ບຸກຄົນຫາຍສາບສູນ ທີ່ຄິດຕ່າງ ພັກ-ຣັດ
2020.08.30

ເນື່ອງໃນວັນຜູ້ໄດ້ຮັບເຄາະຮ້າຍ ຈາກການບັງຄັບຫາຍສາບສູນ ວັນທີ 30 ເດືອນສິງຫາ, ປີນີ້ ສະຫະປະຊາຊາດ ຣາຍງານວ່າ ຄົນຫາຍ ສາບສູນ ຢູ່ ເອເຊັຍຕາວັນອອກສ່ຽງໃຕ້ ມີເຖິງ 1,300 ກວ່າຄົນ; ຢູ່ລາວ ກໍມີຄົນຫາຍສາບສູນຫຼາຍ. ນຶ່ງໃນຜູ້ທີ່ສຳຄັນກໍຄື ທ່ານ ສົມບັດ ສົມພອນ ນັກພັທນາສັງຄົມ ຫາຍສາບສູນເມື່ອວັນທີ່ 15 ເດືອນທັນວາ ປີ 2012.
ຕາມກ້ອງວົງຈອນປິດ ໃນຕອນແລງຂອງມື້ນັ້ນ ທ່ານ ສົມບັດ ສົມພອນ ຂີ່ຣົົດກັບບ້ານ ໃນ ນະຄອນຫຼວງວຽງຈັນ ເມື່ອມາຮອດປ້ອມຍາມ ຕຳຣວດຫລັກສາມ ຖືກເຈົ້າໜ້າທີ່ຕຳຣວດ ຢຸດຣົດ ແລະ ນຳໂຕເຂົ້າໄປໃນປ້ອມຍາມ ແລ້ວຊາຍຄົນນຶ່ງ ກໍຂີ່ຣົດຂອງທ່ານ ສົມບັດ ສົມພອນ ອອກໄປ. ບໍ່ດົນຕໍ່ມາ ທ່ານ ສົມບັດ ສົມພອນ ກໍຖືກສົ່ງຂຶ້ນຣົດກະບະອີກຄັນນຶ່ງ ແລ້ວກໍ ແລ່ນອອກໄປທາງດຽວກັນ.
ໃນກ້ອງວົງຈອນປິດອີກຕອນນຶ່ງ ເຮັດໃຫ້ເຫັນຊາຍຄົນນຶ່ງຂັບຣົດ ທ່ານ ສົມບັດ ສົມພອນ ກັບເຂົ້າໄປກາງນະຄອນຫຼວງວຽງຈັນ ສ່ວນວ່າ ທ່ານ ສົມບັດ ສົມພອນ ນັ້ນຫາຍສາບສູນ ໄປເລີຍ.
ກ່ອນຫາຍສາບສູນ ທ່ານ ສົມບັດ ສົມພອນ ໄດ້ເປັນປະທານຮ່ວມກອງປະຊຸມ ພາກປະຊາສັງຄົມເອເຊັຍ-ຢູ່ໂຣບ ຊຶ່ງຖືກຈັດຂຶ້ນຄຽງຄູ່ກັບ ກອງປະຊຸມສຸດຍອດເອເຊັຍ-ອີຢູ ທີ່ນະຄອນ ຫລວງວຽງຈັນໃນປີ 2012 ນັ້ນ.
ກ່ອນກໍຣະນີ ທ່ານ ສົມບັດ ສົມພອນ, ຄົນລາວອີກຜູ້ນຶ່ງ ທີ່ມີຊື່ວ່າ ທ່ານ ສົມພອນ ຂັນຕິສຸກ ກໍຫາຍສາບສູນ ເມື່ອປີ 2007 ທີ່ແຂວງຫຼວງ ນ້ຳທາ. ທ່ານ ສົມພອນ ຂັນຕິສຸກ ເປັນນັກ ທຸຣະກິດ ເຈົ້າຂອງຮ້ານອາຫານ ແລະ ເຮືອນພັກ.
