ເທື່ອທຳອິດ ຈີນຊ່ອຍເຫຼືອ ດ້ານອາຫານທ່ຽງ ໃຫ້ນັກຮຽນລາວ
2022.11.23

ວັນທີ 22 ພຶສຈິກາ ທີ່ຜ່ານມາ ກະຊວງສຶກສາທິການ ແລະກິລາ, ອົງການອາຫານໂລກ ແຫ່ງສະຫະປະຊາຊາຕ (WFP) ແລະ ອົງການ ຊ່ອຍເຫລືອ ເພື່ອການພັທນາ ສາກົລ ຂອງຈີນ ຫຼື China International Development Cooperation Agency (CIDCA) ໄດ້ລົງນາມ ໃນຂໍ້ຕົກລົງສະບັບໃໝ່ ທີ່ຣັຖບານຈີນ ສນອງການຊ່ອຍເຫລືອລ້າ ດ້ານສະບຽງອາຫານ ປະເພດອາຫານເສີມ ເປັນຄັ້ງທຳອິດໃຫ້ແກ່ໂຄງການ ອາຫານທ່ຽງ ໃນໂຮງຮຽນປະຖົມສຶກສາ 31 ເມືອງ 8 ແຂວງ ທີ່ປະກອບດ້ວຍ ແຂວງຜົ້ງສາລີ, ແຂວງຫລວງນໍ້າທາ, ແຂວງອຸດົມໄຊ, ແຂວງຫລວງພຣະບາງ, ແຂວງຄຳມ່ວນ, ແຂວງສາຣະວັນ, ແຂວງເຊກອງ ແລະ ແຂວງອັດຕະປື.
ໃນ 8 ແຂວງດັ່ງກ່າວນັ້ນ ເປັນແຂວງທີ່ອົງການ ອາຫານໂລກ ແລະທະນາຄານໂລກ ໝົດການຊ່ອຍເຫລືອ ໂຄງການອາຫານທ່ຽງແລ້ວ ມອບໂອນໂຄງການນີ້ ໃຫ້ແກ່ຣັຖບານລາວ ສືບຕໍ່ໃຫ້ການ ສນັບສນູນໃນທ້າຍປີ 2021 ແຕ່ມາຮອດປັດຈຸບັນ ຄືໃນສົກຮຽນ 2022-2023 ຣັຖບານລາວ ໄດ້ຊ່ອຍເຫລືອໂຄງການ ອາຫານທ່ຽງ ດ້ວຍເງິນ ໃຫ້ນັກຮຽນຄົນລະ 800 ກີບຕໍ່ມື້ຕໍ່ຄາບ ເປັນເງິນບໍ່ພຽງພໍ.
ດັ່ງເຈົ້າໜ້າທີ່ ປະສານງານ ລະຫວ່າງອົງການ ອາຫານໂລກ ແຫ່ງສະຫະປະຊາຊາຕ, ອົງການຊ່ອຍເຫລືອ ເພື່ອການພັທນາສາກົລ ຂອງຈີນ ແລະ ກະຊວງສຶກສາທິການ ແລະກິລາ ກ່າວຕໍ່ວິທຍຸ ເອເຊັຽເສຣີ ໃນວັນທີ 23 ພຶສຈິການີ້ວ່າ:
“ສປ ຈີນ ຫັ້ນຫາກໍຊ່ອຍເປັນຄັ້ງທຳອິດ ເພິ່ນໄດ້ມອບອາຫານ ໃຫ້ຫັ້ນນ່າ ໃນມື້ວານນີ້ 22 ພຶສຈິກາຫັ້ນນ່າ ເພິ່ນໄດ້ມອບໃຫ້ໂຮງຮຽນ ທີ່ມອບໂອນໃຫ້ແກ່ ຣັຖບານແລ້ວ ເພາະວ່າມອບໂອນໃຫ້ຣັຖບານຫັ້ນ ມັນມີແຕ່ເງິນ 800 ກີບຫັ້ນເດ ຕໍ່ຄົນຕໍ່ຄາບ ແລ້ວຈະບໍ່ພໍຫັ້ນນ່າເພາະວ່າ 800 ກີບຄືເຮົາທຽບໃສ່ ເສຖກິຈໃນປັດຈຸບັນ ແຫ່ງໄກຫລາຍຫັ້ນນ່າເນາະ ບາງເຂດແລ້ວກໍບາງຄອບຄົວ ກໍມີຄວາມຫຍຸ້ງຍາກ ຫັັ້ນນ່າ ບາງທີເຂົ້າຢູ່ເຮືອນ ເຂົາເຈົ້າກໍສໍ່າແຕ່ກຸ້ມກິນ ຫລືວ່າບາງ ຄອບຄົວກໍບໍກຸ້ມກິນຊໍ້າ.”
