ຊາວລາວລັງເລບໍ່ກ້າ ໂທ ສາຍດ່ວນ

ມະນີຈັນ
2017.05.03
f-gov ສໍານັກງານ ນາຍົກຣັຖມົນຕຣີ ທີ່ ນະຄອນຫຼວງວຽງຈັນ
screen captured you tube video

ປະຊາຊົນລາວຈໍານວນນຶ່ງ ຍັງບໍ່ກ້າຮ້ອງທຸກ ຜ່ານໜ່ວຍງານຂອງຣັຖ ແລະສາຍດ່ວນ ນາຍົກຣັຖມົນຕຣີ ໃນກໍຣະນີຖືກເຈົ້າໜ້າທີ່ ເອົາປຽບ ຫລືກະທໍາການ ສໍ້ຣາສບັງຫລວງ ຍ້ອນວ່າ ຣັຖບານ ຍັງບໍ່ມີກົລໄກ ຮັບປະກັນ ຄວາມປອດພັຍ ໃຫ້ຂະເຈົ້າ. ຕາມການເປີດເຜີຍ ຂອງປະ- ຊາຊົນ ຜູ້ບໍ່ປະສົງ ອອກຊື່ຕໍ່ RFA ໃນມື້ວັນທີ 3 ພຶສພາ ນີ້:

"ທີ່ເຮົາເປັນກັງວົນ ກໍຄືມັນຈະເຮັດໃຫ້ເຮົາ ຮູ້ສຶກບໍ່ປອດພັຍເນາະ ທີ່ຈະຣາຍງານ ບັນຫາຫັ້ນນ່າ ສາຍດ່ວນກໍແມ່ນຢູ່ ແຕ່ວ່າເຮົາບໍ່ແນ່ໃຈວ່າ ໂທໄປແລ້ວ ມັນຈະເກີດ ອີ່ຫຍັງຂຶ້ນບໍ່ ຫັ້ນນ່າ ຈະມີການ ລັກພາຕົວບໍ່ ຈັ່ງຊີ້ຫັ້ນນ່າ ມັນບໍ່ທັນມີ ໜ່ວຍງານໃດ ມາຈັດການຕົວນີ້ເທື່ອ ການ ໂທອາດຈະ ເປັນກົລໄກອັນນຶ່ງ ແຕ່ວ່າຍັງເປັນ ກົລໄກທີ່ວ່າ ບໍ່ທັນ ຮັບປະກັນ ເຖິງຄວາມປອດພັຍ ຖ້າຫາກວ່າ ທາງພາກຣັຖ ຢາກໃຫ້ ຊາວບ້ານ ມາເປັນຫູເປັນຕາໃຫ້ ພາກຣັຖ ຈະຕ້ອງມີ ຊ່ອງທາງ ຮັບປະກັນ ຄວາມປອດພັຍ".

ທ່ານເວົ້າວ່າການທີ່ຣັຖ ເປີດສາຍດ່ວນໃຫ້ຮ້ອງຮຽນ ບັນຫາຂັດຂ້ອງ ໂດຍກົງໄດ້ນັ້ນ ເປັນເຣື່ອງທີ່ ຂະເຈົ້າເຫັນດີນໍາ ແຕ່ທີ່ຜ່ານມາສ່ວນຫຼາຍ ຊາວບ້ານ ກ້າຮ້ອງຮຽນ ແຕ່ສະເພາະ ບັນຫາ ເຣື່ອງປາກທ້ອງ ຫລືຖນົນຫົນທາງ ບໍ່ດີ. ສ່ວນເຣື່ອງທີ່ວ່າ ຖືກເຈົ້າໜ້າທີ່ ຫລືອໍານາດທ້ອງຖິ່ນ ເອົາປຽບ ຕາມທີ່ຣັຖ ຢາກໃຫ້ເປັນຫູ ເປັນຕານັ້ນ ກໍຢາກແຈ້ງຢູ່ ແຕ່ຫາກຢ້ານ:

"ຊາວບ້ານກໍຮູ້ຫລາຍເນາະ ວ່າບັນຫາເຣື່ອງນີ້ເກີດຂຶ້ນ ແຕ່ອັນນີ້ກໍໄດ້ຍິນມາ ອີກຈັ່ງນຶ່ງເນາະ ເຮົາຮູ້ວ່າເອີ໊ ທ່ານນີ້ ນາມສະກຸລນີ້ ເຮັດອັນນີ້ ຢູ່ນີ້ ຫລືວ່າມີການ corruption ຢູ່ບ່ອນນີ້ ເວລາເຮົາຣາຍງານໄປປັບເນາະ ໂດຍທົ່ວໄປ ກໍຈະມີການ ໂທໄປຫາ ເອິເຈົ້າ ເຈົ້າເວົ້າຈັ່ງຊີ້ມັນ ບໍ່ແມ່ນບໍ່ ເຈົ້າເວົ້າຈັ່ງຊີ້ ມັນບໍ່ຖືກຕ້ອງ ມັນແຕະຕ້ອງ ເຖິງທ່ານນີ້ ເຖິງທ່ານນີ້ ຫັ້ນນະ ມັກຈະມີການຂູ່ ແບບນີ້ເກີດຂຶ້ນ ກໍເລີຍເຮັດໃຫ້ ປະຊາຊົນ ເຮົານີ້ມີຄວາມ ຢ້ານກົວ".

ແລະວ່າຫາກຣັຖ ມີມາຕການຮັບຮອງຄວາມປອດພັຍ ຕໍ່ເຣື່ອງນີ້ ຣັຖເອງກໍຄົງຮັບຮູ້ ໃນບັນຫາ ອີກຫລາຍຢ່າງ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.