ແກ້ງຄົນຈີນຮ່ວມກັບຄົນລາວ ສໍ້ໂກງຊັພພົລເມືອງ ຖືກຈັບຢູ່ຊຽງຂວາງ
2023.11.06

ວັນທີ 23 ຕຸລາ 2023 ຜ່ານມາເຈົ້າໜ້າທີ່ກອງບັນຊາການ ປກສ ເມືອງຄໍາ ແຂວງຊຽງຂວາງໄດ້ຮັບຣາຍງານຈາກພົລເມືອງດີ ວ່າມີກຸ່ມຄົນບໍ່ດີເຄື່ອນໄຫວ ສໍ້ໂກງຊັພພົລເມືອງ ດ້ວຍຮູບແບບການແລກປ່ຽນ ເງິນທີ່ຜິດກົດໝາຍ ຢູ່ເຂດເທສບານເມືອງຄຳ.
ພາຍຫຼັງໄດ້ຮັບແຈ້ງການ ເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ໄດ້ລົງເກັບກໍາຂໍ້ມູນໂຕຈິງ ພ້ອມທັງໄດ້ສືບຫາກຸ່ມແກ້ງດັ່ງກ່າວ ຈຶ່ງສາມາດຈັບຊາຍຈີນ 2 ຄົນ ພ້ອມຄົນລາວ, ລວມທັງໝົດ 6 ຄົນ ໃນຂໍ້ກ່າວຫາ ເຄື່ອນໄຫວສໍ້ໂກງຊັພພົລເມືອງ ເສັຍຫາຍເຖິງ 1 ຕື້ກ່ວາກີບ. ພາຍຫຼັງຜູ້ກ່ຽວໃຊ້ເລ່ຫຼ່ຽມກົລອະຍຸບາຍ ສະແດງໂຕວ່າເປັນພໍ່ຄ້າຂາຍງົວ, ຄວາຍ ແລະ ຊື້ຊາ ໂດຍການເອົາເງິນຢວນ ແລກປ່ຽນເປັນເງິນກີບ ໃນອັດຕຣາການແລກປ່ຽນ 1 ຢວນຕໍ່ 2,900 ກີບ ຫຼື 100,000 ຢວນຕໍ່ 290 ລ້ານກີບ.
ດັ່ງເຈົ້າໜ້າທີ່ ທີ່ກ່ຽວຂ້ອງກ່າວຕໍ່ວິທຍຸ ເອເຊັຽເສຣີ ໃນວັນທີ 06 ພຶສຈິການີ້ວ່າ:
“ຕາມມີການປະສານມາວ່າ ໂອ້ ມີກຸ່ມຄົນບໍ່ດີທັງຄົນຕ່າງປະເທດ ແລ້ວກໍຄົນລາວເນາະ ເປັນຄົນສັນຊາຕຈີນນັ້ນ ມີເຄື່ອນໄຫວກ່ອນການກະທຳຜິດ ຢູ່ໃນຂອບເຂດເມືອງຄຳ ເຮົາເຮົາກໍໄດ້ ລົງກວດກາໂຕຈິງເຫັນວ່າມີມູນຄວາມຈິງແທ້ ແລ້ວກໍໄດ້ກັກໂຕຜູ້ກ່ຽວຫັ້ນ, ຮູບການປ່ຽນຫັ້ນແມ່ນປ່ຽນທາງອອນລາຍນ໌ ບາງຄົນກໍແມ່ນປ່ຽນດ້ວຍເງິນສົດ ປ່ຽນທາງອອນລາຍນ໌ ລະແມ່ນໂອນເງິນຢວນເນາະ ເຂົ້າເງິນກີບແຕ່ວ່າ ບໍ່ສາມາດໄປຖອນເງິນຢວນຫັ້ນໄດ້ເນາະ ບັນຊີຫັ້ນຖືກບລ໊ອກເນະ ມີແຕ່ວ່າເອົາເງິນກີບ ເຮົາໄປແລ້ວແມ່ນເງິນຢວນຫັ້ນ ບໍ່ສາມາດຖອນໄດ້.”
ທ່ານກ່າວຕື່ມວ່າ ພາຍຫຼັງເກັບກໍາຂໍ້ມູນເບື້ອງຕົ້ນ ໄດ້ສົ່ງຂໍ້ມູນທັງໝົດໄປໃຫ້ກອງບັນຊາການ ປກສ ແຂວງຊຽງຂວາງ ເພື່ອເປັນຜູ້ສືບຕໍ່ດຳເນີນການສືບສວນ ສອບສວນ ກັກຂັງ ແລະ ດຳເນີນຄະດີນຳຜູ້ຖືກກ່າວຫາທັງ 6 ຄົນຕໍ່ໄປ.
