ປະຊາຊົນ 13 ບ້ານ ໃນເມືອງໂຂງ ຫຼັ່ງໄຫຼ ໄປເຮັດວຽກຢູ່ໄທຍ

ອຸ່ນແກ້ວ
2023.11.17
ປະຊາຊົນ 13 ບ້ານ ໃນເມືອງໂຂງ ຫຼັ່ງໄຫຼ ໄປເຮັດວຽກຢູ່ໄທຍ ພໍ່ເຖົ້າ ກໍາລັງລ້ຽງຫຼານນ້ອຍ ໃນຂະນະທີ່ ພໍ່ແມ່ເດັກນ້ອຍ ພາກັນໄປເຮັດວຽກຢູ່ໄທຍ ໝົດ, ເມືອງໂຂງ ແຂວງຈຳປາສັກ, ວັນທີ 4 ພຶສຈິກາ 2023.
ນັກຂ່າວ ພົລເມືອງ

ຢູ່ໃນ 13 ປາຍ ບ້ານ ຢູ່ເມືອງໂຂງ ແຂວງ ຈໍາປາສັກ ມີປະຊາຊົນໄປເຮັດວຽກ ຢູ່ປະເທດໄທຍ ປະມານ 1,200 ຄົນ ໃນປີ 2023 ຍ້ອນບັນຫາເສຖກິຈ ແລະ ການສູນເສັຽທີ່ດິນ.

ອີງຕາມຂໍ້ມູນຈາກ ຈາກອົງການຈັດຕັ້ງບ້ານ ຢູ່ ເມືອງ ໂຂງແຂວງຈໍາປາສັກ ທີ່ວິທຍຸ ເອເຊັຽເສຣີ ໄດ້ມາ ໄດ້ສະແດງໃຫ້ເຫັນວ່າ:

  • ໃນປີ 2023 ມີປະຊາຊົນໄປເຮັດວຽກ ຢູ່ປະເທດໄທຍ ປະມານ 1,200​ ຄົນ.​
  • ໃນປີ 2022 ມີປະຊາຊົນເດີນທາງໄປເຮັດວຽກ ຢູ່ປະເທດໄທຍປະມານ 8,00 ຄົນ
  • ໃນປີ 2021 ມີ ປະຊາຊົນໄປເຮັດວຽກ ຢູ່ປະເທດໄທຍປະມານ 500 ຄົນ

ສາເຫດນຶ່ງທີ່ເຮັດໃຫ້ ປະຊາຊົນ ໃນໄວເຮັດວຽກ ພາກັນຫຼັ່ງໄຫຼໄປເຮັດວຽກ ຢູ່ປະເທດໄທຍ ກໍຍ້ອນບັນຫາທາງດ້ານເສຖກິຈ, ປະຊາຊົນ ບໍ່ມີທີ່ດິນທໍາການຜລິດ, ແລະ ປະຊາຊົນບໍ່ສາມາດຫາປາໄດ້ ຄືແຕ່ກ່ອນ ຍ້ອນການສ້າງເຂື່ອນ.

ປະຊາຊົນ ຢູ່ເມືຶອງໂຂງ ທ່ານນຶ່ງ ໄດ້ກ່າວຕໍ່ວິທຍຸ ເອເຊັຽເສຣີ ວ່າ:

ຫ້ວຍຄົນໄປຫາກິນເນາະ ກະແບບກຸ້ມປາກໃຜປາກມັນເນາະ ເຈົ້າບໍ່ໄປຫາ ເຂົ້າກິນເຈົ້າຊິມີຊັ້ນເບາະ.

