ເຣື້ອງທີ່ເກັບບັນທຶກໄວ້
2022-07-27
ທາງການລາວ ໂດຍແມ່ນກະຊວງ ຊັພຍາກອນທັມມະຊາຕ ແລະ ສິ່ງແວດລ້ວມ ເປີດສາຍດ່ວນອີກ ເພື່ອຮັບແກ້ໄຂ ບັນຫາເຣື່ອງທີ່ດິນ ລະຫວ່າງຣັຖກັບ ປະຊາຊົນ ຊຶ່ງຫວັງໃຫ້ເປັນ ແນວທາງການແກ້ໄຂ ທີ່ເປັນຮູບປະທັມທີ່ສຸດ ແຕ່ມາເຖິງຕອນນີ້ ຊາວບ້ານ ຜູ້ມີບັນຫາ ກໍຍັງບໍ່ໄດ້ ໃຊ້ບໍຣິການສາຍນີ້ເທື່ອ.
2022-07-26
ເຂດເສຖກິຈ ພິເສດບໍ່ເຕັນ ແຂວງຫລວງນໍ້າທາ ທົດລອງເປີດ ເພື່ອຕ້ອນຮັບ ນັກທ່ອງທ່ຽວ ຫວັງວ່າຈະຊ່ອຍເຮັດ ໃຫ້ເສຖກິຈ ກັບຄືນມາ ຟື້ນໂຕ ເມື່ອຈີນ ລົດມາຕການ ໂຄວິດ ເປັນສູນລົງ ກໍຈະມີຄົນຈີນເຂົ້າມາ ໃນເຂດດັ່ງກ່າວຫຼາຍຂຶ້ນ.
2022-07-26
ສະຫະຣັຖອາເມຣິກາ ຊ່ອຍເຫລືອລາວເພີ່ມຕື່ມ ອີກ 8.5 ລ້ານໂດລ້າຣ໌ສະຫະຣັຖ ເພື່ອເກັບກູ້ລະເບີດ ບໍ່ທັນແຕກ ຢູ່ແຂວງຊຽງຂວາງ ຊຶ່ງການເກັບກູ້ ຢູ່ 5 ແຂວງຂອງລາວ ຈໍາເປັນຕ້ອງໄດ້ໂຈະ ໃນໄລຍະ 3-4 ເດືອນຜ່ານມາ ຍ້ອນຂາດເຂີນງົບປະມານ.
2022-07-26
ເສັ້ນທາງດ່ວນ ນະຄອນຫຼວງວຽງຈັນ-ວັງວຽງ ບໍຣິເວນ ບ້ານບົວ-ນາຊອນ ຢູ່ເຂດເມືອງນາຊາຍທອງ ນະຄອນຫຼວງວຽງຈັນ ເກີດນໍ້າຖ້ວມຂັງໃນບາງຈຸດ ເຮັດໃຫ້ປະຊາຊົນ ທີ່ໃຊ້ເສັ້ນທາງດັ່ງກ່າວ ໄດ້ຮັບຄວາມຫຍຸ້ງຍາກ ແລະເປັນອັນຕຣາຍ ໃນການຂັບຂີ່ຣົຖ ຊຶ່ງມາຮອດປັດຈຸບັນນີ້ ກໍຍັງບໍ່ທັນໄດ້ຮັບ ການແກ້ໄຂເທື່ອ.
2022-07-26
ເປີດສາຍດ່ວນ 1525 ໂດຍ ຄະນະກວດກາ ສູນກາງພັກປະຊາຊົນ ປະຕິວັດລາວ ໄດ້ອອກແຈ້ງ ເຣື່ອງການນໍາໃຊ້ ໂທຣະສັບສາຍດ່ວນ ເພື່ອຮັບເອົາຄວາມຄິດ, ຄວາມເຫັນ, ການຕໍານິຕິຊົມກ່ຽວກັບ ການສໍ້ຣາສ ບັງຫລວງແລະບັນຫາອື່ນໆ ຂະນະທີ່ ປະຊາຊົນບໍ່ເຊື່ອໝັ້ນ ເພາະອາຈກາຍເປັນພັຍ ຕໍ່ຜູ້ແຈ້ງເຣື່ອງເອງ.
