ເຮືອບິນ ລາວ-ສະກາຍ ມື່ນເລີຍໃສ່ ທົ່ງນາ
2015.11.16
ເຈົ້າໜ້າທີ່ ສາຍການບິນ ລາວ-ສະກາຍ ທີ່ ນະຄອນຫຼວງ ວຽງຈັນ ອະທິບາຍ ກ່ຽວກັບ ຍົນ ໂດຍສານ ທີ່ ເກີດ ອຸບັດຕິເຫດ ໃນ ເວລາ ແລ່ນລົງ ເດີ່ນຍົນ ນານາຊາຕ ວັດໄຕ ນະຄອນຫຼວງ ວຽງຈັນ ເມື່ອ ຕອນບ່າຍ ວັນສຸກ ວັນທີ 13 ພຶສຈິກາ ວ່າ ເວລານີ້ ຍັງ ສືບສວນ ຫາສາເຫດ ວ່າ ມັນເກີດຈາກ ຫຍັງແທ້, ຊຶ່ງ ພາກສ່ວນ ກ່ຽວຂ້ອງ ກຳລັງ ຄົ້ນຫາ ສາເຫຕ ຢູ່:
"ມັນອອກຈາກ ລານ ຈອດ ຫັ້ນນ່າ ເຮົາກະຍັງ ເບິ່ງ ກັນກ່ອນວ່າ ນັກບິນ ເຮົາຈອດ ແຮງ ໂພດບໍ່? ຄວາມໄວ ແຮງໂພດ ບໍ່ ເຮົາກະບໍ່ຮູ້ ຫັ້ນນ່າ ທີ່ ມັນອອກໄປ. ເປັນຍ້ອນ ຍົນ ບໍ? ຫຼືເປັນຍ້ອນ ນັກບິນ ເຮົາຍັງເບິ່ງ ກັນຢູ່ ໂຕນີ້ ຫັ້ນນ່າ. ຢຸດ ບິນ ລະເດ ຢຸດບິນ ມື້ນີ້ ມື້ອື່ນ ບາງເທື່ອ ກະ ວັນຈັນ".
ເມື່ອ ປະມານ ບ່າຍ 2 ໂມງ ຂອງ ວັນສຸກ ທີ 13 ພຶສຈິກາ ເຮືອບິນ ລຳ ດັ່ງກ່າວ ບິນມາ ຈາກ ຫຼວງພຣະບາງ ໄດ້ເກີດ ອຸບັດຕິເຫຕ ແລ່ນອອກ ນອກເສັ້ນທາງ ລານບິນ ເຈືອກໄປ ທົ່ງນາ ໃນຂນະທີ່ ກຳລັງ ແລ່ນລົງ ສະໜາມບິນ ວັດໄຕ ທີ່ ນະຄອນຫຼວງ ວຽງຈັນ ແຕ່ ໂຊກດີ ທີ່ ບໍ່ມີຜູ້ໃດ ບາດເຈັບ.
ປະຈຸບັນ ສາຍການບິນ ນີ້ ໄດ້ໂຈະ ການບິນ ຊົ່ວຄາວ 3 ວັນ ເພື່ອ ສືບສວນ ສອບສວນ ຫາ ສາເຫດ ຄັກແນ່. ເຮືອບິນ ລຳ ດັ່ງກ່າວ ຜລິດ ຈາກ ປະເທດ ຈີນ, ລຸ້ນ Ma-60, ບໍລິສັດ ລາວ ເດີນອາກາດ ເປັນຜູ້ ດຳເນີນ ກິຈການ; ເປັນ ເຮືອບິນ ໂດຍສານ ຂະໜາດ ນ້ອຍ, ບັນຈຸ ຄົນໂດຍສານ ໄດ້ ປະມານ 60 ຄົນ. ສາຍການບິນ ລາວ-ສະກາຍ ໄດ້ເປີດໃຫ້ ບໍຣິການ ເມື່ອ ປີ 2003, ສ່ວນຫຼາຍ ແມ່ນບິນ ຢູ່ພາຍ ໃນ ປະເທດ. ຍົນລຳ ດັ່ງກ່າວ ເຄີຍ ມີບັນຫາ ທາງດ້ານ ເທັກນິກ.