ສຳລັບການຊ່ອຍເຫລືອລ້າ ດ້ານສະບຽງອາຫານ ປະເພດອາຫານເສີມ ຂອງຣັຖບານຈີນ ໃນເທື່ອນີ້ຈະຊ່ອຍໃຫ້ຣັຖບານລາວ ບັນລຸເປົ້າໝາຽໃນການຫລຸດຜ່ອນ ອັດຕຣາການຂາດສານອາຫານ ຂອງເດັກນ້ອຍນັກຮຽນ ຊັ້ນປະຖົມຈຳນວນ 132,450 ຄົນ ຢູ່ໂຮງຮຽນ 1,400 ປາຍແຫ່ງຊຶ່ງຣັຖບານຈີນ ໄດ້ສນອງເຂົ້າສານຈ້າວ 930 ຕັນ ແລະປອງປາ 120 ຕັນ ອີງຕາມຂໍ້ມູນ ຂອງສະຖານີ ວິທຍຸຊາວໜຸ່ມລາວ ສິນໄຊຍຸກໃໝ່ ຣາຍງານ.
ຢູ່ເມືອງຂວາ ແຂວງຜົ້ງສາລີ ເປັນເມືອງດຽວ ໃນແຂວງຜົ້ງສາລີ ທີ່ຍັງບໍ່ໄດ້ຮັບເງິນ 800 ກີບ ສນັບສນູນໂຄງການອາຫານທ່ຽງ ຈາກຣັຖບານເຮັດໃຫ້ຕັ້ງແຕ່ ເປີດສົກຮຽນໃໝ່ມາໄດ້ 2 ເດືອນໂຮງຮຽປະຖົມ ແຕ່ລະແຫ່ງທີ່ມີໂຄງການ ອາຫານທ່ຽງຕ້ອງໄດ້ເອົາເງິນ 800 ກີບ ຕໍ່ມື້ຕໍ່ຄາບຕໍ່ຄົນທີ່ເຫລືອ 30 ວັນໃນໄລຍະພັກຍ້ອນມີ ໂຄວິດ-19 ຣະບາດ ແລ້ວບໍ່ມີການຮຽນການສອນ ມາໃຊ້ຊື້ວັດຖຸດິບ ເພື່ອປຸງແຕ່ງອາຫານທ່ຽງ ໃນເດືອນກັນຍາຜ່ານມາ.
ພໍມາຮອດເດືອນຕຸລາ ຈົນເຖິງປັດຈຸບັນບໍ່ມີເງິນ 800 ກີບບ້ວງນັ້ນເຫລືອ ແລ້ວຈຶ່ງເອົາເງິນກອງທຶນ ບ້ານມາໃຊ້ປຸງແຕ່ງອາຫານທ່ຽງ ໃຫ້ເດັກນ້ອຍແທນ. ຫາກເງິນ 800 ກີບໄດ້ມື້ໃດຈຶ່ງຄ່ອຍເອົາໄປໃສ່ ເງິນກອງທຶນຄືນ.
ດັ່ງນາຍຄຣູ ຢູ່ໂຮງຮຽນປະຖົມສຶກສາ ແຫ່ງນຶ່ງໃນເມືອງຂວາ ແຂວງຜົ້ງສາລີ ກ່າວໃນມື້ດຽວກັນນີ້ວ່າ:
“30 ວັນຊ່ວງເຮົາພັກໂຄວິດ-19 ຫັ້ນເດ້ເຮົາບໍ່ໄດ້ແຕ່ງປີກາຍເນາະ ແລ້ວເອົາໂຕນັ້ນແຕ່ງກໍປະມານແຖວເດືອນນຶ່ງ ເດືອນປາຍນີ້ແຫລະ 30 ວັນຫັ້ນກໍ. ສ່ວນທີ່ເຫລືອເຮົາກໍແນະນຳ ໃຫ້ເຂົາເຈົ້າຢືມກອງທຶນບ້ານຫັ້ນ ບ່ອນທີ່ມີຫັ້ນນ່າ. ຢືມກອງທຶນບ້ານແລ້ວໃຫ້ເຂົາເຈົ້າຫັ້ນ ແຕ່ງຖ້້າວ່າພາກຣັຖສນອງເງິນ 800 ກີບໂຕນີ້ ມາໂຕຢ່າງວ່າເດືອນ 10 ເດືອນ 11 ຈັ່ງຊິເນາະອາຈານເນາະ ແລ້ວເພິ່ນສິສນອງໃຫ້ເຮົາ ຕັດເອົາບ້ວງໂຕນີ້ແລ້ວກໍໄປໃສ່ເງິນ ກອງທຶນຫັ້ນຄືນຈັ່ງຊີ້ນ່າ.”
