ຊາວສວນກາເຟ ຢາກໃຫ້ພາກຣັຖແກ້ໄຂ ລາຄາເມັດກາເຟ

ສຸພັດຕາ
2023.01.23
ຊາວສວນກາເຟ ຢາກໃຫ້ພາກຣັຖແກ້ໄຂ ລາຄາເມັດກາເຟ ຮູບໂຕຢ່າງ ຊາວສວນກາເຟ ທີ່ກຳລັງ ຕາກເມັດກາເຟ (ຮູບຊ້າຍມື) ແລະ ການດູແລຮັກສາ ຕົ້ນອ່ອນກາເຟ ຊຶ່ງຕ້ອງໃຊ້ຕົ້ນທຶນຫຼາຍ ໃນຂະນະທີ່ລາຄາເມັດກາເຟ ຕາມທ້ອງຕລາດ ໃນປັດຈຸບັນ ຍັງບໍ່ໄດ້ລາຄາດີ ເມື່ອທຽບໃສ່ຕົ້ນທຶນການຜລິຕ.
ນັກຂ່າວ ພົລເມືອງ

ຊາວສວນກາເຟ ຢູ່ແຂວງຈໍາສັກ ບໍ່ພໍໃຈກັບລາຄາ ເມັດກາເຟ ໃນທ້ອງຕລາດ ບໍ່ໄປ-ບໍ່ມາ (ບໍ່ຂຶ້ນລາຄາ) ໃນຂະນະທີ່ ຕົ້ນທຶນການຜລິຕພັດສູງຂຶ້ນ ໂດຍສະເພາະ ຄ່າປຸ໋ຍ, ຄ່າຈ້າງຄົນງານ, ຄ່ານໍ້າມັນໃສ່ຈັກຕັດຫຍ້າ ອະນາມັຍສວນ ແລະອື່ນໆ ຕ້ອງການໃຫ້ທາງການແກ້ໄຂ.

ຄ່າຈ້າງຄົນງານ ປີກາຍ ຈ້າງເກັບເມັດກາເຟ ກິໂລກຣາມ ລະ 1,000 ກີບ, ມາປີນີ້ ກິໂລກຣາມລະ 2,000 ກີບ ສ່ວນຄ່ານໍ້າມັນແອັດຊັງທັມມະດາ ເພື່ອໃສ່ຈັກຕັດຫຍ້າ ອະນາມັຍສວນ ປີກາຍ ລິດລະ 10,000 ປາຍພັນກີບ ມາປີນີ້ 20,000 ກີບ, ຕາມຄວາມເວົ້າ ຂອງຊາວສວນປູກກາເຟ ຢູ່ບ້ານພູຫຼັງແກວ ເມືອງປາກຊ່ອງ ແຂວງຈໍາປາສັກ ຜູ້ທີ 1 ກ່າວຕໍ່ວິທຍຸ ເອເຊັຽ ເສຣີ ໃນມື້ວັນທີ 23 ມົກກະຣາ ນີ້ວ່າ:

“ມັນເທົ່າກັນຫັ້ນແຫຼະ ລາຄາຂຶ້ນ ແຕ່ວ່າເງິນມັນກໍເຟີ້ເດ້ ມັນກະໄດ້ດີກວ່າແຕ່ລະປີຢູ່ ແຕ່ວ່າ ກາເຟມັນກໍຕາຍ ຊ່ວງນີ້ມັນກໍເປັນພຍາດ ແຕ່ວ່າ ຄືຈັ່ງໄດ້ເງິນເທົ່າກັນນີ້ແຫຼະ ຄວາມຮູ້ສຶກຫັ້ນນ່າ ແບບວ່າໄດ້ເງິນຫຼາຍຢູ່ ແຕ່ວ່າຄ່າໃຊ້ຈ່າຍ ມັນພັດສູງຕາມຈັ່ງຊີ້ນ່າ ຄ່າແຮງງານ ຄ່າອະນາມັຍສວນອີ່ຫຍັງ ມັນຕ້ອງໄດ້ຂຶ້ນໝົດເດ້ ເທົ່າໂຕພຸ້ນນ່າ ຂາຍກາເຟມາ ເຮົາກໍມາຊື້ຂອງຢູ່ຂອງກິນ ມັນກໍແພງຂຶ້ນໝົດເດ້ເນາະ ແຕ່ກີ້ຊີ້ນໝູ 35,000 ກີບຕໍ່ກິໂລ ດຽວນີ້ກໍ 80,000 ກີບຕໍ່ກິໂລ ມັນກໍຂຶ້ນໂລດຽວດນຶ່ງຫັ້ນນ່າ.”