ນອກຈາກນີ້ ປະຊາຊົນທີ່ໄປເຮັດວຽກຢູ່ໄທຍ ຍ້ອນວ່າ ເຂົາເຈົ້າບໍ່ມີທີ່ດິນທໍາກິນ ແລະ ບໍ່ມີບ່ອນຫາປາຄືແຕ່ກ່ອນແລ້ວ. ປະຊາຊົນເມືອງໂຂງ ທ່ານນີ້ ໄດ້ກ່າວຕື່ມວ່າ:

ຄັນບໍ່ມີໃຜຖືກກະບໍ່ຮູ້ດອກ ມັນບໍ່ມີບ່ອນເຮັດເຈົ້າກະຕາຍຕີ້ ບ່ອນຫາປາ ເຂົາໄດ້ເຮັດນາຫັ້ນນ່າອ້າຍ ເຂົາກະບໍ່ຄຶດໄດ໋. ເຂົາກະໄດ້ຂາຍເຂົ້າ ແຕ່ກ່ອນເຂົາບໍ່ທັນຖືກຜົລກະທົບ ນາເຂົາກະໄດ້ເຮັດ ລວງປາ ເຂົາກະໄດ້ຫາຫັ້ນນ່າ ເຂົາກະບໍ່ອຶດກິນ ເຮັດນັ້ນເຮັດນີ້ ມັນພໍໄດ້ຂາຍ ພໍເຮັດໄດ້ ອັນນີ້ ນາເຂົາກະຖືກ ຄົນບໍ່ມີອາຊີບ ເຈົ້າຊິເຮັດຫຍັງ ຂັ້ນເຈົ້າບໍ່ໄປໄທຍ ມີແຕ່ທ່າດຽວນັ້ນແຫຼະ.

ປະຊາຊົນຢູ່ບ້ານດັ່ງກ່າວ ໄດ້ຮັບຜົລກະທົບຈາກໂຄງການເຂື່ອນ ແລະ ໂຄງການສັມປະທານ ຂອງຣັຖບານ ຍ້ອນວ່າໄປກວມເອົາດິນນາ ຂອງເຂົາເຈົ້າ ສົ່ງຜົລເຮັດໃຫ້ເຂົາເຈົ້າ ບໍ່ມີທີ່ດິນທໍາກິນ.

ປະຊາຊາເມືອງໂຂງ ທ່ານນີ້ ໄດ້ກ່າວຕື່ມວ່າ:

ນາຖືກຜົລກະທົບເຂື່ອນດອນສະໂຮງ ກັບ ມະຫານິທີ ສີທັນດອນ ຂອງໄປດຸດໄປເຮັດເຂື່ອນ ມັນກະຖືກໄຮ່ ຖືກນາ ກັນເຈື່ອນມັນກະໝົດ ຂອງບໍ່ແມ່ນດິນໜ້ອຍໆ ເນາະ ມັນກະໝົດໂລດຫັ້ນຕີ້.

ບັນຫາເສຖກິຈ ກໍເປັນປັດໄຈນຶ່ງ ທີ່ເປັນໂຕແບບບັງຄັບ ໃຫ້ຄົນເຫຼົ່ານັ້ນ ຈໍາເປັນຕ້ອງໄປເຮັດວຽກຢູ່ປະເທດໄທຍ ຫຼາຍຂຶ້ນ.

ເຈົ້າໜ້າທີ່ ກົມຈັດຫາງານ ກະຊວງແຮງງານ ແລະ ສວັດດີການສັງຄົມ ໄດ້ກ່າວຕໍ່ວິທຍະ ເອເຊັຽເສຣີ ວ່າ:

ມັນກໍເປັນນໍາເສຖກິຈ ເພາະວ່າ ເຮັດຢູ່ພຸ້ນ [ປະເທດໄທຍ] ເງິນເດືອນມັນສູງກວ່າ ເຮັດຢູ່ພີ້ ຫັ້ນນ່າ.

ຢູ່ພາຍໃນບ້ານ ສ່ວນຫຼາຍຈະມີແຕ່ ຜູ້ສູງອາຍຸ ຫຼື ຜູ້ເຖົ້າກັບເດັກນ້ອຍ ເຝົ້າບ້ານ ໃນຂະນະທີ່ພໍ່ແມ່ ຜູ້ທີ່ຢູ່ໃນໄວເຮັດວຽກ ພາກັນໄປເຮັດວຽກຢູ່ໄທຍໝົດ.

