ຊາວລາວຍິນດີນໍາ ພະມ້າ

ມະນີຈັນ
2015.11.13
F-Padetc ຮອງ ຜູ້ອຳນວຍການ ສູນອົບຮົມຮ່ວມພັທນາ ຫຼື PADETC ຍິນດີນໍາ ການເລືອກຕັ້ງ ໃນ ພະມ້າ
Padetc

ທ່ານ ກໍລະກາ ບວນດາວເຮືອງ ຮອງຜູ້ ອຳນວຍການ ສູນອົບຮົມ ຮ່ວມ ພັທນາ ຫຼື PADETC ກ່າວວ່າ ການ ເລືອກຕັ້ງ ຄັ້ງ ປວັດສາດ ໃນ ພະມ້າ ເມື່ອ ອາທິດ ຜ່ານມາ ເປັນ ເຣື່ອງ ທີ່ ໜ້າຍິນດີ ເພາະ ເປັນການ ເລືອກຕັ້ງ ແບບ ປະຊາທິປະໄຕ ທີ່ໃຫ້ ປະຊາຊົນ ມີ ສ່ວນຮ່ວມ ຢ່າງ ແທ້ຈິງ. ທ່ານ ກ່າວວ່າ:

"ມັນກໍດີ ແລ້ວ ທີ່ ທາງ ພະມ້າ ໃຫ້ ສິດ ປະຊາຊົນ ໄດ້ ມີສ່ວນຮ່ວມ ໃນ ການເມືອງ ຂອງ ເພິ່ນເອງ ຫັ້ນນະ ເພາະວ່າ ການເລືອກຕັ້ງ ຖືເປັນການ ນຳໃຊ້ ປະຊາທິປະໄຕ ແລ້ວ ກະໃຫ້ ປະຊາຊົນ ມີສ່ວນຮ່ວມ ຢ່າງ ແທ້ຈິງ".

ເມື່ອ ທຽບໃສ່ ປະເທດລາວ ທີ່ ມີການເລືອກຕັ້ງ ແບບ ພັກ ການເມືອງ ດຽວ ຜູກຂາດ. ທ່ານ ຄິດວ່າ ການມີ ພັກດຽວ ຫລື ຫຼາຍພັກ ບໍແມ່ນ ບັນຫາ ສຳຄັນ, ແຕ່ ສິ່ງທີ່ ສຳຄັນ ທີ່ສຸດ ຄືຕ້ອງໃຫ້ ປະຊາຊົນ ມີສິດ ເປັນເຈົ້າຂອງ ປະເທດ ຢ່າງ ແທ້ຈິງ. ທ່ານກ່າວ ຕື່ມ ຕອນນຶ່ງວ່າ:

“ເລືອກຕັ້ງ ພັກດຽວ ແນວໃດ ມັນ ຈະຫມາຍເຖິງ ປະຊາຊົນ ມີສິດ ເປັນເຈົ້າ ຢ່າງ ແທ້ຈິງ. ທາງ ປະຕິບັດ ນັ້ນ ພວກເຮົາ ເຮັດໄດ້ ແທ້ ຊ່ຳໃດ. ຖ້າວ່າເຮົາ ເຮັດໄດ້ດີ ແລ້ວ ເຮົາກໍອາດ ຈະ ສົ່ງເສີມ ແຕ່ວ່າ ຖ້າເຮົາຍັງ ເຮັດ ບໍ່ໄດ້ດີ ເຮົາກໍຕ້ອງ ໄດ້ ທົບທວນ ປັບປຸງ ເຮັດໃຫ້ ສິດ ຂອງ ປະຊາຊົນ ນັ້ນ ຖືກຍອມຮັບ ຢ່າງ ແທ້ຈິງ”.

ສຳລັບ ອະນາຄົດ ຂອງ ປະເທດລາວ ນັ້ນ ທ່ານ ບໍ່ຫມັ້ນໃຈ ວ່າ ຈະມີການ ປ່ຽນແປງ ມີການ ເລືອກຕັ້ງ ແບບ ເສຣີ ຄື ປະເທດ ອື່ນໆ ໄດ້. ເປັນທີ່ ສັງເກດ ວ່າ ຊາວລາວ ໂດຍ ທົ່ວໄປ ໃຫ້ ຄວາມສົນໃຈ ການເລືອກຕັ້ງ ຢູ່ ພະມ້າ ຄັ້ງປວັດສາດ ເທື່ອນີ້ ຊຶ່ງ ພັກ ຝ່າຍຄ້ານ ຂອງ ມາດາມ ອອງຊານຊູຈິ ນັກຕໍ່ສູ້ ເພື່ອສິດ ເສຣີພາບ ແລະ ປະຊາທິປະຕັຍ ໃນ ພະມ້າ ເຊື່ອວ່າ ພັກ ຂອງ ມາດາມ ຈະຊນະ ຢ່າງ ຖ້ວມທົ້ນ ແລະ ທ່ຽງທັມ ແລະ ຈະມີສິດ ຄັດເລືອກ ຄນະ ຣັຖບານ ບໍຣິຫານ ປະເທດ ແບບ ປະຊາທິປະຕັຍ ເປັນຄັ້ງ ທໍາອິດ ໃນຫຼາຍ ທົສວັດ ຜ່ານມາ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.