ສະຫະປະຊາຊາຕ ຖາມຫາ ສິທຜົລປໂຍດ ຂອງຜູ້ປະສົບພັຍ ເຂື່ອນແຕກ

0:00 / 0:00

ສໍານັກງານຂ້າຫລວງໃຫຍ່ ດ້ານສິທທິມະນຸສ ຂອງສະຫະປະຊາຊາຕ ຫລື UNCHR ອອກຖແລງການໃນວັນທີ 22 ກໍຣະກະດາ 2022 ເນື່ອງໃນວັນຄົບຮອບ 4 ປີເຂື່ອນເຊປຽນ-ເຊນໍ້ານ້ອຍແຕກ ຊຶ່ງໃນນັ້ນໄດ້ລະບຸວ່າ ຊີວິດຂອງຊາວບ້ານຫລາຍພັນຄອບ ຄົວ ຢູ່ເມືອງສນາມໄຊ ແຂວງອັດຕະປື ທີ່ໄດ້ຮັບຜົລກະທົບຈາກເຂື່ອນແຕກ ຍັງໄດ້ຮັບການເບິ່ງແຍງຢ່າງຊ້າໆ, ສະພາບແລະເງື່ອນໄຂ ການດໍາຣົງຊີວິຕ ຂອງພວກເຂົາເຈົ້າ ກໍຍັງບໍ່ດີເທົ່າທີ່ຄວນ. ພ້ອມດຽວກັນນັ້ນ ກໍຮຽກຮ້ອງໃຫ້ທາງການລາວ ແລະບໍຣິສັດເຈົ້າຂອງໂຄງການເຂື່ອນ ຊີ້ແຈງວ່າ ເປັນຍ້ອນຫຍັງ ຜູ້ປະສົບພັຍເຂື່ອນແຕກ ຈຶ່ງຕ້ອງຍັງປະເຊີນ ກັບຄວາມຫຍຸ້ງຍາກລໍາບາກ ແລະຖືກລະເລີຍ.

ທ່ານ Phil Robertson ຮອງຜູ້ອໍານວຍການ ອົງການສິ້ງຊອມ ດ້ານສິທທິມະນຸສ Human Rights Watch ປະຈໍາພູມີພາກ ເອເຊັຽຕາເວັນອອກ ກ່າວຕໍ່ວິທຍຸເອເຊັຽເສຣີໃນມື້ວັນທີ 25 ກໍຣະກະດານີ້ວ່າ ຣັຖບານລາວ ແລະບໍຣິສັດຜູ້ພັທນາໂຄງການ ຄວນຈະເປີດພື້ນທີ່ຜົລກະທົບ ເພື່ອໃຫ້ຫລາຍພາກສ່ວນ ໄດ້ເຂົ້າໄປຕິດຕາມ-ກວດກາ ແລະຊ່ອຍສນັບສນູນ ວຽກງານຕ່າງໆ ເພື່ອເຮັດໃຫ້ການຟື້ນຟູ ແລະປັບປຸງຄຸນນະພາບຊີວິຕ ຂອງຜູ້ປະສົບພັຍຢູ່ເມືອງສນາມໄຊ ຍ້ອນເຂື່ອນແຕກ ມີປະສິທທິພາບ ແລະເຂົ້າເຖິງສິທ-ຜົລປໂຍດຕ່າງໆໄດ້ຢ່າງທົ່ວເຖິງ.

ທ່ານກ່າວວ່າ:

“ມັນນ່າຕົກໃຈ! ແລ້ວກະນ່າເປັນກັງວົນວ່າ 4 ປີແລ້ວກະຍັງບໍ່ເສັດສິ້ນນ່າ ໃນການຟື້ນຟູສະຖານະການ. ແລ້ວກໍຈ່າຍເງິນຄົບ. ທີ່ເຂົາຄວນຈະຈ່າຍ ໃຫ້ປະຊາຊົນທີ່ເສັຍຊີວິຕໄປ ຢ່າງໜ້ອຍ ກໍມີການສຶກສາ ມີການເບິ່ງແຍງເຣື່ອງສຸຂພາບ. ກໍມີເຣື່ອງເສຖກິຈທັງຫລາຍ. ຣັຖບານລາວ ກໍບໍ່ໄດ້ເຮັດເສັດສົມບູນ ເໝືອນທີ່ເຂົາຄວນເຮັດ.”

