ລາວ ປ່ຽນນາຍົກ ກາງເທີມ, ຫວັງຟື້ນຟູ ເສຖກິຈ

ໄມ​ຊູ​ລີ ແລະ ໄຊ​ຍາ
2023.01.21
ລາວ ປ່ຽນນາຍົກ ກາງເທີມ, ຫວັງຟື້ນຟູ ເສຖກິຈ ທ່ານ ສອນໄຊ ສີພັນດອນ, ນາຍົກຣັຖມົນຕຣີ ຄົນໃໝ່ ແຫ່ງ ສປປ ລາວ.
ຮຸບພາບ: ທຊລ1

ການປ່ຽນແປງ ທາງການເມືອງ ຂອງປະເທດລາວ ຄັ້ງສຳຄັນ ໃນຮອບນີ້ ໂດຍທ່ານ ສອນໄຊ ສີພັນດອນ ຂຶ້ນເປັນ ນາຍົກຣັຖຕຣີແທນ ມີແນວທາງ ເພື່ອຫວັງຟື້ນເສຖກິຈ ທ່າມກາງ ເງິນເຟີ້, ສິນ​ຄ້າ​ລາ​ຄາ​ແພງ ແລະ ໜີ້ສາທາຣະນະ.

ໄມຊູລີ: ສະບາຍດີ ທ່ານຜູ້ຟັງທີ່ເຄົາຣົບ… ຂໍຕ້ອນຮັບທ່ານຜູ້ຟັງ ເຂົ້າມາສູ່ ຣາຍການ ມາຟັງນຳກັນ ສັປດານີ້ ມາຕິດຕາມ ການແກ້ໄຂບັນຫາ ເສຖກິຈ ຂອງຣັຖບານລາວ. ກອງປະຊຸມສະພາຫລ້າສຸດ ເມື່ອທ້າຍປີ 2022 ຜ່ານມາ ກໍໄດ້ມີການປ່ຽນ ນາຍົກຣັຖມົນຕຣີ ກາງເທີມ ໂດຍທ່ານ ພັນຄຳ ວິພາວັນ ປະກາດ ລາອອກ ແລະ ທ່ານ ສອນໄຊ ສີພັນດອນ ຂຶ້ນມາແທນ. ການປ່ຽນ ນາຍົກເທື່ອນີ້ ກໍຫວັງມາຟື້ນເສຖກິຈລາວ ທີ່ກຳລັງຜະເຊີນ ບັນຫາຮອບດ້ານ ເຂົ້າຍາກໝາກແພງ, ຄ່າຄອງຊີພສູງ, ລາຍໄດ້ຊໍ້າພັດຕໍ່າ, ບໍ່ດຸ່ນດ່ຽງ ກັບລາຍຈ່າຍ, ຊຶ່ງມັນເປັນ ບັນຫາທ້າທາຍ ຄັ້ງທີ່ຍາກທີ່ສຸດ ເທົ່າທີ່ ລາວຜະເຊີນມາ.

ສຳລັບ ຫົວຂໍ້ ໃນຣາຍການມື້ນີ້ ແມ່ນລາວປ່ຽນ ນາຍົກກາງ​ທາງ ຫວັງຟື້ນເສຖກິຈ. ດຳເນີນ ຣາຍການໂດຍ ໄມຊູລີ ແລະ ໄຊຍາ.

ໄຊຍາ: ສະບາຍດີ ທ່ານຜູ້ຟັງ… ຫົວຂໍ້ ໃນຣາຍການ ລາວປ່ຽນນາຍົກ ກາງທາງ ຫວັງຟື້ນເສຖກິຈ ໃນສະພາວະ ທີ່ປະຕິບັດ ໄດ້ຍາກ ເພາະເບິ່ງຈາກ ຫລາຍແຫລ່ງ ທີ່ໄດ້ອອກບົດວິເຄາະ ເຖິງເສຖກິຈລາວ ໃນປັດຈຸບັນ ແລະ ປັດຈັຍ ໃນໂຕ ຂອງຄະນະຣັຖບານລາວ ກໍອາດຈະປະຕິບັດ ໄດ້ຍາກ ທີ່ຈະແກ້ໄຂເສຖກິຈ ໃຫ້ກັບຄືນສູ່ ການຂຍາຍໂຕ ທີ່ຣັຖບານລາວຄາດ ຊຶ່ງສະພາແຫ່ງຊາຕ ໄດ້ຮັບຮອງ ເອົາໄວ້ເສຖກິຈ ຕ້ອງຂຍາຍ ຢ່າງໜ້ອຍ 2.5% ໃນປີນີ້.

ທ່ານ ຜູ້ຟັງ ມີຄວາມຄຶດຄວາມເຫັນແນວໃດ ຕໍ່ກັບ ທ່ານ ສອນໄຊ ສີພັນດອນ, ນາ​ຍົກຣັຖມົນຕຣີ ຄົນໃໝ່ ຈະມີຄວາມອາດສາມາດ ແກ້ໄຂ ນຳພາ ຄະນະຣັຖບານລາວ ຊຸດນີ້ ຜ່ານວິກິຈເສຖກິຈນີ້ ໄປໄດ້ບໍ່, ຊ່ອຍກະຣຸນາ ອອກຄວາມເຫັນ ກັບພວກເຮົາດ້ວຍ.

ໄມຊູລີ: ການປ່ຽນ ນາຍົກຣັຖມົນຕຣີ ກາງເທີມ, ຊຶ່ງເປັນເຫດການທາງ ດ້ານການເມືອງ ຂອງລາວ ທີ່ຫລາຍຄົນ ຄາດບໍ່ເຖິງ. ໂດຍສື່ຕ່າງປະເທດ ວິເຄາະວ່າ ຍ້ອນຜິດ ເສຖກິຈ ຈຶ່ງຈຳເປັນ ຕ້ອງມີການປ່ຽນແປງ. ເຖິງຈະປ່ຽນແປງ ແຕ່ດ້ວຍລະບົບ ການເມືອງ ຂອງປະເທດລາວ ນາຍົກຄົນໃໝ່ ຍັງຕ້ອງເດີນຕາມນະໂຍບາຍ ຂອງພັກ ວາງອອກ, ບໍ່ສາມາດ ຈະຕັດ​ສິນໃຈໄດ້ ໂດຍເດັດຂາດ.

(ເຊີນທ່ານ ຟັງຣາຍລະອຽດ ຈາກສຽງ ທີ່ໄດ້ບັນທຶກໄວ້ ຂ້າງເທິງນັ້ນ)

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.