ຣັຖບານ ອອກຄຳສັ່ງ ຄຸ້ມຄອງ ເງິນຕຣາ ຕ່າງປະເທດ

ພອນ ພູມມີທອນ
2023.11.16
ຣັຖບານ ອອກຄຳສັ່ງ ຄຸ້ມຄອງ ເງິນຕຣາ ຕ່າງປະເທດ ການຊື້-ຂາຍຫງາຍມື ທີ່ຕລາດສົດແຫ່ງນຶ່ງ ໃນນະຄອນຫຼວງວຽງຈັນ ທີ່ສິນຄ້າຫຼາຍຢ່າງ ຂຶ້ນລາຄາຢ່າງເນື່ອງນິດ-ລຽນຕິດ (TS), ວັນທີ 18 ສິງຫາ ປີ 2023.
RFA

ໃນວັນທີ 14 ກໍຣະກະດາ ທີ່ຜ່ານມາ ສໍານັກນາຍົກຣັຖມົນຕຣີ ໄດ້ອອກຄໍາສັ່ງ ສບັບເລຂທີ 10/ນຍ ເຣື່ອງການຈັດຕັ້ງ ປຕິບັດ ການຄຸ້ມຄອງເງິນຕຣາ ຕ່າງປະເທດ ພ້ອມມອບໝາຍ ໃຫ້ກະຊວງຊັພຍາກອນທັມມະຊາຕ ແລະ ສິ່ງແວດລ້ອມ ຄຸ້ມຄອງ ແລະ ຕິດຕາມກວດກາ ທຸກພາກສ່ວນ ດໍາເນີນການຕິດປະກາດ ຫລື ໂຄສະນາລາຄາ, ຊໍາລະ ຫລື ຮັບຊໍາລະ ການນໍາໃຊ້ທີ່ດິນ ແລະ ສິ່ງປູກສ້າງ ພາຍໃນປະເທດລາວ ເປັນເງິນກີບເທົ່ານັ້ນ.

ຂະນະທີ່ການ ຊື້-ຂາຍ ສິດການນໍາໃຊ້ທີ່ດິນ ພາຍໃນປະເທດລາວ ນິຍົມໃຊ້ເງິນຕຣາ ຕ່າງປະເທດ ບໍ່ວ່າຈະເປັນເງິນບາທ, ເງິນໂດລ້າຣ໌ສະຫະຣັຖ ແລະ ເງິນຢວນ ຍ້ອນຄົງມູນຄ່າ. ເນື່ອງຈາກ ເງິນກີບອ່ອນຄ່າລົງເລື້ອຍໆ ໃນຮອບ 3 ປີ ທີ່ຜ່ານມາ.

ດັ່ງ ນາຍໜ້າ ຂາຍທີ່ດິນ ໃນຂອບເຂດທົ່ວປະເທດ ທ່ານນຶ່ງ ກ່າວຕໍ່ ວິທຍຸເອເຊັຽເສຣີ ໃນມື້ວັນທີ 16 ພຶສຈິກາ 2023 ນີ້ວ່າ:

ໂອ້, ໂຕນີ້ແມ່ນ ອີງໃສ່ຄວາມສະດວກ. ຂະເຈົ້າກໍຮັບຊື້ບາທ, ຊື້ໂດລ້າຣ໌. ເອີ, ດຽວນີ້....ເອີ ມັນກໍຄວາມໝາຍວ່າ ບໍ່ຢາກປັບ ອັຕຣາແລກປ່ຽນ ແຕ່ລະມື້ຫັ້ນນ່າ. ຄວາມໝາຍ ບາງຄົນກໍຢືມແບ້ງເປັນບາທຈັ່ງຊີ້ ຢືມເປັນໂດລ້າຣ໌ ຈັ່ງຊີ້ນ່າ. ບໍ່ແມ່ນເງິນກີບ ຂາຍມາ ໃຊ້ຫນີ້ ໃຊ້ສິນຊີ້ນ່າ.”

ເຖິງແມ່ນວ່າ ທາງການ ແລະ ພາກສ່ວນທີ່ກ່ຽວຂ້ອງ ຈະສົ່ງເສີມໃຫ້ມີການນໍາໃຊ້ເງິນກີບ ພາຍໃນປະເທດ ແຕ່ຢ່າງໃດກໍຕາມ ການຊື້-ຂາຍ ສິດການນໍາໃຊ້ທີ່ດິນ ໃນຫລາຍເມືອງ ແລະ ຫລາຍແຂວງ ທົ່ວປະເທດ ບໍ່ວ່າຈະເປັນການຊື້-ຂາຍ ລະຫວ່າງຄົນລົນລາວ ກັບ ຄົນລາວ ຫລື ຄົນລາວ ກັບ ຕ່າງປະເທດ ນິຍົມໃຊ້ເງິນຕຣາ ຕ່າງປະເທດ ໂດຍອີງຕາມ ອັຕຣາແລກປ່ຽນ ໃນແຕ່ລະໄລຍະ.

