7 ຕື້ກີບ ສ້າງອະນຸສາວະຣີ ທະຫານໂຊວຽດ ຫຼາຍຄົນງົງ

ຈໍາປາທອງ
2020.06.12
F-Laos-Russia ການພົວພັນຮ່ວມມື ສປປລາວ-ຣັຖເຊັຽ ຂຍາຍຕົວ
Public Domain

ກະຊວງປ້ອງກັນປະເທດ ສປປລາວ ຈະສ້າງອະນຸສາວະຣີ ນັກບິນທະຫານຂອງອາດີດສະຫະພາບໂຊວຽດ ທີ່ເສັຽຊີວິດໃນຣະຫວ່າງການ ປະຕິບັດພັນທະສາກົນ ໃນປະເທດລາວ ຢູ່ 2 ບ່ອນ ຄື ທີ່ນະຄອນຫຼວງ ວຽງຈັນ ແລະ ແຂວງຊຽງຂວາງ ໂດຍຈະໃຊ້ງົບປະມານ ຂອງ ກະຊວງປ້ອງກັນປະເທດ ໃນການກໍ່ສ້າງ 7 ຕື້ ປາຍກີບ ແຕ່ຊາວລາວຈໍານວນນຶ່ງ ບໍ່ເຫັນດີນໍາ ທີ່ຈະສ້າງໃນໄລຍະນີ້ ເພາະເຫັນວ່າຄວນ ຈະເອົາເງິນນັ້ນໄປຟື້ນຟູ ຊີວິດການເປັນຢູ່ ຂອງປະຊາຊົນ ແລະເສຖກິດພາຍໃນປະເທດຫຼາຍກວ່າ, ດັ່ງຊາວລາວທີ່ນະຄອນຫລວງວຽງຈັນ ທ່ານນຶ່ງ ກ່າວຕໍ່ວິທຍຸເອເຊັຍເສຣີໃນມື້ວັນທີ 11 ມິຖຸນາ ນີ້ວ່າ

“ມາເບິ່ງໄລຍະນີ້ ມັນກະບໍ່ແມ່ນໄລຍະທີ່ວ່າມັນອັນນັ້ນ ມີຢູ່ມີກິນເທື່ອ ປະຊາຊົນກໍາລັງຟື້ນຕົວ ເຣື່ອງການສ້າງອະນຸສາວະຣີນິເຮົາສ້າງຍາມ ໃດກະໄດ້ ແຕ່ວ່າດຽວນີ້ ຢາກໃຫ້ແກ້ເຣື່ອງບັນຫາ ຟື້ນຊີວິດຂອງ ປະຊາຊົນ.”

ທ່ານກ່າວຕື່ມວ່າ ໄລຍະນີ້ ຖືເປັນໄລຍະ ທີ່ປະຊາຊົນລາວ ຕ້ອງການຟື້ນໂຕ ທັງສະພາບຈິດໃຈ ແລະການເປັນຢູ່ ຫລັງຈາກທີ່ໄດ້ຮັບຜົລກະ ທົບຈາກການຣະບາດຂອງເຊື້ອພຍາດໂຄວິດ-19 ມາໄດ້ເກືອບ 4 ເດືອນ ແລະ ພາກຣັຖຄວນແກ້ໄຂບັນຫາໃນຈຸດນີ້ກ່ອນ, ຫາກສະພາບ ເສຖກິດຟື້ນໂຕ, ປະເທດມີຣາຍຮັບ, ປະຊາຊົນມີຢູ່ມີກິນ ແລ້ວຈຶ່ງຄ່ອຍສ້າງ ດີກວ່າຈະສ້າງໃນຕອນນີ້.

ຊາວນະຄອນຫຼວງວຽງຈັນ ອີກທ່ານນຶ່ງກໍກ່າວໃນມື້ດຽວກັນນີ້ວ່າ ກະຊວງປ້ອງກັນປະເທດ ຄວນຈະເອົາເງິນທັງໝົດທີ່ວ່ານັ້ນ ໄປບໍຣິຫານ ຈັດການ ໃນການເບີກຈ່າຍເງິນເດືອນ ໃຫ້ທະຫານຈໍານວນນຶ່ງ ທີ່ ຍັງບໍ່ທັນໄດ້ຮັບເງິນເດືອນນັ້ນ ຈະດີກວ່າຈະເອົາໄປສ້າງ ອະນຸສາວະຣີ ນັ້ນ, ດັ່ງທີ່ທ່ານກ່າວວ່າ:

“ທະຫານ ຕໍາຣວດ ບໍ່ໄດ້ຮັບເງິນເດືອນມາ 3-4 ເດືອນແລ້ວ ແຕ່ໂຄວິດເກີດພີ້ ສິໄປສ້າງຈັ່ງໃດ ມັນບໍ່ໄດ້ແລ້ວ ທະຫານສິໄປຍອມເບາະ ຈ່າຍເງິນເດືອນໃຫ້ເຂົາແມ໋.”

