ເຣື້ອງທີ່ເກັບບັນທຶກໄວ້
2023-01-24
ທ້າວ ອາລຸນ ພົມມະລາດ ອາຍຸ 23 ປີ ຊາວບ້ານ ບ້ານດອນສູງ ເມືອງສນາມໄຊ ແຂວງອັດຕະປື ໄປເຮັດວຽກ ຢູ່ສວນຢາງພາຣາ ທີ່ປະເທດມາເລເຊັຽ ໄດ້ປະມານ 4 ປີ ຖືກຈັບ ຍ້ອນໜັງສືເດີນທາງໝົດກໍານົດ ຕັ້ງແຕ່ວັນທີ 8 ເດືອນ 6 ປີ 2021 ມາຮອດປັດຈຸບັນ ທາງຄອບຄົວ ຍັງຮູ້ຊາຕາກັມ ວ່າມີຊີິວິດ ຫຼືບໍ່.
2023-01-23
ເຂດເສຖກິພິເສດ ຢູ່ປະເທດລາວ ບາງແຫ່ງ ຍັງບໍ່ສາມາດ ສ້າງວຽກເຮັດງານທຳ ໃຫ້ປະຊາຊົນທ້ອງຖິ່ນໄດ້ຢ່າງແທ້ຈິງ ໃນທາງຕຣົງກັນຂ້າມ ກາຍເປັນການສ້າງບັນຫາເພີ່ມ ໂດຍສະເພາະ ເຣື່ອງການສູນເສັຽທີ່ດິນໃນການສັມປະທານສ້າງເຂດເສຖກິຈພິເສດ, ແລະ ການຄ້າມະນຸສ ໃນເຂດເສຖກິຈພິເສດ.
2023-01-23
ຣັຖບານຈີນ ໃຫ້ທຶນຊ່ວຍເຫຼືອ ທາງການແຂວງຫຼວງພຣະບາງ ຕຣຽມຈະປັບປຸງ ແລະ ຍົກລະດັບ ໂຮງໝໍແຂວງ ໃຫ້ມີຄຸນນະພາບດີຂຶ້ນ ຮວມເຖິງໃຫ້ມີ ຄວາມທັນສມັຍຂຶ້ນນໍາດ້ວຍ ເຊິ່ງຈະປັບປຸງໃນເຣື່ອງ ກໍ່ສ້າງພື້ນຖານໂຄງຮ່າງ, ການບໍຣິການ, ປິ່ນປົວສຸຂພາບ ໃຫ້ປະຊາຊົນ ໃຫ້ສະດວກສະບາຍຂຶ້ນ.
2023-01-23
ຊາວສວນກາເຟ ຢູ່ແຂວງຈໍາປາກສັກ ບໍ່ພໍໃຈ ກັບລາຄາເມັດກາເຟ ທີ່ຍັງຕ່ຳຢູ່ ໃນທ້ອງຕລາດ ເນື່ອງຈາກວ່າ ຕົ້ນທຶນການຜລິຕສູງ ຈຶ່ງຢາກໃຫ້ທາງການ ແກ້ໄຂບັນຫານີ້ ໂດຍສະເພາະຕົ້ນທຶນທີ່ສູງ ເມື່ອທຽບໃສ່ລາຄາເມັດກາເຟ ທີ່ຂາຍຕາມທ້ອງຕລາດ.
2023-01-23
ເພື່ອຊ່ວຍເຫຼືອ ພະນັກງານຣັຖກອນ ໃນຍຸກເສຖກິຈຝຶດເຄືອງນີ້, ທາງກະຊວງການເງິນ ມີທິດທາງແກ້ໄຂດ້ວຍການ ປັບຂຶ້ນເງິນເດືອນ ແລະເງິນບຳນານ ແຕ່ພະນັກງານຣັຖ ຫຼາຍຄົນເຫັນວ່າ ຍັງບໍ່ເໝາະສົມກັບສະພາບເສຖກິຈ ໃນປັດຈຸບັນ ທີ່ທຸກຢ່າງແພງຂຶ້ນ.
