກະ ຜແນກກ່ຽວຂ້ອງ ຢູ່ທ້ອງຖິ່ນຫັ້ນແຫຼະ ຈະຕ້ອງເປັນເຈົ້າການນຳກັນ.”

ນອກຈາກນີ້ ໃນການຈັດຕັ້ງປະຕິບັດ ການຂຸດຄົ້ນບໍ່ແຮ່ທາຕ ແບບທົດລອງນີ້ ສ່ວນໃຫຍ່ ຍັງບໍ່ທັນໄດ້ເປີດບັນຊີ (ບັນຊີສະເພາະ ຂອງບໍຣິສັດ ທີ່ເຮັດໂຄງການທົດລອງ) ຢູ່ ທະນາຄານທຸຣະກິຈ ທີ່ຕັ້ງຢູ່ລາວ ແລະ ຍັງບໍ່ສົ່ງບົດສຶກສາຄວາມເປັນໄປໄດ້ ທາງດ້ານເສຖກິຈເຕັກນິກ (ແບບສັງເຂບ), ແຜນຄຸ້ມຄອງສິ່ງແວດລ້ອມ, ແຜນຕິດຕາມກວດກາ ສິ່ງແວດລ້ອມ ແລະ ສັງຄົມ ແລະ ຂາດການຣາຍງານປະຈຳເດືອນ, ໄຕຣມາດ ແລະ ປີ ຕາມທີ່ໄດ້ຣະບຸໄວ້ ໃນສັນຍາສັມປະທານ ພັທນາບໍ່ແຮ່.

ໃນເວລາ ປະຕິບັດຈັດຕັ້ງວຽກງານໂຕຈິງ ບໍ່ພົບແຫລ່ງແຮ່ ທີ່ເປັນເສຖກິຈ, ບໍຣິສັດ ໄດ້ສເນິ ຂໍປ່ຽນເຂດໃໝ່ໄປເລື້ອຍໆ ເຮັດໃຫ້ຫຍຸ້ງຍາກໃນການຄຸ້ມຄອງ - ນັ້ນອີງຕາມຄວາມເວົ້າ ຂອງຣັຖມັນຕຣີ ກະຊວງພລັງງານ ແລະ ບໍ່ແຮ່ ໄດ້ກ່າວມ້ວນທ້າຍ ໃນກອງປະຊຸມສະພາແຫ່ງຊາຕລາວ ສມັຍສາມັນເທຶ່ອທີ່ 3 ຂອງສະພາແຫ່ງຊາຕ ຊຸດທີ່ 9 ເມື່ອວັນທີ 16 ມິຖຸນາ 2022 ທີ່ຜ່ານມາ. ສະບາຍດີ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.