ລາວ-ຈີນ ລົງນາມສ້າງທາງ ຣົຖໄຟ

ສິດນີ
2015.11.16
F-Laos-China-train ໂຄງການຮ່ວມທຶນຣົດໄຟ ລາວ-ຈີນ
RFA

ຫນັງສືພີມ China daily ສະບັບ ວັນທີ 14 ພຶສຈິກາ 2015 ຣາຍງານ ວ່າ ລາວ ແລະ ຈີນ ໄດ້ ລົງນາມ ຂໍ້ຕົກລົງ ຮ່ວມມື ຣະຫວ່າງ ຣັຖບານ ໃນການ ກໍ່ສ້າງ ເສັ້ນທາງ ຣົດໄຟ ຄວາມໄວສູງ ທີ່ ກຸງ ປັກກີ່ງ ໃນ ຕອນແລງ ວັນທີ 13 ພຶສຈິກາ. ຕາມຣາຍງານ ທ່ານ ຊູ ຊາວຊີ ປະທານ ຄນະ ກັມມາທິການ ການພັທນາ ແລະ ປະຕິຮູບ ແຫ່ງຊາດ ຊື່ງເປັນ ຫນ່ວຍງານ ຣະດັບ ສູງ ໃນການ ຊີ້ແນະ ທາງ ເສຖກິດ ຈີນ ໄດ້ ລົງນາມ ຂໍ້ຕົກລົງ ດັ່ງກ່າວ ກັບ ທ່ານ ສົມສະຫວາດ ເລັ່ງສະຫວັດ ຮອງ ນາຍົກ ຣັຖມົນຕຣີ ລາວ ທີ່ ຢູ່ຕຶກ ຮັບແຂກ ຣັຖບານ ທີ່ ກຸງ ປັກກີ່ງ ວ່າ.

ສອງ ປະເທດ ໄດ້ຕົກລົງ ເຫັນພ້ອມ ທີ່ ຈະໃຊ້ ເທັກໂນໂລຈີ ທີ່ ທັນສມັຍ ຂອງຈີນ ໃນການ ສ້າງ ເສັ້ນທາງ ຣົດໄຟ ຄວາມໄວສູງ ໃນຣະຍະ ທາງຍາວ ປະມານ 418 ກິໂລແມັດ ເຊື່ອມຕໍ່ ຈາກ ທາງໃຕ້ ເມືອງ ຂຸນໝິງ ຂອງຈີນ ໄປສູ່ ເມືອງ ຈິງຮົງ ແລະ ບໍ່ຫານ ຊາຍແດນ ຈີນ ເຂົ້າສູ່ ລາວ ຜ່ານ ຊາຍແດນ ທີ່ ເມືອງບໍ່ເຕັນ ແຂວງ ຫຼວງນ້ຳທາ ໄປຫາ ແຂວງ ຫຼວງພຣະບາງ ວັງວຽງ ແລະ ນະຄອນຫຼວງ ວຽງຈັນ ຈະໃຊ້ ບໍຣິການ ຜູ້ໂດຍສານ ແລະ ຂົນສົ່ງ ສິນຄ້າ.

ຄວາມໄວ ໂດຍສະເລັ່ຽ ຂອງ ເສັ້ນທາງ ຣົດໄຟ ຄວາມໄວສູງ ສາຍນີ້ ຈະກຳນົດ ໃຫ້ຢູ່ ໃນ ຣະດັບ 160 ກິໂລແມັດ ຕໍ່ຊົ່ວໂມງ ແລະ ການ ລົງທຶນ 70% ຫລື ປະມານ 6 ຕື້ 270 ລ້ານໂດລາ ແມ່ນຈີນ ສ່ວນເຫລືອ ແມ່ນ ຣັຖບານ ລາວ ໃນມູນຄ່າ ການລົງທຶນ ທັງຫມົດ 7 ຕື້ ໂດລາ ສະຫະຣັດ.

ຣາຍງານ ຫນັງສືພີມ ລາວ ວ່າ ຈະມີການ ວາງ ສີລາລຶກ ໃນໂຄງການ ຣົດໄຟ ຄວາມໄວສູງ ສາຍນີ້ ໃນໄວໆນີ້ ເພື່ອ ສເລີມສລອງ ວັນທີ 2 ທັນວາ ວັນຊາດ ສປປລາວ ໃນ ປີນີ້ ແຕ່ຍັງ ບໍ່ມີ ກຳນົດ ວັນເວລາ ໃນການ ເລີ້ມລົງມື ສ້າງ.
ໂຄງການ ຣົດໄຟ ຄວາມໄວສູງ ສາຍນີ້ ໄດ້ເລື່ອນ ເວລາ ມາສອງ ເທື່ອແລ້ວ ດັ່ງ ພິທີ ວາງ ສີລາລຶກ ທີ່ ມີກຳນົດ ຈະຈັດຂື້ນ ໃນ ວັນທີ 25 ເດືອນ ເມສາ ປີ 2011 ນັ້ນກໍຖືກ ຢຸດສງັກ ແລະ ການວາງ ສີລາລຶກ ໃນ ເດືອນ ພຶສຈິກາ 2012 ກ່ອນ ກອງປະຊຸມ ອາເຊັມ ກໍຖືກ ຍົກເລີກ. ເມື່ອ ບໍ່ດົນ ມານີ້ ທາງການລາວ ໄດ້ ເຈຣະຈາ ກັບຈີນ ໃຫ້ ຫລຸດ ດອກເບັ້ຽເງິນກູ້ ລົງຕື່ມ ເພາະ ເຫັນວ່າ ດອກເບັ້ຽ 3% ນັ້ນ ສູງເກີນໄປ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.