ຊ່ອງວ່າງລາຍໄດ້ ລະຫວ່າງຄົນຮັ່ງ ກັບຄົນທຸກ ເພີ່ມຂຶ້ນ

ຈຳປາທອງ
2022.07.21
ຊ່ອງວ່າງລາຍໄດ້ ລະຫວ່າງຄົນຮັ່ງ ກັບຄົນທຸກ ເພີ່ມຂຶ້ນ ການສັນຈອນ ຂອງຊາວບ້ານ ຕາມທ້ອງຖນົນ ຢູ່ເມືອງໃຫຍ່ ໃນຍາມເຊົ້າ ທີ່ຕ້ອງໄດ້ປ້ອງກັນທັງໂຄວິດ-19 ແລະ ປ້ອງກັນຝຸ່ນ(TS), ເດືອນພຶສຈິກາ 2021.
RFA

ທະນາຄານໂລກ ຫລື World Bank ປະຈໍາລາວ ຣາຍງານໃນມື້ວັນທີ 5 ກໍຣະກະດາ 2022 ກ່ຽວກັບຜົລການວິເຄາະບັນຫາຂອງປະເທດຢ່າງເປັນລະລົບ ຫລື SCD ສໍາລັບ ສປປ ລາວ ເພື່ອເປັນພື້ນຖານຂໍ້ມູນ ໃຫ້ທາງການລາວ ໃນການປັບປຸງ ແກ້ໄຂຄວາມຫຍຸ້ງຍາກ ທີ່ກີດຂວາງການເຕີບໂຕ ທາງດ້ານເສຖກິຈ. ການວິເຄາະບັນຫາຄັ້ງນີ້ ເປັນການປັບປຸງ ວຽກງານການວິເຄາະບັນຫາດັ່ງກ່າວ ຄັ້ງທໍາອິດສໍາລັບ ສປປ ລາວ ເມື່ອປີ 2017 ໂດຍອີງໃສ່ຂໍ້ມູນ ຫລັກຖານໃໝ່ໆ.

ເຈົ້າໜ້າທີ່ ກະຊວງແຜນການ ແລະການລົງທຶນທ່ານນຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີໃນມື້ວັນທີ 21 ກໍຣະກະດານີ້ວ່າ ການວິເຄາະບັນຫາ ຂອງປະເທດຢ່າງເປັນລະລົບໃນຄັ້ງນີ້ ຖືເປັນຄັ້ງທີ 2 ນັບຕັ້ງແຕ່ໄດ້ມີການວິເຄາະ ຄັ້ງທໍາອິດເມື່ອປີ 2017 ມາ ໂດຍມີເປົ້າ ໝາຍສໍາຄັນ ເພື່ອເຮັດໃຫ້ປະຊາຊົນລາວ ທຸກຄົນໃນທົ່ວປະເທດ ມີອາຊີບ, ມີລາຍໄດ້, ເຂົ້າເຖິງສິທ ແລະຜົລປໂຍດທາງດ້ານຕ່າງໆ ຢ່າງເທົ່າທຽມ ແລະສເມີພາບກັນ.

ດັ່ງທີ່ທ່ານກ່າວວ່າ:

ຜົນຂອງການປະເມີນ ຂະເຈົ້າ-ທະນາຄານໂລກ ຈະໄປເນັ້ນໃສ່ລາຍຮັບ ຂອງປະຊາຊົນມາເປັນໂຕຕັ້ງ ມັນລະມີປັດໃຈອື່ນໆເຂົ້າມາຮ່ວມນໍາ ທີ່ຢູ່ພູມສັນຖານ ກະກ່ຽວຂ້ອງນໍາ. ຊິເວົ້າ ເຣື່ອງວ່າໃຫ້ປະຊາຊົນ ຢູ່ດີ-ກິນດີ ໄປເນັ້ນໃສ່ໂຕນັ້ນ ເພາະວ່າ ບ້ານກະຖືວ່າຍັງທຸກຍາກ ໝົດປະເທດຫັ້ນລະ ຕ່າງແຕ່ມັນຜູ້ໃດສິທຸກແຮງທຸກຫລາຍ.”

