ການປົກຄອງຢູ່ ລາວ ປ່ຽນຍາກ
2015.11.15
ນັກ ວິຊາການ ໄທ ຜູ້ ສຶກສາ ແລະ ວິຈັຍ ກ່ຽວກັບ ອະນາຄົດ ການເມືອງ ຂອງ ປະເທດ ລາວ ໃຫ້ ຄໍາເຫັນ ວ່າ, ເປັນ ໄປໄດ້ ຍາກຫຼາຍ ທີ່ ຈະເກີດການ ປ່ຽນແປງ ການ ປົກຄອງ ໃນ ສປປລາວ ໃນ ມໍ່ໆ ຂ້າງໜ້າ ນີ້ ເພາະວ່າ ຣັຖກອນ ແລະ ຄົນ ຊັ້ນກາງ ເປັນ ກຸ່ມຄົນ ທີ່ ໄດ້ຮັບ ຜົລ ປະໂຫຍດ ທາງ ເສຖກິດ ຍ້ອນ ຂ້ອນຂ້າງ ມີຄວາມສງົບ ທາງ ການເມືອງ ແລະ ຍອມ ຮັບ ຣະບອບ ການ ປົກຄອງ ໃນ ປັຈຈຸບັນ:
"ທ່ານ ກ່າວວ່າ ຮູ້ສຶກ ແປກໃຈ ທີ່ ຄົນ ລຸ້ນໃໝ່ ຫລື ຄົນ ຊັ້ນກາງ ສ່ວນຫຼາຍ ສນັບສນູນ ພັກ ປະຊາຊົນ ປະຕິວັດ ລາວ. ສາເຫດ ນຶ່ງ ຄືວ່າ ພວກເຂົາ ໄດ້ຜົລ ປະໂຫຍດ ຈາກ ສະພາບ ທາງການ ເມືອງ ທີ່ ຂ້ອນຂ້າງ ສງົບງຽບ ເຮັດໃຫ້ ບັນຍາກາດ ການ ລົງທຶນ ດີ ເສຖກິດ ປະເທດ ຂຍາຍຕົວ, ແລະ ອີກ ສາເຫດ ນຶ່ງ ຄື ພັກ-ຣັຖ ປູກແນວຄິດ ເຊື່ອຖື ເຊີດຊູພັກ ໃຫ້ ເດັກ ນ້ອຍ ນັກຮຽນ ແລະ ຄົນ ລຸ້ນໃໝ່ ຜ່ານ ການ ອົບຮົມ ໃນ ໂຮງຮຽນ'.
ນັກ ວິຊາການ ທ່ານນີ້ ກ່າວ ຕື່ມວ່າ ມີ ປະຊາຊົນ ບາງສ່ວນ ບໍ່ພໍໃຈ ໃນເຣື່ອງ ການສໍ້ຣາສ ບັງຫລວງ, ເຣື່ອງ ຜົລກະທົບ ຈາກການ ລົງທຶນ ຂອງ ຕ່າງ ປະເທດ ແລະ ການຍຶດຄອງ ທີ່ ດິນ ຂອງ ປະຊາຊົນ ແຕ່ ກໍຍັງບໍ່ ສາມາດ ເຮັດຫຍັງໄດ້ ຫລາຍ.
ສ່ວນຄົນ ລຸ້ນໃໝ່ ທີ່ ຮຽນຈົບ ຈາກ ຕ່າງ ປະເທດ ແລ້ວ ກັບມາ ເຮັດວຽກ ຢູ່ລາວ ກໍຈໍາຕ້ອງ ຍອມຮັບ ຣະບອບ ການເມືອງ ໃນ ປັດຈຸບັນ ເພື່ອບໍ່ໃຫ້ ເກີດ ບັນຫາ ຂຶ້ນກັບ ຕົນເອງ ແລະ ຄອບຄົວ.
ແຕ່ໃນ ຂນະ ດຽວກັນ ທ່ານ ກໍເວົ້າວ່າ ຫລັງຈາກ ເປີດ ປະຊາຄົມ ເສຖກິດ ອາຊຽນ ໃນ ທ້າຍປີນີ້ ຫລື ເມື່ອຕ້ອງ ການເຂົ້າ ຮ່ວມວຽກ ງານ ກັບ ສາກົລ ຫຼາຍຂຶ້ນ ສປປ ລາວ ກໍຕ້ອງ ປັບປຸງ ແກ້ໄຂ ບັນຫາ ຄວາມ ບໍ່ໂປ່ງສັຍ ຂອງຕົນ ເພື່ອໃຫ້ ສາກົລ ຍອມຮັບ ແລະ ປະຊາຊົນ ລາວ ກໍຈະໄດ້ ຜົລປະໂຫຍດ ຈາກ ການພັທນາ ນັ້ນ ນໍາດ້ວຍ.
ຢ່າງໃດ ກໍຕາມ ຈາກ ຜົລຂອງ ການ ປະຕິຮູບ ໄປ ສູ່ ປະຊາທິປະຕັຍ ຢູ່ປະເທດ ພະມ້າ ເປັນຕົ້ນ ພາຍຫລັງ ການເລືອກຕັ້ງ ທີ່ ພັກ ຝ່າຍຄ້ານ ໄດ້ຮັບ ໄຊຊນະ ຢ່າງ ຖ້ວມທົ້ນ ມານີ້ ປະຊາຊົນ ລາວ ຈໍານວນ ນຶ່ງ ກໍ ສະແດງ ຄວາມຄິດເຫັນ ຢາກໃຫ້ ສປປ ລາວ ມີການ ປ່ຽນແປງ ໄປສູ່ ປະຊາທິປະຕັຍ ເພາະວ່າ ປະຊາຊົນ ລາວ ມີຄວາມ ຕື່ນຕົວ ຫຼາຍຂຶ້ນ ນັບມື້.