ດ້ານເຈົ້າໜ້າທີ່ ທີ່ກ່ຽວຂ້ອງແຂວງຊຽງຂວາງ ກ່າວວ່າ ກອງບັນຊາການ ປກສ ແຂວງຊຽງຂວາງ ໄດ້ຂຽນຣາຍງານຫາ ກະຊວງປ້ອງກັນຄວາມສງົບ ແຫ່ງຊາຕ ແລະກະຊວງການຕ່າງປະເທດ ພ້ອມທັງອອກຄຳສັ່ງ ກັກຂັງຜູ້ຖືກກ່າວຫາ ທັງໝົດຕາມລະບຽບກົດໝາຍແລ້ວ. ຈາກນັ້ນຈະສົ່ງຜູ້ຖືກກ່າວຫາ ກຸ່ມຄົນຈີນໄປດຳເນີນຄະດີ ຢູ່ປະເທດຈີນ ຕໍ່ໄປ.
ປັດຈຸບັນເຫຼືອພຽງແຕ່ ສອບສວນປາກຄໍາ ຜູ້ຖືກກ່າວຫາທັງໝົດຕື່ມ ເພື່ອໄດ້ຂໍ້ມູນທີ່ເປັນປໂຍດ ໃນການຕິດຕາມກຸ່ມແກ້ງອື່ນ ມາດຳເນີນຄະດີຕາມກົດໝາຍ ຍ້ອນມີຜູ້ເສັຍຫາຍຈາກການຖືກຕົວະຕົ້ມ ຢູ່ແຂວງຊຽງຂວາງ ຈຳນວນຫຼາຍ ທີ່ບໍ່ແມ່ນຖືກແຕ່ກຸ່ມແກ້ງນີ້ຕົວະ ພຽງກຸ່ມແກ້ງດຽວເທົ່ານັ້ນ.
ດັ່ງທ່ານໄດ້ກ່າວ ໃນມື້ດຽວກັນວ່າ:
“ກະຊວງກໍໄດ້ຣາຍງານແລ້ວ ຕາມລະບຽບຫຼັກການຣາຍງານຜແນກການຕ່າງປະເທດ ກໍໄດ້ຣາຍງານແລ້ວອອກຄຳສັ່ງຫັ້ນນ່າ ກັກຂັງຕາມລະບຽບກົດໝາຍຫັ້ນໝົດແລ້ວ. ຈະເອົາຂໍ້ ມູນອີກໜ້ອຍນຶ່ງ ເພາະວ່າທາງຜູ້ເສັຍຫາຍຫັ້ນ ຍັງມີຫຼາຍສືບສວນສອບສວນລະອຽດ ຈະແຈ້ງກ່ອນແນວໃດ ກໍຕ້ອງໄດ້ສົ່ງ (ກັບປະເທດຈີນ) ຫັ້ນແຫຼະ ແຕ່ລະທິດນີ້ຍັງມີຄົນແຈ້ງມາຫຼາຍຢູ່. ແຈ້ງມາຫຼາຍວ່າ ມີຄົນຕົວະເອົາເງິນອັນນັ້ນອັນນີ້ຫັ້ນນ່າ ຜ່ານທາງໂທຣະສັບ ຜ່ານທາງຫຍັງ ຜ່ານທາງເຟສບຸກຄ໌ ຫຼອກກັນດຽວນີ້. ຍັງມີຫຼາຍຢູ່ປະກົດວ່າ ຍັງມີທຸກທິດທຸກທິດ ຢູ່ຊຽງຂວາງນີ້ນ່າ. ປະມານປີແລ້ວນີ້ຫຼາຍປີກາຍ ຫາປີກ່ອນນີ້ຫຼາຍ ຊຽງຂວາງນີ້ນ່າ ແຕ່ວ່າປີນີ້ ຜ່ອນລົງແລ້ວເນາະ.”