ທາງດ້ານ ຊາວສວນກາເຟ ຢູ່ບ້ານພູຫຼັງແກວ ເມືອງປາກຊ່ອງ ແຂວງຈໍາປາສັກ ອີກຜູ້ນຶ່ງ ກໍກ່າວໄປໃນທິດທາງດຽວກັນວ່າ ເມື່ອທຽບໃສ່ 2-3 ປີ ທີ່ຜ່ານມາ ຫຼື ກ່ອນທີ່ຈະມີການຣະບາດ ຂອງໂຄວິດ-19 ລາຄາປຸ໋ຍ ເປົາລະປະມານ 200,000 ກີບ ແຕ່ມາປີນີ້ ເປົາລະ 800,000 ກີບ ເພີ່ມຂຶ້ນ 3 ເທົ່າ ຂະນະທີ່ ລາຄາເມັດກາເຟ ອາຣາບິກ້າ (ສີຂຽວ) ບໍ່ໄປ-ບໍ່ມາ.

ດັ່ງຊາວບ້ານ ຢູ່ບ້ານພູຫຼັງແກວ ເມືອງປາກຊ່ອງ ແຂວງຈໍາປາສັກ ຜູ້ທີ 2 ກ່າວໃນມື້ດຽວກັນນີ້ວ່າ:

“ລາຄາປີນີ້ ເຫັນວ່າມັນດີຢູ່ ດີກວ່າປີກາຍ ກໍພໍຢູ່ໄປ ແຕ່ວ່າ ກາເຟ ຊິບໍ່ໄດ້ໃສ່ຝຸ່ນໃສ່ຝອຍໄປຊັ້ນນ່າ ການດູແລຮັກສາຊິໃຫ້ໄດ້ 100% ກໍບໍ່ໄດ້ 100% ໄປຊັ້ນນ່າ ຄັນເວົ້າເຣື່ອງມັກ ກໍມັກລາຄາຕອນນີ້ເນາະ ລາຄາກາເຟ ແຕ່ວ່າ ເວົ້າເຣື່ອງຄ່າໃຊ້ຈ່າຍນີ້ ມັກໃນກ່ອນໂຄວິດ-19 ຫັ້ນ.”

ສ່ວນ ຊາວສວນກາເຟ ຢູ່ບ້ານຫຼັກ 38 ເມືອງປາກຊ່ອງ ແຂວງຈໍາປາສັກ ກໍຈົ່ມວ່າ ລາຄາເມັດກາເຟບາງຊະນິດກໍສູງ ແຕ່ບໍ່ສູງຂຶ້ນເທົ່າໂຕ ແຕ່ຂະນະດຽວກັນ ຕົ້ນທຶນການຜລິຕພັດສູງຂຶ້ນເທົ່າໂຕ ໂຕຢ່າງ ປີກາຍ ປຸ໋ຍເປົາລະ 300,000 ກີບ ມາປີນີ້ ປຸ໋ຍເປົາລະ 600,000 ກີບ ຈຶ່ງເຮັດໃຫ້ຊາວສວນກາເຟ ບໍ່ໄດ້ກໍາໄຣປານໃດ ແຕ່ກໍຕ້ອງໄດ້ຂາຍລາຄານີ້ ເພື່ອໃຫ້ມີອາຊີບ ແລະບໍ່ໃຫ້ຫຼຸບທຶນ ໄປຫຼາຍກວ່ານີ້.

ດັ່ງຊາວບ້ານ ຢູ່ບ້ານຫຼັກ 38 ເມືອງປາກຊ່ອງ ແຂວງຈໍາປາສັກ ກ່າວໃນມື້ດຽວກັນນີ້ວ່າ:

“ປີນີ້ ລາຄາສູງ ກາເຟລາຄາດີ ປຸ໋ຍ ກັບອີ່ສັງມັນກໍຂຶ້ນເບີດ ກໍໄດ້ຈ່າຍຄ່າປຸ໋ຍ ຄ່າຕັດຫຍ້າ ສະເພາະຄ່າປຸ໋ຍນີ້ ສອບລະ 6 ແສນປາຍກີບ ຫາ 7 ແສນກີບເດ້ ດຽວນີ້ເຖິງລາຄາກາເຟຊິສູງ ແຕ່ວ່າ ລາຄາໃຊ້ຈ່າຍອື່ນໆ ເຮົາກໍສູງຕາມເທິງຄ່ານໍ້າມັນ ຄ່າປຸ໋ຍ.”