ທ່ານກ່າວຕື່ມວ່າ ບັນຫາເສຖກິຈຕົກຕໍ່າ ແລະຜົລກະທົບຈາກ ການຣະບາດຂອງໂຄວິດ-19 ໃນ 3 ປີມານີ້ ສົ່ງຜົລກະທົບຢ່າງໜັກໜ່ວງ ຕໍ່ການພັທນາປະເທດ ແລະການສົ່ງເສີມອາຊີບ ໃຫ້ປະຊາຊົນທີ່ທຸກຍາກໃນເຂດ ຊົນນະບົດ ຫ່າງໄກ ແລະວ່າ ເມື່ອຄົນທຸກເລົ່ານັ້ນບໍ່ໄດ້ຮັບການພັທນາ, ບໍ່ມີອາຊີບ, ບໍ່ມີລາຍໄດ້ ກໍຍິ່ງເຮັດໃຫ້ຄວາມເຫລື່ອມລໍ້າ ລະຫວ່າງຜູ້ທຸກຍາກ ແລະຄົນຮັ່ງມີ ເພີ່ມຂຶ້ນຕື່ມ.

ເພື່ອແກ້ໄຂຄວາມທຸກຍາກ ແລະສົ່ງເສີມການແບ່ງປັນ ຄວາມອຸດົມຮັ່ງມີໃຫ້ທົ່ວເຖິງ ແມ່ນມີຄວາມຈໍາເປັນ ຕ້ອງໄດ້ເຮັດໃຫ້ມີສະເຖັຍລະພາບ ທາງດ້ານການເງິນ, ຮັກສາລະດັບໜີ້ສິນໃຫ້ຄົງທີ່, ປັບປຸງໂຄງຮ່າງພື້ນຖານໃຫ້ເຊື່ອມໂຍງກັນ, ສ້າງຕລາດແຮງງານ ທີ່ມີການເຄື່ອນໄຫວດີ, ຍົກລະດັບການສຶກສາ, ເຂົ້າເຖິງສາທາຣະນະສຸກ ທີ່ມີຄຸນນະພາບ ຢ່າງເທົ່າທຽມກັນ ແລະເພີ່ມປະສິທທິພາບການຜລິຕກະສິກັມ ໃຫ້ດີຂຶ້ນກວ່າເກົ່າ.

ປະຊາຊົນຜູ້ນຶ່ງ ຢູ່ເມືອງຊໍາເໜືອ ແຂວງຫົວພັນ ເວົ້າຕໍ່ວິທຍຸເອເຊັຽເສຣີໃນມື້ດຽວກັນນີ້ວ່າ ຄວາມບໍ່ເທົ່າທຽມກັນເຣື່ອງອາຊີບ, ລາຍໄດ້ ແລະສິທ-ຜົລປໂຍດຕ່າງໆ ຂອງຄົນໃນເຂດຊົນນະບົດ ກັບຕົວເມືອງ ແຕກໂຕນກັນຫລາຍ ຕົວຢ່າງ ຊາວບ້ານຢູ່ຕາມຊົນນະບົດ ປູກພືດຕາມຣະດູການ ພໍໄດ້ລ້ຽງຄອບຄົວເປັນຫລັກ, ສ່ວນຄົນໃນຕົວເມືອງແມ່ນປູກພືດເປັນສິນຄ້າ ໂດຍໄດ້ຮັບການສນັບສນູນ ຈາກທາງການ ສ້າງລາຍໄດ້ໄດ້ຫລາຍ. ຊາວບ້ານໃນເຂດຊົນນະບົດ ກໍພະຍາຍາມລິ້ນຮົນ ສ້າງອາຊີບ ແລະຫາລາຍໄດ້ໃຫ້ເທົ່າທຽມ ກັບຄົນໃນເມືອງໃຫຍ່, ແຕ່ສະພາບແວດລ້ອມຕ່າງໆ ບໍ່ເອື້ອອໍານວຍໃຫ້ເທົ່າທີ່ຄວນ ເປັນຕົ້ນແມ່ນບໍ່ມີໜ່ວຍງານ ສນັບສນູນເຣື່ອງທຶນຮອນ ແລະຕລາດຮອງຮັບ ແລະໂຄງຮ່າງພື້ນຖານທີ່ຈໍາເປັນ ຖນົນຫົນທາງກໍບໍ່ສະດວກ, ເຮັດໃຫ້ຊາວ ບ້ານມີລາຍໄດ້ໜ້ອຍກວ່າ ຜູ້ທີ່ຢູ່ໃນຕົວເມືອງໃຫຍ່.