ນັກວິຊາການ ຢູ່ແຂວງຊຽງຂວາງ ທີ່ຮັບຜິດຊອບກ່ຽວກັບຄະດີນີ້ກ່າວວ່າ ພາຍຫຼັງເຟສບຸກຄ໌ເພຈ ຂ່າວ ປກສ ແຂວງຊຽງຂວາງ ຣາຍງານກ່ຽວກັບ ເຈົ້າໜ້າທີ່ ປກສ ເມືອງຄຳ ກັກໂຕຜູ້ກໍ່ເຫດໃນຂໍ້ຫາເຄື່ອນໄຫວສໍ້ໂກງຊັພພົລເມືອງ ເມື່ອວັນທີ 01 ພຶສຈິກາ ທີ່ຜ່ານມາ ເຫັນວ່າມີປະຊາຊົນ ໃຫ້ຄວາມສົນໃຈ ແລະຕື່ນໂຕເປັນຈຳນວນຫຼາຍ ແລະຫວັງວ່າພວກເຂົາເຈົ້າຈະແຈ້ງເບາະແສ ໃຫ້ເຈົ້າໜ້າທີ່ ທີ່ລົງເກັບກຳຂໍ້ມູນຕື່ມ.
ສ່ວນຜູ້ເສັຍຫາຍ ທີ່ຖືກກຸ່ມແກ້ງນີ້ເອົາເງິນກີບໄປຫຼາຍຕື້ນັ້ນ ແມ່ນມິຄວາມປະສົງຢາກໄດ້ເງິນ ຈຳນວນດັ່ງກ່າວຄືນ ແຕ່ທາງຜູ້ຖືກກ່າວຫາ ຈະສາມາດຊົດເຊີຍໃຊ້ຄືນໄດ້ ຫຼື ບໍ່ນັ້ນ ຍັງບໍ່ສາມາດໃຫ້ຂໍ້ມູນໄດ້ເທື່ອ.
ດັ່ງນັກວິຊການ ຢູ່ແຂວງຊຽງຂວາງ ທີ່ຮັບຜີດຊອບກ່ຽວກັບຄະດີນີ້ ກ່າວໃນມື້ດຽວກັນວ່າ:
“ມີຄວາມຕື່ນໂຕ ເຫັນວ່າມີກຸ່ມບໍ່ດີີສົມມຸດວ່າ ມີການແລກປ່ຽນຖາມແລກເງິນບໍ່ ເຮົາກໍໄດ້ແຈ້ງເບາະແສໃຫ້ເຈົ້າໜ້າທີ່ເຮົາທີ່ວ່າ ລົງເກັບກຳຂໍ້ມູນຄັນຖ້າມີຫັ້ນນ່າ. ເອີ ເພິ່ນກໍວ່າຢາກໄດ້ເງິນຄືນ ຢາກໃຫ້ດຳເນີນການຕາມຂັ້ນຕອນ ຂອງກົດໝາຍຫັ້ນ. ເພິ່ນວ່າຜົລເສັຍຫາຍທີ່ເກີດຂຶ້ນ ກໍຢາກໃຫ້ຜູ້ກ່ຽວໄດ້ໃຊ້ຄືນຫັ້ນນ່າ ມີແຕ່ມາຮອດນີ້ ມາຮອດແຕ່ຊຽງຂວາງ ກັບຫຼວງພຣະບາງ ອັນອື່ນບໍ່ທັນຂຍາຍໂຕໄປໄດ້. ເຮົາສອບຂໍ້ມູນຂັ້ນຕົ້ນມີແຕ່ 2 ແຂວງ.”
ດ້ານປະຊາຊົນ ຈາກແຂວງຈໍາປາສັກ ທີ່ຕິດຕາມຂ່າວນີ້ກໍໄດ້ໃຫ້ຄວາມເຫັນວ່າ ພາຍຫຼັງຮູ້ຂ່າວນີ້ ປະຊາຊົນລາວ ຈະມີຄວາມລະມັດລະວັງໂຕ ຈາກຄົນແປກໜ້າຫຼາຍຂຶ້ນ ຫາກບໍ່ຮູ້ຂ່າວກໍຈະບໍ່ມີຂໍ້ມູນ ປ້ອງກັນໂຕເອັງເລີຍ ແລະຢາກໃຫ້ເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ດຳເນີນຄະດີຕາມກົດໝາຍ ນຳກຸ່ມແກ້ງນີ້.
ດັ່ງທ່ານໄດ້ກ່າວ ໃນມື້ດຽວກັນວ່າ:
“ການທີ່ວ່າເຮົາຮູ້ແນວນີ້ ເຮົາກໍສາມາດລະວັງ ເນື້ອລະວັງໂຕຫັ້ນແຫຼະເນາະ ເພາະວ່າຖ້າເຮົາບໍ່ຮູ້ຂໍ້ມູນ ຫຼືວ່າບໍ່ຮູ້ຂ່າວ ເຮົາກໍບໍ່ຈັກຊິເຮັດແນວໃດ ຊິປ້ອງກັນໂຕເຮົາເນາະ ແຕ່ເມື່ອຮູ້ແນວນີ້ກັບຜູ້ທີ່ຮູ້ຂ່າວ ຮູ້ຄາວກໍມີສະຕິປ້ອງກັນແລ້ວ ແລ້ວຈຳນວນນຶ່ງທີ່ບໍ່ຮູ້ກໍຕົກເປັນເຫຍື່ອຫັ້ນແລ້ວ ເພາະຈາກໃຈຄືເຈົ້າໜ້າທີ່ ເພິ່ນກໍຕ້ອງໄດ້ປະຕິບັດຕາມລະບຽບກົດໝາຍ ຫັ້ນແຫຼະ.”
