ເດັກນ້ອຍລາວ ຈຳນວນນຶ່ງ ຍັງຕິດຄ້າງ ຢູ່ກາສິໂນຂອງຈີນ ໃນພະມ້າ

ສຸພັດຕາ
2023.11.17
ເດັກນ້ອຍລາວ ຈຳນວນນຶ່ງ ຍັງຕິດຄ້າງ ຢູ່ກາສິໂນຂອງຈີນ ໃນພະມ້າ ຄົນລາວ 16 ຄົນ ທີ່ຖືກຕົວະໄປເຮັດວຽກຕອບແຊັດ ແລະ ເຮັດວຽກຢູ່ໃນກາສິໂນ ຈີນ ໃນປະເທດພະມ້າ ກັບມາຮອດລາວແລ້ວ ວັນທີ 11 ເດືອນພຶສຈິກາ ປີ 2023.
ຂໍຂອບໃຈຮູບພາບຈາກ ເຈົ້າໜ້າທີ່ຕໍາຣວດ ຕ້ານການຄ້າມະນຸສ ແຂວງບໍ່ແກ້ວ

ເດັກນ້ອຍລາວ ຈໍານວນ 16 ຄົນ ໃນນີ້ ມີເພດຍິງ 3 ຄົນ ແລະເພດຊາຍ 13 ຄົນ ເຊິ່ງໃນເບື້ອງຕົ້ນ ຖືກກຸ່ມແກ໊ງຄ້າມະນຸສ ທີ່ເປັນຄົນລາວ ຕົວະຍົວະ ວ່າ ຈະພາໄປເຮັດວຽກຕອບແຊັດ ຢູ່ກາສິໂນ Kings Romans ໃນເຂດເສຖກິຈພິເສດສາມຫຼ່ຽມຄຳ ຢູ່ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ແຕ່ສຸດທ້າຍແລ້ວ ພັດພາໄປຂາຍຕໍ່ ໃຫ້ໄປເຮັດວຽກຕອບແຊັດ ຢູ່ກາສິໂນໂກຊາຍ ຂອງຈີນ ທີ່ເມືອງເມັຽວະດີ ປະເທດພະມ້າ ຕັ້ງແຕ່ເດືອນກັນຍາ ປີ 2022 ແລະປັດຈຸບັນ ຍັງຕິດຢູ່ທີ່ນັ້ນ ຂໍຮຽກຮ້ອງໃຫ້ເຈົ້າໜ້າທີ່ທາງການລາວ ແລະພາກສ່ວນທີ່ທີ່ກ່ຽວຂ້ອງ ຊ່ອຍເຫຼືອ, ອີງຕາມແຫຼ່ງຂ່າວທີ່ເຊື່ອຖືໄດ້ ກ່າວຕໍ່ວິທຍຸເອເຊັຽເສຣີວ່າ ໃນວັນທີ 15 ພຶສຈິກາ 2023 ວ່າ:

“ຕາມທີ່ຮູ້ ນາຍຈ້າງຈີນ ຈະປ່ອຍໃຫ້ພວກນ້ອງກັບບ້ານນັ້ນ ກະແມ່ນປີໜ້າພຸ້ນລະ ແຕ່ວ່າ ທຸກມື້ນີ້ ເຂົາລົງໂທດພວກນ້ອງເນາະ ເລີຍຢາກໃຫ້ທາງການລາວ ແລະພາກສ່ວນທີ່ກ່ຽວຂ້ອງ ຊ່ອຍເຫຼືອພວກນ້ອງອອກໄປໄວໆແດ່ ຫຼືວ່າ ແຈ້ງມາກາສິໂນນີ້ແດ່ ມາຫານາຍຈ້າງຈີນ ບໍ່ໃຫ້ລົງໂທດຄົນລາວ ຖ້າຫາກ 4-5 ເດືອນ ແລ້ວຄົນຈີນ ບໍ່ເຮັດຫຍັງໃຫ້ ບໍ່ລົງໂທດ ພວກນ້ອງກໍເຕັມໃຈຈະຢູ່ເນາະ ແຕ່ອັນນີ້ ເຂົາພັດລົງໂທດ ຖ້າຫາກແບບວ່າ ນາຍຈ້າງຈີນ ຈະບໍ່ປ່ອຍໃຫ້ພວກນ້ອງກັບບ້ານ ກໍບໍ່ຕ້ອງລົງໂທດ ເພາະວ່າ ເຮັດຈັ່ງໃດນາຍຈ້າງຈີນກະບໍ່ປ່ອຍ ກໍຂໍ ບໍ່ໃຫ້ລົງໂທດພວກນ້ອງສາ ເພາະວ່າ ຕອນນີ້ພວກນ້ອງຕົວະຄົນໄທຍບໍ່ໄດ້ແລ້ວ ຫາເງິນບໍ່ໄດ້ຕາມເປົ້າໝາຍ ທີ່ເຂົາຕັ້ງໄວ້ ຄື ຄົນນຶ່ງ ຕ້ອງໄດ້ 200,000 ບາທຕໍ່ເດືອນ ຖ້າບໍ່ໄດ້ ເຂົາກໍລົງໂທດ ດ້ວຍການທຸບຕີທໍຣະມານ ແລະເອົາໄປຢືນຕາກແດດ ເປັນເວລາ 2 ຊົ່ວໂມງ ຖ້າຫາກທາງການຊ່ອຍເຫຼືອໄດ້ ກະຢາກໃຫ້ຊ່ອຍເຫຼືອ ອອກໄປໄວໆແດ່ ເພາະວ່າ ພວກນ້ອງຢູ່ທີ່ນີ້ ກໍທໍຣະມານ ຕິດຢູ່ທີ່ນີ້ ກໍປີປາຍ ຈະເຂົ້າ 2 ປີແລ້ວ.”

