ຄະນະ ກວດກາພັກ ເປີດສາຍດ່ວນ 1525

ຈຳປາທອງ
2022.07.26
ຄະນະ ກວດກາພັກ ເປີດສາຍດ່ວນ 1525 ປະຊາຊົນ, ເຈົ້າໜ້າທີ່ ທະຫານ ແລະຕຳຣວດ ທີ່ຕ່າງຄົນ ກໍຕ່າງທຳໜ້າທີ່ ຂອງຕົນເອງ ໃນໄລຍະການ ຣະບາດ ຂອງເຊື້ອໂຄວິດ-19.
RFA

ຄະນະກວດກາ ສູນກາງພັກປະຊາຊົນປະຕິວັດລາວ ໄດ້ອອກແຈ້ງການເຣື່ອງການນໍາໃຊ້ໂທຣະສັບສາຍດ່ວນຂອງຄະນະກວດກາສູນກາງພັກ ແລະອົງການກວດກາແຫ່ງ ຣັຖ ໃນມື້ວັນທີ 27 ເມສາ 2022. ການເປີດໃຊ້ສາຍດ່ວນນີ້ ແມ່ນເພື່ອຮັບເອົາຄວາມຄິດຄວາມເຫັນ, ຄໍາຮ້ອງ, ຄໍາສເນີ, ຂໍ້ຂ້ອງໃຈ, ການຕໍານິຕິຊົມກ່ຽວກັບເຣື່ອງການສໍ້ຣາສບັງຫລວງ ແລະບັນຫາອື່ນໆຂອງພະນັກງານ-ສະມາຊິກພັກ ໃນຂອບເຂດທົ່ວປະເທດ ຈາກທຸກພາກສ່ວນໃນສັງຄົມ ເພື່ອນໍາມາພິຈາຣະນາແກ້ໄຂ.

ດັ່ງເຈົ້າໜ້າທີ່ຄະນະກວດກາ ສູນກາງພັກທ່ານນຶ່ງ ກ່າວຕໍ່ວິທຍຸເອເຊັຽໃນມື້ວັນທີ 26 ກໍຣະກະດານີ້ວ່າ:

ຄໍາສເນີຂອງພົລເມືອງເດ໋ ກະໄດ້ທຸກເຣື່ອງ ເຈົ້າ ທຸກຂແນງ ຖ້າວ່າມີທີ່ໄປທີ່ມາ ເພິ່ນກະສິພິຈາຣະນາກວດກາ-ແກ້ໄຂຫັ້ນແຫລະ.

ມາຮອດປັດຈຸບັນ ການເປີດໃຊ້ສາຍດ່ວນ 1525 ທີ່ວ່ານັ້ນ ແມ່ນຜ່ານມາໄດ້ 3 ເດືອນແລ້ວ, ແຕ່ຄະນະກວດກາສູນກາງພັກ ແລະອົງການກວດກາແຫ່ງຣັຖ ກໍຍັງບໍ່ໄດ້ເປີດເຜີຍຂໍ້ມູນ ແລະຄວາມຄືບໜ້າໃດໆ ເພື່ອຣາຍງານໃຫ້ສັງຄົມຮູ້.

ວິທຍຸເອເຊັຽເສຣີ ໄດ້ພະຍາຍາມຕິດຕໍ່ ຖາມໄປຍັງເຈົ້າໜ້າທີ່ ຄະນະກວດກາສູນກາງພັກ ເຖິງຈໍານວນຄົນລາວ ແລະພາກສ່ວນຕ່າງໆ ທີ່ໄດ້ໂທຣະສັບ ເຂົ້າໄປແຈ້ງເຫດຜ່ານສາຍດ່ວນນັ້ນ, ແຕ່ເຈົ້າໜ້າທີ່ບອກໃຫ້ຮູ້ ພຽງແຕ່ວ່າ ຍັງບໍ່ໄດ້ເກັບກໍາຂໍ້ມູນເທື່ອ. 

ແຕ່ຊາວລາວສ່ວນນຶ່ງເຫັນວ່າ ການເປີດສາຍດ່ວນ 1525 ຂອງຄະນະກວດກາສູນກາງພັກ ກໍບໍ່ຕ່າງຫຍັງ ກັບການເປີດສາຍດ່ວນ 1516 ຂອງຣັຖບານລາວ ແລະສາຍດ່ວນ 156 ຂອງສະພາແຫ່ງຊາດ ຄືສເນີຄໍາຄິດຄໍາເຫັນໄປແລ້ວ ກໍບໍ່ໄດ້ຮັບການພິຈາຣະນາ ຫລືນໍາໄປແກ້ໄຂເທົ່າທີ່ຄວນ.