ພາບລວມແລ້ວ ລາຄາກາເຟເມັດ ໃນປະເທດລາວ ປັດຈຸບັນຢູ່ທີ່ 4,000 ໂດລ້າຣ໌ສະຫະຣັຖ ຕໍ່ຕັນ ຖືວ່າດີ ແຕ່ເມື່ອເວົ້າເຖິງພາບລວມ ແມ່ນຕົ້ນທຶນການຜລິຕກາເຟ ທົ່ວປະເທດລາວ ໃນປັດຈຸບັນ ໂດຍສະເພາະ ຄ່າປຸ໋ຍ ແລະຄ່າແຮງງານສູງກວ່າ.

ດັ່ງເຈົ້າໜ້າທີ່ ສະມາຄົມກາເຟລາວ ຫຼື Lao Coffee Association ກ່າວໃນມື້ດຽວກັນນີ້ວ່າ:

“ຖ້າທຽບໃສ່ເປັນເງິນຕຣາ ຕ່າງປະເທດເນາະ ມັນກໍຂຶ້ນຢູ່ ປະມານ 4,000 ກວ່າຫຼຽນ ແຕ່ຖືວ່າດີຢູ່ ລາຄາດີກວ່າ ຄືເມື່ອກ່ອນນີ້ ວ່າງ 3-4 ປີ ກ່ອນ ມັນລົງມາຮອດ 2,500 ຫຼຽນຕໍ່ຕັນ ເວົ້າເຣື່ອງລາຄາມັນກໍດີເນາະ ແຕ່ວ່າ ເຣື່ອງຕົ້ນທຶນເຮັດການຜລິຕ ຄືການດູແລຮັກສາ ຈັ່ງຊີ້ ມັນຈະສູງຂຶ້ນໄປ ຄ່າປຸ໋ຍບໍ ແຮງງານ ເພາະວ່າ ມັນເຣື່ອງຄ່າຄອງຊີບ ເຣື່ອງເງິນເຟີ້ຂອງເຮົານີ້ແລ້ວ ມັນເຮັດໃຫ້ແຮງງານເຮົາເຄື່ອນທີ່ໄປຢູ່ໄທຍ ມັນກໍຂາດແຮງງານ.”

ສະມາຄົມກາເຟລາວ ໄດ້ຮັບການສນັບສນູນ ດ້ານງົບປະມານ ຈາກພາກຣັຖ ແລະອົງການສາກົລ ຈັດກິຈກັມການເບິ່ງສວນກາເຟ ເປັນຕົ້ນ ການແຕ່ງກິ່ງໃຫ້ໄດ້ຜົລຜລິຕງາມ ແລະການເຮັດຝຸ່ນດ້ວຍຕົນເອງຈາກສິ່ງເສດເຫຼືອ ເພື່ອຫຼຸດຕົ້ນທຶນການຜລິຕ ຂອງຊາວສວນກາເຟ ເຊິ່ງກິຈກັມດັ່ງກ່າວ ກໍບໍ່ທົ່ວເຖິງຊາວສວນທີ່ປູກກາເຟທົ່ວປະເທດລາວ.

ດັ່ງເຈົ້າໜ້າທີ່ສະມາຄົມ ກາເຟລາວ ຜູ້ດຽວກັນກັບຂ້າງເທິງ ກ່າວຕື່ມວ່າ:

“ເວົ້າເຣື່ອງແຕ່ການດູແລຮັກສາ ການຕັດແຕ່ງກິ່ງ ການອະນາມັຍພື້ນທີ່ເນາະ ການເຮັດຝຸ່ນຈັ່ງຊີ້ນ່າ ເຮັດຝຸ່ນດ້ວຍໂຕເອງຈັ່ງຊີ້ນ່າ ຈາກສິ່ງເສດເຫຼືອ ມັນກໍໄດ້ບໍ່ທົ່ວເຖິງດອກ.”

ກາເຟລາວ (ທີ່ບໍ່ທັນໄດ້ປຸງແຕ່ງ) ຢູ່ໃນລໍາດັບທີ 10 ຂອງການຈັດລໍາດັບ 10 ສິນຄ້າສົ່ງອອກຂອງປະເທດລາວ ໃນເດືອນທັນວາ 2021 ໂດຍກາເຟລາວ (ທີ່ບໍ່ທັນໄດ້ປຸງແຕ່ງ) ສ້າງມູນຄ່າການສົ່ງອອກເຖິງ 6 ລ້ານໂດລ້າຣ໌ສະຫະຣັຖ, ອີງຕາມການຣາຍງານ ຂອງສູນຂໍ້ມູນຂ່າວສານດ້ານການຄ້າ ຂອງປະເທດລາວ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.