ທ່ານກ່າວຕື່ມວ່າ ເງິນກອງທຶນບ້ານທີ່ໂຮງຮຽນ ປະຖົມແຕ່ລະແຫ່ງ ໄປເອົາມາຊື້ອາຫານ ເພື່ອປຸງແຕ່ງອາຫານ ໃຫ້ເດັກນ້ອຍນັກຮຽນສ່ວນໃຫຍ່່ ຈະເປັນເງິນກອງທຶນຂອງ ສະຫະພັນແມ່ຍິງບ້ານ, ເງິນກອງທຶນຂອງຊາວໜຸ່ມບ້ານ ແລະ ຖ້າເຂດໃດມີເງິນກອງທຶນ ໂຄງການອາຫານທ່ຽງ ກໍຈະໄດ້ເອົາເງິນນັ້ນມາປຸງແຕ່ງອາຫານ ໃຫ້ເດັກນ້ອຍນັກຮຽນ ໃນໂຮງຮຽນນັ້ນໆ.
ສະພາບໂຕຈິງເງິນ 800 ກີບບໍ່ສາມາດພຽງພໍ ໃນການປຸງແຕ່ງອາຫານ ໃຫ້ເດັກນ້ອຍນັກຮຽນແທ້ ເຮັດໃຫ້ພາກສ່ວນທີ່ກ່ຽວຂ້ອງ ຕ້ອງໄດ້ລະດົມພໍ່-ແມ່ ຜູ້ປົກຄອງ ແລະນັກຮຽນແກ້ໄຂບັນຫານີ້ ເພື່ອໃຫ້ໂຄງການອາຫານທ່ຽງ ໃນໂຮງຮຽນແຕ່ລະແຫ່ງ ສາມາດດຳເນີນການຕໍ່ໄປໄດ້.
ດັ່ງເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ແຂວງຜົ້ງສາລີ ກ່າວໃນມື້ດຽວກັນນີ້ວ່າ:
“ອັນ 800 ກີບຄັນຊິພໍ ກໍບໍ່ພໍແຫລະເພາະວ່າ ໄຂ່ໜ່ວຍນຶ່ງຢູ່ພີ້ກໍ 2,500 ກີບ ບາດນີ້ໄປລະດົມໄປ ຂໍນຳໃຫ້ປະຊາຊົນຊ່ອຍ ປະກອບເງິນແດ່ ເຮັດສວນແດ່ສນອງ ອາຫານແດ່ໜັກເດ້ ສໍ່າວ່າເຮົາໄປຂໍນຳເຂົາເດ້ ຍົກໂຕຢ່າງນັກຮຽນ ຜູ້ເນຶ່ງເຣື່ອງຜັກຫັ້ນນີ້ ບາງເທື່ອ ອາທິດນຶ່ງໂລ ລະເດືອນລະໂລ ບາດນີ້ເຣື່ອງເງິນນີ້ຕໍ່າສຸດ ຜູ້ນຶ່ງນັກຮຽນ 5,000 ກີບຕໍ່ອາທິດ ເພື່ອຊ່ອຍ 800 ກີບຊ່ອຍຊື້ຊີ້ນ.”
ອີງຕາມຂໍ້ມູນ ຈາກການລົງຮີບໂຮມຂໍ້ມູນ ຢູ່ໂຮງຮຽນປະຖົມ ແຕ່ລະແຫ່ງພາຍໃນເມືອງຂວາ ທີ່ມີໂຄງການອາຫານທ່ຽງ ພົບວ່າໂຮງຮຽນແຫ່ງໃດ ທີ່ມີໂຄງການອາຫານທ່ຽງ ຈະເຮັດໃຫ້ນັກຮຽນ ຢາກເຂົ້າຮຽນບໍ່ໄປເລາະຫລິ້ນ ຢູ່ໄຮ່ນໍາພໍ່-ແມ່ຜູ້ປົກຄອງ ຍ້ອນພວກເຂົາເຈົ້າ ມີອາຫານທ່ຽງກິນ ອີ່ມແລະມີເວລາຫລິ້ນ ນຳໝູ່ໃນໂຮງຮຽນ.