ພໍ່ເຖົ້າຄົນນຶ່ງ, ທີ່ກໍາລັງເອົາ (ລ້ຽງ) ຫຼານສອງຄົນ ຢູ່ເຮືອນ ຍ້ອນວ່າ ພໍ່ແມ່ຂອງເດັກນ້ອຍ ພາກັນເຮັດວຽກຢູ່ໄທຍໝົດ, ໄດ້ໃຫ້ສັມພາດຕໍ່ວິທຍຸ ເອເຊັຽເສຣີ ວ່າ:

ຢູ່ໃນຄອບຄົວນີ້ ກະໄປ 5 ຄົນ ມີລູກສາວ ມີລູກເຂີຍ. ແມ່ເຖົ້າກະອອກໄປກ່ຽວເຂົ້າ ໂຕເອງນີ້ກະເບິ່ງຫຼານ ເບິ່ງຫຼານ ລະກະຂຸດດິນ ເຮັດນາຢູ່ ມັນກະບໍ່ພໍຊິໄດ້ເປັນເສຖກິຈຫັ້ນນ່າ ຄັນໄປຫາພຸ້ນມັນກະພໍໄດ້ແດ່ ເຮັດບ້ານເຮັດເຮືອນ.​

ນອກຈາກນີ້, ນັກຮຽນຊັ້ນມັທຍົມ ຢູ່ໃນເຂດດັ່ງກ່າວ ກໍພາກັນອອກໂຮງຮຽນ ແລະ ໄປຫາເຮັດວຽກຕໍ່ ໃນເວລາທີ່ເສຖກິຈ ກໍາລັງຝືດເຄື່ອງ.

ປະຊາຊົນເມືອງໂຂງ ຜູ້ດຽວກັນນີ້ ໄດ້ກ່າວວ່າ:

ໂຮງຮຽນມັທຍົມສົມບູນ ບ້ານນາກະສັງ ເມືອງໂຂງແຂວງຈໍາປາສັກ ໃນປີ 2022 ມີນັກຮຽນປະມານ 500 ປາຍຄົນ, ແຕ່ ປີ 2023 ມີນັກຮຽນພຽງແຕ່ 200 ປາຍຄົນ ເຊິ່ງນັກຮຽນສ່ວນນຶ່ງ ທີ່ອອກໂຮງຮຽນ ນັ້ນ ພາກັນໄປເຮັດວຽກຢູ່ໄທຍ.​

ອີງຕາມຂໍ້ມູນຈາກເຈົ້າໜ້າທີ່ ກົມຈັດຫາງານ ກະຊວງແຮງງານ ແລະ ສວັດດີການສັງຄົມ, ມີຄົນລາວ ໄປເຮັດວຽກຢູ່ໄທຍ ມີເອກະສານເຮັດວຽກ ປະມານ 50,000​ ຄົນ ໃນປີ 2023, ແຕ່ ຍັງບໍ່ນັບຈໍານວນທີ່ເຮັດວຽກຢູ່ໄທຍ ແບບບໍ່ມີເອກະສານ ແລະ ບໍ່ນັບຈໍານວນທີ່ໄປກ່ອນ ໃນປີທີ່ຜ່ານມາ.

ບັນຫາຄ່າຄ່ອງຊີບ ເປັນປັດໄຈຫຼັກ ທີ່ເຮັດໃຫ້ປະຊາຊົນຕ້ອງຕັດສິນໃຈ ອອກໄປເຮັດວຽກ ຢູ່ປະເທດໄທຍ.