ເມື່ອປີ 2020 ຜູ້ຊ່ຽວຊານຂອງອົງ ການສະຫະປະຊາຊາຕ ກໍໄດ້ຮຽກຮ້ອງໃຫ້ຣັຖບານລາວ ແລະບໍຣິສັດຜູ້ພັທນາໂຄງການ ເລັ່ງດໍາເນີນການແກ້ໄຂສະພາບ ຊີວິຕການເປັນຢູ່ ຂອງຜູ້ປະສົບພັຍເຂື່ອນແຕກ ໃຫ້ດີຂຶ້ນໂດຍໄວ. ແຕ່ຕລອດ 4 ​ປີຜ່ານມາ ຊາວບ້ານຜູ້ປະສົບພັຍ ເຂື່ອນແຕກຈໍານວນຫລາຍຄົນ ກໍຍັງຢູ່ໃນເຮືອນພັກຊົ່ວຄາວ ທີ່ຄັບແຄບ, ແອອັດ ບໍ່ເໝາະສົມໃນການເປັນຢູ່. ຄ່າຕອບແທນທີ່ຣັຖບານລາວ ແລະບໍຣິສັດຜູ້ພັທນາໂຄງການ ທີ່ໄດ້ໃຫ້ສັນຍາວ່າ ຈະທົດແທນໃຫ້ນັ້ນ ກໍຊັກຊ້າ, ຈ່າຍເງິນໃຫ້ຫລຸດລົງ ຫລືບໍ່ໃຫ້ເລີຍ, ປ່ອຍໃຫ້ຜູ້ປະສົບພັຍ ບໍ່ມີຄວາມຫວັງ ແລະຕ້ອງທົນຢູ່ກັບຄວາມເຈັບປວດ.

ຍານາງ ເປມຣືດີ ດາວເຣືອງ ຜູ້ປະສານງານ ກຸ່ມເຄືອຂ່າຍປະຊາຊົນ ຈັບຕາການລົງທຶນ ໃນການສ້າງເຂື່ອນ ຢູ່ລາວຂອງໄທຍ ກ່າວໃນມື້ດຽວກັນນີ້ວ່າ ຄົນໃນສັງຄົມລາວ ແລະຜູ້ຕິດຕາມເຫດການ ເຂື່ອນແຕກໃນຕ່າງປະເທດ ຍັງບໍ່ເຫັນພາບແບບຈະແຈ້ງ ແລະເປັນທໍາເທື່ອວ່າ ຕລອດ 4 ປີຜ່ານມາ ບໍຣິສັດຜູ້ພັທນາເຂື່ອນໄຟຟ້າ ແລະທາງການລາວ ໄດ້ຟື້ນຟູ ແລະປັບປຸງຄຸນນະພາບຊີວິຕ ຂອງຜູ້ປະສົບພັຍເຂື່ອນແຕກແນວໃດ, ຍັງເປັນຄໍາຖາມສໍາຄັນ ທີ່ພາກສ່ວນທີ່ກ່ຽວຂ້ອງ ຈະຕ້ອງຕອບ ແລະສ້າງຄວາມເຊື່ອໝັ້ນໃຫ້ແກ່ສັງຄົມ.

“ຄື ບໍຣິສັດເຊປຽນ-ເຊນໍ້ານ້ອຍ ກໍດໍາເນີນຕໍ່ໄປ ແຕ່ວ່າ ການຟື້ນຟູຊີວິຕ. ກະຄົງບໍ່ແມ່ນແຕ່ການສ້າງເຮືອນ ຫລືໃຫ້ທີ່ດິນ. ແຕ່ເຮົາກະຄິດວ່າ ມັນຄົງເປັນເຣື່ອງຂອງວິຖີຊີວິຕ. ຄໍາຖາມກະຄືວ່າ ຊາວບ້ານຈະຟື້ນໂຕຂຶ້ນມາແລ້ວເປັນຊຸມຊົນ ທີ່ແບບ ເພິ່ງພາໂຕເອງ ຢູ່ກັນໄດ້ແທ້ ມັນເປັນໄດ້ແທ້ສໍ່າໃດ.”

