ກອງກວດກາປ່າໄມ້ຜແນກກະສິກັມ ແລະປ່າໄມ້ ແຂວງຊຽງຂວາງ ຍຶດຣົດຂົນໄມ້ຜິດກົດໝາຍໄດ້ 25 ຄັນ ຢູ່ໃນເຂດໂຮງງານປຸງແຕ່ງໄມ້ ສຸກກະເສີມ ພັນທະວົງ ແລະໂຮງງານປຸງແຕ່ງໄມ້ ສຸນນະລາດ ວົງມົນຕີ ໃນມື້ວັນທີ 11 ກໍຣະກະດາ ຜ່ານມາກ່ອນຈະ ລັກສົ່ງໄປວຽດນາມ. ປັດຈຸບັນ ທາງການແຂວງຊຽງຂວາງ ກຳລັງສືບສວນສອບສວນ ຫາຜູ້ກະທຳຜິດຢູ່, ຕາມຄຳເວົ້າຂອງເຈົ້າໜ້າທີ່ຜແນກກະສິກັມ ແລະປ່າໄມ້ ແຂວງຊຽງຂວາງ ຕໍ່ວິທຍຸເອເຊັຍເສຣີ ໃນມື້ວັນທີ 4 ຕຸລານີ້:
"ໄປກວດໂຮງເລື່ອຍຫັ້ນນະ ແລ້ວອາຍັດໄວ້ 25 ຄັນ ຫັ້ນນໍ."
ທ່ານເວົ້າວ່າຈາກການສືບສວນສອບສວນ ເບື້ອງຕົ້ນພົບວ່າໄມ້ທັງໝົດຢູ່ໃນຣົດບັນທຸກ 25 ຄັນ ນັ້ນເປັນຂອງຄົນວຽດນາມ ທີ່ລັກເອົາຂຶ້ນຣົດ ໂດຍບໍ່ແຈ້ງໃຫ້ເຈົ້າຂອງ ໂຮງງານຮູ້ ເພື່ອຈະລັກໄປປະເທດວຽດນາມ. ສ່ວນເຈົ້າຂອງຣົດແມ່ນໄດ້ ເອົາໂຕຫລົບໜີ.
ທ່ານເວົ້າຕື່ມອີກວ່າ ທາງການແຂວງໄດ້ປັບໄໝ ແລະດຳເນີນຄະດີ ເຈົ້າຂອງໂຮງງານປຸງແຕ່ງທັງສອງ ແຫ່ງ ຕາມຣະບຽບກົດໝາຍ. ສຳລັບ ເຈົ້າຂອງຣົດບັນທຸກ ຖ້າຫາກບໍ່ມາຣາຍງານໂຕ ພາຍໃນມື້ວັນທີ 13 ຕຸລາ ນີ້ ທາງການກໍຈະຍຶດຣົດ ເປັນຂອງຣັຖ.
ໄມ້ທີ່ທາງການແຂວງ ຍຶດໄດ້ນັ້ນມີທັງ ໄມ້ຕັບ ໄມ້ເສັ້ນ ແລະໄມ້ທີ່ປຸງແຕ່ງເປັນເຟິນິເຈີ ທັງໝົດ 1,130 ປາຍແມັດກ້ອນ ທີ່ຂົນຈາກໂຮງງານ ຢູ່ນະຄອນຫລວງວຽງວັນ ແລະ ມາຈາກແຂວງໄຊຍະບູລີ ດັ່ງທີ່ທ່ານ ກ່າວວ່າ:
"ຜູ້ຊື້ໄມ້ເກັບຊື້ແທ້ໆ ແມ່ນຄົນວຽດ ມັນຈະມີໄມ້ຫວງຫ້າມ."
ກ່ອນໜ້ານີ້ ເຈົ້າໜ້າທີ່ກວດກາປ່າໄມ້ ຜແນກກະສິກັມ ແລະປ່າໄມ້ ແຂວງຊຽງຂວາງ ກໍໄດ້ຍຶດຣົດບັນທຸກໄມ້ ຂອງວຽດນາມ ໄດ້ຄັນນຶ່ງ ໃນເຂດເທສບານແຂວງ ແຕ່ບໍ່ເຫັນເຈົ້າຂອງຣົດ. ໄມ້ທີ່ຍຶດໄດ້ນັ້ນ ມີທັງໄມ້ໂລ່ງເລ່ງ ໄມ້ດູ່ ໄມ້ແຕ້ ແລະໄມ້ສັກ ທັງໝົດ ປະມານ 30 ແມັດກ້ອນ.