ດັ່ງເຈົ້າໜ້າທີ່ ທີ່ກ່ຽວຂ້ອງໃນແຂວງຜົ້ງສາລີ ຜູ້ດຽວກັນໄດ້ກ່າວວ່າ:
“ມື້ໃດທີ່ບໍ່ແຕ່ງນີ້ ບອກບໍ່ຢາກໄປຊໍ້າໂຮງຮຽນວ່າຊັ້ນ ເຂົາຍັງເວົ້າແນວນັ້ນບາດນີ້ ອັນນັ້ນອັນນຶ່ງຢູ່ບ່ອນເທສບານ ອັນນີ້ຢູ່ແຖວນອກຫັ້ນຍົກໂຕຢ່າງວ່າ ພໍ່-ແມ່ ເຂົານີ້ກາງເວັນນີ້ມັນໄປໄຮ່ໝົດ ສວນນາ ອີ່ສັງ ມັນໄຮ່ແຫລະ ຢູ່ໄຮ່ຊອກກິນຕາມທັມມະຊາຕ ກາງເວັນນີ້ມີຄວາມສະດວກຫລາຍ ໃຫ້ເດັກນ້ອຍເຂົາໄດ້ກິນອີ່ມ ໄດ້ກິນເຂົ້າອັນນ່າ ອາຫານຢູ່ໂຮງຮຽນ ມີຜູ້ໃຫ້ກິນແລ້ວ.”
ໃນແຂວງອັດຕະປື ມີ 4 ເມືອງໄດ້ແກ່ ເມືອງສາມັກຄີໄຊ, ສນາມໄຊ, ຊານໄຊ ແລະ ເມືອງພູວົງ ທີ່ອົງການອາຫານໂລກ ແລະທະນາຄານໂລກໝົດໂຄງການ ສນັບສນຸນ ໂຄງການອາຫານທ່ຽງ ແລ້ວມອບໃຫ້ຣັຖບານລາວ ເປັນຜູ້ສືບຕໍ່ຖ້າຫາກວ່າ ເດືອນທັນວານີ້ແຂວງອັດຕະປື ໄດ້ຮັບການສນັບສນຸນ ດ້ານເຂົ້າສານທີ່ເປັນເຂົ້າຈ້າວ ແລະ ປອງປາ ຈາກສູນກາງ ກໍຈະເຮັດໃຫ້ເດັກນ້ອຍ ນັກຮຽນມີຄວາມຫ້າວຫັນຢາກມາ ໂຮງຮຽນຍ້ອນເດັກນ້ອຍ ນັກຮຽນມີອາຫານທ່ຽງກິນ ບໍ່ຕ້ອງຂາດສານອາຫານ ຄືແຕ່ກ່ອນທີ່ພໍ່-ແມ່ ຜູ້ປົກຄອງຂອງເຂົາເຈົ້າ ໄປເຮັດວຽກຢູ່ໄຮ່ ແລ້ວບໍ່ມີເວລາຫາເຂົ້າໃຫ້ ເຂົາເຈົ້າກິນຫລັງ ຈາກເຂົາເຈົ້າເລີກໂຮງຮຽນ ຕ້ອນທ່ຽງ 12 ໂມງ.
ດັ່ງເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ໃນແຂວງອັດຕະປື ກ່າວໃນມື້ດຽວກັນນີ້ວ່າ:
“ແຕ່ວ່າ 4 ເມືອງຫັ້ນທາງໂຄງການ ເຊົາເຊົາສນັບສນຸນ ແລ້ວຈະມີແຕ່ຣັຖບານ ເປັນຜູ້ສືບຕໍ່ຄັນເວົ້າວ່າ ສມັຍສະພາບການທຸກມື້ນີ້ເນາະ ມັນກໍຍ້ອນວ່າໄປນໍາພໍ່ນຳແມ່ ມັນພໍ່ແມ່ເຮັດຮົ້ວເຮັດສວນ ມັນກໍຊິມີໜ້ອຍນຶ່ງ ແຕ່ວ່າສ່ວນຫລາຍເຂົາເຈົ້າ ກໍຈະໄດ້ເຂົ້າໂຮງຮຽນ ຖ້າວ່າກິນອາຫານນີ້ ເຂົາແຫ່ງຊິມີຄວາມຫ້າວຫັນ ມາໂຮງຮຽນຕື່ນແຫລະ.”
