ຜູ້ນໍາລາວສືບຕໍ່ຜະເດັດການ
2015.11.16
ໃນມື້ ຍຶດ ອຳນາດ ວັນທີ 2 ທັນວາ ປີ 1975 ທ່ານ ໄກສອນ ພົມວິຫານ ເລຂາທິການ ໃຫຍ່ ພັກ ປະຊາຊົນ ປະຕິວັດ ລາວ ປະກາດ ຢ່າງ ຈະແຈ້ງ ວ່າ ຄນະຜູ້ນຳ ສປປລາວ ຈະຈັດຕັ້ງ ນຳພາ ເຮັດການ ປະຕິວັດ ສ້າງ ສັງຄົມ ນິຍົມ ໂດຍ ບໍ່ຜ່ານ ຣະບອບ ນາຍທຶນ.
ຫລັງຈາກ ນັ້ນ ຄນະຜູ້ນຳ ສະມາຊິກ ພັກ ແລະ ພະນັກງານ ຣັຖກອນ ທຸກຄົນ ກໍເວົ້າ ເປັນສຽງ ດຽວກັນ ວ່າ ຈະເດັດດ່ຽວ ເຮັດການ ປະຕິວັດ ສ້າງ ສັງຄົມ ນິຍົມ ໃນລາວ ໃຫ້ໄດ້. ໃນ ຂນະດຽວກັນ ພັກ-ຣັດ ກໍປາບປາມ ນາຍທຶນ ແລະ ການເຮັດ ທຸຣະກິດ ສ່ວນຕົວ.
ປະມານ ສອງປີ ຕໍ່ມາ ພັກ-ຣັດ ກໍເກນ ພະນັກງານ ຊາວໜຸ່ມ ວັຍລຸ້ນ ນັກສຶກສາ ຕລອດ ເຖິງ ພຣະສົງ ສັມມະເນນ ໄປອອກ ແຮງງານ ລວມ ເຊັ່ນຂຸດ ຝາຍນ້ຳຊ່ວງ; ອຳນາດ ການປົກຄອງ ນະຄອນຫຼວງ ວຽງຈັນ ກໍເປີດ ຮ້ານຄ້າ ແລະ ຮ້ານອາຫານ ຂອງຣັດ ຕົວຢ່າງ ຮ້ານຄ້າ ວຽງຈັນ ເລກນຶ່ງ ວຽງຈັນ ສອງ ຫລື ຮ້ານເຟີ ວຽງຈັນ ນຶ່ງ ແລະ ສອງ; ບໍ່ເທົ່ານັ້ນ ພັກຣັດ ຍັງສ້າງ ເຂດ ກະເສດ ນາບົງ ຊຶ່ງ ເປັນ ທຸຣະກິດ ຂອງຣັດ. ການກະທຳ ທັງໝົດ ນີ້ ລ້ວນແລ້ວ ແຕ່ ແມ່ນ ສ່ວນນຶ່ງ ຂອງການ ປະຕິວັດ ສ້າງ ສັງຄົມ ນິຍົມ.
ການກະທຳ ເຫລົ່ານີ້ ເຮັດໃຫ້ ປະຊາຊົນ ລາວ ກວ່າ ສາມແສນ ຄົນ ໂຕນໜີ ອອກຈາກ ປະເທດ ໄປ ຜູ້ຍັງຢູ່ ໃນ ປະເທດ ກໍທຸກຍາກ ຂາດເຂີນ ອຶດເຂົ້າ ອຶດນ້ຳຕານ ອຶດ ອາຫານ ການກິນ. ຕໍ່ມາ ສະຫະພາບ ໂຊວຽດ ຢຸດການ ຊ່ວຍ ເຫລືອ ທຸກຢ່າງ ຖອນຕົວ ອອກຈາກ ລາວ, ເອິ້ນ ທ່ານ ໄກສອນ ພົມວິຫານ ໄປພົບ. ຈາກນັ້ນ ເມື່ອ ປີ 1986 ຄນະຜູ້ນຳ ພັກ ແລະ ຣັຖບານ ສປປລາວ ກໍ ປະກາດ ປະຕິຮູບ ຣະບົບ ເສຖກິດ ຈາກ ຣະບົບ ສັງຄົມ ນິຍົມ ມາເປັນ ຣະບົບ ການຕລາດ ເອິ້ນວ່າ ຈິນຕະນາການ ໃໝ່ ອະນຸຍາດ ໃຫ້ ປະຊາຊົນ ລາວ ເຮັດ ທຸຣະກິດ ການຄ້າ ແລະ ການຜລິດ ແບບ ເອກກະຊົນ ຫລື ແບບ ນາຍທຶນ ໄດ້.
