ສາຍດ່ວນ ຫ້ອງວ່າການ ສູນກາງພັກ ບໍ່ໄດ້ຜົລ
2022.05.23
ຫ້ອງການຄະນະກວດກາສູນກາງພັກ ແລະ ອົງການກວດກາແຫ່ງຣັຖ ໄດ້ອອກແຈ້ງການ ຈະເປີດນຳໃຊ້ໂທຣະສັບສາຍດ່ວນ ໝາຍເລກ 1525 ຢ່າງເປັນທາງການ ເພື່ອຮັບຟັງຂໍ້ຄິດເຫັນ, ຄຳຮ້ອງ, ຄຳສເນີ, ຂໍ້ຂ້ອງໃຈ, ການຕຳນິຕິຊົມ ແລະ ບັນຫາອື່ນໆ ຕໍ່ກັບການຈັດຕັ້ງປະຕິບັດວຽກງານ ວິຊາສະເພາະຂອງພະນັກງານ-ສະມາຊິກພັກ ທົ່ວປະເທດ.
ແຈ້ງການດັ່ງກ່າວ ໄດ້ເຜີຍແຜ່ອອກລົງວັນທີ 27 ເມສາ 2022, ແຕ່ ປະຊາຊົນ ນັກທຸຣະກິຈ ແລະ ເຈົ້າໜ້າທີ່ຣັຖ ເອງກໍຍັງບໍ່ໝັ້ນໃຈວ່າ ການເປີດສາຍດ່ວນດັ່ງກ່າວ ຈະນຳໄປສູ່ການແກ້ໄຂບັນຫາ ທີ່ແທ້ຈິງ.
ປະຊາຊົນຊາວນະຄອນຫລວງວຽງຈັນ ທ່ານນຶ່ງ ໄດ້ກ່າວຕໍ່ວິທຍຸເອເຊັຽເສຣີວ່າ:
“ບໍ່ວ່າແຕ່ລະເທື່ອແຫຼ ເພິ່ນເປີດກອງປະຊຸມສະພາແຫ່ງຊາດ ກະເປີດສາຍດ່ວນຢູ່ ສ່ວນຫຼາຍຄົນນີ້ ບໍ່ຢາກໃຊ້ຍ້ອນຫຍັງ ກະຍ້ອນວ່າ ໂທສາຍດ່ວນໄປແລ້ວ ເພິ່ນກະບໍ່ພິຈາລະນາ ໃຫ້ຄຳຕອບອີ່ຫຍັງຫັ້ນນ່າ.
ປະຊາຊົນ ທ່ານນີ້ ກ່າວຕື່ມອີກວ່າ: ຄັນວ່າ ເພິ່ນເວົ້າແທ້ເຮັດແທ້ນຫັ້ນນ່າ ມັນກະເປັນການດີຢູ່ ຄັ້ນຖ້າວ່າ ມີຄົນໂທໄປແລ້ວ ຄັນຖ້າວ່າ ຕອບບັນຫາຂໍ້ຂ້ອງໃຈທີ່ປະຊາຊົນ ມັນເປັນແນວນັ້ນນ່າ ຫັ້ນນ່າ ເຣື່ອງສາຍດ່ວນນີ້ ໂທໄປບໍ່ເຫັນພິຈາລະນາເດ້ ເຣື່ອງຂອງມັນ.”
ຫຼາຍຄົນ ຈະໂທເຂົ້າ ເພື່ອສະແດງຄຳຄິດ ຄຳເຫັນ, ແຕ່ ບັນຫາກໍຄື ເຈົ້າໜ້າທີ່ກ່ຽວຂ້ອງ ຈະສາມາດແກ້ໄຂບັນຫາ ໄດ້ຫຼືບໍ່.
ປະຊາຊົນຢູ່ແຂວງພາກກາງທ່ານນຶ່ງ ໄດ້ກ່າວຕໍ່ວິທຍຸເອເຊັຽເສຣີ ວ່າ:
“ບໍ່ຮູ້ວ່າເຣື່ອງແກ້ໄຂ ມັນຊິແກ້ໄດ້ຫຼືບໍ່ ການສະແດງຄວາມຄິດ ຄວາມເຫັນ ຫຼາຍຄົນກະອາດຊິສະແດງ ປະຊາຊົນສາມາດທີ່ວ່າຮ້ອງທຸກໄດ້ຫັ້ນນ່າ ຖ້າວ່າມີລະດີ ຖ້າວ່າ ແກ້ບັນຫາໄດ້ກະດີ ຢາກໃຫ້ແກ້ບັນຫາໄດ້ຫັ້ນແຫຼະ.”
ທີ່ຜ່ານມາ ຣັຖບານ ກໍໄດ້ເປີດສາຍດ່ວນ ໃຫ້ປະຊາຊົນໂທເຂົ້າມາສະແດງຄຳຄິດ, ຄຳເຫັນ, ແຕ່ ປະຊາຊົນໂທໄປຫຼາຍຄັ້ງ ກໍບໍ່ມີຄົນຮັບສາຍ ຫຼື ບາງຄັ້ງກໍມີຄົນຮັບຢູ່ ແຕ່ ກໍບໍ່ມີຄົນຮັບສາຍເປັນປົກຕິ.