ນັກທຸຣະກິຈ ທ່ານນຶ່ງ ຢູ່ພາກໃຕ້ຂອງລາວ ໄດ້ກ່າວຕໍ່ວິທຍຸ ເອເຊັຽເສຣີ ວ່າ:

ມັນກະບັນຫາຄ່າຄອງຊີບ ການຫາເງິນຫາຄໍາ ມັນຝືດເຄືອງ. ບ່ອນເຮັດວຽກເຮັດງານ ມັນກະຍາກ ຫາຍາກ ຫຼາຍມ້ອງ ຫຼາຍບ່ອນກະປິດຕົວ ຈັ່ງຊີ້ນ່າ. ອີກບັນຫານຶ່ງເງິນມັນກະເຟິີ້ເກີນໄປ ເຂົາໄປເຮັດຢູ່ໄທຍເນາະ ເຂົາເຫຼືອ ມື້ນຶ່ງເຂົາເຫຼືອ 100 ບາທ ຈັ່ງຊີ້ ເຂົາກະໄດ້ 50,000 -60,000 ກີບ ຢູ່ບ້ານເຮົານີ້ເຫຼືອເງິນບໍ່ໄດ້ຮອດໄດ໋ 20,000 ກີບ.

ຢູ່ປະເທດລາວ ກັມມະກອນທົ່ວໄປ ບໍ່ສາມາດທີ່ຈະທ້ອນເງິນໄດ້ມື້ລະ 15,000 ກີບ ຫຼັງຈາກທີ່ຫັກຄ່າກິນຄ່າຢູ່ອອກໝົດ.​

ນັກທຸຣະກິຈ ທ່ານນີ້​ກ່າວຕື່ມອີກວ່າ:

ຜູ້ປະຢັດອີ່ຫຼີຈັ່ງຊິເຫຼືອເງິນເກັບ 15,000 ກີບ ຕໍ່ມື້ ຄັນຜູ້ບໍ່ປະຢັດລະໝົດ ຫາມື້ນີ້ ກິນໝົດມື້ນີ້ ບາດເປັນໄຂ້ເປັນໜາວມາຊິເຮັດຈັ່ງໃດ ໄປໂຮງໝໍມາ ຕາຍຕີ້.

ອາຫານການກິນ ເປັນຕົ້ນວ່າ ເຂົ້າປຽກຖ້ວຍນຶ່ງບໍ່ຕໍ່າກວ່າ 20,000 ກິີບ ເປັນຢ່າງຕໍ່າ ສ່ວນວ່າ ເຝີຖ້ວຍນຶ່ງລາຄາ 50,000 ກີບ ຂຶ້ນໄປ ໃນຂະນະທີ່ຄ່າຈ້າງກັມມະກອນລາຍວັນ ບາງຄົນບໍ່ຮອດ 100,000​ ກີບ ຕໍ່ມື້.

ນັກທຸຣະກິຈ ທ່ານນີ້ກ່າວຕື່ມວ່າ:

ເຂົ້າປຽກຖ້ວຍນຶ່ງ 20,000 -30,000 ກີບ, 40,000 ກີບ ກະມີ, ເຝີນີ້ ກະ 50,000​ ກິີບ, 60,000 ກີບ ກະມີ ເຮັດວຽກຢູ່ລາວ ໄດ້ມື້ນຶ່ງທໍ່ໃດນຶ່ງ ບໍ່ແມ່ນໄດ້ຜູ້ນຶ່ງ 70,000 ກີບ ຜູ້ໄດ້ 50,000 ກີບ ກໍມີ, 60,000 ກີບ 70,000​ກີບ, 80,000​ ກີບ ກະມີ ມັນເວົ້າບໍ່ໄດ້ ຜູ້ເຮັດວຽກເກັ່ງຈັ່ັງຊິໄດ້ 80,000 ກີບ ບາດຄ່າຢູ່ ຄ່າກິນມີຫຍັງບໍ່ເຫຼືອ ບໍ່ເຫຼືອ ບໍ່ເຫຼືອພໍເທົ່າໃດນ່າ ເກືອບບໍ່ມີເງິນເກັບພຸ້ນແຫຼະ.