ເຈົ້າໜ້າທີ່ ຣັຖບານ ຫຼາຍຄົນ ກໍອອກການ ມາເຮັດ ທຸຣະກິດ ສ່ວນຕົວ. ໃນຂນະ ດຽວກັນ ສປປລາວ ກໍເປີດກວ້າງ ຕໍ່ໂລກ ພາຍນອກ ເປີດໃຫ້ ຊາວຕ່າງ ປະເທດ ເຂົ້າມາ ຮັບເອົາ ການ ລົງທຶນ ຕ່າງ ປະເທດ ເຂົ້າເປັນ ສະມາຊິກ ອາຊຽນ ແລະ ອົງການ ສາກົນ ອື່ນໆ. ຄນະຜູ້ນຳ ແລະ ເຈົ້າໜ້າທີ່ ພັກ-ຣັດ ກໍບໍ່ຄ່ອຍ ເວົ້າ ເຖິງການ ສ້າງ ສັງຄົມ ນິຍົມ ຈົນ ປະຊາຊົນ ລາວ ຫຼາຍຄົນ ໂດຍສະເພາະ ລຸ້ນ ໜຸ່ມນ້ອຍ ຫລົງເຊື່ອ ວ່າ ສປປລາວ ບໍ່ແມ່ນ ປະເທດ ສັງຄົມ ນິຍົມ ຫລື ຄອມມຸຍນິສ ແລ້ວ.
ແຕ່ໃນ ກອງປະຊຸມ ຂອງພັກ ແລະ ໃນເວລາ ພົບປະ ຫາລື ກັບ ຜູ້ນຳ ປະເທດ ສັງຄົມ ນິຍົມ ອື່ນໆ ຄນະຜູ້ນຳ ລາວ ກໍຍັງ ຢືນຢັນ ຈະສ້າງ ສັງຄົມ ນິຍົມ ສືບຕໍ່ໄປ. ດັ່ງທ່ານ ຈູມມະລີ ໄຊຍະສອນ ເລຂາທິຫານ ໃຫຍ່ ພັກ ປະຊາຊົນ ປະຕິວັດ ລາວ ແລະ ປະທານ ປະເທດ ສປປລາວ ໄດ້ກ່າວ ໃນ ກອງປະຊຸມ ຫລວງ ຂອງພັກ ຄັ້ງ ທີ່ແລ້ວວ່າ:
“ສ້າງ ເສຖກິດ ການຕລາດ ຕາມທິດ ສັງຄົມ ນິຍົມ ໃຫ້ ສົມບູນ ຍິ່ງໆຂຶ້ນ ບຸຣະນະ ຣະບອບ ປະຊາ ທິປະໄຕ ປະຊາຊົນ ສ້າງ ບັນດາ ປະຖົມ ປັດໃຈ ເພື່ອສ້າງຂຶ້ນ ສັງຄົມ ນິຍົມ ເທື່ອ ລະກ້າວ.”
ອະດີດ ເຈົ້າໜ້າທີ່ ຣັຖບານ ລາວ ທ່ານນຶ່ງ ໃຫ້ຄຳຄິດ ຄຳເຫັນ ວ່າ ຄນະຜູ້ນຳ ລາວ ປັດຈຸບັນ ຍັງ ຈະ ພຍາຍາມ ກຳ ອຳນາດ ສືບຕໍ່ໄປ ເລື້ອຍໆ ຍັງ ຍຶດໝັ້ນ ໃນການສ້າງ ສັງຄົມ ນິຍົມ ແລະ ກຳລັງ ມອບອຳນາດ ໃຫ້ແກ່ ລູກຫລານ ຂອງ ພວກເຂົາ. ຄົນລາວ ລຸ້ນໃໝ່ ໃຫຍ່ລຸນ ຜູ້ນຶ່ງ ເວົ້າວ່າ:
“ຖ້າວ່າ ລາວ ຈະປ່ຽນ ຈາກ ຣະບອບ ຄອມມຸຍນິສ ມາເປັນ ປະຊາທິປະໄຕ ຂ້າພະເຈົ້າ ຄິດວ່າ ເປັນໄດ້ຍາກ ຖ້າບໍ່ໄດ້ ຮັບ ອະນຸຍາດ ຈາກ ວຽດນາມ ເພາະວ່າ ວຽດນາມ ເປັນ ຫົວໜ້າ ໃຫຍ່ ຂອງ ພັກ ປະຊາຊົນ ປະຕິວັດ ລາວ ຫລື ວ່າ ຄອບງຳ ພັກ ປະຊາຊົນ ປະຕິວັດ ລາວ ຢູ່.”
