ຕໍາຣວດສັນນິຖານກໍຣະນີ ອາຈານ ບົວ

ສິດນີ
2015.11.13
F-bua ພຣະອາຈານ ຍາພໍ່ ບົວ ຖືກ ຄາດຕະກັມ
RFA

ຄວາມຄືບຫນ້າ ກ່ຽວກັບ ຄະດີ ການ ຄາດຕະກັມ ພຣະ ອາຈານ ມະຫາ ບົວ ຮອງ ປະທານ ອົງການ ພຸທທະ ສາສນາ ສຳພັນ ແຂວງ ສວັນນະເຂດ ຢູ່ ວັດໃຫຽ່ ໄຊຍະພູມ ເມືອງ ໄກສອນ ພົມວິຫານ ແຂວງ ສວັນນະເຂດ ໃນ ວັນທີ 12 ພຶສຈິກາ 2015.

ຫລ້າສຸດ ເຈົ້າຫນ້າທີ່ ຕຳຣວດ ແຂວງ ສວັນນະເຂດ ໄດ້ ຕັ້ງຂໍ້ ສົງສັຍ ກ່ຽວກັບ ການຕາຍ ຂອງ ພຣະ ມະຫາ ບົວ ໃນ 3 ສາເຫດ.

ສາເຫດ ທີນຶ່ງ- ແມ່ນ ທ່ານຖືກ ຄາດຕະກັມ ເພື່ອ ຊິງຊັພ ຍ້ອນ ຫລັງຈາກ ມີການ ກວດສອບ ຫ້ອງນອນ ຂອງ ທ່ານ ແລ້ວ ພົບວ່າ ມີການ ຮື້ຄົ້ນ ຕູ້ ມ້ຽນ ເຄື່ອງ ຂອງ ມີຄ່າ ຈຶ່ງ ຄາດການ ວ່າ ມີເງິນ ແລະ ຊັພສີນ ຈຳນວນ ນຶ່ງ ທີ່ຖືກ ຄົນຮ້າຍ ເອົາໄປ.

ສາເຫດ ທີສອງ- ແມ່ນເຣື້ອງ ສ່ວນຕົວ ເພາະ ຜູ້ ເສັຽຊີວິດ ນັ້ນມີ ການພົວພັນ ກັບ ກຸ່ມ ວັຍລຸ້ນ.

ສາເຫດ ທີສາມ- ແມ່ນ ມີເຣື້ອງ ຜິດໃຈ ກັບ ພຣະ ອາຈານ ໃຫຽ່ ອົງນຶ່ງ ທີ່ ຍັງບໍ່ຍອມ ລົງຮອຍ ກັນ ຈົນຮອດ ທຸກ ມື້ນີ້.

ຫລັງຈາກ ມີການ ຄາດຕະກັມ ເສັຽຊີວິດ ມີຣາຍງານ ວ່າມີ ພຣະສົງ ອົງນຶ່ງ ຢູ່ ໃນວັດນັ້ນ ໄດ້ຫນີໄປ ປະເທດ ໄທ, ຜ່ານດ່ານ ເຂົ້າອອກ ສວັນນະເຂດ- ມຸກດາຫານ ຊື່ງ ພຣະອົງນີ້ ອາດຮູ້ ສາເຫດ ການຕາຍ ຂອງ ພຣະ ມະຫາ ບົວ.

ໃນ ວັນທີ 12 ພຶສຈິກາ ຫລັງຈາກ ມີ ສຳມະເນນ ໃນວັດ ໄດ້ໄປປຸກ ພຣະ ອາຈານ ມະຫາ ບົວ ໃນ ກຸດຕິ ໃຫ້ມາ ສັນເຂົ້າ ເຊົ້າ ຈຶ່ງ ພົບວ່າ ທ່ານ ໄດ້ ເສັຽຊີວິດ ກ່ອນໜ້າ ນັ້ນ ແລ້ວ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.