ດັ່ງທີ່ທ່ານກ່າວວ່າ:

ກະປູກພືດຕາມຣະດູການນີ້ແຫລະ ກະປູກພໍໃຊ້ຄົວເຮືອນນີ້ແຫລະ ບໍ່ທັນມີວ່າສິປູກເປັນສິນຄ້າ. ຖ້າວ່າມາສົ່ງເສີມ ປູກຢູ່ແລ້ວພັດບໍ່ມີຕລາດຮອງຮັບ ບໍ່ມີນັກທຸຣະກິດທີ່ຈະມາເກັບຊື້ຫັ້ນ ກໍບໍ່ໄດ້ລະເນາະ ປະຊາຊົນກໍບໍ່ຢາກປູກ.”

ແລະໄວລຸ້ນຢູ່ນະຄອນຫລວງວຽງຈັນຜູ້ນຶ່ງ ກໍເວົ້າຕໍ່ວິທຍຸເອເຊັຍເສຣີ ໃນມື້ວັນທີ 21 ກໍຣະກະດານີ້ວ່າ ບັນຫາຄວາມເຫລື່ອມລໍ້າໃນສັງຄົມລາວ ແມ່ນມີ ແລະບັນຫານີ້ຍັງບໍ່ມີການເອົາໃຈໃສ່ ແກ້ໄຂຢ່າງຈິງຈັງ ເພື່ອໃຫ້ມັນຫລຸດຜ່ອນລົງ, ຕົວຢ່າງ ບັນຫາພື້ນ ຖານທີ່ເກີດຂຶ້ນ ແລະເຫັນມາຢູ່ຕລອດ ຄື ການຮັບເອົາຄົນເຂົ້າເຮັດວຽກເປັນຣັຖກອນ, ຫາກເປັນຄົນທຸກຍາກມາສມັກເຂົ້າ ກໍຈະຖືກພິຈາລະນາດົນນານກ່ອນຈະໄດ້ເຂົ້າ ຫລືວ່າບໍ່ຖືກຮັບເອົາເລີຍ ຂະນະທີ່ຄົນຮັ່ງມີຢູ່ໃນຕົວເມືອງໃຫຍ່ ຈະມີໂອກາດຫລາຍ ທີ່ຈະໄດ້ເຂົ້າເປັນຣັຖກອນນັ້ນ.

ສ່ວນໜ້ອຍນີ້ ສມັກແບບຄົນທຸກຍາກນີ້ ບໍ່ໄດ້ເປັນເຂົ້າເຮັດວຽກຣັຖກອນ ມີແຕ່ເຮັດວຽກເອກຊົນເລີຍ ເພາະວ່າສ່ວນຫລາຍເຮັດວຽກຣັຖກອນນີ້ ແບບວ່າ ຄົນມີຂະເຈົ້າໄປຢູ່ຫ້ອງການນີ້ ຂະເຈົ້າໄດ້ຖອກເງິນ.”

ປະຊາຊົນລາວອີກຜູ້ນຶ່ງ ກໍເວົ້າໃນມື້ດຽວກັນນີ້ວ່າ ບັນຫາຄວາມເຫລື່ອມລໍ້າ ໃນສັງຄົມລາວ ຍັງຖືວ່າ ມີຫລາຍສົມຄວນ, ເພາະໃນເຂດຊົນນະບົດ ຍັງບໍ່ໄດ້ຮັບການພັທນາໃນຫລາຍດ້ານ ເປັນຕົ້ນດ້ານການສຶກສາ, ສາທາຣະນະສຸຂ, ບາງເຂດບໍ່ມີຮອດໄຟຟ້າ ແລະນໍ້າປະປາໃຊ້, ການເດີນທາງໄປ-ມາກໍບໍ່ສະດວກ, ແຕກຕ່າງໄປຈາກຄົນໃນຕົວເມືອງ ທີ່ໄດ້ຮັບການພັທນາຫລາຍກວ່າ ແລະມີໂອກາດສູງ ທີ່ຈະຫາລາຍໄດ້ໄດ້ຫລາຍກວ່າ ຜູ້ຢູ່ຕາມຊົນນະບົດ.