ນັກຮຽນຮູ້ ປັນຍາຊົນ ລາວ ທ່ານນຶ່ງ ປັດຈຸບັນ ຢູ່ໃນ ປະເທດ ອອສເຕຣເລັຽ ກໍເຊື່ອວ່າ ຄນະ ຜູ້ນຳລາວ ຈະບໍ່ປ່ຽນ ຣະບອບ ການປົກຄອງ ຢ່າງ ເດັດຂາດ ຖ້າບໍ່ໄດ້ ຮັບຄວາມ ເຫັນດີ ເຫັນພ້ອມຈາກ ວຽດນາມ ຫລື ຖ້າວຽດນາມ ບໍ່ປ່ຽນແປງ ກ່ອນ.
ເຖິງຢ່າງໃດ ກໍດີ ຊາວລາວ ບາງຄົນ ໂດຍສະເພາະ ລຸ້ນ ໜຸ່ມນ້ອຍ ຍັງມີ ຄວາມຫວັງວ່າ ໃນ ອະນາຄົດ ປະເທດ ລາວ ກໍອາດຈະ ມີການ ປ່ຽນແປງ ກໍເປັນໄດ້. ດັ່ງ ຍິງສາວ ຄົນນຶ່ງ ທີ່ ນະຄອນຫຼວງ ວຽງຈັນ ຕອບ ຄໍາຖາມ ຈະເປັນໄປ ໄດ້ບໍ່ ທີ່ ປະເທດ ລາວ ຈະປ່ຽນເປັນ ຣະບອບ ເສຣີ ປະຊາທິປະໄຕ ວ່າ:
“ອາດຈະ ອາດຈະ ແຕ່ຄັນເບິ່ງ ໃນ ຣະຍະສັ້ນ ຄື ຊິຍັງດອກ ຄື ຊິຍາກ ເພາະມັນ ເປັນ ພັກດຽວ ມາແລ້ວ ຄື ຊິຍາກ ແຕ່ວ່າ ອະນາຄົດ ກະບໍ່ແນ່ ນໍ໋ ເຮົາກະ ບໍ່ຮູ້ວ່າ ມັນຈະເປັນ ຈັ່ງໃດ ເພາະວ່າ ຄົນລາວ ເຮົາເລີ້ມໄປ ສຶກສາ ໄປຮຽນ ຕ່າງ ປະເທດ ຫຼາຍຂຶ້ນ ຄວາມຮັບຮູ້ ແມ່ນຫຍັງ ມັນກໍຫຼາຍ ຂຶ້ນ ແລະ ຄວາມຄິດເຫັນ ຄວາມຄິດ ຂອງຄົນ ມັນກໍ ແຕກຕ່າງກັນ ຫຼາຍຂຶ້ນ ກໍອາດຈະ ເປັນໄປໄດ້.”
