ຊາວລາວບໍ່ແນ່ໃຈເຣື້ອງ ຄ່າໄຟຟ້າ

ໄຊຍາ
2020.06.29
F-Thongloun ທ່ານ ທອງລຸນ ສີສຸລິດ ນາຍົກຣັຖມົນຕຣີ ໄດ້ຂຶ້ນຊີ້ແຈງ ຫຼາຍບັນຫາສຳຄັນ ຕໍ່ບັນດາ ສະມາຊິກສະພາແຫ່ງຊາດ ຢູ່ໃນກອງປະຊຸມ ສມັຍສາມັນ ເທື່ອທີ 9 ຂອງ ສະພາແຫ່ງຊາດຊຸດທີ 8 ໃນວັນທີ 26 ມິຖຸນາ 2020
LNTV

ຊາວລາວບໍ່ມີຄວາມເຊື່ອໝັ້ນວ່າ ຄ່າກະແສໄຟຟ້າຈະຫລຸດຣາຄາລົງເຖິງວ່າ ທ່ານ ທອງລຸນ ສີສຸລິດ ນາຍົກຣັຖມົນຕຼີ ຈະອອກມາຊີ້ແຈງຕໍ່ ສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະພາ ເມື່ອອາທິດທີ່ຜ່ານມາ. ພ້ອມນີ້ໂຄສົກຣັຖບານ ຣັຖວິສາຫະກິດໄຟຟ້າລາວ ກໍໄດ້ອອກຊີ້ ແຈງຕໍ່ປະຊາຊົນ ແຕ່ກໍຍັງເຫັນວ່າການແກ້ໄຂ ຊັກຊ້າຫຼາຍຈົນເຮັດໃຫ້ປະຊາຊົນ ເຣີ້ມບໍ່ໝັ້ນໃຈວ່າ ຈະແກ້ໄຂໄດ້ບໍ່, ດັ່ງ ປະຊາຊົນແຂວງ ບໍຣິຄຳໄຊ ໄດ້ກ່າວຕໍ່ເອເຊັຽເສຣີ ໃນວັນທີ 29 ມິຖຸນາ ວ່າ:

"ກະຖ້າເບິ່ງກະຊິມີຄວາມຫວັງ ທ່ານນາຍົກ ກະເວົ້າອອກມາ ກະເບີ່ງນີ້ແຫຼະ ເບີ່ງໂຕຈິງເປັນໃດໄດ້ ກະຢາກໃຫ້ລົງຫັ້ນແຫຼະ ມັນແພງໂພດ ຫັ້ນນ່າ ຣາຄາໄຟບັກຫຼາຍໆ ເຫັນໂຕຈີງແລ້ວແມ່ນເຊື່ອ."

ຊາວແຂວງບໍຣິຄຳໄຊ ກ່າວຕື່ມວ່າ ຢາກໃຫ້ພາກສ່ວນກ່ຽວຂ້ອງ ເອົາໃຈໃສ່ແກ້ໄຂບັນຫາ ການຈົດກົງເຕີ້ ຜິດພາດ ອັນສົ່ງຜົລໃຫ້ຊາວບ້ານ ເສັຽຄ່າໄຟຟ້າ ແພງຫລາຍ.

ສ່ວນຊາວບ້ານຢູ່ແຂວງຄຳມ່ວນໄດ້ກ່າວວ່າ ຮູ້ສືກພໍໃຈທີ່ເຫັນທາງການລາວປະກາດວ່າກຳລັງແກ້ໄຂບັນຫາ ຫຼຸດຄ່າໄຟຟ້າລະກະຕິດຕາມ ຂ່າວຢູ່ຕລອດວ່າຈະເປັນຄວາມຈີງບໍ່.

"ເອີ່ເພີ່ນກຳລັງປັບຣາຄາໃໝ່ ພັກຣັຖເພີ່ນກາປັບປຸງແລ້ວ ເພີ່ນຄູນໂຕເລກຫັ້ນນ່າ ມັນກາຄູນຕາມຣະບົບຂອງມັນ ກະຍັງບໍ່ຮູ້ນໍາເພິ່ນ, ເພິ່ນ ກຳລັງປຶກສາຫາລືກັນຢູ່."