ໃນຂະນະດຽວກັນ ຊາວລາວຜູ້ນຶ່ງຢູ່ນະຄອນຫລວງວຽງຈັນເວົ້າວ່າ ທາງການກໍພະຍາ ຍາມທີ່ຈະຫລຸດຜ່ອນຄວາມເຫລື່ອມລໍ້າ ໃນສັງຄົມລາວລົງ ໂດຍໃຫ້ນາຍທຶນທັງພາຍໃນ ແລະຕ່າງປະເທດໄປລົງທຶນ ໃນເຂດຊົນນະບົດ ຫ່າງໄກ ເພື່ອໃຫ້ປະຊາຊົນມີການພັທນາ ແລະມີລາຍໄດ້, ແຕ່ໃນຄວາມເປັນຈິງ ປະຊາຊົນພັດທຸກຍາກໄປກວ່າເກົ່າ ເພາະພວກໄປລົງທຶນ ຍາດແຍ່ງເອົາດິນທໍາມາຫາກິນ ຂອງພວກເຂົາເຈົ້າ ແລ້ວໃຫ້ພວກເຂົາ ເຈົ້າໂຍກຍ້າຍອອກຈາກບ້ານເດີມໄປຢູ່ບ່ອນໃໝ່ ໂດຍບໍ່ຖາມຄວາມເຫັນນໍາກໍມີ.

ມາທຽບເບິ່ງວ່າ ຄົນໃນເມືອງກັບຄົນຊົນບົດນີ້ ໂອ໋ຍ ມັນກະມີການແຕກຕ່າງກັນຫລາຍ ເພາະວ່າການພັທນາ ມີການລົງທຶນຂອງຕ່າງປະເທດນີ້ ມັນກະບໍ່ໄດ້ເຮັດໃຫ້ຄົນຊົນນະບົດ ນັ້ນປ່ຽນຊີວິຕ ເພາະວ່າການລົງທຶນຂອງນາຍທຶນນີ້ ປະຊາຊົນມັນເສັຽດິນໄຮ່ດິນນາ ການຜະລິດຂອງເຂົາ.”

ເຣື່ອງຄວາມເຫລື່ອມລໍ້າໃນສັງຄົມລາວ ເຈົ້າໜ້າທີ່ຜແນກແຜນການ ແລະການລົງທຶນ ແຂວງສວັນນະເຂດເວົ້າວ່າ ການຂາດເຂີນງົບປະມານ ຂອງຣັຖບານລາວ ກໍເປັນສ່ວນນຶ່ງສໍາຄັນທີ່ ເຮັດໃຫ້ມີບັນຫານີ້ ເພາະເຂດຊົນນະບົດ ຫ່າງໄກ ຈະໄດ້ຮັບງົບປະ ມານໜ້ອຍ, ບາງເຂດກໍບໍ່ໄດ້ພັທນາເລີຍ ຂະນະທີ່ຢູ່ໃນເມືອງໄດ້ຮັບການພັທນາຢ່າງຕໍ່ເນື່ອງ. ຄວາມແຕກໂຕນກັນລະຫວ່າງ ຄົນທຸກຍາກໃນເຂດຊົນນະບົດ ແລະຄົນຮັ່ງມີໃນຕົວເມືອງ ແມ່ນມີຫລາຍ; ຄົນທຸກຍາກຂາດໂອກາດ ເກືອບທຸກດ້ານ ທັງເຣື່ອງການສຶກສາ, ສາທາຣະນະສຸຂ, ໄຟຟ້າ, ນໍ້າປະປາ ຮວມໄປເຖິງເສັ້ນທາງໄປ-ມາກໍຫຍຸ້ງຍາກ ລໍາບາກຫລາຍ.