13 ບ້ານ ຢູ່ເມືອງໂຂງ ແຂວງຈໍາປາສັກ ທີ່ກ່າວມານັ້ນ ລວມມີ:

  1. ບ້ານເດື່ອ
  2. ບ້ານ ທ່າໂພໃຕ້
  3. ບ້ານ ທ່າພ້າວ
  4. ບ້ານ ແກ້ງກຸ່ມ
  5. ບ້ານ ເວີນສົມ
  6. ບ້ານ ດອນສົມ
  7. ບ້ານ ທ່າໝາກເຫັບ
  8. ບ້ານ ມ່ວງ
  9. ບ້ານ ສາລາ
  10. ບ້ານ ດອນຊ້າງ
  11. ບ້ານ ທໍລະທີ
  12. ບ້ານ ດອນເປືອຍ
  13. ບ້ານ ດອນບາງຄວັດ

ເຖິງຢ່າງໃດກໍຕາມ, ຈໍານວນ 1,200 ຄົນ ທີ່ໄປເຮັດວຽກຢູ່ປະເທດໄທຍ ໃນປີ 2023 ຢູ່ໃນສະເພາະ 13 ບ້ານ ເທົ່ານັ້ນ, ແຕ່ ຍັງບໍ່ລວມຈໍານວນຄົນຢູ່ ບ້ານອື່ນ ທີ່ຢູ່ເມືອງໂຂງ ແລະ ເມືອງອື່ນໆ ຂອງແຂວງຈໍາປາສັກ.​

ຂໍ້ມູນຈາກທະນາຄານແຫ່ງ ສປປ ລາວ ໄດ້ລະບຸວ່າ:

  • ເດືອນກໍຣະກະດາ ອັດຕຣາເງິນເຟີ້ ຢູ່ທີ່ 27.80%
  • ເດືອນສິງຫາ ອັດຕຣາເງິນເຟີ້ ຢູ່ທີ່ 25.88%
  • ເດືອນກັນຍາ ອັດຕຣາເງິນເຟີ້ ຢູ່ທີ່ 25.69%
  • ເດືອນຕຸລາ ອັດຕຣາເງິນເຟີ້ ຢູ່ທີ່ 25.83%

ເພື່ອກະຕຸ້ນເສຖກິຈ ແລະ ແກ້ໄຂບັນຫາເງິນເຟີ້,​ ທະນາຄານແຫ່ງ ສປປ ລາວ ໄດ້ປະກາດຂາຍພັນທະບັດ ສະກຸນເງິນກີບ ງວດທີ 03 ຈຳນວນ 3,000 ຕື້ກີບ ອັດຕຣາດອກເບັ້ຍ 15%/ປີ ເຊິ່ງອາຍຸພັນທະບັດ 06 ເດືອນ. ການຈໍາໜ່າຍພັນທະບັດ ງວດທີ່ 3 ມີຂຶ້ນ ໃນເດືອນກັນ 2023.

ທີ່ຜ່ານມາ ທະນາຄານແຫ່ງ ສປປ ລາວ ອອກພັນທະບັດ ງວດທີ 2 ດອກເບ້ຍ 20%ຕໍ່ປີ (ອາຍຸ 6 ເດືອນ) ມູນຄ່າ 1,000 ຕື້ກີບ ເຊິ່ງອອກຈໍາໜ່າຍ ໃນເດືອນ ມົກກະຣາ 2023.

ສ່ວນວ່າ ງວດທີ 1, ທະນາຄານ ແຫ່ງ ສປປ ລາວ ໄດ້ອອກຈໍາໜ່າຍ ພັນທະບັດ ໃນເດືອນ ມິຖຸນາ 2022  ວົງເງິນ 5,000 ຕື້ກີບ ດອກເບ້ຍ 20% ຕໍ່ປີ ອາຍຸພັນທະບັດ 06 ເດືອນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.