ທາງດ້ານ ພໍ່ແມ່ຜູ້ປົກຄອງ ຂອງເດັກນ້ອຍໃນແຂວງຫຼວງນໍ້າທາ ຜູ້ທີ 1 ທີ່ລູກເຕົ້າ ຍັງຕິດຄ້າງຢູ່ກາສິໂນໂກຊາຍ ຂອງຈີນ ໃນພະມ້າ ເຊິ່ງໄດ້ແລ່ນເອກກະສານ ຂໍການຊ່ອຍເຫຼືອລູກເຕົ້າ ຈາກທາງການລາວ ແລະພາກສ່ວນທີ່ກ່ຽວຂ້ອງ ມາເປັນເວລາປີປາຍ ແຕ່ລູກ ຍັງບໍ່ໄດ້ກັບບ້ານເທື່ອນັ້ນ ກໍກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 16 ພຶສຈິກາ 2023 ວ່າ:

ໄປພ້ອມກັນແຫຼະ ໄປນໍາກັນ 4 ຄົນ ລະໄດ້ມາແຕ່ຜູ້ນີ້ (ມາແຕ່ຜູ້ດຽວ) ດຽວນີ້ຫັ້ນນ່າ ແມ່ກະຢາກໃຫ້ລູກ ໄດ້ກັບມາ ຄືແນວລູກເພິ່ນຫັັ້ນແຫຼະເນາະ ຊິເຮັດແນວໃດ ຄືວ່າ ໄປເຮັດມາເໝິດ ທຸກສິ່ງທຸກຢ່າງແລ້ວ ແລ່ນທາງໃດ ກະແລ່ນເໝິດແລ້ວ ໄປວຽງຫັ້ນ ກໍແລ່ນໄປແລ້ວເນາະ ເຮັດອີ່ຫຍັງກະເຮັດແລ້ວ ກໍບໍ່ມີຄວາມຄືບໜ້າອີ່ຫຍັງຫັ້ນນ່າ ອັນນີ້ໄດ້ປີປາຍແລ້ວ ກໍບໍ່ມີຫຍັງຄືບໜ້າ ແລ່ນໄປທາງການ ທາງອີ່ຫຍັງກະແລ່ນໝົດແລ້ວ ທາງພາກສ່ວນທີ່ກ່ຽວຂ້ອງກະໄປໝົດແລ້ວ ເຮັດອີ່ຫຍັງກະເຮັດແລ້ວ ຖ່າຍອີ່ຫຍັງ ສົ່ງຮູບອີ່ຫຍັງ ຄໍາຫອກຄໍາຮ້ອງອີ່ຫຍັງ ກໍຂຽນໄປໝົດແລ້ວ ກໍບໍ່ໄດ້ອອກຫັ້ນນ່າ.”