ກ່ອນຈະຫາຍສາບສູນ ທ່ານ ສົມພອນ ຂັນຕິສຸກ ຂັດຄ້ານການຍຶດທີ່ດິນ ປະຊາຊົນດ້ວຍນັກລົງທຶນຕ່າງຊາດ ແລະເຄີຍຕຳນິຕິຕຽນການ ລົງທຶນກະສິກັມຂອງຈີນ. ໃນມື້ຫາຍສາບສູນ ທ່ານ ສົມພອນ ຂັນຕິສຸກ ເດີນທາງໄປ ທີ່ຫ້ອງການຕຳຣວດ ຕາມຄຳເຊີນ ແຕ່ເມື່ອໄປແລ້ວ ກໍຫາຍສາບສູນໄປເລີຍ.
ນຶ່ງປີກ່ອນ ທ່ານ ສົມບັດ ສົມພອນ ຫາຍສາບສູນ, ທ່ານ ຄາຢັ່ງ ກໍຫາຍສາບສູນ. ທ່ານຄາຢັ່ງ ພ້ອມດ້ວຍຄອບຄົວ ຫລົບໜີໄປປະເທດໄທຍ ກ່ອນປີ 2009 ແລ້ວກໍໄດ້ຖານະເປັນ ອົພຍົບ ລໍຖ້າຈະໄປຕັ້ງຖິ່ນຖານ ຢູ່ປະເທດທີ່ສາມ; ແຕ່ແທນທີ່ຈະໄດ້ໄປປະເທດທີ່ສາມ ທ່ານ ຄ່າຢັ່ງ ແລະຄອບຄົວ ໄດ້ຖືກສົ່ງກັບຄືນ ປະເທດລາວ ໃນປີ 2009; ຢູ່ ລາວ ຈົນຮອດເດືອນ ເມສາ 2011 ທ່ານ ຄ່າຢັ່ງ ແລະ ລູກເມັຽກໍພາກັນ ໂຕນກັບຄືນມາໄທຍ ອີກ, ແຕ່ເທື່ອນີ້ ທ່ານ ຄ່າຢັ່ງ ຖືກສົ່ງກັບຄືນລາວອີກ ເມື່ອໄປເຖິງລາວ ກໍຖືກເຈົ້າໜ້າທີ່ລາວ ຈັບ ແລະກັກຂັງ ແລ້ວ ໂທຣະສັບ ມາຫາເມັຽ ຢູ່ເມືອງໄທຍ ວ່າຂ້ອຍຄົງຈະບໍ່ລອດ. ຈາກນັ້ນ ທ່ານ ຄ່າຢັ່ງ ກໍມິດງຽບໄປເລີຍ.
ນອກຈາກໃນປະເທດແລ້ວ ຄົນລາວຢູ່ໄທ ກໍຫາຍສາບສູນເຊັ່ນກັນ ເຊັ່ນ ທ້າວ ອອດ ໄຊຍະວົງ ທີ່ຫາຍສາບສູນໄປ ເມື່ອວັນທີ່ 26 ສິງຫາ 2019 ທີ່ບາງກອກ. ທ້າວ ອອດ ໄຊຍະວົງ ໄປເຮັດວຽກ ຢູ່ປະເທດໄທ ແລະ ໄດ້ໂພສຂໍ້ຄວາມ ຕຳນິຕິຕຽນຣັຖບານລາວ ທາງເຟສບຸກ ແລະ ເຂົ້າຮ່ວມການປະທ້ວງ ຣັຖບານລາວ ຢູ່ຕໍ່ໜ້າສະຖານທູດລາວ ທີ່ບາງກອກ ປະເທດ ໄທຍ ຮຽກຮ້ອງໃຫ້ມີປະຊາທິປະໄຕໃນລາວ.
