ເຣື້ອງທີ່ເກັບບັນທຶກໄວ້
2023-11-20
ຊາວລາວໂລ່ງໃຈ ພາຍຫລັງທີ່ຮູ້ວ່າ ຣັຖບານບໍ່ໄດ້ໃຫ້ນັກທຸຣະກິຈຈີນ ສັມປະທານ ໂຮງຮຽນມັທຍົມສົມບູນ ປະຊາທິປະໄຕ ຢູ່ນະຄອນຫລວງພຣະບາງ ດັ່ງທີ່ເປັນຂ່າວ ໃນເຟສບຸກຄ໌ ຂອງ Joseph Akaravong.
2023-11-20
ສະພາແຫ່ງຊາຕ ໄດ້ສເນີໃຫ້ພາກສ່ວນທີ່ກ່ຽວຂ້ອງ ເພີ່ມອາຍຸ ສັມປະທານເຂດເສຖກິຈພິເສດ ໃຫ້ຫຼາຍກວ່າເກົ່າ ຈາກ 50 ປີ ເປັນ 70 ຫຼື 80 ປີ ຕາມຄວາມເໝາະສົມ ເພື່ອດຶງດູດນັກລົງທຶນ ໃຫ້ໄດ້ຫຼາຍທີ່ສຸດ ເນື່ອງຈາກຄັນໄລຍະເວລາ ສັມປະທານໜ້ອຍ ຈຶ່ງເຮັດໃຫ້ນັກລົງທຶນ ບໍ່ຢາກເຂົ້າມາລົງທຶນ ຢູ່ລາວ.
2023-11-20
ຣັຖມົນຕຣີຊ່ອຍວ່າການ ກະຊວງປ້ອງກັນປະເທດຣັສເຊັຽ ໄດ້ກ່າວໃນກອງປະຊຸມ ຣັຖມົນຕຣີ ປ້ອງກັນປະເທດ ລະຫວ່າງປະເທດ ຄູ່ເຈຣະຈາ ອາຊ້ຽນຄັ້ງທີ 10 ຢູ່ກຸງຈາກາຣ໌ຕາ ວ່າ ຣັສເຊັຽ ພ້ອມທີ່ຈະພັທນາຄວາມນຮ່ວມມື ທາງທະຫານ ແລະເຕັກນິກທາງທະຫານ ຮ່ວມກັບປະເທດລາວ.
2023-11-19
ອົງການ ໂຮມລາວ ເພື່ອສັນຕິພາບ ແລະ ປະຊາທິປະຕັຍ ເຂົ້າຮ່ວມກອງປະຊຸມ ວ່າດ້ວຍ ການປົກປ້ອງ ແລະ ສົ່ງເສີມ ສິດທິມນຸດ.
2023-11-18
ນາງ ສຸກສະຫວັນ ມະນີວົງໄຊ ສິນລະປິນ ນັກແຕ້ມຮູບ ທີ່ໄດ້ຮັບລາງວັນຫຼຽນຄໍາ ອັນດັບທີ 1 ຂອງໂລກ ຈາກ ໂຄງການປະກວດແຕ້ມຮູບ “ລົດໂຕໂຢຕ້າ ໃນຝັນຂອງຂ້ອຍ ຫຼື (Toyota dream Car Art contest) ເມື່ອປີ 2018.
2023-11-17
ມີຫຼາຍປັດໄຈ ທີ່ເຮັດໃຫ້ ປະຊາຊົນ ຢູ່ 13 ບ້ານ ເມືອງໂຂງ ແຂວງຈໍາປາສັກ ພາກັນຫຼັ່ງໄຫຼໄປເຮັດວຽກຢູ່ໄທຍ ເຊິ່ງເພີ່ມຫຼາຍຂຶ້ນເຖິງ 12,000 ຄົນ ແລະ ນຶ່ງໃນສາເຫດຫຼັກ ເປັນຍ້ອນບັນຫາ ທາງດ້ານເສຖກິຈ ພາຍໃນປະເທດລາວ.
2023-11-17
ເດັກນ້ອຍລາວ ຈໍານວນ 16 ຄົນ ໃນນີ້ ມີເພດຍິງ 3 ຄົນ ແລະເພດຊາຍ 13 ຄົນ ທີ່ຖືກຄ້າມະນຸສໄປພະມ້າ ແລະຍັງຕິດຄ້າງ ຢູ່ທີ່ນັ້ນ ຂໍຮຽກຮ້ອງ ໃຫ້ເຈົ້າໜ້າທີ່ທາງການລາວ ແລະພາກສ່ວນທີ່ທີ່ກ່ຽວຂ້ອງ ຊ່ອຍເຫຼືອ ຂໍໃຫ້ແຈ້ງຫາບໍຣິສັດຈີນ ຖ້າບໍ່ປ່ອຍເດັກນ້ອຍລາວຈໍານວນນີ້ເທື່ອ ກໍບໍ່ໃຫ້ລົງໂທດພວກເຂົາ.
2023-11-17
ມາຮອດປັດຈຸບັນ ໂຮງໝໍແຂວງ ແລະ ໂຮງໝໍເມືອງ ຫຼາຍແຫ່ງ ໃນປະເທດລາວ ຍັງຂາດເຂີນ ອຸປະກອນ ທາງການແພດ ຈຳນວນຫຼາຍ ເຮັດໃຫ້ແພດໃນຂແນງການຕ່າງໆ ບົ່ງມະຕິພະຍາດ ໄດ້ແບບບໍ່ເຕັມທີ່ ເຮັດໃຫ້ເກີດຂໍ້ຜິດພາດ ຫຼາຍເທື່ອ ສົ່ງຜົລໃຫ້ຄົນເຈັບ ມີອາການຮຸນແຮງຂຶ້ນ ແລະ ສ່ຽງເສັຍຊີວິດ.
