ເຫດຜົລ ທີ່ປະທານປະເທດ ວຽດນາມ ຖືກປົດຈາກຕໍາແໜ່ງ
2023.01.21

ພັກຄອມມິວນິສວຽດນາມ ກົດດັນໃຫ້ປະທານປະເທດ ຫວງຽນ ຊວນ ຟຸກ (Nguyen Xuan Phuc) ລາອອກຈາກຕໍາແໜ່ງ ເພື່ອເປັນການຮັບຜິດຊອບ ຕໍ່ເຣື່ອງການຮັບສິນບົນ ກ່ຽວກັບໂຄວິດ-19 ທີ່ໄດ້ເກີດຂຶ້ນໃນໄລຍະທີ່ທ່ານດໍາລົງຕໍາແໜ່ງ ເປັນນາຍົກຣັຖມົນຕຣີ, ອີງຕາມຣາຍງານຂ່າວ ຂອງທາງການວຽດນາມ Vietnam News ເມື່ອວັນທີ 17 ມົກກະຣານີ້ ແລະກ່ອນໜ້ານັ້ນ ບໍ່ພໍເທົ່າໃດ ທ່ານ ພັນຄຳ ວິພາວັນ ນາຍົກຣັຖມົນຕຣີ ສປປ ລາວ ກໍໄດ້ປະກາດລາອອກ ຈາກຕຳແໜ່ງ, ຂໍບໍານານ ຕໍ່ກອງປະຊຸມສມັຍ ສາມັນເທື່ອທີ 4 ຂອງສະພາແຫ່ງຊາຕ ຊຸດທີ 9 ໃນມື້ວັນທີ 30 ທັນວາ 2022 ໂດຍໃຫ້ເຫດຜົລວ່າ ມີບັນຫາດ້ານສຸຂພາບ, ບໍ່ສາມາດປະຕິບັດໜ້າທີ່ ອັນໜັກໜ່ວງ ໃນການບໍຣິຫານປະເທດຕໍ່ໄປໄດ້ອີກ ແລະໄດ້ມີການແຕ່ງຕັ້ງ ນາຍົກຣັຖມົນຕຣີຜູ້ໃໝ່ ຄື ທ່ານ ສອນໄຊ ສີພັນດອນ ທີ່ເປັນຮອງນາຍົກຣັຖມົນຕຣີ ຂຶ້ນແທນ ໃນມື້ດຽວກັນນັ້ນ.
ສາເຫດທີ່ພາໃຫ້ມີການກົດດັນ ໃຫ້ທ່ານລາອອກນັ້ນ ແຫລ່ງຂ່າວເວົ້າວ່າ ໃນໄລຍ 1 ປີກັບ 9 ເດືອນທີ່ທ່ານ ພັນຄຳ ວິພາວັນ ເປັນຫົວໜ້າຣັຖບານ ບໍຣິຫານປະເທດ ໄດ້ໃຫ້ສັມປະທານຄຸດຂົ້ນບໍ່ແຮ່ ໃນປະເທດຫລາຍເກີນໄປ ເປັນຕົ້ນຢູ່ແຂວງຊຽງຂວາງ ແລະໄຊສົມບູນ, ໃຫ້ສັມປະທານໂຄງການບໍ່ແຮ່ ໂດຍບໍ່ໄດ້ສຶກສາຜົລໄດ້ຜົລເສັຍຄັກແນ່, ເອົາໃຈນັກລົງທຶນຕ່າງປະເທດ ຫລາຍກວ່າການສົ່ງເສີມນັກທຸຣະກິຈພາຍໃນ. ລາຍຮັບບໍ່ເຂົ້າງົບປະມານຂອງຣັຖ, ເຮັດໃຫ້ປະເທດລາວມີໜີ້ສິນ ເພີ່ມຂຶ້ນນໍາເລື້ອຍໆ; ບໍ່ສາມາດແກ້ໄຂບັນຫາເສຖກິຈ-ການເງິນ ແລະປາບປາມສໍ້ຣາສບັງຫລວງ ແລະບັນຫາອື່ນໆອີກຫລາຍຢ່າງໄດ້ ແລະກ່ອນໜ້າທີ່ທ່ານ ພັນຄຳ ວິພາວັນ ຈະຂໍລາອອກຈາກການເປັນນາຍົກ ຣັຖມົນຕຣີນັ້ນ ແຫລ່ງຂ່າວຕ່າງປະເທດ ເຊັ່ນໜັງສືພິມ The Diplomat ຂອງອັງກິດ ກໍຣາຍງານໃນມື້ວັນທີ່ 29 ທັນວາ 2022 ວ່າ ທ່ານ ພັນຄຳ ວິພາວັນ ອາຈຖືກປົດອອກຈາກຕຳແໜ່ງ ນາຍົກຣັຖມົນຕຣີ ໃນໄວໆນີ້ ເພາະທ່ານ ບໍຣິຫານປະເທດລົ້ມແຫລວ, ເຮັດໃຫ້ເງິນເຟີ້ ແລະສິນຄ້າແພງ; ອີກສາເຫດນຶ່ງ ທ່ານກໍມີບັນຫາສ່ວນຕົວ ຄືມີຄວາມສັມພັນ ກັບນັກທຸຣະກິຈຍິງ ທີ່ຖືກຂ້າຖິ້ມລົງແມ່ນ້ຳຂອງ ຊຶ່ງແມ່ຍິງຄົນນີ້ ກໍເປັນເມັຍນ້ອຍ ຂອງທ່ານ ແລະລູກຂອງແມ່ຍິງຄົນນັ້ນ ທີ່ຫາຍສາບສູນໄປ ກໍແມ່ນລູກຂອງທ່ານ ພັນຄຳ ວິພາວັນ.
ທ່ານ ພັນຄຳ ວິພາວັນ ໄດ້ເປັນນາຍົກຣັຖມົນຕຣີ ໃນເວລາສັ້ນທີ່ສຸດ ຄືພຽງ 1 ປີ ກັບອີກ 9 ເດືອນປາຍ ເທົ່ານັ້ນ.
ເວົ້າເຖິງເຣຶ່ອງທ່ານ ຫວງຽນ ຊວນ ຟຸກ ພວກນັກວິເຄາະຕ່າງກໍເວົ້າວ່າ ການປົດປະທານາທິບໍດີ ຫວງຽນ ຊວນ ຟຸກ ຊຶ່ງເປັນຂ່າວລືກັນຢ່າງກວ້າງຂວາງ ໃນສື່ສັງຄົມອອນລາຍນ໌ ຂອງວຽດນາມນັ້ນ ມີການຖິ້ມໂທດໃສ່ທ່ານໃນເຣື່ອງການເມືອງ ຍ້ອນກໍລະນີຮືຮາຄັ້ງໃຫຍ່ ທີ່ກ່ຽວຂ້ອງກັບ ໂຄວິດ-19, ແຕ່ໃນເວລາດຽວກັນ ການປົດທ່ານນັ້ນ ແມ່ນສະທ້ອນໃຫ້ເຫັນເຖິງ ການຍາດຊິງອໍານາດ ກັນເລິກເຊິ່ງຍິ່ງຂຶ້ນຢູ່ໃນລະດັບຂັ້ນນໍາອັນດັບສູງ ຂອງພັກ ຊຶ່ງເປັນພັກດຽວກໍາອໍານາດ ຢູ່ວຽດນາມ.
ຍັງມີໃຫ້ອ່ານຕໍ່..........