ດັ່ງ ຊາວບ້ານ ຢູ່ເມືອງຫລວງນ້ໍາທາ ແຂວງຫລວງນ້ໍາທາ ທ່ານນຶ່ງ ກ່າວຕໍ່ ວິທຍຸເອເຊັຽເສຣີ ໃນມື້ດຽວກັນ ນີ້ວ່າ:

ກໍແລ້ວແຕ່ເຈົ້າຂອງຫັ້ນແຫລະ ເອົາເປັນເງິນກີບກໍໄດ້ ເອົາເປັນເງິນບາທກໍໄດ້. ນ້ອງກໍໄລ່ 6 ປາຍນີ້ຕີ້ 630 ຫາ 650 ປະມານນີ້ແຫລະ. ຕາມເຣດຕລາດ ກໍແລ້ວແຕ່ ແລ້ວແຕ່ຜູ້ຂາຍ ໝາຍເຖິງ ຖ້າເຮົາຂາຍເປັນເງິນຢວນ ເຮົາກໍຊື້ເປັນເງິນຢວນ, ຂາຍເປັນເງິນກີບ ເຮົາກໍຈັບເປັນເງິນກີບ.”

ທີ່ຜ່ານມາ ເຈົ້າຂອງທີ່ດິນ ຫລື ນາຍໜ້າຂາຍທີ່ດິນ ຈໍານວນນຶ່ງ ໃຊ້ວິທີ ໂພສຕ໌ ຂໍ້ມູນກ່ຽວກັບທີ່ດິນ ເປັນຕົ້ນສະຖານທີ່ຕັ້ງ, ຂນາດ ແລະ ລາຄາ ຊື້-ຂາຍ ທີ່ດິນ ດ້ວຍເງິນກີບ ຕາມຄໍາສັ່ງຂອງທາງການ ຈາກນັ້ນຈະໃຊ້ວິທີໂອ້ລົມ ກັບຜູ້ຊື້ທີ່ດິນຜ່ານທາງໂທຣສັບ ຫລື ຂຽນຂໍ້ຄວາມໃຫ້ຊໍາລະຄ່າທີ່ດິນ ເປັນເງິນຕຣາຕ່າງປະເທດ.

ດັ່ງ ຊາວບ້ານ ຢູ່ເມືອງໄຊທານີ ນະຄອນຫລວງວຽງຈັນ ທ່ານນຶ່ງ ກ່າວວ່າ:

ບໍ່. ບໍ່ໄດ້ບັງຄັບ ບໍ່ໄດ້ອັນນັ້ນ ກໍແລ້ວແຕ່ລູກຄ້າ ຈະສະດວກຈ່າຍຫັ້ນນ່າ. ເງິນສະກຸນຫຍັງກໍໄດ້ ຈ່າຍໄດ້ໝົດ ຣັຖບານເຂົາອັນນ່າ. ຊື້-ຂາຍ ແບບເງິນຕ່າງປະເທດ ແຕ່ເຈົ້າຂອງ ອັນນ່າ ສ່ວນຫລາຍເຂົາຢາກໄດ້ເງິນນີ້ແຫລະ ແຕ່ວ່າຕ້ອງລົມກັນ ໃນແຊັດ ໃນອັນນັ້ນ ໃນການໂທ ຫ້າມໂພສຕ໌ ໃນໂຊຊ່ຽນລະກໍໄດ້. ແມ່ນ ຖ້າເຮົາຈະຈ່າຍອັນນ່າ ເຮົາຕ້ອງໄດ້ຕິດຕໍ່ ເຈົ້າຂອງໂດຍຕຣົງ. ແບບລົມທາງສ່ວນໂຕ ທາງແຊັດ ຫລື ວ່າໂທລົມເລີຍກໍໄດ້.”

ກ່ຽວກັບເຣຶ່ອງນີ້ ຖ້າຫາກພໍ່-ແມ່ ປະຊາຊົນ ພົບເຫັນ ການຕິດປະກາດ ລາຄາຊື້-ຂາຍ ທີ່ດິນ ແລະສິ່ງປູກສ້າງ ເປັນເງິນຕຣາຕ່າງປະເທດ ສາມາດຮ້ອງຮຽນ ໄປຍັງສາຍດ່ວນ 1514 ຂອງກະຊວງ ຊັພຍາກອນ ທັມມະຊາຕ ແລະ ສິ່ງແວດລ້ອມ ໄດ້ ແຕ່ທີ່ຜ່ານມາ ເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ພັດບໍ່ທັນໄດ້ດໍາເນີນການລົງພື້ນທີ່ ກວດກາຕາມກົດໝາຍ ຢ່າງຈິງຈັງເທື່ອ.