2023-11-17
ສະມາຊິກສະພາແຫ່ງຊາຕ ເຂດເລືອກຕັ້ງທີ 16 ແຂວງເຊກອງ ໄດ້ປະກອບຄຳເຫັນ ຢູ່ໃນກອງປະຊຸມສໄມສາມັນເທື່ອທີ 6 ຂອງສະພາແຫ່ງຊາຕຊຸດທີ 9 ຕອນນຶ່ງ ກ່ຽວກັບການບໍ່ຕື່ນໂຕ ຈັດຕັ້ງປະຕິບັດກົດໝາຍ ເປັນຕົ້ນ ການນຳພັກ-ຣັຖ ຂັ້ນຕ່າງໆ ບໍ່ຍອມແຈ້ງບັນຊີຊັບສິນ ຕາມລະບຽບກົດໝາຍ.
2023-11-17
ປະທານສະພາແຫ່ງຊາຕ ໄດ້ກ່າວຮຽກຮ້ອງໃຫ້ ມີການລົງໂທດຢ່າງເດັດຂາດ ຕໍ່ພະນັກງານຣັຖກອນທີ່ສໍ້ຣາສ ບັງຫຼວງ ຫາກມີການກວດພົບ ຜູ້ທີ່ສໍ້ຣາສ ບັງຫຼວງທີ່ເປັນຕົ້ນເຫດ ເຮັດໃຫ້ຣັຖຕ້ອງສູນເສັຍງົບປະມານ ຈຳນວນຫຼາຍ.
2023-11-16
ໂຄງການຍົກສູງ ຂີດຄວາມສາມາດ ຄຣູອາຈານ ຊົນນະບົດ ສປປ ລາວ ພາຍໃຕ້ທືນຊ່ອຍເຫຼືອ ຈາກຣັຖບານຈີນ ຈຳນວນ 4 ຕື້ຢວນຈັດຂຶ້ນໃນວັນທີ 13 ຫາ 26 ພຶສຈິກາ 2023 ເປັນເວລາ 14 ວັນ ໂດຍມີຄຣູ ແລະ ຜູ້ບໍຣິຫານໂຮງຮຽນ ທົ່ວປະເທດ ເຂົ້າຮ່ວມອົບຮົມທັງໝົດ 3,000 ຄົນ.
2023-11-16
ທາງການລາວ ບໍ່ອະນຸຍາດ ໃຫ້ມີການຊື້-ຂາຍ ສິດການນຳໃຊ້ທີ່ດິນ ເປັນເງິນຕຣາຕ່າງປະເທດ ຂະນະ ທີ່ ຊາວລາວ ຈຳນວນຫລາຍ ຍັງນິຍົມໃຊ້ ເງິນຕຣາຕ່າງປະເທດ ໃນການເຮັດທຸຣະກັມ ທາງການເງິນ ເນື່ອງຈາກເງິນກີບອ່ອນຄ່າ ແລະເພື່ອຄວາມສະດວກ.
2023-11-16
ຂະບວນຣົຖໄຟທ່ອງທ່ຽວ ນະຄອນຫຼວງວຽງຈັນ-ນະຄອນຫຼວງປັກກິ່ງ ໄດ້ເປີດນຳໃຊ້ຢ່າງເປັນທາງການ ໂດຍຂະບວນຣົຖໄຟຖ້ຽວປະຖົມມະຣຶກ ດັ່ງກ່າວ ໄດ້ແລ່ນອອກຈາກ ນະຄອນຫຼວງປັກກິ່ງ ແລະ ສິ້ນສຸດທີ່ນະຄອນຫຼວງວຽງຈັນ.
2023-11-16
ຊາວບ້ານ ໃນເຂດເຂື່ອນນໍ້າເທີນ 2 ເມືອງນາກາຍ ແຂວງຄຳມ່ວນ ລັກລອບຖາງ-ຈູດປ່າ ເພື່ອທຳການກະເສດ ແຕ່ໂຄງການເຂື່ອນນໍ້າເທີນ 2 ສັ່ງຫ້າມ ຍ້ອນສົ່ງຜົລກະທົບ ຕໍ່ສະພາບແວດລ້ອມ ບໍຣິເວນເຂື່ອນດັ່ງກ່າວ ຫລາຍຢ່າງ.
2023-11-15
ທາງການ ເມືອງໂກເອຊານ, ແຂວງຊັງຈອງບຸກໂດ, ປະເທດເກົາຫຼີໃຕ້ ພ້ອມດ້ວຍ ກົມການຈັດຫາງານ, ກະຊວງແຮງງານ ແລະ ສວັດດີການສັງຄົມ ຂອງລາວ ໄດ້ຮ່ວມກັນລົງນາມ ບົດບັນທຶກ ຄວາມເຂົ້າໃຈ ວ່າດ້ວຍການຈັດສົ່ງຄົນງານລາວ ໄປເຮັດວຽກຕາມຣະດູການ ຢູ່ເກົາຫຼີໃຕ້.