ຄາດຕະກອນອາຈານບົວ ຖືກຈັບ
2015.11.16
ຜູ້ຕ້ອງຫາ 1 ຄົນ ໃນ ຄະດີ ຄາດຕະກັມ ພຣະ ອາຈານ ບົວ ຮອງ ປະທານ ອົງການ ພຸດທະສາສນາ ສໍາພັນ ລາວ ແຂວງ ສວັນນະເຂດ ຖືກ ເຈົ້າໜ້າທີ່ ຕໍາຣວດ ຈັບໄດ້ ແລ້ວ, ໃນ ວັນທີ 15 ພຶສຈິກາ ນີ້, ຜູ້ຕ້ອງຫາ ຊື່ວ່າ ທ້າວ ແລັດ.
ປັດຈຸບັນ ເຈົ້ານໜ້າທີ່ ຕໍາຣວດ ກໍາລັງ ສອບ ປາກຄໍາ ຜູ້ຕ້ອງຫາ ຢູ່, ເພື່ອຫາ ສາເຫດ ຕົ້ນຕໍ ສິ່ງຈູງໃຈ ໃຫ້ກໍ່ ຄາດຕະກັມ ໃນຄັ້ງນີ້ ແລະ ຊອກຫາ ຜູ້ທີ່ມີ ສ່ວນຮ່ວມ ຄົນອື່ນໆ. ດັ່ງ ເຈົ້າໜ້າທີ່ ປ້ອງກັນ ຄວາມສງົບ ເມືອງ ໄກສອນ ພົມວິຫານ ໄດ້ ກ່າວຕໍ່ ເອເຊັຽ ເສຣີ ຕອນນຶ່ງ ວ່າ:
"ເຂົາກໍາລັງ ລົງ ຕິດຕາມ ຢູ່ ພາກສ່ວນນຶ່ງ ກະໄດ້ແລ້ວ ໄດ້ຜູ້ນຶ່ງ ເຂົາ ສອບສວນ ກ່ອນມອບໃຫ້ ແຂວງ ເດ້".
ເອເຊັຽ ເສຣີ ໄດ້ຕິດຕໍ່ ສອບຖາມ ໄປຍັງ ຜແນກ ປ້ອງກັນ ຄວາມສງົບ ແຂວງ ສວັນນະເຂດ ເພື່ອ ຂໍຂໍ້ມູນ ເພີ້ມເຕີມ, ແຕ່ ເຈົ້າໜ້າທີ່ ກໍ ປະຕິເສດ ທີ່ຈະໃຫ້ ຂໍ້ມູນ ເພາະວ່າ ຍັງຢູ່ໃນ ຂັ້ນຕອນ ການສອບສວນ ຜູ້ຕ້ອງຫາ ຢູ່.
ເຖີງຢ່າງໃດ ກໍຕາມ ແຫລ່ງຂ່າວ ຢູ່ ໃນວັດໃຫຽ່ ໄຊຍະພູມ ໄດ້ ໃຫ້ຂໍ້ມູນ ແກ່ ທາງ ເອເຊັຽ ເສຣີ ວ່າ ເງິນ ແລະ ຊັພສິນ ຈໍານວນນຶ່ງ ຂອງ ພຣະ ອາຈານ ບົວ ຖືກຄົນຮ້າຍ ເອົາໄປ, ຈຶ່ງ ມີຄວາມ ເປັນໄປໄດ້ ວ່າ ນຶ່ງ ໃນ ສາເຫດ ຫລັກ ເປັນການ ຄາດຕະກັມ ເພື່ອ ຊິງຊັພ.
ການ ຄາດຕະກັມ ພຣະ ອາຈານ ບົວ ເກີດຂຶ້ນ ໃນ ວັນທີ 12 ພຶສຈິກາ ຢູ່ວັດໃຫຍ່ ໄຊຍະພູມ.