ຜູ້ເປັນແມ່ຜູ້ນີ້ ຍັງກ່າວອີກວ່າ ທາງບັນດາພໍ່ແມ່ຜູ້ຄອງ ທີ່ລູກເຕົ້າຍັງຕິດຄ້າງຢູ່ພະມ້າ ຈໍານວນ 16 ຄົນນັ້ນ ກໍພາກັນ ເຣີ່ມສົ່ງຂໍ້ມູນຂອງລູກເຕົ້າ ໃຫ້ແກ່ເຈົ້າໜ້າທີ່ກ່ຽວຂ້ອງ ອີກແລ້ວ:

ເອິີ່ ເຣີ່ມສົ່ງມື້ວານນີ້ ອີກຫັ້ນ 2 (ບ່ອນ) ຕໍາຣວດແຂວງ ກະໄດ້ສົ່ງ ລະກໍຕໍາຣວດ ຢູ່ຕົ້ນເຜິ້ງຫັ້ນກໍ ເພິ່ນກໍໂທມາ ກໍສົ່ງໄປເດັກນ້ອຍ ມີຈັກຄົນ ລະກະອັນ ຢູ່ເມືອງຫຍັງ ລະກໍ ຊື່ພໍ່ ຊື່ແມ່ອີ່ຫຍັງ ລະກໍນາມສະກຸນອີ່ຫຍັງ ລະກໍຢາກໄດ້ເບີໂທຂອງເຂົາ.”

ໃນຂະນະດຽວກັນ ຜູ້ປົກຄອງຜູ້ທີ 2 ຢູ່ແຂວງຫຼວງນໍ້າທາ ທີ່ລູກ ຍັງຕິດຄ້າງຢູ່ກາສິໂນ ໃນພະມ້າ ເຊັ່ນດຽວກັນ ແລະໄດ້ສົ່ງຂໍ້ມູນຂອງລູກຊາຍ ໃຫ້ແກ່ເຈົ້າໜ້າທີ່ແລ້ວ ກໍກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:

ມື້ວານນີ້ ເຂົາກະເອົາຮູບລູກຊາຍ ໄປຕື່ມວ່າ ໄປສົ່ງໃຫ້ສະຖານທູດຈີນ ຂໍໃຫ້ຈີນນີ້ ຊ່ວຍເຫຼືອລາວວ່າຊັ້ນ ຈັກຊິແມ່ນຄວາມຈິງ ບໍ່ແມ່ຫຸ ຈັກເຂົາຕົວະຫຸ ຈັ່ງໃດບຸແຫຼະ ຖ້າຟັງເບິ່ງອາທິດໜ້ານີ້.”

ຜູ້ປົກຄອງຜູ້ທີ 3 ທີ່ລູກຍັງຕິດຄ້າງຢູ່ພະມ້າ ກໍຢາກຮ້ອງ ຂໍການຊ່ອຍເຫຼືອ ນໍາທາງການລາວ ແລະພາກສ່ວນທີ່ກ່ຽວຂ້ອງ ນັ້ນວ່າ:

“ແມ່ກະຢາກຂໍຮ້ອງ ທາງໃດກະດີເນາະ ພາກສ່ວນທີ່ກ່ຽວຂ້ອງ ບໍ່ວ່າປະເທດລາວ ບໍ່ວ່າຕ່າງປະເທດ ກະຢາກຂໍຄວາມຊ່ອຍເຫຼືອ ຊ່ອຍເດັກນ້ອຍລາວ ທີ່ຍັງຕິດຢູ່ໃນຄາສິໂນຫັ້ນ ໄດ້ກັບບ້ານກັບເຮືອນ ພໍ່ແມ່ກະເປັນຫ່ວງ ແລະເດັກນ້ອຍຢູ່ໃນຫັ້ນ ກະບໍ່ຢາກຖືກລົງໂທດແລ້ວ ຫາເງິນ ແບບຕອບແຊັດ ກະບໍ່ໄດ້ຕາມເປົ້າໝາຍ ທີ່ເພິ່ນຫົວໜ້າຢູ່ຫັ້ນ ຕັ້ງເປົ້າໃຫ້ແລ້ວ ຄັນເຮັດບໍ່ໄດ້ກະຂໍໃຫ້ທາງຄາສິໂນຫັ້ນ ສົ່ງກັບ ຄືຊຸດແລ້ວຫັ້ນ ຊຸດທີ່ແລ້ວ 16 ຄົນຫັ້ນສາ.”

ຜູ້ເປັນແມ່ຜູ້ນີ້ ຍັງເວົ້າເຖິງຄວາມຮູ້ສຶກ ຕອນທີ່ເຫັນລູກຄົນອື່ນ ກັບມາລາວແລ້ວ ແຕ່ລູກຂອງໂຕເອງ ພັດຍັງຕິດຄ້າງຢູ່ພະມ້າ ຢູ່:

“ແມ່ນແຫຼະ ແມ່ກະຄອງຖ້າ ມື້ໃດຊິແມ່ນເຫັນໜ້າລູກເນາະ ເຫັນລູກຜູ້ອື່ນມາ ຄືວ່າຊິເຫັນລູກເຮົາຫັ້ນ ໄປກະໄປນໍາກັນ ຕົວະ ກະຖືກຕົວະໄປຊ້ວງດຽວກັນ ເດືອນດຽວກັນໄລ່ເລັ່ຍກັນໄປນ່າ ເຂົາຕົວະໄປຫັ້ນ ແມ່ກະຢາກເຫັນໜ້າລູກກໍໂອ່.”