ຄວາມຄືບໜ້າຫລ້າສຸດ ໃນການຊ່ອຍເຫລືອເຂົ້າຈ້າວ ແລະປອງປາ ທາງກະຊວງສຶກສາທິການ ແລະກິລາຈະແຈກຢາຍໃຫ້ ແຕ່ລະແຂວງ ແຕ່ລະເມືອງເປົ້າໝາຽໄດ້ມື້ໃດນັ້ນ ແມ່ນປັດຈຸບັນ ປອງປາຍັງບໍ່ມາຮອດປະເທດລາວເທື່ອ ມີແຕ່ເຂົ້າຈ້າວທີ່ຮອດປະເທດລາວແລ້ວ ແຕ່ຄາດວ່າປະມານ ເດືອນທັນວາປີ 2022 ນີ້ ຫາເດືອນມົກກະຣາປີ 2023 ຈະໄດ້ແຈກຢາຍ ເຂົ້າຈ້າວໃຫ້ນັກຮຽນໃນໂຮງຮຽນ ເປົ້າໝາຽແຕ່ລະແຫ່ງ, ອີງຕາມຂໍ້ມູນ ຈາກກະຊວງສຶກສາທິການ ແລະກິລາ.
ນອກຈາກນີ້ໂຄງການ ຊ່ອຍເຫລືອດ້ານສະບຽງອາຫານນີ້ ກໍເປັນສ່ວນນຶ່ງ ຂອງການຕອບໂຕ້ ຕໍ່ຜົລກະທົບທາງດ້ານເສຖກິຈ-ສັງຄົມ ຈາກການຣະບາດ ຂອງໂຄວິດ-19 ແລ ະ ວິກິຕ ການດ້ານສະບຽງ ອາຫານໂລກ ຂອງອົງການອາຫານໂລກ ໃນລາວ. ສ່ວນຣັຖບານຈີນ ກຳລັງຊ່ອຍເຫລືອ ຣັຖບານລາວເພື່ອໃຫ້ບັນລຸ ເປົ້າໝາຽຮັບປະກັນຄວາມໝັ້ນຄົງ ແລະຄວາມຍືນຍົງ ຂອງໂຄງການອາຫານທ່ຽງ ໃນໂຮງຮຽນ. ອີງຕາມ ທ່ານ ຍານ ເດລແບຣ ຜູ້ອຳນວຍການ ແລະຜູ້ຕາງໜ້າອົງການ ອາຫານໂລກ ປະຈຳປະເທດລາວ ກ່າວໃນວັນທີ 22 ພຶສຈິກາ ໃນໂອກາດລົງນາມ ຂໍ້ຕົກລົງຮັບການຊ່ອຍເຫລືອ.
ພາຍຫລັງອົງການອາຫານໂລກ ໄດ້ມອບໂຄງການອາຫານທ່ຽງ ໃຫ້ຣັຖບານລາວນັ້ນ ແມ່ນອົງການອາຫານໂລກ ບໍ່ໄດ້ປະໂຄງການອາຫານທ່ຽງ ແບບຖາວອນ ແຕ່ຍັງສືບຕໍ່ໃຫ້ການ ສນັບສນຸນ ໃນການສ້າງຄວາມເຂັ້ມແຂງ ທາງດ້ານວຽກງານອາຫານທ່ຽງ ໃນໂຮງຮຽນ ແລະການປັບປຸງຄຸນນະພາບ ທາງໂພສະນາການ ຂອງອາຫານທ່ຽງ ໃນໂຮງຮຽນຮວມເຖິງຈະມີລະບົບ ປະມີນ-ຕິດຕາມ ເຖິງຂີດຄວາມສາມາດຂອງຊຸມຊົນ ໂຮງຮຽນ ແລະ ຣັຖບານວ່າຈະສາມາດສືບຕໍ່ ໃຫ້ນັກຮຽນມີອາຫານທ່ຽງ ກິນທຸກມື້ໄດ້ ຫລືບໍ່ເນື່ອງຈາກ ຣັຖບານລາວໄດ້ຊ່ອຍ ງົບປະມານອາຫານທ່ຽງ ໃຫ້ແກ່ນັກຮຽນຄົນລະ 800 ກີບ ຕໍ່ຄາບຕໍ່ຄົນກໍຈະບໍ່ພຽງພໍໃຫ້ປຸງແຕ່ງ ອາຫານທ່ຽງໄດ້. ອີງຕາມເຈົ້າໜ້າທີ່ ອົງການອາຫານໂລກ ປະຈຳເມືອງລອງແຂວງຫລວງນໍ້າທາ ກ່າວຕໍ່ວິທຍຸ ເອເຊັຽເສຣີ ໃນວັນທີ 10 ສິງຫາ ຜ່ານມາ.