ແຕ່ ເຈົ້າໜ້າທີ່ ທາງການ ລາວ ທ່ານນຶ່ງ ທີ່ ບໍ່ປະສົງ ອອກຊື່ ຢືນຢັນ ກັບ ຂ້າພະເຈົ້າ ວ່າ:
“ພັກ ປະຊາຊົນ ປະຕິວັດ ລາວ ນີ້ ຖືເອົາ ທິສດີ ລັດທິ ມາກ-ເລນິນ ເພື່ອ ພັທນາ ປະເທດ ຊາດ ກ້າວຂຶ້ນ ສັງຄົມ ນິຍົມ. ປະເທດ ລາວ ໃນ ຣະຍະ 40 ປີ ຜ່ານມາ ກໍມີການ ປ່ຽນແປງ ທ່ານ ຄິດວ່າ ດຽວນີ້ ໜິ ໃຊ້ ທິສດີ ສັງຄົມ ນິຍົມ ນັ້ນຢູ່ບໍ່ ຫລື ປະລະ ແລ້ວ? ບໍ່ ນະໂຍບາຍ ຍັງຄືເກົ່າ ມີແຕ່ປ່ຽນ ແນວຄິດ ທິສດີ ການ ປ່ຽນແປງ ໃໝ່ ໝາຍຄວາມ ວ່າ ແນວໃດ ກໍຕາມ ພັກ ປະຊາຊົນ ປະຕິວັດ ລາວ ແລະ ຣັຖບານ ສປປລາວ ຍັງຢືຢັນ ຍຶດໝັ້ນ ແນວທາງ ກ້າວຂຶ້ນ ສັງຄົມ ນິຍົມ ຢູ່ຄືເກົ່າ. ຫລາຍຄົນ ເວົ້າວ່າ ແມ້ກະທັງ ຄົນລາວ ເຮົາເອງ ກໍ ເຂົ້າໃຈວ່າ ໂອ່ດຽວນີ້ ປະເທດ ລາວ ປ່ຽນແປງ ຫຼາຍແລ້ວ ເປີດກວ້າງ ມີ ການລົງທຶນ ຂອງ ຕ່າງ ປະເທດ ແນວນັ້ນ ແນວນີ້ ຄືຊິເຊົາ ສ້າງ ສັງຄົມ ນິຍົມ ແລ້ວ ປ່ຽນ ຣະບົບ ຣະບອບ ແລ້ວ ບໍ່ແມ່ນ ແນວນັ້ນ ເນາະ. ບໍ່ ບໍ່ແມ່ນ ບໍ່ແມ່ນ ອັນນັ້ນເຂົາ ເອິ້ນວ່າ ຂະບວນການ ພັທນາ ເສຖກິດ ສັງຄົມ ມັນກໍຕ້ອງ ພັທນາ ແນວນີ້ ໂດຍ ອີງຕາມ ທິສດີ ການ ປ່ຽນແປງ ໃໝ່ ອັນນັ້ນ ເພື່ອ ພັທນາ ປະເທດຊາດ ກ້າວຂຶ້ນ ສັງຄົມ ນິຍົມ.”
ໃນເມື່ອ ພັກ-ຣັດ ບໍ່ຍອມ ປະຕິຮູບ ການປົກຄອງ ທ່ານຜູ້ຟັງ ອາດຢາກ ຖາມວ່າ ປະຊາຊົນ ລາວ ມັກ ການປົກຄອງ ແບບ ຣະບອບ ສັງສົມ ນິຍົມ ນີ້ບໍ່. ອະດີດ ເຈົ້າໜ້າທີ່ ທາງການ ລາວ ທ່ານນຶ່ງ ຕອບຄຳຖາມ ນັ້ນວ່າ ຄົນລາວ ສ່ວນຫຼາຍ ບໍ່ມັກ ຣະບອບ ສັງຄົມ ນິຍົມ ແມ້ແຕ່ ເຈົ້າໜ້າທີ່ ຂັ້ນສູງ ຂອງພັກ ແລະ ຣັຖບານ ກໍບໍ່ ເຊື່ອໝັ້ນ ໃນ ຣະບອບ ສັງຄົມ ນິຍົມ ນີ້ແລ້ວ ມີພຽງແຕ່ ແກນນຳ ຂັ້ນສູງ ແລະ ລູກຫລານ ຂອງ ພວກເຂົາເຈົ້າ ເທົ່ານັ້ນ ທີ່ຍັງມັກ ຣະບອບ ສັງຄົມ ນິຍົມ ນີ້ ຢູ່.
ສລຸບແລ້ວ ເຖິງຈະມີ ການປ່ຽນແປງ ແນວໃດ ກໍຕາມ ຄນະຜູ້ນຳ ພັກ ແລະ ຣັຖບານ ສປປລາວ ກໍຈະບໍ່ ປະຕິຮູບ ຣະບອບ ການປົກຄອງ ຈາກ ສັງຄົມ ນິຍົມ ມາເປັນ ເສຣີ ປະຊາທິປະໄຕ ງ່າຍໆ.