ທາງການລາວສົ່ງຄົນຈີນ 200 ຄົນ ກັບປະເທດ
2020.11.05

ໃນວັນທີ 3 ພຶສຈິກາ ປີ 2020 ເຈົ້າໜ້າທີ່ ປກສ ແຂວງຫລວງນ້ຳທາ ສົ່ງຄົນຈີນ ຈຳນວນ 200 ຄົນ ກັບຄືນປະເທດ ຍ້ອນວ່າເຂົາເຈົ້າເຂົ້າ ມາປະເທດລາວ ໂດຍບໍ່ມີ ເອກກະສານ ຕາມການອະນຸຍາດ ເຂົ້າລາວ ໃນໄລຍະການເຝົ້າລະວັງ ການແຜ່ລະບາດຂອງ ໂຄວິດ19. ເຈົ້າໜ້າທີ່ຄະນະສະເພາະກິດ ປະຈຳດ່ານສາກົນບໍ່ເຕັນ ໄດ້ກ່າວຕໍ່ເອເຊັຽເສຣີ ໃນວັນທີ 4 ພືສຈິກາ ວ່າ:
"ຄົນເຂົ້າມາ ເຂົ້າມາເວົ້າວ່າ ບໍ່ມີບັດມີໃບ ເຂົ້າມາຊິແມ່ນແນວນັ້ນ ແລ້ວຄັນບໍ່ມີມັນເປັນໄປບໍ່ໄດ້ ຢູ່ແລ້ວ ກ່ອນຊິເຂົ້າມາ ຂະເຈົ້າຕ້ອງໄດ້ກັກ ຕົວກວດໂຄວິດ ມັນເປັນຜົນລົບເຂົາຈຶ່ງສົ່ງເຂົ້າມາ ຫາເຮົາເນາະ ບໍ່ມີເອກກະສານ ຮູ້ວ່າ ມັນເຂົ້າບໍ່ໄດ້ ແນ່ນອນຈັກຊິເຂົ້າແນວໃດ ບໍ່ມີໃບ ອະນຸຍາດ."
ເຈົ້າໜ້າທີ່ທ່ານນີ້ ກ່າວວ່າ ສຳລັບ ຄົນຈີນ 200 ຄົນ ນັ້ນບໍ່ຮູ້ວ່າ ເຂົາເຈົ້າເຂົ້າມາລາວ ມີຈຸດປະສົງຫຍັງ ຍ້ອນວ່າ ບໍ່ໄດ້ສຳພາດເຂົາເຈົ້າຢ່າງ ລະອຽດ ແຕ່ຄາດວ່າ ເຂົາເຈົ້າຈະເຂົ້າມາທ່ອງທ່ຽວ ແລະ ເຂົ້າມາ ເຮັດວຽກ, ຊຶ່ງຕາມຫຼັກການແລ້ວ ຖ້າຊາວຈີນ ຈະເຂົ້າມາປະເທດລາວ ແທ້ໆໄລຍະນີ້ ກ່ອນອື່ນ ຜູ້ທີ່ຈະເຂົ້າມາລາວ ຕ້ອງໄດ້ເຮັດໃບສະເໜີໄປຫາກົງສຸນຈີນ ຫຼື ກະຊວງການຕ່າງປະເທດລາວ ຫຼັງຈາກນັ້ນ ຈະມີການເຮັດໃບອະນຸຍາດໃຫ້ ໂດຍຜ່ານກົມສັນຕິບານ.
ນອກຈາກນີ້ ຄົນຈີນທີ່ຂໍເຂົ້າມາ ຕ້ອງມີເອກກະສານອື່ນໆ ເປັນຕົ້ນໃບຈອງ ໂຮງແຮມ-ເຮືອນພັກ ຈິ່ງຈະໄດ້ຮັບອະນຸຍາດ ໃຫ້ເຂົ້າມາໄດ້ ແຕ່ຕ້ອງກັກຕົວອີກ 14 ວັນ ຢູ່ສະຖານທີ່ທາງການລາວ ໄດ້ກຳນົດໃຫ້ ສ່ວນວ່າ ໂຄງການຕ່າງໆ ຂອງນັກລົງທຶນຈີນ ທີ່ເຂົ້າມາລົງທຶນ ໃນລາວ ທີ່ມີຄວາມປະສົງຢາກນຳຄົນຈີນເຂົ້າມານັ້ນ ບໍຣິສັດຕົ້ນສັງກັດ ຕ້ອງຢືນໃບສະເໜີຫາຣັຖບານຈີນ ເພື່ອໃຫ້ຣັຖບານຈີນ ສົ່ງລາຍຊື່ ຄົນງານ ມາໃຫ້ທາງການລາວ ແລ້ວທາງການລາວຈະອອກ ໃບອະນຸຍາດ ໃຫ້ຄົນງານຈີນເຂົ້າມາລາວໄດ້.