ໃນຂະນະດຽວກັນ ຜູ້ປົກຄອງຜູ້ທີ 4 ທີ່ເຫັນລູກຄົນອື່ນ ໄດ້ກັບບ້ານແລ້ວ ແຕ່ລູກໂຕເອງ ຍັງບໍ່ທັນໄດ້ກັບເທື່ອນັ້ນ ກໍກ່າວວ່າ:

ໄຫ້ດີໃຈ ນໍາລູກຂະເຈົ້າເນາະ ລະກະໄຫ້ອຸກໃຈ ເສັຍໃຈ ທີ່ວ່າຍັງບໍ່ທັນເຫັນລູກ ຂອງຂ້າພະເຈົ້າ ກັບມາເນາະ ຖືວ່າແນວໃດ ກະຢາກຂໍໃຫ້ທາງຂັ້ນເທິງຫັ້ນແຫຼະ ຊ່ວຍເຫຼຶືອເອົາເດັກນ້ອຍ ທີ່ຍັງຕິດຄ້າງຢູ່ໃນຫັ້ນ ໃຫ້ເອົາອອກມາ ໃຫ້ພວກຂ້າພະເຈົ້າແດ່ ແນວໃດກໍ ຂໍຄວາມຊ່ອຍເຫຼືອແດ່ ແນວໃດກໍພໍ່ແມ່ທີ່ວ່່າ ລູກເຕົ້າຍັງຕິດຄ້າງຢູ່ພຸ້ນ ກໍມີຄວາມຫວັງ ຍັງຕັ້ງຄວາມຫວັງ ຢູ່ກັບເຈົ້າໜ້າທີ່ທາງຂັ້ນເທິງເດີ້ ແນວໃດກໍ.”

ພ້ອມດຽວກັນນີ້ ຜູ້ປົກຄອງໃນແຂວງຫຼວງນໍ້າທາ ທີ່ລູກຖືກຄ້າມະນຸສ ໄປພະມ້າ ແລະໄດ້ກັບມາລາວແລ້ວ ເມື່ອວັນທີ 11 ພຶສຈິກາ 2023 ນີ້ ກໍຂໍຝາກຄວາມ ເຖິງທາງການລາວ ແລະພາກສ່ວນທີ່ກ່ຽວຂ້ອງ ນັ້ນວ່າ:

ເປັນແນວໃດກໍ ທາງລ້າທາງການກໍ ໃຫ້ມີໜ້າທີ່ ດໍາເນີນຕໍ່ໄປ ຄືວ່າ ຍັງມີເດັກນ້ອຍຈໍານວນນຶ່ງເນາະ ຢູ່ໃນຫັ້ນ ກໍຂໍໃຫ້ທາງລ້າທາງການເພິ່ນ ຊ່ວຍອອກມາຕື່ມຫັ້ນນ່າ ເປັນຈັ່ງໃດກໍ ໃຫ້ເບິ່ງໃຫ້ແຍງຂະເຈົ້າຕື່ມຫັ້ນນ່າ ພໍ່ແມ່ທາງພາກສ່ວນນຶ່ງ ກະຍັງມີ ຍັງມີອັນເປັນຫ່ວງຢູ່ຫັ້ນນ່າ ແຕ່ຂະເຈົ້າກະດີໃຈຢູ່ ຈໍານວນນຶ່ງອອກມາ ກະຍັງຈໍານວນນຶ່ງຫັ້ນນ່າ.”

ກ່ຽວກັບເຣື່ອງ ການຊ່ອຍເຫຼືອເດັກນ້ອຍລາວ ທີ່ຍັງຕິດຄ້າງ ຢູ່ໃນກາສິໂນໂກຊາຍ ຂອງຈີນ ໃນເມືອງເມັຽວະດີ ປະເທດພະມ້າ ໃນມື້ວັນທີ 17 ພຶສຈິກາ 2023 ນີ້ ເອເຊັຽເສຣີ ໄດ້ພຍາມຕິດຕໍ່ ຫາເຈົ້າໜ້າທີ່ສະຖານທູດລາວ ປະຈໍາປະເທດພະມ້າ ແລະເຈົ້າໜ້າທີ່ ທີ່ກ່ຽວຂ້ອງຢູ່ລາວ ເພື່ອຢາກສອບຖາມຄວາມຄືບໜ້າເພີ່ມຕື່ມ ແຕ່ບໍ່ສາມາດຕິດຕໍ່ໄດ້.