ປະຊາຊົນລາວຜູ້ນຶ່ງ ຢູ່ນະຄອນປາກເຊ ແຂວງຈໍາປາສັກ ເວົ້າວ່າ ຍັງບໍ່ເຄີຍໂທຣະສັບໄປຮ້ອງຮຽນ ຫລືແຈ້ງເຫດຜ່ານສາຍດ່ວນ 1525 ນັ້ນຈັກເທື່ອ ເພາະຍັງບໍ່ໄດ້ພົບເຫັນເຫດການ ທີ່ອາຈກ່ຽວຂ້ອງກັບການສໍ້ຣາສບັງຫລວງຂອງພະນັກງານ-ສະມາຊິກພັກເທື່ອ. ຖ້າຫາກພົບເຫັນ ກໍຈະໂທສາຍດ່ວນໄປແຈ້ງທັນທີ ໂດຍບໍ່ກັງວົນແຕ່ຢ່າງໃດ.

ບໍ່ຮ້າຍດອກ ຄວາມຄິດຄວາມເຫັນ ມັນກະມີໝົດສູ່ບ່ອນຫັ້ນແຫລະ ເຂົາບໍ່ເຮັດຫຍັງດອກ ບໍ່ແມ່ນເຮົາຊິເວົ້າທາງໃສ່ຮ້າຍປ້າຍສີ ຜູ້ນັ້ນຜູ້ນີ້.

ແຕ່ຊາວລາວຄົນນຶ່ງ ຢູ່ແຂວງວຽງຈັນ ເວົ້າໃນມື້ດຽວກັນນີ້ວ່າ ຫາກເປັນເຣື່ອງທົ່ວໄປ ກໍອາຈໂທຣະສັບໄປຮ້ອງຮຽນ ຫລືແຈ້ງເຫດ ໂດຍບໍ່ກັງວົນໃຈປານໃດ ແຕ່ຖ້າຫາກເປັນ ເຣື່ອງການສໍ້ຣາສບັງຫລວງ ຫລືເປັນຂະບວນການຕ່າງໆ ທີ່ເຮັດບໍ່ຖືກຕ້ອງຕາມກົດໝາຍ, ຍິ່ງເປັນຜູ້ມີອໍານາດໃນສັງຄົມ ຫລືຄົນໃນພື້ນທີ່ ຜູ້ໂທຣະສັບແຈ້ງເຫດ ກໍມີຄວາມສ່ຽງສູງ ທີ່ຈະຖືກສືບຫາບ່ອນຢູ່ ເພື່ອຂົ່ມຂູ່ ຫລືທໍາຮ້າຍຮ່າງກາຍ ຫລືໜັກໄປກວ່ານັ້ນ ກໍອາຈເຮັດໃຫ້ຖືກຫາຍສາບສູນໄປກໍເປັນໄດ້. ຍ້ອນຢ້ານຈະເປັນຄືແນວນັ້ນ ຈຶ່ງເຮັດໃຫ້ປະຊາຊົນລາວ ບໍ່ກ້າໂທຣະສັບໄປແຈ້ງເຫດ ເພາະກັງວົນເຣື່ອງຄວາມປອດພັຍ ຂອງຕົນແລະຄົນໃນຄອບຄົວນໍາດ້ວຍ. ເຫດການທີ່ຂ້ອນຂ້າງຈະເປັນເຣື່ອງ ກັງວົນໃຈໃນໄລຍະທີ່ຜ່ານມາ ກໍຄືເຫດການທີ່ເກີດຂຶ້ນກັບນາງໝວຍ ແລະທ່ານ ສົມບັດ ສົມພອນ.

ທ່ານກ່າວວ່າ:

ຢູ່ນີ້ເວົ້າບໍ່ໄດ້ ຈັບຍັດເຂົ້າຄຸກ ຫາຍສາບສູນໄປເລີຍແລ້ວກະແລ້ວ ຈື່ບໍ່ ນາງໝວຍຄົນໄທໃຕ້ ຕິດຄຸກກ ຫວັງທໍາລາຍພັກແລະຣັຖນີ້ນ່າ ຂໍ້ຫາວ່າຮ່ວມມືກັບປະຕິການຢູ່ອາເມຣິກາ.

ແລະຊາວລາວອີກຄົນນຶ່ງ ຢູ່ນະຄອນຫລວງວຽງຈັນ ກໍໃຫ້ຄວາມຄິດເຫັນເຣື່ອງ ການສໍ້ຣາສບັງຫລວງຂອງພະນັກງານ-ສະມາຊິກພັກວ່າ ມີໃຫ້ເຫັນຢ່າງຕໍ່ເນື່ອງ ແຕ່ກໍບໍ່ເຄີຍໂທຣະສັບໄປແຈ້ງຜ່ານສາຍດ່ວນຈັກເທື່ອ. ແຕ່ກໍຢາກສເນີວ່າ ຫາກມີຊາວບ້ານຫລືພາກສ່ວນໃດກໍຕາມ ແຈ້ງເຫດຜ່ານໂທຣະສັບສາຍດ່ວນ ກໍຄວນຈະຕິດຕາມ-ກວດ ກາເບິ່ງວ່າ ເປັນຄວາມຈິງ ຫລືບໍ່ ເຣື່ອງນີ້ມັນມີຫລາຍ.