ເຖິງຢ່າງໃດກໍຕາມ, ບາງຄົນກໍເຫັນວ່າ ການເປີດສາຍດ່ວນ ມັນກໍເປັນຊ່ອງທາງນຶ່ງ ເພື່ອໃຫ້ປະຊາຊົນ ໄດ້ໂທເຂົ້າໄປສະແດງຄຳຄິດເຫັນ ໃນບັນຫາຕ່າງໆ ເພາະວ່າການກວດສອບ ບັນຫາທີ່ເກີດຂຶ້ນພາຍໃນອົງການຂອງຣັຖ ຕ້ອງເປີດໃຫ້ປະຊາຊົນມີສ່ວນຮ່ວມ.
ນັກທຸຣະກິຈ ທ່ານ ນຶ່ງໄດ້ກ່າວ ກ່າວຕໍ່ວິທຍຸເອເຊັຽເສຣີວ່າ:
“ໂທຫຼາຍເທື່ອ ແຕ່ເພິ່ນຮັບສາຍມີແຕ່ 3-4 ເທື່ອ ກາຍນັ້ນມີແຕ່ຕູດຕູດໆໆໆໆໆ ອັນສາຍດ່ວນ 1516 ແມ່ນໂທໄດ້ເທື່ອດຽວ ແຕ່ວ່າ ສາຍດ່ວນສະພາ ໃນເວລາປະຊຸມສະພາແມ່ນເພິ່ນຮັບ.”
ນັກທຸຣະກິຈທ່ານນີ້ ກ່າວຕື່ມອີກວ່າ:
“ການປາບປາມ ການສໍ້ຣາຊບັງຫຼວງ ການຄໍຣັບຊັ້ນ ເວົ້າພາສາຊາວບ້ານຄືວ່າ ການໂກງກິນບ້ານ ເຈົ້າບໍ່ໃຫ້ປະຊາຊົນມີສ່ວນຮ່ວມໃຫ້ເຈົ້າເຮັດໄປໂລດ ລ້ານປີເຈົ້າກະບໍ່ສຳເຣັດ ເພາະເຈົ້າບໍ່ແມ່ນຕາໝາກນັດ.”
ໃນເວລາ ເປີດກອງປະຊຸມສະພາແຫ່ງຊາດ ມີການເປີດສາຍດ່ວນ ສະພາແຫ່ງຊາດ ເພື່ອໃຫ້ປະຊາຊົນໂທເຂົ້າ, ມີການເປີດສາຍດ່ວນຣັຖບານ ເພື່ອໃຫ້ປະຊາຊົນໂທເຂົ້າ ແລະ ຄະນະກວດກາສູນກາງພັກ ກໍມີການເປີດສາຍດ່ວນ ໃຫ້ປະຊາຊົນໂທເຂົ້າ. ແຕ່ ພະນັກງານຂອງຣັຖດ້ວຍການເອງ ກໍບໍ່ແນ່ໃຈວ່າ ສາຍດ່ວນດັ່ງກ່າວ ຈະມີປະສິດທິພາບແນວໃດ ແລະ ເຮັດວຽກໄດ້ຫຼາຍຂນາດໃດ.
ເຈົ້າໜ້າທີ່ກ່ຽວຂ້ອງທ່ານນຶ່ງ ຜູ້ທີ່ບໍ່ປະສົງອອກຊື່ ແລະ ຕຳແໜ່ງ ໄດ້ກ່າວຕໍ່ວິທຍຸເອເຊັຽເສຣີ ວ່າ:
“ໂອ້ຍ ຢ່າໄປເວົ້ານຳສາຍດ່ວນ ບ້ານເຮົານ່າ ຫ້ອງການສູນການພັກຊິມີຫຍັງ ມີແຕ່ວ່າ ພາຣະບົດບາດຂອງຫ້ອງການ ສູນກາງພັກກະຣັຖບານແຈ້ງອອກພວກນີ້ ກະມີແຕ່ແປຄຳສັ່ງວ່າ ຈັດຕັ້ງປະຕິບັດໝົດທໍ່ນັ້ນ ແນວອື່ນກະບໍ່ມີລະ.”
ເຈົ້າໜ້າທີ່ທ່ານນີ້ ກ່າວຕື່ມອີກວ່າ:
“ເປັນແນວໃດ ແຕ່ສາຍດ່ວນຣັຖບານກະຍັງປິດ ເຈົ້າກະໂທເຂົ້າແມ້ປິດໝົດ ສາຍດ່ວນສະພາ ສາຍດ່ວນຣັຖບານປິດໝົດ ບໍ່ມີນ່າ ບໍ່ໄດ້ນ່າ ບໍ່ ບໍ່ໄດ້ດອກ ເຈົ້າລອງໂທເບິ່ງເດີ.”
ປະມານ 10 ປີຜ່ານມາ, ສະພາແຫ່ງຊາດເຄີຍຣາຍງານ ແລະ ເປີດເຜີຍ ວ່າ ມີຄົນໂທເຂົ້າສາຍດ່ວນສະພາແຫ່ງຊາດເກືອບ 300 ສາຍ ໃນເວລາທີ່ເປີດກອງປະຊຸມ ສະພາແຫ່ງຊາດ ເຊິ່ງບັນຫາສ່ວນຫຼາຍກ່ຽວພັນກັບຂໍ້ຂັດແຍ່ງທີ່ດິນ, ແຕ່ຕໍ່ມາ ກໍບໍ່ມີການເປີດເຜີຍຜົລ ຂອງການເປີດສາຍດ່ວນ.