2023-01-23
ຣັຖບານລາວ ໄດ້ເຊັນສັນຍາ ສັມປະທານ ກັບບໍຣິສັດ ຮ່ວມມືພັທນາ ບໍ່ແຮ່ໄຊສົມບູນ ຈຳກັດ ຂອງນັກລົງທຶນຈີນ ໃນວັນທີ 17 ມົກຣາ 2023 ທີ່ຜ່ານມາ ເພື່ອດຳເນີນໂຄງການ ຂຸດຄົ້ນ ແລະ ປຸງແຕ່ແຮ່ຄຳ ແລະ ແຮ່ມັງການ ລວມເນື້ອທີ່ 22.97 ກິໂລຕາແມັດ ສ່ວນປະຊາຊົນຫ່ວງ ຜົນກະທົບ ສິ່ງແວດລ້ວມ ແລະ ສັງຄົມ ພາຍຫຼັງໂຄງການໄດ້ດຳເນີນ.
2023-01-22
ຫລາຍປະເທດໃນອາຊ້ຽນ ບໍ່ມີມາຕການປ້ອງກັນ ໂຄວິດ-19 ຈາກນັກທ່ອງທ່ຽວ ຕ່າງຊາດ ເປັນຕົ້ນ ນັກທ່ອງທ່ຽວຈີນ ເຖິງແມ່ນວ່າ ຍັງມີການຣະບາດໂຄວິດ-19 ຢູ່ກໍຕາມ ຍ້ອນຕ້ອງການສ້າງລາຍໄດ້ ຈາກການທ່ອງທ່ຽວ ນຶ່ງໃນນັ້ນກໍແມ່ນ ສປປ ລາວ.
2023-01-22
ນະໂຍບາຍສາມສ້າງ ຍັງບໍ່ມີຫຍັງ ອອກມາເປັນຮູບປະທັມ, ເຈົ້າໜ້າທີ່ໄທຍ ຊ່ອຍເຫລືອ ແມ່ຍິງລາວ ຈາກຮ້ານອາຫານ ທີ່ທຳຮ້າຍຮ່າງກາຍນາງ, ສວນໝາກໂມ ຂອງນັກລົງທຶນຈີນ ສົ່ງຜົລກະທົບ ຕໍ່ຊາວບ້ານໃນຫຼາຍແຂວງ ຢູ່ເຂດພາກເໜືອ.
2023-01-21
ທ່ານ ຫວງຽນ ຊວນ ຟຸກ ປະທານປະເທດວຽດນາມ ຖືກປົດຕໍາແໜ່ງ ໃນຂໍ້ຫາບົກຜ່ອງ ໃນໜ້າທີ່ກ່ຽວກັບເຣຶ່ອງ ການສໍ້ຣາສບັງຫລວງ ຂອງເຈົ້າໜ້າທີ່ລະດັບສູງ ທີ່ຢູ່ໃຕ້ການບັງຄັບບັນຊາ ໃນໄລຍະທີ່ທ່ານເປັນນາຍົກຣັຖມົນຕຣີ.
2023-01-21
ສປປລາວ ການປ່ຽນ ນາຍົກຣັຖຕຣີແທນ ໂດຍຫວັງຟື້ນຟູເສຖກິຈ ທ່າມກາງ ເງິນທຶນສຳຮອງ ຂອງປະເທດ, ໜີ້ສາທາຣະນະ, ເງິນເຟີ້ ຊຶ່ງເປັນພາວະ ທີ່ໜັກໜ່ວງ ອັນຍາກ ຕໍ່ການປະຕິບັດ.
