ຊາວລາວດີໃຈໄດ້ອອກ ທໍາມາ ຫາກິນ
2020.05.18
ປະຊາຊົນລາວຫລາຍຄົນ ຮູ້ສຶກດີໃຈ ທີ່ສາມາດເດີນທາງ ຣະຫວ່າງ ແຂວງຕໍ່ແຂວງໄດ້ ພາຍຫລັງທີ່ ຣັຖບານເປີດໃຫ້ຣົດໂດຍສານແລ່ນ ຜ່ານແຂວງໄດ້ ແລະຜ່ອນຜັນມາຕການອື່ນອີກຫລາຍຢ່າງ ຕັ້ງແຕ່ມື້ ວັນທີ 18 ພຶສພາ ໄປຈົນກວ່າຈະມີແຈ້ງການອອກມາໃໝ່.
ປະຊາຊົນຈໍານວນນຶ່ງ ສາມາດເດີນທາງໄປຢາມຄອບຄົວ, ໄປທ່ຽວຕາມທີ່ພວກຕົນຕັ້ງໃຈ ເອົາໄວ້ນັ້ນໄດ້, ບໍ່ໄດ້ກັກຕົວຢູ່ເຮືອນ ແລະສິ່ງ ສໍາຄັນກໍແມ່ນໄດ້ທໍາມາຫາກິນ ຄ້າຂາຍ ໄປມາຣະຫວ່າງ ແຂວງຕໍ່ແຂວງ ສະດວກ, ອີງຕາມຄໍາເວົ້າຂອງປະຊາຊົນ ທ່ານນຶ່ງຕໍ່ RFA ໃນມື້ວັນທີ 18 ພຶສພາ ນີ້:
“ເພິ່ນເປີດໃນປະເທດເຮົາ ກະດີລະນໍ໊ ຖ້າເພິ່ນບໍ່ທັນໄດ້ປ່ອຍ ໃຫ້ຄົນຕ່າງປະເທດເຂົ້າມາ ມັນກະອັນຕະຣາຍມັນກະສ່ຽງ ທໍາມາຄ້າຂາຍ ຫາກິນ ໄຄແນ່ກວ່າເກົ່າຢູ່ຫັ້ນລະ ດີກວ່າຊ່ວງທີ່ຜ່ານມາແຫຼະກະດີໃຈລະ ເນາະ ຄ້າຂາຍໄດ້ເງິນ ມັນກະດ້ານຈິດໃຈ ມັນກະຄຶກຄັກຂຶ້ນ ໜ້ອຍນຶ່ງ ຄ່ອຍເປັນຄ່ອຍໄປ ກະດີເດ໋ລະ ບໍ່ກັກກັນ ກະປ່ອຍໄປຕາມແຂວງ.”
ແລະຄົນຂັບຣົດແທັກຊີຜູ້ນຶ່ງ ກໍເວົ້າວ່າດີໃຈຫຼາຍ ທີ່ຣັຖບານເປີດໃຫ້ ເດີນທາງຂ້າມໄປແຂວງຕໍ່ແຂວງ ຢູ່ພາຍໃນປະເທດໄດ້ ແລະວ່າຕົນເອງ ກໍຢາກທໍາມາຫາກິນ ມີຣາຍໄດ້ ໃນຂນະທີ່ຜູ້ຄົນເລີ່ມເດີນທາງ ດ້ວຍຣົດໂດຍສານກັນແລ້ວ:
“ຂະເຈົ້າກະເປີດແຫຼະ ແລ່ນເປີດແລ້ວມາແຕ່ໃຕ້-ເໜືອ ເລີ່ມມາແລ້ວເດ໊ ເຂົ້າວຽກເຂົ້າງານ ໝົດແລ້ວເດ໊ ຈະໄປໃສກໍໄດ້ ທຽວໄປທຽວມາໄດ້ ກະດີຂຶ້ນຫັ້ນແຫລະ ເຮັດວຽກເຮັດງານ ແຕ່ລະມື້ກະສິຕາຍ ແລ້ວເດ໊ ບໍ່ມີເງິນ ກັມກອນ ວຽກກໍ່ສ້າງຫຍັງ ເຂົາກໍເລີ່ມຮັບເໝົາກັນ.”
