ລາວ ຍັງບໍ່ປະຕິບັດ ດ້ານສິທທິມະນຸສ, ລາວ ໄດ້ຫຍັງແດ່ ຈາກວຽດນາມ

ອ່ານຈົດໝາຍ, ຄວາມຄຶດຄວາມເຫັນ ຂອງທ່ານ ສູ່ກັນຟັງ ເພື່ອເຜີຍແຜ່ ທັສນະ, ແນວຄິດ ທີ່ສ້າງສັນ, ແບ່ງປັນ ຄວາມຮູ້ ສູ່ກັນຟັງ.
ອ່ານຈົດໝາຍ, ຄວາມຄຶດຄວາມເຫັນ ຂອງທ່ານ ສູ່ກັນຟັງ ເພື່ອເຜີຍແຜ່ ທັສນະ, ແນວຄິດ ທີ່ສ້າງສັນ, ແບ່ງປັນ ຄວາມຮູ້ ສູ່ກັນຟັງ. (Photo: RFA)

0:00 / 0:00

ຄວາມຄຶດຄວາມເຫັນ ກ່ຽວກັບຂ່າວ ສ​ປ​ປ​ລາວ ໄດ້​ປ​ໂຍດ​ຫ​ຍັງ ຈາກ​ສາຍ​ພົວ​ພັນ ລາວ-ວຽດນາມ, ຊາວບ້ານຊຽງດາ ບໍ່ເຊັນບົດບັນທຶກ ສິ່ງປຸງສ້າງ ກັບເຂດໂລຈິສຕິກ ພາຣ໌ກ, ຣົຖໄຟລາວ-ຈີນ ປ່ອຍໃຫ້ ຜູ້ໂດຍສານ ຕາກຝົນ ລໍຣົຖໄຟ ຢູ່ນອກສະຖານີ ແລະ ສປປ ລາວ ຍັງບໍ່ປະຕິບັດ ເຣື່ອງສິທທິ ມະນຸສ.

ຄວາມເຫັນບາງຕອນ ຈາກທ່ານຜູ້ຟັງ:

ສາ​ຣະ​ຄະ​ດີ ກ່ຽວ​ກັບ ສາຍພົວພັນພິເສດ ລາວ-ວຽດນາມ ເປັນເວລາ ຫຼາຍສິບປີ, ຊຶ່ງທັງ 2 ປະເທດອ້າງວ່າ ຊ່ອຍເຫຼືອກັນແລະກັນ ຂະນະທີ່ ສປປ ລາວ ອາດບໍ່ໄດ້ປໂຍດ ຈາກ ວຽດນາມ ພໍປານໃດ.

"ການພົວພັນຮ່ວມມືເຊີ່ງກັນ ແລະກັນນັ້ນ , ມັນເປັນເລື້ອງທີ່ດີ ຕໍ່ກັບທຸກຝ່າຍ ສ່ວນໃຜໄດ້ ຜົນປະໂຫຍດນ້ອຍ - ຫຼາຍ ແມ່ນຂື້ນ ກັບຕົວເຈົ້າເອງ , ນີ້ເປັນຄໍາເຫັນ ສ່ວນຕົວດອກ ."

" ພິເສດ ແຕ່ສຳລັບພັກ - ລັດ , ແຕ່ ສຳລັບປະຊາຊົນຊາວລາວ ສວ່ນຫລາຍແລ້ວ ແມ່ນ ໄທຍ ພິເສດທີ່ສຸດ ເບິ່ງໜັງໄທຍ , ຟັງເພງໄທຍ , ໃຊ້ເງີນບາດໄທຍ , ຂອງໃຊ້ຂອງກີນ ກີນແຕ່ຂອງໄທຍ , ໄປທຳງານເຮັດວຽກ ກະໄປແຕ່ໄທຍ , ຂໍ້ມູນຂ່າວສານ ສະລະດີ ຄວາມຮູ້ ກະເບີ່ງ ແຕ່ຂອງໄທຍ , ພາສາປາກເວົ້າ ກະເຂົ້າໃຈ ແຕ່ພາສາໄທຍ .."

…..

( ເຊີນທ່ານ ຟັງຣາຍລະອຽດ ຈາກສຽງບັນທຶກໄວ້)

ໝາຍເຫດ: ວິທຍຸ ເອເຊັຽ ເສຣີ ໃຫ້ຄວາມສຳຄັນ ທຸກໆຖ້ອຍຄຳ ຂອງທຸກໆທ່ານ, ແລະ ຮັກສາ ການສະກົດຄຳ ເປັນສ່ວນຫຼາຍ ຂອງຜູ່ທີ່ອອກຄວາມຄຶດຄວາມເຫັນໄວ້ ເພື່ອບໍ່ໃຫ້ ຄວາມໝາຍປ່ຽນໄປຫຼາຍ, ພຽງແຕ່ ປ່ຽນຄຳສັພ ທີ່ບໍ່ສຸພາບ ໃຫ້ເບົາລົງເທົ່ານັ້ນ. ດັ່ງນັ້ນ ຂໍໃຫ້ທ່ານຜູ່ຟັງ ຈົ່ງພິຈາຣະນາ ເອົາເອງວ່າ ຄວາມຄຶດຄວາມເຫັນນັ້ນ ມີຄວາມຈິງຫຼາຍໜ້ອຍປານໃດ. ຂອບໃຈ!