ສະຫະຣັຖ ຊ່ອຍເຫຼືອ ທຶນເກັບກູ້ລະເບີດ ເພີ່ມ 8.5 ລ້ານໂດລ້າຣ໌

ຈຳປາທອງ
2022.07.26
ສະຫະຣັຖ ຊ່ອຍເຫຼືອ ທຶນເກັບກູ້ລະເບີດ ເພີ່ມ 8.5 ລ້ານໂດລ້າຣ໌ ການສຳຣວດ ແລະກວດກູ້ລະເບີດ ບໍ່ທັນແຕກ ທີ່ຕົກຄ້າງ ຢູ່ແຂວງຊຽງຂວາງ ໄລຍະທີ 2, ວັນທີ 26 ກໍຣະກະດາ 2022.
ຮູບພາບ: U.S. Embassy in Vientiane

ການເກັບກູ້ລະເບີດບໍ່ທັນແຕກຢູ່ 5 ແຂວງຂອງລາວ ຄື ແຂວງຫົວພັນ, ຫລວງ ພຣະບາງ, ເຊກອງ, ສາຣະວັນ ແລະແຂວງຈໍາປາສັກ ຈໍາເປັນຕ້ອງໄດ້ໂຈະໃນ ໄລຍະ 3-4 ເດືອນຜ່ານມາ ຍ້ອນມີບັນຫາຂາດເຂີນງົບປະມານ.

ຣັຖບານສະຫະຣັຖອາເມຣິກາ ຊ່ອຍເຫລືອປະເທດລາວເພີ່ມຕື່ມອີກ 8.5 ລ້ານໂດລ້າຣ໌ສະຫະຣັຖ ໃນມື້ວັນທີ 25 ກໍຣະດາ 2022 ໂດຍມອບໃຫ້ອົງການເກັບກູ້ລະເບີດແມັກ (MAG). ອົງການຈັດ ຕັ້ງທີ່ບໍ່ຂຶ້ນກັບຣັຖບານ ເພື່ອສືບຕໍ່ສໍາຣວດ, ສຶກສາຄວາມສ່ຽງ ແລະເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງຊຽງຂວາງ.

ດັ່ງເຈົ້າໜ້າທີ່ດ້ານເກັບກູ້ລະເບີດ ຜແນກແຮງງານ ແລະ ສວັດດິການສັງຄົມ ແຂວງຊຽງຂວາງ ຜູ້ບໍ່ປະສົງອອກຊື່ ແລະຕໍາແໜ່ງນາງນຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີໃນມື້ວັນທີ 26 ກໍຣະກະດານີ້ວ່າ:

ອົງການແມັກ ເປັນອົງການທີ່ບໍ່ຂຶ້ນກັບຣັຖບານ ເປັນທຶນຊ່ວຍເຫລືອລ້າຈາກຕ່າງປະເທດ. ສ່ວນຫລາຍຈະເປັນປະເທດອາເມຣິກາ ເປັນຜູ້ສນັບສນູນຫັ້ນນ່າ ຈະສົ່ງມາໃຫ້ໂຄງການເລີຍຫັ້ນນ່າ ເງິນຈະບໍ່ຜ່ານຣັຖບານ ແຕ່ວ່າ UXO ລາວ ເປັນທຶນໂຄງການ ທຶນຊ່ວຍເຫລືອຢູ່ ແຕ່ວ່າຂຶ້ນຢູ່ກັບຣັຖບານ ການຊ່ວຍເຫລືອລ່າຈາກຕ່າງປະເທດຄືກັນ ແຕ່ວ່າເປັນໂຄງການທີ່ຜ່ານຈາກຣັຖບານ ຂຶ້ນກັບຣັຖບານຫັ້ນນ່າ.

ພື້ນທີ່ທີ່ຈະເລັ່ງເກັບກູ້ ລະເບີດບໍ່ທັນແຕກ ແມ່ນທົ່ງໄຮ່ທົ່ງນາ ແລະເຂດທໍາມາຫາກິນ ຂອງປະຊາຊົນ.

ດັ່ງຊາວບ້ານຢູ່ເມືອງຜາໄຊ ແຂວງຊຽງຂວາງເວົ້າຕໍ່ວິທຍຸເອເຊັຽເສຣີໃນມື້ດຽວກັນນີ້ວ່າ:

ອໍ! ຢູ່ທີ່ລາວເຮົາ ມັນມີພວກ UXO LAO ແລວກໍແມັກ ແດ່ ອໍ ສ່ວນໃຫຍ່ກໍພື້ນທີ່ທົ່ງໄຮ່ທົ່ງນານີ້ແຫລະ ເອີ ກໍຢ້ານຫັ້ນແຫລະ ມັນກໍຊ່ວງນີ້ຂະເຈົ້າກະບໍ່ທັນ ໄປຊອກໄປຫາຫລາຍອັນ ກໍບໍ່ທັນມີຫລາຍເລີຍ.