ຊາວສວນຜູ້ນຶ່ງ ເວົ້າວ່າ ຫລັງຈາກປິດບ້ານ ປິດເມືອງມາດົນເປັນເດືອນໆ ຣັຖບານແຈ້ງໃຫ້ເປີດເມືອງ ເປີດແຂວງຄືນ ຕົນດີໃຈຫຼາຍ ທີ່ຈະ ໄດ້ໄປຫາຍາດພີ່ນ້ອງ ຢູ່ຕ່າງແຂວງ:
“ມັນກະດີໃຈນີ້ວະ ຜ່ານມາມັນກະໄດ້ຢູ່ບ່ອນເກົ່າເນາະ ໄປມາທາງໃດກໍບໍ່ສະດວກສະບາຍ ຫັ້ນນະ ການຢູ່ການກິນລໍາບາກ ດຽວນີ້ເພິ່ນເປີດ ກະດີໃຈຫຼາຍຫັ້ນແຫຼະ ໄດ້ແອ່ວຫາພີ່ຫານ້ອງເນາະ ແຂວງຕໍ່ແຂວງ ນີ້ແຫລະ.”
ເຈົ້າໜ້າທີ່ຣົດໂດຍສານ ນະຄອນຫລວງວຽງຈັນ-ສາຍໃຕ້ ເວົ້າວ່າ ປະຊາຊົນກໍເລີ່ມເດີນ ທາງແດ່ແລ້ວ ແຕ່ຍັງບໍ່ຫລາຍ ຊຶ່ງທາງຂົນສົ່ງໄດ້ມີ ມາຕການ ໃຫ້ຜູ້ໂດຍສານນັ່ງໃນຣົດ ຫ່າງກັນ 1 ແມັດ, ລ້າງມື, ແທກ ອຸນຫະພູມຮ່າງກາຍ, ແນະນໍາຜູ້ໂດຍສານ ໃຫ້ໃສ່ຜ້າອັດປາກອັດດັງ:
“ຜູ້ໂດຍສານກະໄປມາ ປົກກະຕິກະບໍ່ຫຼາຍ ບໍ່ໜ້ອຍພໍດີພໍງາມ. ເຮົາຕັ້ງຈຸດກວດ ມີພະນັກງານກວດ 5 ຄົນພຸ້ນເດ໊ ກວດໄຂ້ ມີຜ້າປິດປາກ ໃຫ້ຄົບໝົດ ຈັ່ງໄດ້ຂຶ້ນຣົດເດ໊ ຮັກສາໄລຍະຫ່າງ ຣົດໃສ່ໄດ້ 45 ຄົນກໍໃສ່ໄດ້ແຕ່ 20 ຄົນ ຣົດ 20 ຄົນໃສ່ໄດ້ 10 ຄົນ.”
ແລະເຈົ້າໜ້າທີ່ຣົດໂດຍສານສາຍເໜືອ ກໍເວົ້າວ່າວັນທີ 18 ພຶສພາ ເຖິງແມ່ນທາງການເພິ່ນເປີດໃຫ້ແລ່ນຣົດເປັນມື້ທໍາອິດ ແຕ່ກໍມີປະຊາຊົນ ເລີ່ມຂີ່ຣົດໂດຍສານສາຍເໜືອແລ້ວ. ຣົດໂດຍສານຄັນໃຫຍ່ ແຕ່ກ່ອນນັ່ງໄດ້ 45 ຄົນ, ແຕ່ມາດຽວນີ້ໃຫ້ນັ່ງ 25 ຄົນ ແລະຜູ້ໂດຍສານຕ້ອງ ໄດ້ຜ່ານການແທກ ອຸນຫະພູມຮ່າງກາຍ ແລະມີຜ້າອັດປາກອັດດັງ ເພື່ອປ້ອງກັນໂຄວິດ-19:
“ໂອ໊ກໍມີເດ໊ ເລີ່ມມີຫຼາຍຄົນ ໂຕນີ້ກະຣົດເຮົາບໍ່ໄດ້ຂາຍເຕັມ ກໍໄດ້ເວັນໄລຍະຫ່າງ ກ່ອນຈະເຂົ້າຄິວວັດແທກອຸນຫະພູມ ຜູ້ໃດບໍ່ຜ່ານກໍບໍ່ໄດ້ໄປ ເວລາໄປເຮົາຕ້ອງມີຜ້າອັດປາກອັດດັງ ມີອຸປກອນທີ່ວ່າ ເອົາປ້ອງກັນ ຣົດໃຫຍ່ຊໍາເໜືອ 24-25 ຄົນເພາະວ່າໄປ ແຕ່ລະຄົນຕ້ອງນັ່ງ ຫ່າງກັນ.”