ນອກນັ້ນ ໃນປະເທດລາວ ປະຊາຊົນລາວ ອີກເກົ້າຄົນ ກໍຖືກຈັບ ແລະ ມິດງຽບໄປເລີຍ. ພວກນີ້ແມ່ນນັກ ຣຽນນັກສຶກສາ ແລະ ສາມັນຊົນ ຖືກຈັບເມື່ອປີ 2009 ໃນເວລາກະຕຽມການ ຈະປະທ້ວງຣັຖບານລາວ ໃນນະຄອນຫຼວງວຽງຈັນ. ໃນຈຳນວນເກົ້າຄົນນີ້ ມີແມ່ຍິງສອງ ຄົນ ຄື; ນາງ ກິ່ງແກ້ວ ແລະ ນາງ ສົມຈິດ; ມີຊາຍເຈັດຄົນ ຄື ທ່ານສຸບິນ, ສວນ, ອິນປະສົງ, ຄຳສອນ, ນູ, ສົມຄິດ ແລະ ສຸຣິຍາ. ທັງເກົ້າຄົນ ຖືກຈັບ ແລະ ບໍ່ໄດ້ຍິນຂ່າວວ່າ ຖືກຕັດສິນລົງໂທດ ແນວໃດ ຈົນເຖິງ ທຸກມື້ນີ້ ກໍຍັງເຫັນຮ່ອງຮອຍ ຂອງພວກເຂົາເລີຍ.
ເມື່ອເວົ້າເຖິງການປະທ້ວງ, ເມື່ອປີ 1999 ຄະນະນຳນັກສຶກສາ 11 ຄົນ ກໍກະຕຽມການ ປະທ້ວງພັກຣັດ ໃນນະຄອນຫຼວງວຽງຈັນ ໃນນັ້ນ 06 ຄົນໄດ້ຫລົບໜີ ແລະ ກໍໄດ້ໄປຕັ້ງຖິ່ນຖານ ຢູ່ສະຫະຣັຖ ອະເມຣິກາ ແລະ ອີກຫ້າຄົນຖືກຈັບ ແລະ ຕັດສິນຈຳຄຸກເ ປັນເວລາ 20 ປີ, ມີ 01 ຄົນ ເສັຍຊີວິດໃນຄຸກ ແລະ ອີກ 04 ຄົນ ຖືກປ່ອຍແລ້ວ ປັດຈຸບັນ ຍັງຢູ່ໃນປະເທດລາວ ຢ່າງງຽບໆ.
ຄົນໄທຍ ຫາຍສາບສູນຢູ່ລາວ ກໍມີຫຼາຍ ສ່ວນຫຼາຍ ຫລົບໜີໄປລາວຫລັງ ຣັຖປະຫານຢູ່ໄທຍ ເມື່ອ ປີ 2014; ເວລາຢູ່ລາວ ພວກເຂົາກໍ ເຄື່ອນໄຫວກ່າວໂຈມຕີ ຣັຖບານໄທຍ ທາງອິນເຕີແນັດ. ຊາວໄທຍ ທີ່ຫາຍສາບສູນຢູ່ລາວ ເມື່ອປີ 2018 ຜູ້ທີ່ສຳຄັນກໍມີ ທ່ານ ສຸຣະໄຊ ແດນວັທນະນຸສອນ ທີ່ຫາຍສາບສູນ ໄປເລີຍ ບໍ່ເຫັນຮ່ອງຮອຍ; ສ່ວນ ສມັກພັກພວກ ຂອງ ທ່ານ 02 ຄົນ ຖືກມັດມືມັດຕີນ ແລະ ຍັດ ຊີເມັນເຂົ້າທ້ອງຖິ້ມລົງແມ່ນ້ຳຂອງ ຕໍ່ມາຟູຂຶ້ນຢູ່ຕໍ່ໜ້າແຂວງນະຄອນພະນົມ ຂອງໄທຍ. ອີກສອງຄົນຫາຍສາບສູນຢູ່ລາວ ເມື່ອປີ 2016 ແລະ 2017. ອີກຜູ້ນຶ່ງ ໜີໄປວຽດນາມ ແລ້ວກໍຫາຍສາບສູນໄປເລີຍ ໃນເດືອນ ພຶສພາ ປີ 2019 ທີ່ຜ່ານມາ.