2022-07-26
ສະມາຊິກພັກ 50 ຄົນ ຂອງແຂວງໄຊຍະບູຣີ ຖືກທາງການແຂວງ ລົງວິນັຍ ໂດຍການໄລ່ອອກ ຈາກພັກ ໂດຍບໍ່ເປີດເຜີຍຣາຍລະອຽດ ຂອງບຸກຄົນ ທີ່ຖືກລົງໂທດດັ່ງກ່າວ ຊຶ່ງປະຊາຊົນເຫັນວ່າ ຄວນຈະເປີດເຜີຍ ສູ່ສາທາຣະນະຊົນ ເພື່ອໃຫ້ສະມາຊິກຄົນອື່ນ ບໍ່ກ້າທີ່ຈະເອົາເປັນແບບຢ່າງຕໍ່ໄປ.
2022-07-25
ໃນໄລຍະ 6 ເດືອນທໍາອິດ ຂອງປີ 2022 ນີ້ ທົ່ວປະເທດ ມີອຸບັດຕິເຫດ ຈາກລະເບີດບໍ່ທັນແຕກ 10 ຄັ້ງ ມີຜູ້ໄດ້ຮັບເຄາະຮ້າຍ 11 ຄົນ, ໃນນີ້ເສັຽຊີວິຕ 2 ຄົນ ແລະບາດເຈັບອີກ 9 ຄົນ ອີງຕາມຂໍ້ມູນຈາກ ຄະນະກັມມະການ ຄຸ້ມຄອງແຫ່ງຊາຕ ເພື່ອແກ້ໄຂບັນຫາລະເບີດ ບໍ່ທັນແຕກ ທີ່ຕົກຄ້າງ ຢູ່ ສປປ ລາວ.
2022-07-25
ມີການປະກາດ ສັ່ງໂຈະ ຮັບຄົນງານລາວ ໃນວຽກງານຕອບແຊັດ ຢູ່ເຂດເສຖກິດພິເສດ ສາມຫລ່ຽມຄໍາ ແລະຈະມີການກວດກາ ເພື່ອເຮັດໃຫ້ຄົນງານ ໄດ້ຮັບການຄຸ້ມຄອງ ຢ່າງມີປະສິທທິພາບ, ຜູ້ໃຊ້ແຮງງານ ແລະຜູ້ອອກແຮງງານ ໄດ້ຮັບການປົກປ້ອງສິທ ແລະຜົລປໂຍດ ອັນຊອບທັມື ຕາມລະບຽບກົດໝາຍ.
2022-07-25
ໃນເດືອນມິຖຸນາ ຜ່ານມານີ້ ສິນຄ້າ ອຸປະໂພກ, ບໍຣິໂພກ ທີ່ຈໍາເປັນ ໃນຊີວິຕປະຈໍາວັນ ມີລາຄາແພງຂຶ້ນຫຼາຍເທົ່າໂຕ ຊຶ່ງສາຍເຫດທີ່ສຳຄັນ ສິນຄ້າສ່ວນຫຼາຍ ແມ່ນນຳເຂົ້າ ຈາກຕ່າງປະເທດ ບວກກັບເງິນກີບ ອ່ອນຄ່າ ຢ່າງຕໍ່ເນື່ອງ ສ້າງຄວາມເດືອດຮ້ອນໃຫ້ ປະຊາຊົນໜັກພໍສົມຄວນ.
