ເຣື້ອງທີ່ເກັບບັນທຶກໄວ້
2015-11-16
ເຈົ້ໜ້າທີ່ ຕໍາຣວດ ເມືອງ ໄກສອນ ຈັບ ຜູ້ຕ້ອງຫາ ກໍ່ ຄາດຕະກັມ ພຣະ ອາຈານ ບົວ ຮອງ ປະທານ ອົງການ ພຸທທະ ສາສນາ ສໍາພັນ ລາວ ແຂວງ ສວັນນະເຂດ.
2015-11-16
ສຽງ ສະທ້ອນ ຈາກ ຊາວລາວ ກ່ຽວກັບ ການເລືອກຕັ້ງ ແບບ ເສຣີ ຢູ່ ປະເທດ ພະມ້າ ຊຶ່ງ ພັກ ການເມືອງ ທີ່ ຕໍ່ສູ້ ເພື່ອ ປະຊາທິປະໄຕ ໄດ້ຮັບ ໄຊຊນະ ຢ່າງ ຂາດຮອຍ.
2015-11-16
ທາງການ ລາວ ຍັງ ສືບສວນ ຫາ ສາເຫດ ຂອງ ອຸປຕິເຫດ ເຮືອບິນ ໂດຍສານ ສາຍການບິນ ລາວ-ສະກາຍ ທີ່ ແລ່ນ ອອກນອກ ທາງແລ່ນ ຂຶ້ນ-ລົງ ທີ່ ສາມບິນ ວັດໄຕ ເມື່ອ ວັນສຸກ ຜ່ານມາ.
2015-11-16
ລາວ-ຈີນ ໄດ້ ລົງນາມ ໃນຂໍ້ ຕົກລົງ ການ ກໍ່ສ້າງ ເສັ້ນທາງ ຣົຖໄຟ ຄວາມ ໄວສູງ ແຕ່ຍັງບໍ່ ມີກຳນົດ ວັນ ແລະ ເວລາ ທີ່ ແນ່ນອນ ວ່າຈະ ລົງມື ສ້າງ ເມື່ອໃດ.
2015-11-16
ຫລັງຈາກ ກໍາ ອໍານາດ ມາໄດ້ 40 ປີ ຄນະຜູ້ນໍາ ພັກ ປະຊາຊົນ ປະຕິວັດ ລາວ ແລະ ຣັຖບານ ລາວ ຈະປ່ຽນ ຣະບອບ ການປົກຄອງ ຫຼື ຍັງຈະ ຍຶດໝັ້ນ ສ້າງ ສັງຄົມນິຍົມ ຕໍ່ໄປ.
2015-11-16
ຕລາດ ໂພນສະຫວັນ ເມືອງ ແປກ ແຂວງ ຊຽງຂວາງ ຖືກ ສັ່ງ ໃຫ້ມ້າງ ເພື່ອ ການ ປັບປຸງ ສ້າງໃຫມ່ ໃຫ້ ທັນສມັຍ.
2015-11-15
ນັກ ວິຊາການ ໄທ ໃຫ້ ທັສນະ ວ່າ ເປັນໄປໄດ້ ຍາກ ທີ່ ຈະມີການ ປ່ຽນແປງ ຣະບອບ ການປົກຄອງ ຢູ່ ສປປ ລາວ ໃນ ລະຍະ ເວລາ ອັນໃກ້ ນີ້.
2015-11-13
ຣັຖດຳຣັດ ວ່າດ້ວຍ ການຕ້ານ ອາຊຍາກັມ ໃນ ເຄືອຂ່າຍ ອິນເຕີເນັດ ຖືກ ບັງຄັບ ໃຊ້ ຢ່າງເປັນ ທາງການ.
2015-11-13
ການໂຍກຍ້າຍ ປະຊາຊົນ ອອກຈາກ ເຂດ ໂຄງການ ເຂື່ອນ ນໍ້າອູ2 ໃນ ແຂວງ ຫຼວງພຣະບາງ ສໍາເຣັດ ແລ້ວ.
2015-11-13
ປະຊາຊົນ ກັມພູຊາ ໄທ ແລະ ວຽດນາມ ອອກ ຖແລງການ ກ່ຽວກັບ ເຂື່ອນ ແມ່ນໍ້າຂອງ ຮຽກຮ້ອງ ໃຫ້ ຣັຖບານ ເຂດ ແມ່ນໍ້າຂອງ ຟັງສຽງ ຈາກ ປະຊາຊົນ.
2015-11-13
6 ພັນ ກວ່າ ລາຍເຊັນ ແລະ ແປະໂປ້ ລາຍມື ສົ່ງ ສນັບສນນູນ ການ ຮຽກຮ້ອງ ຈາກ ປະຊາຊົນ ທ້ອງຖິ່ນ ໃນ ກອງປະຊຸມ ເວທີ ປະຊາຊົນ ແມ່ນ້ຳຂອງ.
2015-11-13
ອົງການ ຈັດຕັ້ງ ທາງສັງຄົມ ໃນລາວ ສັລເສີນ ການເລືອກຕັ້ງ ໃນ ພະມ້າ ແຕ່ ບໍ່ຫມັ້ນໃຈ ວ່າ ປະເທດ ລາວ ຈະມີການ ເລືອກຕັ້ງ ແບບເສຣີ ໄດ້ ຄື ພະມ້າ.
2015-11-13
35 ອົງການ ຈັດຕັ້ງ ນາໆຊາດ ສົ່ງ ຈົດໝາຍ ເປີດຊອງ ໃຫ້ ກອງປະຊມ ໂຕະມົນ ຣະດັບ ສູງ ອ່ານ ຂໍ້ຄວາມ ວີສັຍທັສ ຂອງ ທ່ານ ສົມບັດ ສົມພອນ ນັກ ພັທນາ ຊຸມຊົນ ໃນລາວ ທີ່ ຖືກ ບັງຄັບ ໃຫ້ ຫາຍສາບສູນ.
2015-11-13
ເຈົ້າໜ້າທີ່ ຕຳຣວດ ລາວ ສັນນິຖານ ໄດ້ 3 ຂໍ້ ກ່ຽວກັບ ການຕາຍ ຂອງ ພຣະ ອາຈານ ບົວ ຢູ່ ວັດໄຊຍະພູມ ແຂວງ ສວັນນະເຂດ.
2015-11-12
ຣາຍການ ອ່ານຈົດໝາຍ ຈາກ ຜູ້ຟັງ ປະຈຳ ສັປດາ ຈັດສເນີ ທ່ານໂດຍ: ຈເຣີນສຸຂ