ເອເຊັຽເສຣີ ໄດ້ຕິດຕໍ່ຫາເຈົ້າໜ້າທີ່ ປະຈໍາດ່ານສາກົນບໍ່ເຕັນ ແຕ່ເຈົ້າໜ້າທີ່ບອກວ່າ ບໍ່ຮູ້ຣາຍລະອຽດກ່ຽວກັບ ຄົນຈີນ 200 ຄົນ ທີ່ຖືກສົ່ງ ກັບຄືນປະເທດຈີນ. ທາງດ້ານເຈົ້າໜ້າທີ່ຕຳຣວດ ປະຈຳຢູ່ເຂດເສຖກິດພິເສດ ບໍ່ເຕັນ ກ່າວວ່າ ໄລຍະທີ່ຜ້ານມາ ກໍມີຄົນຈີນລັກລອບເຂົ້າມາ ປະເທດລາວ:
"ຊ້ວງໄລຍະກ່ອນໆ ກະມີເລັກໆໜ້ອຍໆ ກ່ອນລະບາດຫັ້ນນະ ເພິ່ນລັກເຂົ້າມາແລ້ວສົ່ງກັບ ຊ້ວງໄລຍະນີ້ບໍ່ມີ."
ຊາວບ້ານມີຄວາມກັງວົນໃຈ ຫຼັງຈາກຮູ້ຂ່າວວ່າ ມີຄົນຈີນເຂົ້າມາໃນລາວ ແບບບໍ່ມີເອກກະສານ ແລະ ບໍ່ໄດ້ຜ່ານການກັກຕົວໃດໆ ແລະ ຢາກໃຫ້ພາກສ່ວນກ່ຽວຂ້ອງ ເພີ່ມ ມາຕການສະກັດກັ້ນ ເຂັ້ມງວດຂຶ້ນ, ຊາວລາວແຂວງຫລວງນ້ຳທາ ໄດ້ກ່າວວ່າ:
"ຄັນຂະເຈົ້າລັກມາ ບໍ່ມີບັດມີໃບ ກໍຢ້ານຄືກັນຫັ້ນແລ້ວ ຄັນເພິ່ນມາທາງການ ເພິ່ນກໍກັກຕົວເລກ ເພິ່ນຈັ່ງປ່ອຍມາ ບໍ່ຢ້ານຫຍັງ ຄົນໄທຍ ກະຄືກັນ ຄົນລາວຄືກັນ ໃຜອິຫຍັງຄືກັນ ຄັນເພິ່ນກັກຕົວ ແລ້ວມາ ເຮົາກະບໍ່ຢ້ານ ຫຍັງດອກ."
ໃນຂນະດຽກັນ ຜູ້ປະກອບການເຮືອນພັກແຫ່ງນຶ່ງ ຢູ່ແຂວງຫລວງນ້ຳທາ ກໍມີຄວາມຮູ້ສຶກຢ້ານທີ່ຄົນຈີນ ຍັງສວຍໂອກາດເຂົ້າໃນແຂວງ ແບບ ບໍ່ຖືກຕ້ອງ ຍ້ອນຢ້ານພວກຂະເຈົ້ານຳເຊື້ອໂຄວິດ ເຂົ້າມາ ໃນຂນະທີ່ ເຮືອນພັກຍັງບໍ່ມີຄວາມພ້ອມ ທີ່ຈະຮອງຮັບຄົນຈີນເທື່ອ:
"ຢ້ານໂອ ໂຄວິດ ໂອ ເພາະວ່າ ບ້ານພັກເຮົາແມ່ນບໍ່ຮັບເລີຍຄົນຈີນນະ ເຂົ້າມາພົວພັນຕະຫຼອດ ພວກຊິມາພັກໂຄວິດ ແມ່ນຫຍັງຫັ້ນເນາະ ເຂົາຊິມາກັກຕົວ 14 ມື້ ແມ່ນຫຍັງຫັ້ນເດ້ ແຕ່ວ່າເຮົາແມ່ນບໍ່ຮັບ ເລີຍມາໃຫ້ເທົ່າໃດກະບໍ່ເອົາ."
ເອເຊັຽເສຣີ ໄດ້ຕິດຕໍ່ຫາສະຖານທູດຈີນ ປະຈຳລາວ ເພື່ອຖາມຂໍ້ມູນເພີ່ມເຕີມ ແຕ່ເຈົ້າໜ້າທີ່ ປະຈຳສະຖານທູດຈີນ ຊີ້ແຈງວ່າ ຍັງບໍ່ທັນໄດ້ ຮັບຣາຍງານດັ່ງກ່າວ ແລະ ບໍ່ສາມາດອອກຄຳເຫັນໃດໆໄດ້.
