ດໍາຣັດຕ້ານອາຊຍາກັມ ອິນເຕີເນັດ
2015.11.13
ເຈົ້າຫນ້າທີ່ ກົດຫມາຍ ກະຊວງ ໄປສະນີ ໂທຣະຄົມ ມະນາຄົມ ແລະ ສື່ສານ ເວົ້າວ່າ ຣັຖດຳຣັດ ວ່າດ້ວຍ ການບັງຄັບ ໃຊ້ ກົດໝາຍ ຕ້ານ ອາຊຍາກັມ ໃນ ເຄືອຂ່າຍ ອິນເຕີເນັດ ຖືກ ບັງຄັບໃຊ້ ຢ່າງເປັນ ທາງການ ແລ້ວ, ທ່ານວ່າ ກົດໝາຍ ດັ່ງກ່າວ ຈະຄວບຄຸມ ຜູ້ ກະທຳຜິດ ໃນ ເຄືອຂ່າຍ ອິນເຕີເນັດ ທຸກຢ່າງ ເຊັ່ນ ການ ລັກເຈາະ ຂໍ້ມູນ ການ ທຳລາຍ ຣະບົບ ຮ່ວມເຖິງ ການໃຊ້ ສື່ສັງຄົມ ອອນລາຍ ໂຈມຕີ ຄົນອື່ນ. ດັ່ງ ທ່ານກ່າວ ໃນ ຕອນນຶ່ງວ່າ:
"ເພິ່ນເຊັນ ອອກແລ້ວ ເຈົ້າ ປະກາດ ໃຊ້ 100% ແລ້ວ ສະກັດກັ້ນ ການ ກະທຳຜິດ ໃນຣະບົບ ຄອມປີວເຕີ ກໍຄື ທຸກຢ່າງ ເລີຍ ການລັກລອບ ເອົາບັນຊີ ບໍ ໃນນັ້ນ ມັນກໍເວົ້າ ສື່ສັງຄົມ ເຂົ້າມານຳ ຢູ່ ດ້ານ ສື່ສັງຄົມ ອອນລາຍ ນີ້ ມີສ່ວນ ກ່ຽວຂ້ອງ".
ປະທານ ປະເທດ ລາວ ທ່ານ ຈູມມະລີ ໄຊຍະສອນໄດ້ ລົງນາມ ໃນດຳຣັດ ດັ່ງກ່າວ ໃນ ວັນທີ 28 ສິງຫາ ຜ່ານມາ ແລະ ໄດ້ ເຜີຍແຜ່ ໃນ ສື່ ຂອງ ທາງການ ລາວ ໃນ ມື້ວານ ນີ້. ປັດຈຸບັນ ຣັຖບານ ລາວ ມີ ກົດຣະບຽບ ຄວບຄຸມ ການໃຊ້ ເຄືອຂ່າຍ ອິນເຕີເນັດ ແລ້ວ ນຶ່ງ ສະບັບ ດັ່ງ ດຳຣັດ ເລກທີ 327/ລບ.
ນອກຈາກ ນີ້ ຣັຖບານ ລາວ ຍັງໄດ້ ຮ່າງ ກົດໝາຍ ໃຫມ່ ອີກ ສະບັບ ນຶ່ງ ຄື ກົດຫມາຍ ວ່າດ້ວຍ ເທັກໂນໂລຈີ ສື່ສານ ຂໍ້ມູນ ຂ່າວສານ ຊຶ່ງ ຄາດວ່າ ຈະ ມີເນື້ອຫາ ກວ້າງຂວາງ ສາມາດ ຄວບຄຸມ ການນຳໃຊ້ ເທັກໂນໂລຈີ ສື່ສານ ປະເພດ ຕ່າງໆ ຮ່ວມດ້ວຍ ອິນເຕີເນັດ.
ທາງການລາວ ເຂັ້ມງວດ ຕໍ່ການໃຊ້ ອິນເຕີເນັດ ໃນລາວ ໂດຍສະເພາະ ກຸ່ມທີ່ ວິພາກວິຈານ ຣັຖບານ ແລະ ນັກເຄື່ອນໄຫວ ຕ່າງໆ ໃນລາວ.