ແຂວງຊຽງຂວາງ ເປັນແຂວງທີ່ມີລະເບີດບໍ່ທັນແຕກຕົກຄ້າງຢູ່ຫລາຍ. ແຕ່ຍ້ອນການຊ່ອຍເຫລືອ ເພື່ອມະນຸສທັມ ຂອງສະຫະຣັຖອາເມຣິກາ ແລະປະເທດປະຊາທິປະໄຕອື່ນໆ ໃນການເກັບກູ້ ຈຶ່ງເຮັດໃຫ້ຈໍານວນອຸບັດຕິເຫດຫລຸດຜ່ອນລົງ, ແຕ່ກ່ອນມີຫລາຍ, ດຽວນີ້ບໍ່ຄ່ອຍມີ ແລະປະຊາຊົນກໍສະບາຍໃຈຂຶ້ນ.

ດັ່ງຊາວບ້ານຢູ່ເມືອງແປກ ແຂວງຊຽງຂວາງຜູ້ນຶ່ງເວົ້າໃນມື້ວັນທີ 26 ກໍຣະກະດານີ້ວ່າ:

ຄັນວ່າລະເບີດ ແຕ່ກ່ອນມັນມີຫລາຍຢູ່ແຕ່ດຽວນີ້ ດຽວນີ້ມັນບໍ່ຄ່ອຍມີແລ້ວ ເພາະວ່າເຣື່ອງເກີດອຸບັດຕິເຫດ ຈາກລະເບີດນີ້ກໍບໍ່ຄ່ອຍມີເພາະວ່າ ເພິ່ນກໍເກັບກູ້ເອົາໄປເບິດແລ້ວ ແຕ່ກ່ອນກໍຈະມີອັນ ສັມປະທານກ່ຽວກັບການອັນ ໄປສໍາຣວດເກັບກູ້ລະເບີດ.

ທີ່ຜ່ານມາ ເມືອງຜາໄຊ ແລະເມືອງແປກ ເປັນເມືອງທີ່ມີລະເບີດບໍ່ທັນແຕກຫລາຍ ຂອງແຂວງຊຽງຂວາງ ຊຶ່ງອົງການແມັກ ແລະໂຄງການເກັບກູ້ລະເບີດ ບໍ່ທັນແຕກແຫ່ງຊາຕຂອງລາວ (UXO-LAO) ເປັນຜູ້ເກັບກູ້.

ດັ່ງຊາວບ້ານຢູ່ເມືອງຄູນ ແຂວງຊຽງຂວາງນາງນຶ່ງ ເວົ້າໃນມື້ດຽວກັນນີ້ວ່າ:

ເມືອງຜາໄຊ ແລ້ວກໍເມືອງແປກ ອ່າເພິ່ນກະກວດມາອັນນັ້ນຫັ້ນແຫລະ ຂະເຈົ້າກວ້າງແຜນກັນໄປຫັ້ນນ່າ ຖ້າເຫັນແລ້ວກໍແບບວ່າ ຂະເຈົ້າກໍໄປບອກຢູ່ໜ່ວຍເກັບກູ້ MAG ຢາກໃຫ້ມາຢູ່ ຄັນມີໂຄງການ ກໍຢາກໃຫ້ເຂົ້າມາຢູ່ ເພາະວ່າລະເບີດຢູ່ນີ້ມັນຍັງຫລາຍຢູ່ ຢູ່ຊຽງຂວາງນີ້.

ເຈົ້າໜ້າທີ່ອົງການຄຸ້ມຄອງ ລະເບີດແຫ່ງຊາຕ ເພື່ອແກ້ໄຂບັນຫາ ລະເບີດບໍ່ທັນແຕກຢູ່ ສປປ ລາວ ຜູ້ບໍ່ປະສົງອອກຊື່ ແລະຕໍາແໜ່ງທ່ານນຶ່ງເວົ້າວ່າ  ປັດຈຸບັນ ຢູ່ປະເທດລາວ ຍັງມີລະເບີດບໍ່ທັນແຕກ ຕົກຄ້າງຢູ່ຫລາຍ ເຖິງແມ່ນຫລາຍພາກ ສ່ວນຈະໄດ້ເກັບກູ້ມາເກືອບ 30 ປີແລ້ວກໍຕາມ. ສໍາລັບຢູ່ແຂວງຊຽງຂວາງ ຍັງກວດພົບວ່າ ມີລະເບີດລູກຫວ່ານຕົກຄ້າງ ຢູ່ຫລາຍ ແຕ່ບໍ່ສາມາດຄາດຄະເນໄດ້ວ່າ ຮອດປີໃດຈຶ່ງຈະສາມາດເກັບກູ້ໄດ້ສໍາເລັດ.