ຢູ່ແຂວງຊຽງຂວາງ ປະຊາຊົນລາວຜູ້ນຶ່ງ ກໍກ່າວຕໍ່ວິທຍຸເອເຊັຍເສຣີ ໃນມື້ວັນທີ 11 ມິຖຸນານີ້ວ່າ ມັນເປັນເຣຶ່ອງປົກກະຕິ ທີ່ປະຊາຊົນຈະເຫັນ ດີຫລືບໍ່ເຫັນດີນໍາ ແຕ່ບາດສຸດທ້າຍ ກະເປັນເຣຶ່ອງຂອງກະຊວງ ປ້ອງກັນປະເທດ ທີ່ຕັດສິນໃຈ. ແຕ່ສ່ວນໂຕແລ້ວ ຄິດວ່າ ໜ້າຈະບໍ່ມີບັນຫາ ດັ່ງທີ່ທ່ານກ່າວວ່າ:

“ກະບໍ່ໄດ້ວ່າແນວໃດເນາະ ມັນກະເຣື່ອງຂອງຂະເຈົ້າຫັ້ນນະ ກະສິບໍ່ບັນຫາດອກ ຫລືວ່າມັນບໍ່ສະດວກ ບໍ່ຫລືວ່າອັນໃດ ກະສິມີຫັ້ນແລ້ວເນາະ ຜູ້ເວົ້າຫຍັງຫັ້ນນ່າ.”

ແລະເຈົ້າໜ້າທີ່ທ້ອງຖິ່ນ ຢູ່ແຂວງຊຽງຂວາງ ທ່ານນຶ່ງກໍກ່າວໃນມື້ດຽວກັນນີ້ວ່າ ເຖິງຈະສ້າງອະນຸສາວະຣີ ຢູ່ແຂວງນີ້ ແຕ່ສິດໃນການອະນຸມັດ ໃຊ້ພື້ນທີ່ສ້າງ ແລະການສ້າງນັ້ນ ກໍແມ່ນຂຶ້ນກັບຣັຖບານ:

“ໂຕນີ້ມັນກະອີງໃສ່ ອັນນັ້ນກັບຣັຖບານ ແຂວງບໍ່ມີສິດອະນຸຍາດ ຣັຖບານ ວ່າມັນເໝາະ ໂຕໃດເໝາະສົມໂຕນັ້ນທໍາ.”

ກ່ຽວກັບເຣຶ່ອງທີ່ວ່ານີ້ ເຈົ້າໜ້າທີ່ກະຊວງປ້ອງກັນ ປະເທດທ່ານນຶ່ງ ທີ່ຂໍສະຫງວນຊື່ແລະສຽງ ກ່າວຕໍ່ວິທຍຸເອເຊັຍເສຣີໃນມື້ວັນທີ 11 ມິຖຸນາ ນີ້ວ່າ:

“ໂຄງການເຊັນສັນຍາຮັບໄປແລ້ວ ກະຍັງປຶກສາກັນຢູ່ ວ່າຈະສ້າງໃນນະຄອນຫລວງນີ້ແຫລະ ແຕ່ວ່າສິສ້າງບ່ອນໃດສິເໝາະສົມ ເພິ່ນຍັງບໍ່ ທັນອັນນັ້ນເທື່ອ ແຕ່ທຸກຢ່າງ ກອງທັບຮັບຜິດຊອບ ເພິ່ນຈັດຕັ້ງຄະນະ ກັມການແລ້ວຮຽບຮ້ອຍແລ້ວ ເພິ່ນຈະຖແລງອີກເທື່ອນຶ່ງວ່າເຮັດ ຢູ່ໃສ.”

ອີງຕາມຣາຍງານຂອງໜັງສືພິມ ກອງທັບປະຊາຊົນລາວ ວັນທີ 7 ມິຖຸນານີ້, ໂຄງການກໍ່ສ້າງອະນຸສາວະຣີ ນັກບິນທະຫານ ຂອງອາດີດ ສະຫະພາບໂຊວຽດ ໃນນະຄອນຫລວງວຽງຈັນ ແລະ ແຂວງຊຽງຂວາງ ເພື່ອເປັນຂອງຂັວນ ໃນມື້ສລອງວັນສ້າງຕັ້ງ ສາຍພົວພັນທາງ ດ້ານການທູດ ຣະຫວ່າງ ລາວ-ຣັດເຊັຍ ຄົບຮອບ 60 ປີ ວັນທີ 7 ຕຸລາ.

ໂຄງການກໍ່ສ້າງທີ່ວ່ານີ້ ກະຊວງປ້ອງກັນປະເທດ ຈະເປັນຜູ້ຮັບຜິດຊອບທັງໝົດ ໂດຍມີບໍຣິສັດ ສຸພັດທອນ ທີ່ປຶກສາ ແລະ ບໍຣິການຄົບ ວົງຈອນ SCS ເປັນຜູ້ຮັບເໝົາກໍ່ສ້າງ ຊຶ່ງຈະໃຊ້ເວລາກໍ່ສ້າງ 5 ເດືອນ ນັບຕັ້ງແຕ່ມື້ເຊັນສັນຍາ ເປັນຕົ້ນໄປ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.