ຊາວລາວຜູ້ນຶ່ງ ຢູ່ນະຄອນຫລວງວຽງຈັນ ເວົ້າຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 25 ກໍຣະກະດານີ້ວ່າ ທາງການລາວ ນັບແຕ່ຂັ້ນເທິງ ໄປເຖິງທ້ອງຖິ່ນ ຄວນຈະຕ້ອງເອົາ ໃຈໃສ່ ໃນການຕິດຕາມ ກວດກາວຽກງານການຟື້ນຟູ ແລະປັບປຸງຄຸນນະພາບຊີວິຕ ການເປັນຢູ່ຂອງຜູ້ປະສົບພັຍ ຢູ່ເມືອງສນາມໄຊ ຍ້ອນເຂື່ອນແຕກ ຢ່າງຈິງຈັງ ໂດຍ

ສະເພາະ ການກໍ່ສ້າງເຮືອນຢູ່ຖາວອນ ຈໍານວນ 700 ຫລັງ ທີ່ຍັງຊັກຊ້າຫລາຍ.

“ໃນເມື່ອຊັກຊ້າໄປແນວນີ້ ທາງຂັ້ນເທິງພີ້ແຫລະ. ທາງຂັ້ນເມືອງບໍ່ທາງແຂວງບໍ່ ກະຄວນເລັ່ງລັດໄປເບິ່ງ ໄປກວດກາ ທວງໃຫ້ພວກຮັບເໝົາເຮັດໄວ. ເລັ່ງລັດເຮັດໃຫ້ຂະເຈົເານັ້ນ ໄດ້ຍ້າຍເຮືອນໃຫ້ໄວ.”

ປະຊາຊົນລາວຜູ້ນຶ່ງ ຢູ່ເມືອງສນາມໄຊ ກໍເວົ້າໃນມື້ດຽວກັນນີ້ວ່າ ເຖິງເຫດການເຂື່ອນແຕກຈະຜ່ານມາໄດ້ 4 ປີ, ແຕ່ຫລາຍໜ້າວຽກກໍ່ສ້າງ ສໍາລັບຜູ້ໄດ້ຮັບຜົລກະທົບ ກໍຍັງບໍ່ທັນແລ້ວໝົດ ໂດຍສະເພາະການສ້າງເຮືອນຢູ່ຖາວອນ ແມ່ນຍັງຊັກຊ້າຫລາຍສົມຄວນ. ສ່ວນການປັບປຸງໂຄງຮ່າງພື້ນຖານຕ່າງໆ ກໍຍັງເຮັດບໍ່ໄດ້ດີ ເປັນຕົ້ນ ຖນົນຫົນທາງ ກໍຍັງເປັນດິນແດງ ເປັນຫລຸບ ເປັນບວກ, ໄປມາຫຍູ້ງຍາກລໍາບາກຫລາຍ.

“ແຕ່ລະເຮືອນ ຂຶ້ນເຮືອນໃໝ່ກະສິຂຶ້ນ ກະບໍ່ທຸກຄອບຄົວແລ້ວ. ຍັງມີບາງສ່ວນຍັງບໍ່ທັນແລ້ວ. ເພິ່ນຍັງເຮັດບໍ່ທັນແລ້ວ ທາງກະເປັນທາງດິນແດງ. ໜ້າຝົນມັນສິລໍາບາກ ມີແຕ່ວ່າປູກມັນປູກຫຍັງຫັ້ນນ່າ ປູກພືດເຮັດສວນ.”