ດັ່ງທີ່ທ່ານກ່າວວ່າ:

ກໍເກັບກູ້ລະເບີດທີ່ມັນຕົກຄ້າງ ມາແຕ່ປາງສົງຄາມ ມັນກໍຢູ່ໃນພື້ນທີ່ລຸ່ມດິນເນາະ ເປັນ Clusters ເນາະ ກໍເປັນ Sections ຫັ້ນບັກຫລາຍ ຄິດວ່າ 270 ລ້ານໜ່ວຍຫັ້ນ ຖິ້ມລົງມາເນາະ ບໍ່ທັນແຕກ 80 ລ້ານເນາະ ດຽວນີ້ເຮົາກວດກູ້ມີແຕ່ໄດ້ປະມານເປີເຊັນດຽວ ມີແຕ່ໄດ້ລ້ານກວ່າເນາະ ຍັງເຫລືອ 79 ລ້ານ ແມ່ນຄົນເປັນພັນໆປີ ເພາະຕ້ອງ clear ເນື້ອທີ່ພຶ້ນດິນເນາະ.

ໃນໄລຍະເກືອບ 30 ປີຜ່ານມາ ອົງການເກັບກູ້ລະເບີດແມັກ ສາມາດເກັບກູ້ລະເບີດ ບໍ່ທັນແຕກໄດ້ແລ້ວໃນເນື້ອທີ່ 10,100 ເຮັກຕ້າຣ໌, ເກັບກູ້ ແລະທໍາລາຍລະ ເບີດໄດ້ຫລາຍກວ່າ 315,000 ໜ່ວຍ, ສ້າງປໂຍດໃຫ້ປະຊາຊົນໄດ້ 1,165,000 ຄົນ.

ເງິນຊ່ອຍເຫລືອເພີ່ມຕື່ມ ຂອງຣັຖບານສະຫະຣັຖອາເມຣິກາ ຈໍານວນ 8.5 ລ້ານໂດລ້າຣ໌ສະຫະຣັຖ ຄັ້ງນີ້  ອົງການເກັບກູ້ລະເບີດແມັກ ຈະນໍາໃຊ້ເຂົ້າໃນການເກັບກູ້ ລະເບີດບໍ່ທັນແຕກ ໃນເນື້ອທີ່ 1,000 ເຮັກຕ້າຣ໌, ສໍາຣວດພື້ນທີ່ຢູ່ແຂວງຊຽງຂວາງອີກ 8,600 ເຮັກຕ້າຣ໌ ແລະທັງຈະໂຄສະນາ ໃຫ້ຄວາມຮູ້ກ່ຽວກັບຄວາມສ່ຽງຕໍ່ບັນຫາດັ່ງກ່າວ ແກ່ປະຊາຊົນຫລາຍກວ່າ 280 ຄັ້ງ ຊຶ່ງຄາດວ່າຈະມີປໂຍດ ໃຫ້ປະຊາຊົນປະມານ 10,000 ຄົນ.

ເພື່ອຂໍຮູ້ຣາຍລະອຽດ ກ່ຽວກັບເຣື່ອງທີ່ວ່ານີ້ ວິທຍຸເອເຊັຽເສຣີ ໄດ້ພະຍາຍາມຕິດຕໍ່ ໄປຍັງອົງການເກັບກູ້ລະເບີດແມັກ ຫລາຍເທື່ອ ແຕ່ກໍບໍ່ສາມາດຕິດຕໍ່ໄດ້.

ຣັຖບານປະເທດນິວຊີແລນ ແລະຣັຖບານໄອຊ໌ແລນດ໌ ກໍໃຫ້ການຊ່ອຍເຫລືອລາວ ໃນການແກ້ໄຂບັນຫາລະເບີດບໍ່ທັນແຕກ ມານານຫລາຍປີ ຮວມທັງໄດ້ມອບພາຫະນະ, ອຸປະກອນກວດກູ້ລະເບີດ ໃຫ້ໂຄງການເກັບກູ້ລະເບີດ ແຫ່ງຊາຕລາວ ໃນມື້ວັນທີ 29 ມິຖຸນາທີ່ຜ່ານມານີ້ ຊຶ່ງມີມູນຄ່າ 440,000 ໂດລ້າຣ໌ສະຫະຣັຖ ເພື່ອເຮັດໃຫ້ປະຊາຊົນລາວ ປອດພັຍຈາກລະເບີດ ບໍ່ທັນແຕກນັ້ນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.