ເຣື້ອງທີ່ເກັບບັນທຶກໄວ້
2022-11-28
ຊີວິຕ ຂອງທ່ານ ວິຣະບູນ ໂສກັນທອງ ໃນໄລຍະກ່ອນ ແລະ ເບື້ອງຕົ້ນ ຂອງການຖືກເອົາໄປ ສັມມະນາ ຢູ່ແຂວງຊຽງຂວາງ ຊຶ່ງຂະນະນີ້ ກໍາລັງຂຽນປື້ມ “ທະຫານຄົນສຸດທ້າຍ ບົນສາຍທາງ ມໍຣະນະ ເລຂ 7”.
2022-11-27
ໂຮງຮຽນ ບ້ານຫ້ວຍຊາຍນ້ອຍ ຍັງຂາດແຄນຄຣູ, ນະຄອນຫຼວງ ແຈ້ງເກັບເງິນ ສນັບສນຸນ ຂະບວນນັກກິລາ, ເຈົ້າໜ້າທີ່ໄທ ຈັບຄົນທີ່ລັກລອບນໍາເຂົ້າ ລູກເສືອໂຄ່ງ 4 ໂຕ ຈາກລາວ, ມີສຽງວິພາກ-ວິຈານ ກໍຣະນີ ເຈົ້າໜ້າທີ່ຣັຖ ນັ່ງສູງກວ່າ ພຣະສົງຄ໌.
2022-11-26
ເມື່ອທ້າຍປີ 2021 ທີ່ຜ່ານມາ ສະຫະປະຊາຊາດ ຫລື ສປຊ ເຫັນດີ ໃຫ້ຂຍາຍເວລາ ຂ້າມຜ່ານ ຈາກການຫລຸດພົ້ນ ຄວາມທຸກຍາກ ຂອງປະເທດລາວ ຈົນເຖິງ ປີ 2026 ທ່າມກາງ ທີ່ປະເທດລາວ ພົບວິກິດ.
2022-11-26
ມີເຫຕການວຸ້ນວາຍ ຫລາຍຢ່າງເກີດຂຶ້ນ ຫລັງຈາກ ກອງກໍາລັງ ຂອງຝ່າຍແນວລາວຮັກຊາຕ ເຂົ້າມາຕັ້ງ ຢູ່ໃນນະຄອນຫຼວງວຽງຈັນ ແລະ ຫຼວງພຣະບາງ ຕາມສັນຍາຕົກລົງ ສອງຝ່າຍ ລະຫວ່າງ ຝ່າຍຣັຖບານ ແລະ ຝ່າຍແນວລາວຮັກຊາຕ.
2022-11-25
ຮຽກຮ້ອງ ຍົກເລີກເກັບຄ່າຄຸ້ມຄອງ ກັບຄົນລາວ ຍ້າຍທີ່ຢູ່ອາສັຍ, ກະສິກອນ ຍັງປະເຊີນກັບ ຄວາມທຸກຍາກ, ຊາວລາວ ໂດຍສະເພາະ ກຸ່ມຊົນເຜົ່າ ມີຖານະທຸກຍາກ ມີຄວາມສ່ຽງສູງ ທີ່ຈະຕິດເຊື້ອ ພະຍາດຫລາຍຊະນິດ ຈາກການລ່າສັດປ່າ ມາເປັນອາຫານ.
2022-11-24
ວັນ Thanksgiving ຫຼື ມື້ຂອບຄຸນພຣະເຈົ້າ ຢູ່ສະຫະຣັຖອາເມຣິກາ ມີຂຶ້ນ ໃນວັນພະຫັດ ທີ 4 ຂອງເດືອນພຶສຈິກາທຸກປີ, ຊາວອາເມຣິກັນທັງມວນ ພາກັນສລອງ ຢ່າງມີຄວາມໝາຍ ແລະເບີກບານມ່ວນຊື່ນ.
2022-11-23
ວຽກງານ ຄຸ້ມຄອງປ່າໄມ້ ໃຫ້ມີເນື້ອທີ່ປົກຫຸ້ມ 70% ທົ່ວປະເທດ ຂອງຣັຖບານ ເປັນການຍາກ ແລະທ້າທາຍ ຍ້ອນປ່າໄມ້ ຈຳນວນຫລາຍ ຍັງຖືກທຳລາຍ ຈາກໂຄງການ ສັມປະທານຕ່າງໆ ເພື່ອພັທນາປະເທດ ປາສຈາກ ການຄວບຄຸມ ແລະກວດກາ.
2022-11-23
ຣັຖບານຈີນ ຊ່ອຍເຫລືອລ້າ ດ້ານສະບຽງອາຫານ ເປັນຄັ້ງທຳອິດ ໃຫ້ແກ່ໂຄງການ ອາຫານທ່ຽງ ໃນໂຮງຮຽນປະຖົມສຶກສາ 31 ເມືອງ 8 ແຂວງ ເພື່ອຈະຊ່ອຍໃຫ້ ຣັຖບານລາວ ບັນລຸເປົ້າໝາຽ ໃນການຫລຸດຜ່ອນ ອັດຕຣາການຂາດສານອາຫານ ຂອງເດັກນ້ອຍນັກຮຽນ.