2022-07-25
ສະຫະປະຊາຊາຕ ເວົ້າໃນວັນຄົບຮອບ 4 ປີ ເຂື່ອນເຊປຽນ-ເຊນໍ້ານ້ອຍແຕກວ່າ ການສ້າງເຮືອນ ແລະເຮັດໃຫ້ຊີວິຕ ການເປັນຢູ່ ສໍາລັບຜູ້ລອດຊີວິຕ ລ້າຊ້າ, ປະຊາຊົນ ປະເຊີນກັບຄວາມລໍາບາກ ແລະຖືກລະເລີຍ ມາເຖິງດຽວນີ້ ສ້າງເຮືອນຢູ່ຖາວອນ ໄດ້ພຽງ 322 ຫລັງ ໃນຈໍານວນທັງໝົດ 700 ຫລັງ.
2022-07-25
ສັມພາດ ສິລປິນ ຄຳຕຸ່ນ ວົງສນິດ, ມາກດ້ວຍຄວາມສາມາດ--ຫລິ້ນດົນຕຣີ, ປະພັນ ແລະ ຮ້ອງເພງ-- ເຈົ້າຂອງສຽງເພງ ໂຊກຕ່າງລ່າ, ອົ່ງຕົ່ງ, ຄັກເຈົ້າລະບໍ່, ແຈ້ງຈ່າງປ່າງ ແລະ ອີກຫຼາຍໆເພງດັງ.
2022-07-25
ມີການເຈຣະຈາ ລະຫວ່າງ ຣັຖບານ ແລະ ຄນະແນວລາວຮັກຊາຕ ທີ່ເມືອງແຊລແຊງກລູ ໃນວັນທີ່ 29 ກໍຣະກະດາ 1964 ທີ່ປະເທດຝຣັ່ງເສສ.
2022-07-24
ສປປລາວ ໄດ້ປໂຍດຫຍັງ ຈາກສາຍພົວພັນ ລາວ-ວຽດນາມ, ຊາວບ້ານຊຽງດາ ບໍ່ເຊັນບົດບັນທຶກ ສິ່ງປຸງສ້າງ ກັບເຂດໂລຈິສຕິກ ພາຣ໌ກ, ສປປ ລາວ ຍັງບໍ່ປະຕິບັດ ເຣື່ອງສິທທິ ມະນຸສ.
2022-07-22
ໄຂເລືອດອອກ ຍັງຣະບາດຫຼາຍ ເຮັດໃຫ້ທາງການ ນະຄອນຫລວງວຽງຈັນ ແຈ້ງໃຫ້ປະຊາຊົນ ໃສ່ໃຈ ທຳຄວາມສະອາດ ແຫຼ່ງເພາະພັນ ໜອນນ້ຳຍຸງລາຍ ເພື່ອປ້ອງກັນພະຍາດໄຂ້ຍຸງ ແລະຖ້າຜູ້ໃດ ບໍ່ປະຕິບັດຕາມ ຈະຖືກປັບໃໝ, ໃນຂະນະທີ່ ປະຊາຊົນເຫັນວ່າ ເປັນມາຕການ ທີ່ບໍ່ສົມເຫດ-ສົມຜົລ.
2022-07-22
ການກໍ່ສ້າງ ເຮືອນຖາວອນ 700 ຫຼັງ ໃຫ້ຜູ້ປະສົບພັຍ ເຂື່ອນແຕກ ເມືອງສນາມໄຊ ແຂວງອັດຕະປື ຊຶ່ງເຣີ່ມແຕ່ ເດືອນພຶສພາ ປີ 2020 ຖືວ່າ ມາຮອດປັດຈຸບັນ ສ້າງສໍາແລ້ວພຽງແຕ່ 322 ຫຼັງ ຂະທີ່ຊາວບ້ານຜູ້ປະສົບພັຍ ໄດ້ຮັບຄວາມເດືອດຮ້ອນ ບໍ່ມີເຮືອນຢູ່ ແລະບໍ່ມີດິນ ທຳການກະເສຕ, ປູກຝັງ ແລະລ້ຽງສັດ ເປັນຕົ້ນ.