ກອງບັນຊາການ ປກສ ແຂວງຊຽງຂວາງ ຮຽກຮ້ອງມາຍັງພໍ່ແມ່ປະຊາຊົນ ພໍ່ຄ້າຊາວຂາຍ ນັກທຸຣະກິຈໃຫ້ມີສະຕິ ຕໍ່ການແລກປ່ຽນເງິນຕຣາ ຕ່າງປະເທດ, ການແລກປ່ຽນແຕ່ລະຄັ້ງ ຕ້ອງແລກປ່ຽນໃນສະຖານທີ່ບໍຣິການ ທີ່ຖືກລະບຽບກົດໝາຍ ເພື່ອບໍ່ໃຫ້ຕົກເປັນເຫຍື່ອຂອງກຸ່ມຄົນບໍ່ດີ.
ດັ່ງເຈົ້າໜ້າທີ່ ທີ່ກ່ຽວຂ້ອງແຂວງຊຽງຂວາງ ກ່າວຕື່ມວ່າ:
“ກາຈະຊິພະຍາຍາມໂຄສະນາສຶກສາ ອົບຮົມໂຄສະນາຫຼາຍໆ ຈັ່ງຊິໄດ້ປະຊາຊົນເຮົານີ້ລະດັບຈຳນວນນຶ່ງກໍຍັງຕໍ່າຢູ່. ມັນເລ່ລ່ຽມນີ້ມັນປ່ຽນທຸກມື້ນ່າ ເລ່ລ່ຽມຂອງຄົນນີ້ນ່າ ໂຕຢ່າງຄືກໍຣະນີຄົນຈີນ ຈຳນວນນັ້ນເລ່ລ່ຽມພັດຕ່າງອີກ ຕ່າງບ່ອນ ວ່າເອົາເງິນໂອນເງິນໃຫ້ກັນໂອນ ເຂົ້າບັນຊີແລ້ວກໍເຫັນບັນຊີ ມັກໍຂຶ້ນສີຂຽວຄັກແນ່ເນາະ ນີ້ເດ້ບັນຊີເງິນເຂົ້າແລ້ວເດີ້ ທາງນັ້ນນກໍຄິດວ່າມັນເຂົ້າແລ້ວ ແຕ່ບໍ່ໄດ້. ເຮົາພັດບໍ່ໄດ້ຜ່ານການກວດກາ ພາຍຫຼັງທີ່ເຂົາໜີແລ້ວ ບາດໄປກວດເບິ່ງເງິນ ພັດບໍ່ເຫັນມັນດູດຄືນຄືເກົ່າຫັ້ນນ່າ ຫຼັງຈາກໂອນເງິນໃຫ້ກັນຮຽບຮ້ອຍແລ້ວ ເຂົາປິດເຟສ ປິດຫຍັງໄປ.”
ຂໍ້ມູນສໍາລັບຜູ້ຖືກກ່າວຫາ 6 ຄົນປະກອບດ້ວຍຄົນຈີນ ຄື ທ້າວ ເກີ່ ຊຽງຈາງ ອາຍຸ 28 ປີ ແລະ ທ້າຍ ຫຼຸຍເປີ່ຍ ອາຍຸ 33 ປີ, ສ່ວນຄົນລາວປະກອບດ້ວຍ ທ້າວ ຕະລ້ອນ ອາຍຸ 35 ປີ, ທ້າວ ຕາສົນອາຍຸ 22 ປີ, ທ້າວຈັນສຸກ ອາຍຸ 24 ປີ ແລະ ທ້າວ ບຸນຈັນ ອາຍຸ 18 ປີ ທັງ 4 ຄົນແມ່ນຢູ່ເມືອງຍອດອູ ແຂວງຜົ້ງສາລີ. ອີງຕາມການຣາຍງານ ຂອງເຟສບຸກຄ໌ ຂ່າວ ປກສ ແຂວງຊຽງຂວາງ.