2022-11-23
ຣັຖບານລາວ ເຕືອນປະຊາຊົນ ເຣື່ອງການຫລິ້ນຫວຍ ທາງອອນລາຍນ໌ ຍ້ອນຢ້ານຖືກ ຫລອກລວງ ເສັຍເງິນໃຫ້ກຸ່ມຕົວະຕົ້ມ ທີ່ອ້າງວ່າ ຈະບອກເລກຫວຍ 6 ໂຕ ໃຫ້ຮູ້, ແຕ່ໃຫ້ໂອນເງິນ ຫລາຍລ້ານກີບ ໄປລົງທະບຽນກ່ອນ.
2022-11-23
ໃນໄລຍະ 1 ປີຜ່ານມານີ້ຕຳຣວດ ແຂວງຫລວງນໍ້າທາໄດ້ຂຶ້ນບັນຊີ ເປົ້າໝາຽຜູ້ຄ້າຂາຍ ທີ່ມີທັງຣາຍໃຫຍ່, ຣາຍຫຍ່ອຍ ສ່ວນຜູ້ເສພຢາເສພຕິດ ໃນທົ່ວແຂວງມີເຖິງ 8,000 ປາຍຄົນ ເຮັດໃຫ້ທາງແຂວງ ຂາດເຂີນສະຖານທີ່ບຳບັດ ແລະ ງົບປະມານ ໃນການບຳບັດ ຜູ້ຕິດຢາເສບຕິດ.
2022-11-23
ທະນາຄານໂລກ ຣາຍງານວ່າ ເງິນກີບເຟີ້, ອ່ອນຄ່າລົງ ແລະໜີ້ສິນ ຂອງລາວ ຍັງເພີ່ມສູງຂຶ້ນ ແລະຄາດວ່າ ໃນທ້າຍປີນີ້ ໜີ້ສາທາຣະນະ ແລະ ໜີ້ສິນ ທີ່ຂອງຣັຖບານ ສປປ ລາວ ຄໍ້າປະກັນໄວ້ ຈະຫລາຍກວ່າ 100% ຂອງລວມຍອດ ມູນຄ່າຜລິຕພັນ ພາຍໃນ ຫລື GDP.
2022-11-22
ຣາຍງານພິເສດ ຂອງອົງການ ສະຫະປະຊາຊາຕ ໄດ້ທວງຖາມ ທາງການລາວ ກ່ຽວກັບ ການຟື້ນຟູຊີວິຕ ການເປັນຢູ່ ຂອງປະຊາຊົນ ຜູ້ທີ່ປະສົບພັຍ ເຂື່ອນເຊປຽນ-ເຊນ້ຳນ້ອຍ ແຕກ ຍ້ອນວ່າ ການຟື້ນຟູ ບໍ່ເປັນໄປຕາມ ທີ່ທາງການລາວ ແລະ ບໍຣິສັດ ໃຫ້ຄຳໝັ້ນສັນຍາ ເອົາໄວ້.
2022-11-22
ເກີດເຫດຍິງກັນຕາຍ ຢູ່ບ້ານ ສນາມໄຊ ນະຄອນ ໄກສອນພົມວິຫານ ແຂວງສວັນ ນະເຂດ ເຮັດໃຫ້ ທ້າວ ຊັນນີ ອາຍຸ 28 ປີ ຊາວ ບ້ານ, ບ້ານນາເຊັງເສັຽຊີວິຕ ສ່ວນຜູ້ກໍ່ເຫດ ແມ່ນທ້າວໄຊພາວັນ ມີໄຊ ອາຍຸ 18 ປີ ໄດ້ຫລົບໜີໄປ, ເຈົ້າໜ້າທີ່ຍັງຕາມຈັບໂຕຜູ້ກ່ຽວຢູ່ໃນເວລາ.
2022-11-22
ປະຊາຊົນເມືອງຊານໄຊ ແຂວງອັດຕະປື 12 ບ້ານ, ຈຳນວນ 1,100 ປາຍຄອບຄົວ ມີວິດຖ່າຍ ຊຶ່ງເມື່ອປີກາຍມີພຽງ 12 ຄອບຄົວ ແລະ ຄາດວ່າ 15 ບ້ານ ທີ່ຍັງບໍ່ມີວິດຖ່າຍ ຈະມີໃນປີໜ້າ.
2022-11-22
ຊາວບ້ານ ບ້ານວັງແຊງ ປະມານ 7-10 ຄອບຄົວຈາກທັງໝົດ 30 ປາຍຄອບຄົວ ຢູ່ເມືອງວຽງໄຊ ແຂວງຫົວພັນ ທີ່ໄດ້ຮັບຜົລກະທົບ ຈາກໂຄງການກໍ່ສ້າງ ເຂື່ອນໄຟຟ້ານ້ຳຮາວ ບໍ່ພໍໃຈ ທີ່ໄດ້ຄ່າຊົດເຊີຍໜ້ອຍກວ່າ ທີ່ສົມຄວນຈະໄດ້ຮັບ.