ດັ່ງທີ່ທ່ານກ່າວວ່າ:

ແມ່ນແຫລະ ກະຍັງຢາກຍາກຢູ່ ເພາະວ່າມັນຢາກກວມເອົາຫລາຍຢູ່ ປະຊາຊົນທີ່ວ່າຍັງຢູ່ຫ່າງໄກສອກຫລີກ ຍັງຫລາຍ ທາງເຮົາກະບາງເທື່ອ ກະທຽວໄດ້ແຕ່ໜ້ອຍນຶ່ງ.”

ແລະຜູ້ເຮັດວຽກສົ່ງເສີມອາຊີບ ໃຫ້ຊາວບ້ານທຸກຍາກຢູ່ລາວ ກໍເວົ້າຕໍ່ວິທຍຸເອເຊັຽເສຣີໃນມື້ວັນທີ 21 ກໍຣະກະດານີ້ວ່າ ບັນຫາດັ່ງກ່າວ ມີຫລາຍດ້ານທີ່ຣັຖບານລາວ ຈະຕ້ອງຮີບຮ້ອນແກ້ໄຂ ເພື່ອໃຫ້ເກີດຄວາມເທົ່າທຽມ ແລະສເມີພາບກັນໃນສັງຄົມ ໂດຍສະເພາະເຣື່ອງການສຶກສາ,ໂຄງຮ່າງພື້ນຖານ ແລະສິດ-ຜົລປໂຍດຕ່າງໆ ທີ່ຄົນໃນຊົນນະບົດຄວນຈະໄດ້ຮັບ ເພື່ອໃຫ້ການພັທນາດີຂຶ້ນ.

ມັນກະໄກໆອອກໄປພຸ້ນແຫລະ ພຸ້ນໃດ໋ ທຸກກະບໍ່ໄດ້ຮຽນ ຄວາມທຸກຍາກຫັ້ນແຫລະ ບາງຄົນກະບາງ ໂອເຄຢູ່ ສ່ວນຫລາຍມັນກະບໍ່ໂອເຄ ເພາະການສຶກສາຂະເຈົ້າໜ້ອຍ ແລ້ວບາດນີ້ແຕ່ງງານໄວຊິເນາະ ບັນຫາມັນກະມາກມາຍວ່າຊີ້ສາ.”

ການວິເຄາະບັນຫາ ຂອງປະເທດຢ່າງເປັນລະລົບ ສໍາລັບ ສປປລາວ ຄັ້ງນີ້ ໄດ້ທົບທວນຄືນ ເຖິງຊ່ອງຫວ່າງດ້ານຂໍ້ມູນໃນການວິເຄາະ ບັນຫາດັ່ງກ່າວເມື່ອປີ 2017 ຊຶ່ງໃນນັ້ນ ໄດ້ມີການປັບປຸງຈໍານວນນຶ່ງ ເພື່ອບັນລຸເປົ້າໝາຍຍຸຕິຄວາມທຸກຍາກທີ່ຮ້າຍແຮງ ແລະສົ່ງເສີມການແບ່ງປັນ ຄວາມອຸດົມຮັ່ງມີຢ່າງທົ່ວເຖິງ ຊຶ່ງຍັງມີສິ່ງທ້າທາຍທີ່ຄົງຄ້າງຫລາຍດ້ານ ເປັນຕົ້ນ ຍັງມີຄວາມສ່ຽງທາງສະເຖັຍລະພາບ ຂອງເສຖກິດມະຫາພາກ, ຄວາມບອບບາງຂອງເສຖກິຈ ມະຫາພາກເພີ່ມທະວີຂຶ້ນ, ສິ່ງແວດລ້ອມຊຸດໂຊມ, ການແບກຫາບພາລະໜີ້ ສາທະຣະນະໜັກໜ່ວງ, ມີຄວາມຫຍຸ້ງຍາກ ທາງດ້ານງົບປະມານ ແລະການດໍາເນີນນະໂຍບາຍ ການເງິນຂອງຣັຖບານລາວ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.