ເຈົ້າໜ້າທີ່ສະເພາະກິດ ທີ່ກ່ຽວຂ້ອງທ່ານນຶ່ງ ກ່າວວ່າ ທາງຣັຖບານ ເປີດພຽງແຕ່ພາຍໃນປະເທດເທົ່ານັ້ນ ຍັງບໍ່ເປີດໃຫ້ນັກທ່ອງທ່ຽວ ຫຼືຄົນ ຕ່າງປະເທດ ທີ່ບໍ່ຈໍາເປັນເຂົ້າມາ, ຍັງໃຊ້ມາຕການປ້ອງກັນຄືເກົ່າຢູ່ ບໍ່ໃຫ້ມີການຊຸມນຸມ ງານດອງ ງານລ້ຽງ:
“ດຽວນີ້ວັນທີ 18 ຮອດວັນທີ 1 ເດືອນ 6 ຈະບໍ່ມີດ່ານຣະຫວ່າງແຂວງຕໍ່ແຂວງ ແລະກໍຍັງໃຊ້ມາຕການ ຢູ່ບ່ອນວ່າຕ້ອງໄດ້ເຊັກອຸນຫະພູມ ຕ້ອງໄດ້ໃສ່ຜ້າອັດປາກ ຊຸມນຸມຫລາຍຄົນບໍ່ ງານດອງ ງານລ້ຽງ ບໍ່ເຮັດຮອດ ວັນທີ 1 ເດືອນ 6 ຖ້າບໍ່ມີກໍຣະນີ ເພີ່ມຂຶ້ນຢູ່ປະເທດລາວ ກໍອາຈແມ່ນປົກຕິເລີຍເນາະ.”
ມາຕການຜ່ອນຜັນ ທີ່ຫ້ອງວ່າການສໍານັກງານນາ ຍົກຣັຖມົນຕຣີ ວາງອອກໃນແຈ້ງການ ທີ່ວ່າໃຫ້ຈັດຕັ້ງປະຕິບັດ ໃນໄລຍະແຕ່ວັນທີ 18 ພຶສພາ ຫາ ວັນທີ 1 ມິຖຸນາ ນັ້ນມີຫລາຍຢ່າງຮວມທັງ ອະນຸຍາດໃຫ້ ປະຊາຊົນທຸກຄົນ ເດີນທາງໄປມາຢູ່ພາຍໃນປະເທດໄດ້, ໃຫ້ເປີດ ບໍຣິການ ຂົນສົ່ງທາງບົກ, ທາງນໍ້າ ແລະ ທາງອາກາດໄດ້, ໃຫ້ເປີດກິຈການຕ່າງໆ ດັ່ງທີ່ໄດ້ບົ່ງໄວ້ໃນແຈ້ງການ.
ອະນຸຍາດໃຫ້ພະນັກງານ-ຣັຖກອນ ໄປເຮັດວຽກເປັນປົກກະຕິ, ໃຫ້ຄົນງານໄປເຮັດວຽກ ແລະນັກສຶກສາ ໄປຮຽນຕ່າງປະເທດ ໄດ້ແຕ່ຕ້ອງໄດ້ ປະຕິບັດຕາມ ຣະບຽບການຂອງປະເທດ ທີ່ຈະເດີນທາງໄປນັ້ນ, ໃຫ້ຫລີ້ນກິລາ ທຸກປະເພດໄດ້, ແລະ ອະນຸຍາດໃຫ້ເປີດຮຽນ ຊັ້ນ ປ 5, ມ 4, ມ 7 ແລະ ໂຮງຮຽນປ້ອງກັນຊາດ ປ້ອງກັນຄວາມສງົບ. ສ່ວນຊັ້ນຮຽນອື່ນໆ ແມ່ນໃຫ້ເປີດຮຽນ ວັນທີ 2 ມິຖຸນາ 2020 ເປັນຕົ້ນໄປ ແລະຕ້ອງປະຕິບັດຕາມ ມາຕການ ປ້ອງກັນເຊື້ອພຍາດ ໂຄວິດ-19.
ສ່ວນດ່ານສາກົລ ທາງຣັຖບານ ຍັງບໍ່ເປີດໃຫ້ເຂົ້າ-ອອກ, ມີພຽງຣົດບັນທຸກສິນຄ້າ ເທົ່ານັ້ນທີ່ສາມາດເຂົ້າ-ອອກໄດ້.