ການສົ່ງຄົນຈີນຈຳນວນ 200 ຄົນ ເກີດຂຶ້ນໃນວັນທີ 3 ພືສຈິກາ ຫລັງຈາກ ທາງການລາວ ອະນຸຍາດເປີດນໍາໃຊ້ ຊ່ອງທາງສີຂຽວ ຫຼື Fast Track ໃນທ້າຍເດືອນຕຸລາ ທີ່ຜ່ານມາ ໃຫ້ສະເພາະພົລເມືອງຈີນ ທຸກສາຂາ ອາຊີບ ເຊັ່ນ: ກັມມະກອນ, ນັກທ່ອງທ່ຽວ, ນັກສຶກສາ, ນັກທຸຣະກິຈ ທີ່ເດີນທາງມາຈາກ ສປ.ຈີນ ໃນສະເພາະແຂວງ ທີ່ໝົດການແຜ່ຣະບາດ ຂອງໂຄວິດ-19 ເຂົ້າມາອາໃສຢູ່ລາວໄດ້, ຄົນຈີນ ທີ່ເຂົ້າມາຈາກ ສປ.ຈີນ ນັ້ນ ຈະຕ້ອງກັກໂຕຢູ່ຈີນກ່ອນ 14 ວັນ ພ້ອມທັງຕ້ອງມີໃບຢັ້ງຢືນ ຈາກແພດ ວ່າບໍ່ມີເຊື້ອໂຄວິດ-19 ແລ້ວ ກໍສາມາດ ຊື້ປີຍົນມາ ສປປ ລາວໄດ້.
ນອກຈາກນັ້ນຍັງໃຊ້ເວລາໜ້ອຍລົງ ໃນການກັກບໍຣິເວນຢູ່ລາວ ຄືພຽງແຕ່ 48 ຊົ່ວໂມງ ແລະສາມາດກັກໂຕ ຢູ່ສະຖານທີ່ຂອງໂຕເອງໃຫ້ຄົບ 48 ຊົ່ວໂມງ ແທນການກັກໂຕ 14 ມື້ ຕາມສະຖານທີ່ກັກຕົວ ແລະ ໂຮງແຮມ ທີ່ທາງການລາວ ກໍານົດໄວ້.
ກ່ອນໜ້ານີ້ເຄີຍເກີດເຫດການ ຄົນຈີນພຍາຍາມລັກລອບເຂົ້າມາປະເທດລາວ ແລ້ວຖືກເຈົ້າໜ້າທີ່ ລາວ ຈັບແລະສົ່ງຕົວໃຫ້ເຈົ້າໜ້າທີ່ ຈີນ.
ໃນວັນທີ 20 ກໍຣະກະດາ 2020 ທາງການລາວ ໄດ້ສົ່ງຄົນຈີນ 34 ຄົນ ກັບຄືນປະເທດຈີນ ຫລັງຈາກເຂົາເຈົ້າ ໄດ້ພາກັນລັກລອບ ເຂົ້າມາລາວ ຜ່ານທາງດ່ານສາກົນລາວຕຸຍ - ດ່ານເມືອງຄຳ ເມືອງຍອດອຸ ແຂວງຜົ້ງສາລີ.
ໃນວັນທີ 1 ກໍຣະກະດາ 2020, ເຈົ້າໜ້າທີ່ຕຳຣວດ ແຂວງບໍ່ແກ້ວ ໄດ້ສົ່ງຄົນຈີນ 19 ຄົນ ທີ່ລັກລອບເຂົ້າມາທາງແຂວງບໍ່ແກ້ວ ໃຫ້ ທາງການຈີນ.
ນອກຈາກນີ້ ໃນເດືອນພຶສພາ 2020 ທີ່ຜ່ານມາ ທາງການແຂວງບໍ່ແກ້ວ ຍັງໄດ້ສົ່ງຄົນງານຈີນ ແລະ ນັກທ່ອງທ່ຽວຈີນ ທີ່ຕົກຄ້າງຢູ່ເຂດ ເສຖກິດ ພິເສດ ສາມຫລ່ຽມຄຳ ປະມານ 300 ຄົນ ກັບຄືນປະເທດ ກັບຄືນປະເທດຈີນ ພ້ອມທັງສົ່ງຄົນງານ ພະມ້າ ອີກຈຳນວນ 125 ຄົນ ທີ່ຕົກຄ້າງຢູ່ໃນເຂດດັ່ງກ່າວ ໃຫ້ທາງການພະມ້າ ນຳດ້ວຍ ຕາມມາຕການປ້ອງກັນ ການແຜ່ລະບາດຂອງໂຄວິດ19.