ຕໍ່ກັບເຣື່ອງດັ່ງກ່າວນີ້ ເຈົ້າໜ້າທີ່ ທີ່ກ່ຽວຂ້ອງທ່ານນຶ່ງ ຢູ່ນະຄອນຫຼວງວຽງຈັນ ທີ່ບໍ່ປະສົງອອກຊື່ ສຽງ ແລະຕໍາແໜ່ງ ໄດ້ອະທິບາຍ ໃຫ້ວິທຍຸເອເຊັຽເສຣີຟັງ ເມື່ອວັນທີ 13 ພຶສຈິກາ 2023 ວ່າ:

“ກະແບບນີ້ເນາະ ເບື້ອງເຮົາຍັງລໍຖ້າຄໍາຕອບ ຂອງກົງສຸນຢູ່ ທູດລາວ ກະວ່າ ເອີ່ລໍຖ້າຄໍາຕອບຈາກ ກະຊວງການຕ່າງປະເທດ ຂອງພະມ້າຫັ້ນ ເພາະວ່າ ໄດ້ປະສານຫາກະຊວງການຕ່າງປະເທດ ໃຫ້ກະຊວງການຕ່າງປະເທດ ເປັນຜູ້ປະສານທູດລາວ ປະຈໍາຢູ່ພະມ້າຫັ້ນ ລະເບື້ອງທາງເຈົ້າໜ້າທີ່ ນີ້ ກະໄດ້ປະສານແລ້ວ ປະສານເບື້ອງທູດລາວ ທີ່ປະຈໍາຢູ່ພະມ້າຫັ້ນນ່າ ເຂົາກະວ່າ ຍັງລໍຖ້າຄໍາຕອບຈາກເຈົ້າໜ້າທີ່ຢູ່ ເຂົາກະຍັງຊອກຫາຢູ່ເດ່ ບາງຄົນກະແມ່ນຂໍ້ມູນເນາະ ຂໍ້ມູນທີ່ວ່າມາແຈ້ງ ມັນກະບໍ່ມີຂໍ້ມູນຫັ້ນນ່າ ແຕ່ວ່າ ພວກເດັກນ້ອຍຢູ່ຫັ້ນ ເຂົາກະວ່າຢູ່ໃນຫັ້ນແຫຼະວ່າຊິ ເພາະວ່າ ກະໄດ້ທວງ ທວງນໍາກະຊວງການຕ່າງປະເທດ ເປັນປະຈໍາຫັ້ນນ່າ.”

ເຈົ້າໜ້າທີ່ທ່ານນີ້ ຍັງກ່າວຕື່ມວ່າ:

ຄວາມຈິງ ເດັກນ້ອຍຫັ້ນ ເຂົາກະຢາກອອກຢູ່ ແຕ່ເບື້ອງນັ້ນ ເຂົາບໍ່ຢາກໃຫ້ອອກ ທາງບໍຣິສັດຫັ້ນນ່າ ເພາະວ່າ ປະມານ 5-6 ເດືອນ ເຂົາຈັ່ງຊິສົ່ງກັບ ເພາະວ່າ ພວກທີ່ຍັງຢູ່ ແມ່ນພວກທີ່ເຮັດວຽກໄດ້ ວ່າຊິ.

ເຖິງແນວໃດກໍດີ ຕາມທີ່ໄດ້ເວົ້າລົມ ກັບບັນດາພໍ່ແມ່ຜູ້ຄອງ ຂອງເດັກນ້ອຍ ໃນແຂວງຫຼວງນໍ້າທາ ຫຼາຍຄົນ ທີ່ລູກເຕົ້າຖືກຄ້າມະນຸສ ໄປພະມ້າ ແລະຍັງຕິດຄ້າງຢູ່ທີ່ນັ້ນ ກໍຫວັງວ່າ ໃນມື້ນຶ່ງ ພວກລູກເຕົ້າ ຄົງໄດ້ຮັບການຊ່ອຍເຫຼືອ ຈາກທາງການລາວ ແລະພາກສ່ວນທີ່ກ່ຽວຂ້ອງ ແລະໄດ້ກັບບ້ານໂດຍໄວ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.