ເຂື່ອນນໍ້າອູ 2 ຍ້າຍຊາວບ້ານ ໝົດແລ້ວ

ມະນີຈັນ
2015.11.13
F-Nam-Ou ສາຍນໍ້າອູ ໃນເຂດ ເມືອງສໍາພັນ ແຂວງ ຜົ້ງສາລີ ຢູ່ທາງພາກເໜືອ ຂອງເມືອງ ງອຍ ແຂວງ ຫຼວງພຣະບາງ
Screen captured from Travel Asia video

ໂຄງການ ເຂື່ອນ ນໍ້າອູ 2 ຢູ່ ເມືອງ ງອຍ ແຂວງ ຫຼວງພຣະບາງ ໂຍກຍ້າຍ ປະຊາຊົນ ແລະ ສ້າງບ້ານ ຈັດສັນ ໃຫ້ ຮຽບຮ້ອຍ ແລ້ວ 2 ບ້ານ 136 ຫລັງ ເຮືອນ ແລະ ສ້າງ ພື້ນຖານ ໂຄງລ່າງ ທີ່ ຈໍາເປັນ ສໍາລັບ ປະຊາຊົນ ແລ້ວ; ຂນະນີ້ ກໍາລັງ ຝຶກອາຊີບ ໃຫ້ ປະຊາຊົນ ໃນ ການປູກພືດ ເສຖກິດ ແລະ ລ້ຽງສັດ. ຕາມຄໍາເວົ້າ ຂອງ ເຈົ້າໜ້າທີ່ ຂແນງ ພລັງງານ ແລະ ບໍ່ແຮ່ ແຂວງ ຫຼວງພຣະບາງ ຕໍ່ RFA ໃນ ວັນທີ 12 ພຶສຈິກາ 2015:

"ສໍາເຣັດ ແລ້ວ ໝົດແລ້ວເດ໊ ແຕ່ປີ 2015 ເດືອນ 6 ມັນ ມີໂຍກຍ້າຍ 2 ບ້ານ ຂະເຈົ້າ ກໍເຮັດ ອາຊີບ ທໍາການຜລິດ ກໍາລັງ ຝຶກ ມີປູກຝັງ ແລ້ວ ກໍລ້ຽງ ສັດ ປູກຕົ້ນໄມ້ ອຸດສາຫະກັມ".

ປັຈຈຸບັນ ການສ້າງ ເຂື່ອນ ນໍ້າອູ2 ສໍາເຣັດ ໄປແລ້ວ 92 ສ່ວນຮ້ອຍ ຊຶ່ງ ເຈົ້າໜ້າທີ່ ຄາດວ່າ ຈະເປີດໃຊ້ ໄດ້ ພາຍໃນ ກາງປີ 2016; ໄຟຟ້າ ທີ່ ຜລິດໄດ້ ຈະຂາຍໃຫ້ ຣັຖວິສາຫະກິດ ໄຟຟ້າ ລາວ ທັງໝົດ.

ເຂື່ອນ ນໍ້າອູ2 ມີກໍາລັງ ການຜລິດ 120 ເມັກກາວັດ, ເປັນນຶ່ງ ໃນ ເຂື່ອນ 7 ແຫ່ງ ທີ່ຈະສ້າງ ໃສ່ ນໍ້າອູ ທີ່ ມີແຫລ່ງ ຕົ້ນນໍ້າ ຢູ່ ພູເຂົາ ຊາຍແດນ ລາວ-ຈີນ ໃນ ແຂວງ ຜົ້ງສາລີ. ເຂື່ອນ ນໍ້າອູ ທັງ 7 ແຫ່ງ ຈະຖືກສ້າງ ໃສ່ຕາມ ລໍາ ນໍ້າອູ ຕັ້ງແຕ່ ແຂວງ ຜົ້ງສາລີ ລົງໄປເຖິງ ປາກ ນໍ້າອູ ທີ່ ຕົກໃສ່ ແມ່ນໍ້າຂອງ ທາງ ຕອນເໜືອ ຂອງ ແຂວງ ຫຼວງພຣະບາງ.

ນໍ້າອູ ຈະມີການ ສ້າງ ເຂື່ອນ ໄຟຟ້າ ໃສ່ ຫຼາຍກວ່າ ລໍານໍ້າ ອື່ນໆ ໃນລາວ. ໂຄງການ ນໍ້າອູ ທັງ 7 ເຂື່ອນ ຈະສ້າງ ໂດຍ ການ ຮ່ວມມື ຣະຫວ່າງ ກຸ່ມ ບໍຣິສັດ ຊີໂນ-ຮາຍໂດຣ ຂອງຈີນ ຜູ້ຖື ຮຸ້ນຢູ່ 85 ສ່ວນຮ້ອຍ ແລະ ຣັຖວິສາຫະກິດ ໄຟຟ້າ ລາວ ຊຶ່ງ ຖືຮຸ້ນ 15 ສ່ວນຮ້ອຍ.

ປັຈຈຸບັນ ເຂື່ອນ ນໍ້າອູ ໃນ ຂັ້ນທໍາອິດ ຄື ນໍ້າອູ2, ນໍ້າອູ5 ແລະ 6 ສ້າງ ເກືອບ ຈະສໍາເຣັດ ແລ້ວ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.