2023-01-20
ສະມາຊິກສະພາ ປະຊາຊົນແຂວງ ສວັນນະເຂດ ຢາກໃຫ້ມີການຂຶ້ນຄ່າຈ້າງ ແຮງງານ ແກ່ກັມມະກອນ ຢູ່ໃນໂຮງຈັກ-ໂຮງງານ ພາຍໃນແຂວງສວັນນະເຂດ ເພື່ອໃຫ້ສອດຄ່ອງ ກັບຄ່າຄອງຊີບໃນປັດຈຸບັນ ແລະຫຼຸດຜ່ອນ ການຫຼັ່ງໄຫຼ ໄປຊອກເຮັດວຽກ ຢູ່ປະເທດໄທຍ.
2023-01-20
ອະດີດເຈົ້າແຂວງ ແຂວງຊຽງຂວາງ ໄດ້ລະເມີດສັນຍາ ການລົງທຶນກິຈການສວນພູຄຳ ດ້ວຍການລຶບລ້າງສັນຍາ ສັມປະທານທີ່ລົງທຶນ ໃນໄລຍະ 50 ປີ ຊຶ່ງການຍົກເລີກດັ່ງກ່າວ ເຮັດໃຫ້ກິຈການລົ້ມລະລາຍ ແລະ ເຈົ້າຂອງໂຄງການ ຍັງຖືກຕັ້ງຂໍ້ກ່າວຫາ ຮ້າຍແຮງນຳດ້ວຍ.
2023-01-20
ກອງປະຊຸມ ສມັຍສາມັນເທື່ອທີ 4 ຂອງສະພາປະຊາຊົນ ນະຄອນຫລວງວຽງຈັນຊຸດທີ 2 ໄດ້ປິດລົງໃນມື້ວັນທີ 19 ມົກກະຣານີ້ ແຕ່ຍັງມີບັນຫາ ທີ່ຈຳເປັນຕ້ອງແກ້ໄຂຫຼາຍຢ່າງ ເຊັ່ນຄ່າຊົດເຊີຽທີ່ດິນ ບໍ່ເປັນທັມ ກັບຊາວ ນະຄອນຫຼວງວຽງຈັນ ຜູ້ທີ່ໄດ້ຮັບຜົນກະທົບ ຈາກໂຄງການຕ່າງໆ ຂອງຣັຖ.
2023-01-20
ມີການລັກໃຊ້ໄຟຟ້າ ສ້າງຄວາມເສັຽຫາຍໃຫ້ແກ່ ຣັຖວິສາຫະກິຈ ໄຟຟ້າລາວ ເພາະສະນັ້ນ ຈຶ່ງປະກາດໃຫ້ລາງວັນ ແກ່ຜູ້ແຈ້ງຂໍ້ມູນ ເພື່ອນຳໄປສູ່ການຈັບກຸມ ຜູ້ທີ່ລັກໃຊ້ໄຟຟ້າ ຂະນະທີ່ປະຊາຊົນ ຢາກໃຫ້ ເຈົ້າໜ້າທີ່ ທີ່ມີສ່ວນກ່ຽວຂ້ອງ ກັບການລັກໃຊ້ໄຟຟ້າ ຂອງຣັຖວິສາຫະກິຈ ຖືກລົງໂທດ ຢ່າງຈິງຈັງ ແລະ ເດັດຂາດ.
2023-01-20
ເນື່ອງຈາກ ແຜນການກໍ່ສ້າງເສັ້ນທາງດ່ວນ ໄລຍະທີ 2 ຕໍ່ຈາກ ວັງວຽງ ຫາ ຫຼວງພຣະບາງ ແລະ ໄລຍະທີ 3 ຈາກ ຫຼວງພຣະບາງ ຫາ ອຸດົມໄຊ ຂອງບໍຣິສັດຈີນ ບໍ່ມີຄວາມຄືບໜ້າ, ຣັຖບານ ຈຶ່ງຊອກຫາ ນັກລົງທຶນໃໝ່ ມາສືບຕໍ່ໂຄງການ ດັ່ງກ່າວ.