ສ່ວນຜູ້ປະກອບການຮ້ານອາຫານ ໃນນະຄອນຫລວງວຽງຈັນ ໃຫ້ຄວາມເຫັນວ່າ ບໍ່ຮູ້ສຶກວ່າ ເປັນເຣື່ອງໃໝ່ສຳຣັບ ການແກ້ໄຂປັບຣາຄາ ກະແສ ໄຟຟ້າ ເພາະຂແນງທຸຣະກິດ ບໍ່ໄດ້ຮັບຜົລປໂຍດ ຕໍ່ການປັບຣາຄາ ໃນກຸ່ມທີ່ຣັຖບານ ໄດ້ປະກາດອອກມານັ້ນ.

"ມັນກະຄືເກົ່າຫັ້ນແຫຼະສຳລັບ ພາກທຸຣະກິຈ ອັນນັ້ນເຂົາແກ້ໄຂເຣື້ອງປະຊາຊົນຊື່ໆ ໂຕພວກຄົວເຮືອນຊື່ໆ ສຳລັບເຮົາມັນບໍ່ໄດ້ຫຼຸດນ່າ ກ່ຽວກັບວິສາຫະກິຈ ມັນຄືເກົ່າ ອັນນັ້ນເຂົາຄົ້ນຄວ້າ ກ່ຽວກັບພວກຄົວເຮືອນ ຄົວເຮືອນມັນມີຣາຄາຖືກ ທຸຣະກິຈ ມັນຍັງຣາຄາເກົ່າ."

ໃນໄລຍະການດຳເນີນກອງປະຊຸມສມັຍສາມັນ ເທື່ອທີ 9 ຂອງສະພາ ແຫ່ງຊາດຊຸດທີ 8 ເມື່ອວັນທີ 25 ມິຖຸນາ ຜ່ານມາ ທ່ານ ທອງລຸນ ສີສຸດລິດ ນາຍົກຣັຖມົນຕຼີລາວ ໄດ້ກ່າວ ກ່ຽວກັບການແກ້ໄຂ ບັນຫາ ໄຟຟ້າ ຕໍ່ສະມາຊິກສະພາແຫ່ງຊາດ ຕອນນຶ່ງວ່າ: ຈະແກ້ໄຂປັບຫຼຸດ ຣາຄາກຸ່ມໃຊ້ໄຟຟ້າແຕ່ 151-461 ກິໂລວັດໂມງ.

"ເຮົາໄດ້ສເນີໃຫ້ປັບລົງ 50% ຕັ້ງແຕ່ 150 ຂື້ນເມືອຫາ 461 ແລະ ຕໍ່ໆໄປຫັ້ນ ໃຫ້ເປັນຣາຄາດຽວຄູນ 710 ບາດນີ້ມາສໍ້ໄປສໍ້ມາ ຂ້າພະເຈົ້າໄດ້ສັ່ງໃຫ້ກະ ຊວງພລັງງານບໍ່ແຮ່ ເຮັດຄຳສັ່ງໃຫ້ບໍຣິສັດ ໄຟຟ້າລາວ ດຳເນີນການກວດກາ ຖ້າຜູ້ໃດຜິດຜູ້ນັ້ນຖືກໂທດ ຖ້າເຮັດແນວນັ້ນຖືກໂລບແນວນັ້ນ ຈ່າຍເງິນຄືນໃຫ້ ປະຊາຊົນ ຜູ້ຖືກຜົລກະທົບ."

ເຖີງຢ່າງໃດກໍຕາມນັບແຕ່ມີການ ແຜ່ຣະບາດຂອງພຍາດໂຄວິດ-19 ກໍພໍດີຢູ່ໃນໄລຍະຣະ ດູຮ້ອນທັງທີ່ວ່າປະຊາຊົນ ບໍ່ມີຣາຍຮັບຈາກການ ປະຕິບັດມາຕການປ້ອງກັນພຍາດໂຄວິດ-19 ຂອງຣັຖບານປະກາດ ແຕ່ຄ່າໄຟຟ້າໃນເດືອນດັ່ງກ່າວ ພັດຣາຄາແພງເກີນ ປະຊາຊົນຮັບໄດ້. ຈື່ງເກີດມີການທັກທ້ວງ ຈາກປະຊາຊົນ ຜ່ານຊື່ສັງຄົມອອນລາຍ ຈົນກາຍເປັນປະເດັນ ຣະດັບຊາດ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.