ຢູ່ໄທຍ ຊາວໄທຍກໍຫາຍສາບສູນຫຼາຍເຖິງ 87 ຄົນນັບແຕ່ປີ 1980 ເປັນຕົ້ນມາ ສ່ວນຫຼາຍຫາຍສາບສູນຢູ່ພາກໃຕ້ຂອງໄທຍ; ຄົນໄທຍ ທີ່ຫາຍສາບສູນ ຜູ້ທີ່ສຳຄັນ ກໍມີ ທະນາຍຄວາມ ສົມຊາຍ ນິລາໄພຈິດ ຖືກລັກພາໂຕກາງຖນົນ ໃນກາງເມືອງບາງກອກ ເມື່ອປີ 2004. ແລະ ກໍຣະນີໃໝ່ ລ້າສຸດ ເມື່ອ ເດືອນມິຖຸນາ 2020 ທ່ານ ວັນສເລີມ ສັດສັກສິດ ຖືກລັກ ພາໂຕ ໃນ ກຳພູຊາ ມື້ນຶ່ງຫລັງຈາກຜູ້ກ່ຽວ ໂພສວີດີໂອ ຕຳນິຕິຕຽນຣັຖບານໄທຍ.
ເມື່ອ ຕົ້ນປີ 2019 ຊາວວຽດນາມ ທ່ານ ຈ່ອງດຸຍຍັດ ກໍຖືກລັກພາໂຕທີ່ຮ້ານຊັພສິນຄ້າ ໃຫຍ່ ໃນບາງກອກ ປະເທດໄທຍ ແລ້ວຕົກຢູ່ໃນ ກຳມືຂອງເຈົ້າໜ້າທີ່ວຽດນາມ ໃນສອງມື້ຕໍ່ມາ ທີ່ ນະຄອນຫລວງຮາໂນ່ຍ ແລະ ສອງເດືອນຫລັງຈາກນັ້ນ ກໍຖືກຕັດສິນຈຳຄຸກ ເປັນເວລາ ສິບປີ ໃນຄະດີ ໃຊ້ໜ້າທີ່ຕຳແໜ່ງ ແລະອຳນາດເກີນຂອບເຂດ ເຮັດໃຫ້ຣັຖບານສູນເສັຍຣັບ ແຕ່ຄວາມຈິງແລ້ວຍ້ອນ ທ່ານ ຍັດ ເປັນ ບລອກເກີ ຂຽນບົດຄວາມ ຕຳນິຕິຕຽນຣັຖບານວຽດນາມ ທາງອິນເຕີແນັດ.
ສຳລັບ ໃນມື້ວັນຄົນຫາຍສາບສູນ ໃນປີ 2020 ນີ້ ສຳນັກງານສິດທິມະນຸດ ສະຫະປະຊາຊາດ ປະຈຳ ເຂດເອເຊັຍຕາວັນອອກສ່ຽງໃຕ້ ກໍອອກຖແລງການວ່າ ເຂດເອເຊັຍຕາວັນອອກ ສ່ຽງໃຕ້ ມີຄົນຫາຍສາບສູນເຖິງ 1,301 ຄົນ ຊຶ່ງສ່ວນຫຼາຍຫາຍສາບສູນ ໃນປະເທດ ຟີລິບປິ່ນ ກຳພູຊາ ລາວ ມາເລເຊັຍ ໄທ ແລະວຽດນາມ ແລະຍ້ອນພວກເຂົາເຈົ້າ ປາກເວົ້າອອກຂ່າວ ແລະ ເຄື່ອນໄຫວຕຳນິຕິຕຽນ ຣັຖບານ.