ດັ່ງ ເຈົ້າໜ້າທີ່ ທີ່ຮູ້ກ່ຽວກັບເຣື່ອງນີ້ ທ່ານນຶ່ງ ກ່າວວ່າ:

ອໍ, ໄລ່ເປັນອັຕຣາໃດກໍໄດ້. ບໍ່ໆ ແມ່ນ ເຣດຕາມລາຄາຂອງ ທະນາຄານເດີ້ .ເຣດທະນາຄານ ແມ່ນແລ້ວ. ເພິ່ນບໍ່ໄດ້ກວດ ມັນຂຶ້ນກັບເຮົາມາ. ເຮົາຊິຈ່າຍເປັນເງິນບາທ ຫລື ເງິນອິຫຍັງກໍໄດ້ ແຕ່ເຮົາກໍມາໄລ່ ຕາມເຣດ ທະນາຄານ.”

ກ່ອນໜ້ານີ້ ໃນວັນທີ 27 ກັນຍາ 2019 ກະຊວງຊັພຍາກອນ ທັມມະຊາຕ ແລະສິ່ງແວດລ້ອມ ໄດ້ອອກແຈ້ງການ ສບັບເລຂທີ 5386/ກຊສ ລະບຸວ່າ ຖ້າຫາກພໍ່-ແມ່ ປະຊາຊົນ, ນິຕິບຸກຄົນ ຫລື ການຈັດຕັ້ງ ພົບເຫັນ ພະນັກງານ-ຣັຖກອນ ທີ່ເຮັດໜ້າທີ່ຄຸ້ມຄອງ ວຽກງານທີ່ດິນ ບໍ່ອໍານວຍຄວາມສະດວກ ໃນການສນອງຂໍ້ມູນເອກະສານ ຕອນດິນ, ເກັບຄ່າທັມນຽມ ແລະ ຄ່າບໍຣິການ ບໍ່ຖືກຕ້ອງຕາມລະບຽບ, ກົດໜ່ວງຖ່ວງດຶງ ການສນອງຂໍ້ມູນກ່ຽວກັບເອກະສານ ຕອນດິນ ແລະ ບັນຫາທີ່ດິນ ຫລື ມີພຶດຕິກັມ ສໍ້ຣາສບັງຫລວງ ຫລື ລະເມີດກົດໝາຍ ສາມາດແຈ້ງ ເປັນລາຍລັກອັກສອນ ຫລື ສົ່ງຜ່ານສາຍດ່ວນ 1514 ໄດ້ໂດຍຕຣົງ ເພື່ອເປັນບ່ອນອ້າງອີງ ໃນການກວດກາຄືນ ການປະຕິບັດໜ້າທີ່ ຂອງພະນັກງານ-ຣັຖກອນ ຕາມກົດໝາຍ.

ສໍາລັບ ຄໍາສັ່ງວ່າດ້ວຍ ການຈັດຕັ້ງປະຕິບັດ ການຄຸ້ມຄອງ ເງິນຕຣາຕ່າງປະເທດ ສະບັບຫລ້າສຸດນີ້ ຍັງລະບຸໃຫ້ການຊື້-ຂາຍ ຍານພາຫະນະ, ຄ່າຮັບເໝົາກໍ່ສ້າງ, ຄ່າບໍຣິການຂົນສົ່ງ ແລະ ຄ່າໂດຍສານທາງບົກ, ທາງນ້ໍາ ແລະ ທາງອາກາດ, ຄ່າບໍຣິການການສຶກສາ ແລະ ວິທຍາສາດ, ຄ່າກິລາ ແລະ ກາຍະກັມ, ຄ່າປິ່ນປົວ, ຄ່າຢາ, ຄ່າຜລິຕພັນ ທາງການແພດ, ຄ່າບໍຣິການທຸຣກິຈນໍາທ່ຽວ, ທີ່ພັກໂຮງແຮມ, ຄ່າອາຫານ-ເຄື່ອງດື່ມ, ເງິນເດືອນ ແລະ ຄ່າແຮງງານ ລວມເຖິງ ຄ່າສິນຄ້າ ອຸປະໂພກ-ບໍຣິໂພກ ຈະຕ້ອງໃຊ້ຈ່າຍເປັນເງິນກີບ.

ອີງຕາມ ກົດໝາຍ ວ່າດ້ວຍການຄຸ້ມຄອງ ເງິນຕຣາຕ່າງປະເທດ ມາຕຣາ 49 ກ່ຽວກັບເຣື່ອງການປັບໃຫມ ລະບຸວ່າ ຜູ້ໃດຕິດປະກາດ ຫລື ໂຄສະນາລາຄາ ແລະ ຄ່າໃຊ້ຈ່າຍອື່ນໆ ໃນປະເທດລາວ ເປັນເງິນຕຣາຕ່າງປະເທດ ຈະຖືກປັບໃຫມ 1 ລ້ານກີບ/ຄັ້ງ ຫລື ຜູ້ໃດຮັບຊໍາລະຄ່າສິນຄ້າ, ຄ່າບໍຣິການ, ຊະລະຫນີ້, ເບີກຈ່າຍເງິນເດືອນ, ປະຕິບັດພັນທະຕໍ່ຣັຖ ເປັນເງິນຕຣາຕ່າງປະເທດ ໂດຍບໍ່ໄດ້ຮັບອນຸຍາດ ຈະຖືກປັບໃຫມ 3 ລ້ານ ກີບ/ຄັ້ງ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.