ຕລາດໂພນສະຫວັນກໍາລັງ ສ້າງໃໝ່

ສິດນີ
2015.11.16
F-P-Market ຕລາດ ບ້ານ ໂພນສະຫວັນ ເມືອງແປກ ແຂວງ ຊຽງຂວາງ ໃນປີ 2012
Citizen Journalist

ເຈົ້າຫນ້າທີ່ ຜແນກ ອຸດສາຫະກັມ ທີ່ ແຂວງ ຊຽງຂວາງ ກ່າວວ່າ ທາງການ ເມືອງແປກ ແຂວງ ຊຽງຂວາງ ໄດ້ ອອກຄຳສັ່ງ ໃຫ້ ມ້າງ ຕລາດ ໂພນສະຫວັນ ຫລັງຈາກ ໄດ້ ໂຍກຍ້າຍ ກຸ່ມ ພໍ່ຄ້າແມ່ຄ້າ ໄປຕລາດ ແຫ່ງອື່ນ ໝົດແລ້ວ ເພື່ອສ້າງ ຕລາດໃຫມ່ ທີ່ ທັນສມັຍ. ດັ່ງ ທ່ານກ່າວ ໃນ ຕອນນຶ່ງວ່າ:

"ກະຊິເຮັດ ຕລາດ ຄືເກົ່າ ຕລາດເກົ່າ ຫັ້ນມັນ ເກົ່າ ຫຼາຍແລ້ວ ເຮັດໃຫມ່ ກໍຈະໃຊ້ ເວລາ ປີປາຍ ສອງປີ ນີ້ແຫຼະ ເຮັດໃຫ້ ມັນດີຂຶ້ນ ກວ່າເກົ່າ ກະຢູ່ໃນ ຊ່ວງ ຣະດູແລ້ງ ນີ້ແຫຼະ ເພິ່ນ ກຳລັງ ມ້າງອອກ ແລ້ວ ຊິໄດ້ ປັບປຸງ ແລ້ວຊິໃຫ້ ຂະເຈົ້າ ອອກແບບ ມາຜ່ານ ແບບກອ່ນ".

ທ່ານ ກ່າວ ຕື່ມວ່າ ສາເຫດ ສຳຄັນ ໃນການ ສ້າງຕລາດ ໃຫມ່ ນັ້ນ ຍ້ອນ ເພື່ອ ປ້ອງກັນ ບັນຫາ ໄຟໄຫມ້ ເນື່ອງຈາກ ທີ່ຕລາດ ເກົ່າ ເຄີຍເກີດ ໄຟໄຫມ້ ໃນປີ 2011 ຖ້າຫາກ ຕລາດໃຫມ່ ສ້າງ ສຳເຣັດ ເມື່ອໃດ ທາງການ ກໍຈະ ອະນຸຍາດ ໃຫ້ ກຸ່ມ ພໍ່ຄ້າ ແມ່ຄ້າ ເກົ່າ ກັບຄືນມາ ຄ້າຂາຍ ຕາມເຄີຍ ຢູ່ຕລາດ ສ້າງໃຫມ່ ແຫ່ງນີ້.

ປັດຈຸບັນ ພໍ່ຄ້າ ແມ່ຄ້າ ໃນຕລາດ ໂພນສວັນເກົ່າ ໄດ້ ໂຍກຍ້າຍ ໃຫ້ໄປຂາຍ ຢູ່ຕລາດ ສວນພູຄຳ ຊຶ່ງເປັນ ຕລາດ ເອກກະຊົນ ເຮັດໃຫ້ ຂະເຈົ້າ ບໍ່ພໍໃຈ ຍ້ອນ ຕ້ອງໄດ້ ເສັຽຄ່າເຊົ່າ ແຕ່ ເຈົ້າຫນ້າທີ່ ໄດ້ ຊີ້ແຈງວ່າ ພວກຂະເຈົ້າ ຈະຖືກ ຍົກເວັ້ນ ຄ່າເຊົ່າ ໃນ ຊ່ວງທຳອິດ ທ່ານກ່າວ ເພີ້ມວ່າ:

"ຊ່ວງຣະບຍະ ນຶ່ງ ເຂົາກະຍົກເວັ້ນ ກ່ອນ ຍົກເວັ້ນ ບໍ່ທັນເອົາ ຈົນກວ່າວ່າ ເມື່ອໃດ ເບີ່ງວ່າເຂົາ ຢູ່ ສະພາບ ຊື້ຂາຍ ມີຄວາມ ຫມັ້ນເຊື່ອງ ແລະ ເຂົາ ຊິເລີ້ມ ເກັບ ປີລະນ້ອຍ".

ເທົ່າເຖິງ ປັດຈຸບັນ ຍັງ ບໍ່ຮູ້ວ່າ ເຈົ້າຂອງ ຕລາດ ສວນພູຄຳ ນັ້ນ ຈະ ເກັບຄ່າເຊົ່າ ເທົ່າໃດ ຈາກ ພໍ່ຄ້າແມ່ຄ້າ ທີ່ ຍ້າຍໄປ ຊຶ່ງ ປັດຈຸບັນ ຢູ່ຕລາດ ແຫ່ງນີ້ ກໍມີ ພໍ່ຄ້າ ແມ່ຄ້າ ຂາຍເຄື່ອງ ຫຼາຍ ຢູ່ແລ້ວ ຢ້ານວ່າ ຈະເກີດ ຄວາມ ຂັດແຍ່ງ ກັນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.