ເປີດຂະບວນຣົຖໄຟ ທ່ອງທ່ຽວ ນະຄອນຫຼວງປັກກິ່ງ-ນະຄອນຫຼວງວຽງຈັນ

ໄຊຍາ
2023.11.16
ເປີດຂະບວນຣົຖໄຟ ທ່ອງທ່ຽວ ນະຄອນຫຼວງປັກກິ່ງ-ນະຄອນຫຼວງວຽງຈັນ ນາຍົກຣັຖມົນຕຣີ ຕິດຕາມ, ຊຸກຍູ້ວຽກງານ ຢູ່ທາງຣົຖໄຟ ລາວ-ຈີນ, ຕຣຽມຄວາມພ້ອມ ເພື່ອຮັບນັກທ່ອງທ່ຽວ ແລະຜູ້ໂດຍສານ ຈາກຈີນ. ນະຄອນຫຼວງວຽງຈັນ ວັນທີ 27 ກຸມພາ ປີ 2023.
ຮູບພາບຈາກເພຈ Pathedlao/ກົມປະຊາສັມພັນ

ວັນທີ 13 ພຶສຈິກາທີ່ຜ່ານມານີ້ ຂະບວນຣົຖໄຟທ່ອງທ່ຽວ ນະຄອນຫຼວງວຽງຈັນ-ນະຄອນຫຼວງປັກກິ່ງໄດ້ເປີດນຳໃຊ້ຢ່າງເປັນທາງການ ໂດຍຂະບວນຣົຖໄຟຖ້ຽວປະຖົມມະຣຶກ ດັ່ງກ່າວ ໄດ້ແລ່ນອອກຈາກນະຄອນຫຼວງປັກກິ່ງ ຜ່ານແຂວງກຸ້ຍໂຈ່ວ, ແຂວງຢຸນນານ ແລະ ແຂວງອື່ນໆ ຂອງຈີນ ຈາກນັ້ນໄດ້ແລ່ນມາຕາມເສັ້ນທາງຣົຖໄຟ ລາວ-ຈີນ ແລ້ວເຂົ້າມາທາງດ່ານສາກົລ ບໍ່ຫານ-ບໍ່ເຕັນ ຈົນມາສິ້ນສຸດທີ່ນະຄອນຫຼວງວຽງຈັນ ໂດຍໃຊ້ໄລຍະເວລາເດີນທາງທັງໝົດ 15 ມື້. ອີງຕາມການຣາຍງານ ຂອງສື່ມວນຊົນລາວ ແລະຈີນ ໃນວັນທີ 13 ພຶສຈິກາ 2023.

ມາຮອດປັດຈຸັບນ ຂະບວນຣົຖໄຟດັ່ງກ່າວ ຍັງບໍ່ທັນແລ່ນອອກຈາກລາວ ໄປຍັງນະຄອນຫຼວງປັກກິ່ງເທື່ອ ແລະຍັງບໍ່ທັນເປີດຂາຍປີ້ຣົຖໄຟ ຈາກນະຄອນຫຼວງວຽງຈັນ ຫານະຄອນຫຼວງປັກກິ່ງເທື່ອ ແລະຍັງບໍ່ມີລາຄາຄ່າ ໂດຍສານຢ່າງຄັກແນ່, ແຕ່ຖ້າເປີດຂາຍປີ້ຢ່າງເປັນທາງການແລ້ວ ຈະຂາຍປີ້ຢູ່ສະຖານີຣົຖໄຟບາງແຫ່ງໃນລາວເຊິ່ງຈະມີແຈ້ງການອອກມາອີກເທື່ອນຶ່ງ ແຕ່ໃນໄລຍະນີ້ຍັງເປີດຂາຍປີ້ຣົຖໄຟ ລາວ-ຈີນໄປຮອດແຕ່ນະຄອນຄຸນໝິງ ເທົ່ານັ້ນ.

ດັ່ງເຈົ້າໜ້າທີ່ບໍຣິສັດທາງຣົຖໄຟ ລາວ-ຈີນ ຈຳກັດ ນາງນຶ່ງກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 16 ພຶສຈິການີ້ວ່າ:

“ປັກກິ່ງບໍ່ມີ ມັນມີແຕ່ບໍ່ຫານສິບສອງປັນນາ ພູເອີ ແລ້ວກາຄຸນໝິງ ຄັນອອກຢູ່ຕ່າງປະເທດ ແລ້ວແມ່ນຂາຍຢູ່ສະຖານີ ຂາຍໄດ້ລ່ວງໜ້າ 10 ມື້.