ຈັ່ງວ່າ! ແມ່ກະບໍ່ໄດ້ພົວພັນເຣື່ອງນີ້ ມັນມີບັນຫາກັນຫລາຍຢູ່ດອກ ມັນຖືກບໍ່ຖືກ ເພິ່ນກະລົງມາແກ້ໄຂແຕ່ລະຂັ້ນຕອນໄປ ລົງມາເບິ່ງ ຄັນມີຄວາມເດືອດຮ້ອນ ຂອງປະຊາຊົນສເນີຂຶ້ນໄປ ກະລົງມາ.

ທ່ານ Phil Robertson ຮອງຜູ້ອໍານວຍການ ອົງການສິ້ງຊອມ ສິທທິມະນຸສ Human Rights Watch ປະຈໍາພູມີພາກເອເຊັຽ ຕາເວັນອອກ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 26 ກໍຣະກະດານີ້ວ່າ ຫາກໜ່ວຍງານໃດນຶ່ງຂອງທາງການລາວ ຈະແກ້ໄຂບັນຫາເຣື່ອງການສໍ້ຣາສບັງຫລວງ ຫລືຂະບວນການຜິດກົດໝາຍ ຕ່າງໆພາຍໃນປະເທດ ໂດຍໃຫ້ພາກ ສ່ວນໃນສັງຄົມ ຊ່ອຍໂທຣະສັບຜ່ານສາຍດ່ວນ ແຈ້ງເຫດ ກໍຖືເປັນເຣື່ອງທີ່ດີຫລາຍ. ແຕ່ໜ່ວຍງານເຫລົ່ານັ້ນ ຕ້ອງຮັກສາຂໍ້ມູນ ແລະປົກປ້ອງ ຜູ້ທີ່ແຈ້ງເຫດຢ່າງເຂັ້ມງວດ, ບໍ່ເປີດເຜີຍຂໍ້ມູນໃດໆ ທີ່ຈະກະທົບຕໍ່ການດໍາເນີນຊີວິຕ ແລະຄວາມປອດພັຍ ຂອງຜູ້ທີ່ແຈ້ງເຫດນັ້ນ.

ດັ່ງທີ່ທ່ານກ່າວວ່າ:

ເວົ້າເຖິງການຮັກສາສິທທິ ຍິ່ງເປັນສິທທິສ່ວນຕົວ ທີ່ຄົນບໍ່ຢາກຈະໃຫ້ເປີດເຜີຍ ຂໍ້ມູນຂອງພວກເຂົາໄປທົ່ວວ່າ ເຂົາເຮັດຫຍັງບ່ອນໃດ ເຂົາເວົ້າຫຍັງແບບນີ້ແຫລະ ອາຈບໍ່ແມ່ນໃນຕອນນີ້ ອຕ່ຈະເປັນບັນຫາໃນອະນາຄົດ.

ຫ້ອງການປ້ອງກັນຄວາມສງົບ ກຸ່ມເຂດນາຊວງ ເມືອງວຽງທອງ ແຂວງບໍຣິຄໍາໄຊ ໄດ້ສຶກສາອົບຮົມທ້າວ ໄມລ້ານ ຄົນເມືອງວຽງທອງ ອາຍຸ 30 ປີ ໃນມື້ວັນທີ 21 ກໍຣະກະດານີ້ ທີ່ຜູ້ກ່ຽວໄດ້ເວົ້າ ທາງເຟສບຸກ ທີ່ທາງການຖືວ່າຂັດຕໍ່ແນວທາງນະໂຍບາຍຂອງພັກ ແລະຣັຖ ພາຍຫລັງທີ່ຜູ້ກ່ຽວມີຄວາມເຫັນ ໃນແຈ້ງການຂອງໂຮງໝໍ ສູນກາງ  103  ຂອງກອງທັບ ຊຶ່ງມີເນື້ອໃນວ່າ ຫ້າມເອົາເງິນໃຫ້ແພດ-ໝໍ ໃນທຸກໍຣະນີ, ຫ້າມຈ່າຍເງິນຕ່າງໆເພີ່ມ ໂດຍທີ່ບໍ່ມີໃບບິລ (ໃບຮັບເງິນ) ຂອງໂຮງໝໍທີ່ຖືກຕ້ອງ.

ຂະນະທີ່ຫລາຍຄົນເຫັນວ່າ ທາງການລາວ ຄວນຕິດຕາມ, ກວດກາ, ສືບຫາຄວາມຈິງ ບໍ່ແມ່ນວ່າຈະໄປນໍາຕົວຜູ້ແຈ້ງເຫດ ມາສຶກສາອົບຮົມ ແລະຂໍໂທດສັງຄົມ ພໍພຽງແຕ່ໄດ້ເວົ້າເຖິງເຣື່ອງດັ່ງກ່າວ. ນອກຈາກນັ້ນ ກໍມີຫລາຍເຣື່ອງ ທີ່ຜູ້ແຈ້ງເຫດຖືກທາງການຕິດຕາມ ກ່າວເຕືອນ ແລະຖືກລົງໂທດມາຫລາຍແລ້ວ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.