ກ່ຽວກັບວຽກງານການຟື້ນຟູ ແລະປັບປຸງຄຸນນະພາບຊີວິຕການເປັນຢູ່ ຂອງຜູ້ປະສົບພັຍເຂື່ອນແຕກ ເຈົ້າໜ້າທີ່ແຂວງອັດຕະປືທ່ານນຶ່ງເວົ້າວ່າ ຍັງດໍາເນີນໄປທຸກມື້. ແຕ່ກໍເກີດຄວາມຊັກຊ້າຫລາຍສົມຄວນ ເປັນຕົ້ນ ການກໍ່ສ້າງເຮືອນຢູ່ຖາວອນຈໍານວນ 700 ຫລັງ, ການປັບປຸງເສັ້ນທາງ ແລະການເຂົ້າເຖິງສິທ ແລະຜົລປໂຍດທາງດ້ານການສຶກສາ, ສາທາຣະນະສຸກ ກໍຍັງເຮັດບໍ່ໄດ້ດີ ຊຶ່ງຈະໄດ້ປັບປຸງກັນໄປເລື້ອຍໆ ຈົນກວ່າວ່າຊີວິຕ ການເປັນຢູ່ຂອງທຸກຄົນດີຂຶ້ນກວ່າເກົ່າ.

"ບໍ່ ! ກະສືບຕໍ່ ຫາກຊ້າຫັ້ນແຫລະ ພື້ນຖານໂຄງຮ່າງ ໂດຍສະເພາະເຮືອນຈຸດດົງບາກ ເພາະວ່າຊ່ວງໂຄວິດຫວ່າງແລ້ວນີ້ . ຂະເຈົ້າກະຢຸດສະງັກມາຫລາຍເດືອນເຕີບ. ຂະເຈົ້າບໍຣິສັດໄຟຟ້າເຊປຽນ-ເຊນໍ້ານ້ອຍ ກະລົງມາຕິດຕາມເປັນໄລຍະເດ້ 3 ເດືອນ 6 ເດືອນລົງມາເທື່ອນຶ່ງ."

ສໍາລັບການກໍ່ສ້າງເຮືອນຢູ່ຖາວອນ ແມ່ນສ້າງແລ້ວໆ 322 ຫລັງ ຈາກທັງໝົດ 403 ຫລັງໃນໄລຍະທໍາອິດ ຢູ່ 3 ຈຸດ ຄືຢູ່ບ້ານດົງບາກໃໝ່, ​ບ້ານໃໝ່ ແລະບ້ານທ່າຫີນ. ສ່ວນເຮືອນຢູ່ຖາວອນອີກ 297 ຫລັງ ໃນໄລຍະທີ 2 ຢູ່ 2 ຈຸດ ຄືຢູ່ບ້ານຫີນລາດ ແລະບ້ານຕາມໍຢອດ ທີ່ຍັງບໍ່ທັນໄດ້ເຣີ່ມກໍ່ສ້າງເທື່ອ ແລະຄາດວ່າຈະເຣີ່ມກໍ່ສ້າງໃນທ້າຍປີ 2022 ນີ້ ເພື່ອໃຫ້ສໍາເຣັດຕາມແຜນ ໃນທ້າຍປີ 2023 ຄືຈະແລ້ວທັງໝົດ 700 ຫລັງ ແລະພາຍໃນປີ 2025 ທຸກໂຄງການ ພັທນາຕ່າງໆ ກໍຈະຕ້ອງສໍາເຣັດທັງໝົດ.

ສາເຫດທີ່ເຮັດໃຫ້ການກໍ່ສ້າງ ເຮືອນຢູ່ຖາວອນຊັກຊ້າ ຕາມຂ່າວຣາຍງານວ່າ ເປັນຍ້ອນການຣະບາດຂອງໂຄວິດ-19 ແລະການບໍ່ເອົາໃຈໃສ່ ຕໍ່ວຽກງານຂອງເຈົ້າໜ້າທີ່ ພາກສ່ວນທີ່ກ່ຽວຂ້ອງ ທັງເຣື່ອງການຄວບຄຸມວຽກງານປຸກສ້າງ, ການວ່າຈ້າງບໍຣິສັດຜູ້ຮັບເໝົາກໍ່ສ້າງ ແລະການເບີກຈ່າຍງົບປະມານຕ່າງໆ ບໍ່ມີຄວາມໂປ່ງສັຍ ແລະບໍ່ສອດຄ່ອງກັບໜ້າວຽກຕົວຈິງ.