ຊາວລາວທີ່ຮູ້ຂ່າວດັ່ງກ່າວກໍເຫັນວ່າ ເປັນເຣື່ອງທີ່ດີທີ່ມີການເປີດຂະບວນຣົຖໄຟ ແຕ່ນະຄອນຫຼວງປັກກິ່ງຫານະຄອນຫຼວງວຽງຈັນ ເນື່ອງຈາກເປັນເສ້ນທາງໃໝ່ ທີ່ເຮັດໃຫ້ຊາວລາວ ແລະຈີນສາມາດເດີນທາງໄປມາຫາສູ່ກັນ ສະດວກຂຶ້ນ ແຕ່ກໍຍັງບໍ່ທັນເຫັນວ່າມີການເປີດຂາຍປີ້ຣົຖໄຟ ຈາກນະຄອນຫຼວງວຽງຈັນໄປນະຄອນຫຼວງປັກກິ່ງ ແຕ່ຢ່າງໃດເທື່ອ.

ດັ່ງຊາວລາວຍານາງນຶ່ງກ່າວວ່າ:

“ໂອເພິ່ນໜ້າຈະຍັງບໍ່ໄດ້ເອົາເຂົ້າໃນຕາຕະລາງນີ້ ຕ້ອງໄດ້ຖ້າໃຫ້ເພິ່ນເອົາຣົຖ ລົງມາກ່ອນ ເພິ່ນຍັງບໍ່ທັນໄດ້ເອົາເຂົ້າຕາຕະລາງເທື່ອ ແມ່ນໄປຄຸນໝິງ ແລ້ວກາສິບສອງປັນນາ ແລ້ວກາບໍ່ຫານ.”

ສ່ວນຜູ້ປະກອບການ ຮັບຈອງປີ້ຣົຖໄຟ ລາວ-ຈີນ ທ່ານນຶ່ງທີ່ຮູູ້ຂ່າວນີ້ກ່າວວ່າ ຈາກການທີ່ຮູ້ຂໍ້ມູນມາຄັນມີການເປີດຂາຍປີ້ຣົຖໄຟ ລາວ-ຈິນໄປນະຄອນຫຼວງປັກກິ່ງ ໜ້າຈະຂາຍຢູ່ແຕ່ສະຖານີຣົຖໄຟ ແລະບໍ່ສາມາດຈອງປີ້ຜ່ານນາຍໜ້າໄດ້ ເນື່ອງຈາກຕ້ອງໃຊ້ພາສປອດໂຕຈິງ ຂອງຜູ້ໂດຍສານເພື່ອເປັນຫຼັກຖານສະແດງໃຫ້ແກ່ ເຈົ້າໜ້າທີ່ປະຈຳຈຸດຂາຍປີ້ຣົຖໄຟ.

ດັ່ງທ່ານກ່າວວ່າ:

“ໂອໄປປັກກິ່ງ ເຮົາບໍ່ໄດ້ຈອງ ເພາະວ່າມັນໄດ້ເອົາພາສປອດໂຕຈິງມາ ແລ້ວໄດ້ຈອງເອງ ມັນໄດ້ເອົາພາສປອດໂຕຈິງ ເຂົ້າມານ່າໄປປັກກິ່ງເຮົາບໍ່ໄດ້ຈອງໃຫ້.”

ພະນັກງານນໍາທ່ຽວ ຢູ່ແຂວງຫຼວງພຣະບາງທ່ານນຶ່ງ ກ່າວວ່າຖ້າມີ ການເປີດຂາຍປີ້ຣົຖໄຟ ຂະບວນຣົຖໄຟທ່ອງທ່ຽວ ນະຄອນຫຼວງປັກກິ່ງ-ນະຄອນຫຼວງວຽງຈັນ ຢ່າງເປັນທາງການ ແລ້ວເປັນທີ່ແນ່ນອນວ່າ ຜູ້ໃຊ້ບໍຣິການ ສ່ວນໃຫຍ່ແມ່ນນັກທ່ອງທ່ຽວຈີນ ທີ່ເຂົ້າມາທ່ຽວລາວຫຼາຍກ່ວາ ນັກທ່ອງທ່ຽວລາວ ທີ່ຈະເດີນທາງໄປ ແລະ ທ່ານເອງກໍຍັງບໍ່ທັນແຜນນຳພາ ນັກທ່ອງທ່ຽວລາວ ໄປຈີນດ້ວຍທາງຣົຖໄຟ ລາວ-ຈີນ.

ດັ່ງທ່ານໄດ້ກ່າວວ່າ:

“ອໍຣົຖໄຟເບາະຄົນລາວ ໄປທ່ຽວຈີນນີ້ຊິໜ້ອຍ ກ່ອນມີແຕ່ຄົນຈີນມາລາວຫຼາຍກ່ອນ. ຄຸນໝິງໄປຮອດວຽງຈັນ ຄົນລາວໄປທ່ຽວສ່ວນໂຕສື່ໆ ໂຕນີ້ຍັງບໍ່ທັນມີແຜນເທື່ອ.”

ທາງດ້ານຜູ້ປະກອບການ ທ່ອງທ່ຽວຢູ່ເມືອງວັງວຽງ ທ່ານນຶ່ງກໍເຊື່ອວ່າ ຖ້າເປີດຂາຍປີ້ຣົຖໄຟດັ່ງກ່າວແລ້ວ ຈຳນວນຄົນລາວທີ່ເດີນທາງໄປຈີນ ມີພຽງແຕ່ຈຳນວນໜ້ອຍ ຍ້ອນຂັ້ນຕອນການເຮັດວີຊ້າ ຈາກລາວໄປປະເທດຈີນ ໃນໄລຍະນີ້ຂ້ອນຂ້າງໃຊ້ເວລາດົນເຕີບ ແລະມີຂໍ້ຫຍຸ້ງຍາກຫຼາຍຢ່າງ.

ດັ່ງທ່ານກ່າວວ່າ:

“ຕອນນີ້ຈີນກາຍັງມີບັນຫາເຣື່ອງວີຊ້າເນາະ ມັນຢາກຂໍຍາກເພາະວິຊ້າຕອນນີ້ ເຂົາເຈົ້າເຮັດຕາມຄີວ. ຄີວມັນມີກຳນົດ ຕ້ອງໄດ້ຈອງຄີວ ບາດນີ້ຄີວມື້ນຶ່ງກາໄດ້ແຕ່ 20 ຄົນຊິນ່າ. ມັນໜ້ອຍໂພດຫັ້ນນ່າ ມັນບໍ່ຄືກ່ອນໂຄວິດເນາະ ເຂົ້າໄປຍື່ນໄດ້ເລີຍ ໂດຍທີ່ບໍ່ມີຄີວເນາະ ແຕ່ກີ້ເນາະ ໄປຍື່ນເປັນ 100 ຄົນກາໄດ້ໃນມື້ດຽວ.

ກ່ອນໜ້ານີ້ວັນທີ 08 ຕຸລາ 2023 ທີຜ່ານມາຂະບວນຣົຖໄຟ ຂົນສົ່ງສິນຄ້າສາກົລຊຽງໄຮ້-ຢຸນນານ ແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ຫາກໍໄດ້ເປີດໃຊ້ ແບບເປັນທາງການແລ້ວ ໂດຍເຣີ່ມເດີນທາງ ຈາກມະຫານະຄອນຊຽງໄຮ້ ປະເທດຈີນຜ່ານນະຄອນຄຸນໝິງ ແລ້ວຜ່ານດ່ານສາກົລ ບໍ່ຫານ-ບໍ່ເຕັນ ຈົນມາສິ້ນສຸດທີ່ນະຄອນຫຼວງວຽງຈັນ ເພື່ອອຳນວຍຄວາມສະດວກ ໃຫ້ແກ່ການຂົນສົ່ງສິນຄ້າ ລະຫວ່າງ ລາວ-ຈີນ ໂດຍໃຊ້ໄລຍະເວລາເດີນທາງ ທັງໝົດປະມານ 82 ຊົ່ວໂມງ ຫຼື ປະມານເກືອບ 3 ມື້ເຄີ່ງ ເຊິ່ງຂະບວນຣົຖໄຟດັ່ງກ່າວແມ່ນໃຊ້ລະບົບລາງຄູ່.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.